ພະຍາດອາດຍາສິດ

ບັນ­ດາ​ທ່ານ​ຜູ້​ອ່ານ​ອາດ​ຈະ​ເຄີຍ​ໄດ້​ຍິນ​ຢູ່​ເລື້ອຍໆ ຄຳ​ວ່າ ‘’ອາດ­ຍາ​ສິດ ຫຼື ພະ­ຍາດ​ອາດ­ຍາ​ສິດ” ແຕ່​ບາງ​ທ່ານ​ອາດ​ຈະ​ບໍ່​ທັນ​ເຂົ້າ­ໃຈ​ວ່າ​ມີ​ຄວາມ​ໝາຍ​ແນວ­ໃດ ແລະ ເປັນ​ພະ­ຍາດ​ແນວ­ໃດ ແຕ່​ຖ້າ​ເປັນ​ພະ­ຍາດ​ນີ້ ມີ​ຄວາມ​ອັນ­ຕະ­ລາຍ​ຮ້າຍ​ແຮງ​ຫຼາຍ​ສ່ຳ​ໃດ ແລະ ສາ­ມາດ​ມີ​ຢາ​ປິ່ນ­ປົວ​ໄດ້​ບໍ່ ?.

ມື້­ນີ້ ຂ້າ­ພະ­ເຈົ້າ​ຈະ​ຂໍ​ນຳ​ສະ­ເໜີ​ຄວາມ​ໝາຍ ຄວາມ​ກະ­ຈ່າງ​ແຈ້ງ ແລະ ຜົນ​ຮ້າຍ​ຂອງ “ພະ­ຍາດ​ອາດ­ຍາ​ສິດ ຫຼື ອາດ­ຍາ​ສິດ”:

ຄຳ​ວ່າ “ອາດ­ຍາ​ສິດ” ໝາຍ​ເຖິງ​ການ​ໃຊ້​ອຳ­ນາດ​ເກີນ​ຂອບ​ເຂດ ໃນ​ການ​ປະ­ຕິ­ບັດ​ພາ­ລະ​ບົດ­ບາດ ສິດ ແລະ ໜ້າ­ທີ່ ຫຼື ການ​ໃຊ້​ອຳ­ນາດ​ຂອງ​ຕົນ​ເກີນ​ຂອບ​ເຂດ ຫຼື ໃຊ້​ອຳ­ນາດ​ເດັດ­ຂາດ ເພື່ອ​ບັງ­ຄັບ​ຜູ້​ອື່ນ​ນຳ​ເອົາ​ເງິນ​ຄຳ​ຊັບ​ສິນ ຫຼື ຊັບ​ສົມ­ບັດ​ມອບ​ໃຫ້ ຫຼື ຍົກ​ໃຫ້​ຕົນ​ເອງ.

ອາດ­ຍາ​ສິດ ຫຼື ພະ­ຍາດ​ອາດ­ຍາ​ສິດ ເປັນ​ພະ­ຍາດ​ໜຶ່ງ​ທີ່​ມີ​ຄວາມ​ອັນ­ຕະ­ລາຍ​ຮ້າຍ​ແຮງ​ຫຼາຍ​ທີ່​ສຸດ ແລະ ກຳ­ລັງ​ແພ່​ລະ­ບາດ​ຫຼາຍ​ຢູ່​ໃນ​ສັງ­ຄົມ​ລາວ​ປັດ­ຈຸ­ບັນ ພະ­ຍາດ​ນີ້ ສ່ວນ​ຫຼາຍ​ມັກ​ຈະ​ເກີດ​ຂຶ້ນ​ຫຼາຍ​ກັບ​ພະ­ນັກ­ງານ-ລັດ­ຖະ­ກອນ ທະ­ຫານ ແລະ ຕຳ­ຫຼວດ ຜູ້​ທີ່​ມີ​ບົດ­ບາດ ແລະ ຕຳ­ແໜ່ງ​ທາງ​ດ້ານ​ບໍ­ລິ­ຫານ ຊຶ່ງ​ສາ­ເຫດ​ດັ່ງ­ກ່າວ​ແມ່ນ​ເກີດ​ຈາກ​ຄວາມ​ໂລບ​ມາກ​ໂລ­ພາ ຄວາມ​ເຫັນ­ແກ່­ຕົວ​ຂອງ​ບຸກ­ຄົນ​ດັ່ງ­ກ່າວ ຈຶ່ງ​ໄດ້​ມີ​ການ​ນຳ​ໃຊ້​ບົດ­ບາດ ອຳ­ນາດ ສິດ ແລະ ໜ້າ­ທີ່​ເກີນ​ຂອບ​ເຂດ ກອບ­ໂກຍ​ເອົາ​ເງິນ​ຄຳ ຊັບ​ສົມ­ບັດ ຫຼື ຊັບ​ສິ່ງ​ຂອງ ເພື່ອ​ສ້າງ​ຄວາມ​ຢາກ​ຮັ່ງ​ຢາກ​ມີ.

ພະ­ຍາດ​ອາດ­ຍາ​ສິດ ແມ່ນ​ບໍ່​ສາ­ມາດ​ປິ່ນ­ປົວ​ໄດ້ ແລະ ບໍ່​ສາ­ມາດ​ປົວ ຫຼື ຮັກ­ສາ​ດ້ວຍ​ຢາ​ຊະ­ນິດ​ແບບ​ທຳ​ມະ​ດາ​ໄດ້ ມັນ​ຕ້ອງ​ໄດ້​ນຳ​ໃຊ້​ຢາ​ທີ່​ມີ​ປະ­ສິດ­ທິ­ພາບ​ສູງ​ສຸດ ແລະ ຂັ້ນ​ເດັດ­ຂາດ ຈຶ່ງ​ສາ­ມາດ​ລະ­ງັບ ປາບ​ປາມ​ການ​ແຜ່​ລະ­ບາດ​ພະ­ຍາດ​ນີ້​ໄດ້ ດ້ວຍ​ການ​ນຳ​ໃຊ້​ມາດ​ຕະ­ການ​ທາງ​ດ້ານ​ກົດ­ໝາຍ​ທີ່​ເຂັ້ມ​ງວດ ເພື່ອ​ເຮັດ​ໃຫ້​ຜູ້​ທີ່​ເປັນ​ພະ­ຍາດ​ອາດ­ຍາ​ສິດ​ນີ້ ມີ​ສະ­ຕິ ຢາກ​ປິ່ນ­ປົວ​ຕົນ​ເອງ ຫຼື ຢ້ານ​ກົວ ແລະ ປະ­ພຶດ​ຕົນ​ຮັບ​ໃຊ້​ຊາດ ຮັບ​ໃຊ້​ປະ­ຊາ­ຊົນ ດ້ວຍ​ຄວາມ​ບໍ­ລິ­ສຸດ ເພື່ອ​ບໍ່​ໃຫ້​ຕົນ​ເອງ​ຕິດ­ເຊື້ອ​ພະ­ຍາດ​ຊະ­ນິດ​ນີ້.

ຂຽນ​ໂດຍ: ສ. ສາຍ​ນ້ຳ​ຊຳ

error: Content is protected !!