ເວົ້າເລື່ອງການແຕ່ງດອງ ການເອົາກັນເປັນຜົວເປັນເມຍ ເຖິງວ່າເປັນສິດເສລີພາບຂອງບຸກຄົນ ແຕ່ກໍຕ້ອງຢູ່ພາຍໃຕ້ກົດໝາຍທີ່ກ່ຽວຂ້ອງ ໂດຍສະເພາະ ແມ່ນກົດໝາຍຄອບຄົວໄດ້ກຳນົດກ່ຽວກັບເງື່ອນໄຂ ແລະ ລະບຽບການແຕ່ງດອງໄວ້ຢ່າງຈະແຈ້ງ ໃນເງື່ອນໄຂ ແລະ ລະບຽບການນັ້ນໄດ້ລະບຸໄວ້ວ່າ: 1. ແມ່ນຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປ 2. ມີຄວາມມັກຮັກ ການຕົກລົງ ແລະ ຄວາມສະໝັກໃຈຂອງຄູ່ບ່າວສາວ ແລະ 3. ເປັນໂສດ ເປັນຮ້າງ ຫຼື ເປັນໝ້າຍ ໂດຍມີເອກະ ສານຢັ້ງຢືນຢ່າງຖືກຕ້ອງ.
ບັດນີ້ຈະມາເວົ້າເຖິງການແຕ່ງດອງລະ ຫວ່າງຄົນລາວກັບຄົນຕ່າງດ້າວທ້າວຕ່າງແດນວ່າຈະຕ້ອງໄດ້ປະຕິບັດ ແລະ ດຳເນີນການໄປຄືແນວໃດ ເພື່ອວ່າຈະມີຄວາມເຂົ້າ ໃຈຢ່າງຖືກຕ້ອງ ແລະ ສ້າງຄວາມສະດວກ ໃນເວລາຢາກແຕ່ງງານກັບຄົນທາງຕາ ເວັນຕົກນົກເຄົ້ານອນ.
ກົດໝາຍໄດ້ບອກວ່າ ຄົນຕ່າງປະເທດ ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ມີສິດ ແລະ ພັນທະຄືກັນກັບພົນລະເມືອງລາວ ກ່ຽວກັບສາຍພົວພັນແຕ່ງດອງ ແລະ ຄອບ ຄົວ ນັ້ນກໍສະແດງວ່າກົດໝາຍ ບໍ່ໄດ້ມີເງື່ອນໄຂໃດກີດກັ້ນຄວາມຮັກລະຫວ່າງຄົນຊາດນີ້ ແລະ ຄົນຊາດອື່ນ.
ການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດຢູ່ ສປປ ລາວ ໃຫ້ປະ ຕິບັດຕາມປະມວນກົດໝາຍແພ່ງ ມາດຕາ 150 ຫາ ມາດຕາ 152 ສຳລັບການຈົດທະ ບຽນການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າປະເທດ ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດຢູ່ໃນ ສປປ ລາວ ໃຫ້ດຳ ເນີນຢູ່ພະແນກພາຍໃນຂັ້ນແຂວງ ບ່ອນຄູ່ບ່າວສາວອາໄສຢູ່ ຫຼື ບ່ອນຢູ່ຂອງຝ່າຍໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທະບຽນຄອບຄົວ.
ການແຕ່ງດອງລະຫວ່າງຄົນຕ່າງປະເທດ ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດດ້ວຍກັນຢູ່ ສປປ ລາວ ໃຫ້ປະຕິບັດຕາມກົດໝາຍຂອງ ສປປ ລາວ ຫຼື ກົດໝາຍຂອງປະເທດຂອງຄູ່ແຕ່ງດອງຝ່າຍໃດໜຶ່ງກໍໄດ້.
ຖ້າຫາກປະຕິບັດຕາມກົດໝາຍຂອງປະເທດຂອງຄູ່ແຕ່ງດອງຝ່າຍໃດໜຶ່ງນັ້ນ ໃຫ້ຈົດທະບຽນແຕ່ງດອງຢູ່ສະຖານທູດ ຫຼື ສະຖານກົງສູນຂອງປະເທດທີ່ກ່ຽວຂ້ອງ ໝາຍຄວາມວ່າບໍ່ໃຫ້ໄປຈົດທະບຽນຢູ່ພະແນກພາຍໃນແຂວງຂອງ ສປປ ລາວ ສຳລັບການຈົດທະບຽນການແຕ່ງດອງລະຫວ່າງຄົນຕ່າງປະເທດ ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດດ້ວຍກັນຢູ່ ສປປ ລາວ ໃຫ້ດຳເນີນຢູ່ພະແນກພາຍໃນຂັ້ນແຂວງ ບ່ອນຄູ່ບ່າວສາວອາໄສຢູ່ ຫຼື ບ່ອນຢູ່ຂອງຝ່າຍໃດໜຶ່ງ ຫຼື ດຳເນີນຢູ່ສະຖານທູດ ຫຼື ສະຖານກົງສູນຂອງປະເທດທີ່ກ່ຽວຂ້ອງປະຈຳຢູ່ ສປປ ລາວ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທະບຽນຄອບຄົວ ຕົວຢ່າງ: ທ້າວ ໂວບ ຄົນໂຊມາລີ ຈະແຕ່ງກັບນາງ ອີຍູນ ຄົນເກົາຫຼີ ກໍສາມາດນຳໃຊ້ກົດໝາຍຂອງຝ່າຍໃດໜຶ່ງກໍໄດ້ ບໍ່ຈຳເປັນວ່າຕ້ອງອີງໃສ່ກົດໝາຍຄອບຄົວຂອງ ສປປ ລາວ ເຖິງ ແມ່ນວ່າທັງຄູ່ຈະດຳລົງຊີວິດຢູ່ ສປປ ລາວ ກໍຕາມ.
ລັດຮັບຮູ້ການແຕ່ງດອງລະຫວ່າງພົນລະເມືອງລາວດ້ວຍກັນ ຢູ່ຕ່າງປະເທດທີ່ເຮັດຂຶ້ນໂດຍສອດຄ່ອງກັບກົດໝາຍຂອງ ສປປ ລາວ.
ຕົວຢ່າງ: ທ້າວ ຈອກ ກັບ ນາງ ຈີກ ຊຶ່ງເປັນພົນລະເມືອງລາວໄດ້ໄປສຶກສາຮ່ຳຮຽນຢູ່ຕ່າງປະເທດໄດ້ມີຄວາມມັກຮັກ ແລະ ຕົກລົງປົງໃຈແຕ່ງດອງນຳກັນຢູ່ປະເທດໄທ ທັງສອງກໍຕ້ອງໄດ້ປະຕິບັດຕາມເງື່ອນໄຂຂອງການແຕ່ງດອງຕາມປະມວນກົດໝາຍແພ່ງຂອງ ສປປ ລາວ ໄດ້ກຳນົດໄວ້ ສຳລັບການຈົດທະບຽນການແຕ່ງດອງລະຫວ່າງພົນລະເມືອງລາວດ້ວຍກັນ ຢູ່ຕ່າງປະເທດ ໃຫ້ດຳເນີນຢູ່ໜ່ວຍງານທະບຽນຄອບຄົວສຳນັກງານຜູ້ຕາງໜ້າຂອງ ສປປ ລາວ ຢູ່ຕ່າງປະເທດ ຕາມທີ່ໄດ້ກຳນົດໄວ້ໃນກົດ ໝາຍວ່າດ້ວຍທະບຽນຄອບຄົວຂອງ ສປປ ລາວ.
ໂດຍ: ໄມ້ງັດ