ບາງຄົນອາດເຂົ້າໃຈຜິດ ສ່ວນໃຫຍ່ທີ່ວ່າຖ້າເວົ້າເຖິງສຸຂະພາບແມ່ນມີສະເພາະກຳລັງກາຍທີ່ແຂງແຮງ ເຊິ່ງຄວາມຈິງໃນຊີວິດຄົນເຮົາມີສຸຂະພາບກາຍ ແລະ ສຸຂະພາບຈິດທີ່ຄຽງຄູ່ກັນປຽບໄດ້ກັບວັດຖຸ ແລະ ຈິດໃຈຕ້ອງສ້າງຄວາມສົມດຸນໃຫ້ເກີດຂຶ້ນ ບໍ່ໃຫ້ແລ່ນຕາມວັດຖຸເກີນໄປ ສະພາບບັນຫາຂອງສັງຄົມ ແລະ ໂລກທີ່ເກີດຂຶ້ນຫຼາຍອັນມັນໄດ້ບັ່ນທອນຊີວິດ ແລະ ກຳລັງໃຈ ຫຼາຍຄົນທີ່ຄິດຫາທາງອອກບໍ່ເຫັນມືດແປດດ້ານກິນຢາຕາຍ ຜູກຄໍຕາຍ ຫຼື…
Category: ນານາສາລະ
ປົວກໍຕາຍ ບໍ່ປົວກໍຕາຍ
ຜູ້ຂຽນຄິດເຫັນທັດສະນະກ່ຽວເລື່ອງພະຍາດທາງພຸດທະສາສະໜາ ທີ່ມີແງ່ຄິດຢູ່ 3 ປະການ ຄື: (1) ພະຍາດບາງຢ່າງ ປົວກໍຕາຍ ບໍ່ປົວກໍຕາຍ ເມື່ອພວກເຮົາພົບກັບສະພາບການແຜ່ລະບາດຂອງພະຍາດ COVID-19 ຈະສາມາດແຍກປະເພດຜູ້ປ່ວຍໄດ້ວ່າ ຄົນແກ່ເຖົ້າທີ່ຕິດພະຍາດໂຄວິດ ຍ່ອມສ່ຽງສູງຕໍ່ການເສຍຊີວິດ ເພາະຜູ້ສູງອາຍຸສ່ວນໃຫຍ່ຈະມີພະຍາດອື່ນແຊກຊ້ອນຈຶ່ງປົວຍາກ ເຊິ່ງບາງທີແພດໝໍເອົາໃຈໃສ່ປິ່ນປົວ…
ມີສະຕິ ເວລາເບິ່ງຂ່າວຄ່າໄຟຟ້າ..
ຕ້ອງຍອມຮັບວ່ານັບແຕ່ເດືອນເມສາມາຮອດປັດຈຸບັນ ກະແສຂ່າວກ່ຽວກັບການເໜັງຕີງຂອງລາຄາໄຟຟ້າມາແຮງຫຼາຍ ໂດຍສະເພາະແມ່ນພາຍຫຼັງບິນໄຟຟ້າເດືອນພຶດສະພາ 2020 ເຂົ້າມາ ຖືວ່າເປັນບິນເຈົ້າບັນຫານໍ ? ເຖິງແມ່ນວ່າຄະນະນຳຂອງບໍລິສັດໄຟຟ້າອອກມາຊີ້ແຈງ ແຕ່ຫາງສຽງສັງຄົມຍັງບໍ່ໂລ່ງ. ໃບບິນເດືອນພຶດສະພາ ເຈົ້າບັນຫານີ້ມີຊ່ອງຫວ່າງຢູ່ສອງຈຸດຄື: ຈຸດທີໜຶ່ງແມ່ນນຳໃຊ້ການຄິດໄລບໍ່ກົງກັບແຈ້ງການເລກທີ 394/ຫສນຍ ເຊິ່ງກຳນົດວ່າລາຄາໃໝ່ໃຫ້ເລີ່ມປະຕິບັດແຕ່ວັນທີ 02 ພຶດສະພາ…
ບົດຮຽນຈາກໂຄວິດ-19
ການແຜ່ລະບາດຂອງພະຍາດໂຄວິດ-19 ທົ່ວໂລກ ທີ່ສົ່ງຜົນກະທົບຕໍ່ຊີວິດຢ່າງໃຫຍ່ຫຼວງ ເຮັດໃຫ້ຫຼາຍຄົນໄດ້ຄົ້ນຄິດສັງລວມບົດຮຽນລາຄາແພງໄດ້ວ່າ ອະນາຄົດຂ້າງໜ້າໂລກເຮົາກໍອາດຈະເກີດມີເຫດການແບບນີ້ເກີດຊ້ຳໄດ້ຕະຫຼອດເວລາ ຜົນກະທົບທີ່ຄວບຄຸມໄດ້ຍາກຈາກພະຍາດໂຄວິດ-19 ນີ້ ບາງປະເທດມີຈຳນວນຜູ້ເສຍຊີວິດຫຼາຍ ຍ້ອນປະໝາດ ແລະ ເຄີຍຊິນກັບຊີວິດອິດສະຫຼະເສລີ ເຊິ່ງເຫດການທີ່ເວົ້າບໍ່ພຽງແຕ່ພາກປະຊາຊົນແຕ່ລະດັບຜູ້ນຳກໍເປັນ. ກ່ອນພະຍາດລະບາດທຳມະຊາດຂອງຄົນ ເຄີຍຊິນກັບການໃຊ້ຊີວິດອິດສະຫຼະ ເບິ່ງປັດໄຈພາຍນອກຫຼາຍ ເຊັ່ນ:…
ອັກຄີໄພເລື່ອງໃຫຍ່ກວ່າທີ່ຄິດ
ບັນຫາເລື່ອງໄຟ ຫຼື ໄຟໄໝ້ປ່າ ໄຟໄໝ້ເຮືອນ ແລະ ໄຟລາມທົ່ງ ຫຼື ກໍລວມໄປຮອດຄ່າໄຟຟ້າແພງ ທັງໝົດກາຍເປັນບັນຫາລວມຂອງສັງຄົມ ຫຼື ຄົນໃນຊາດ ເຊິ່ງບໍ່ແມ່ນບັນຫາທີ່ເກີດຂຶ້ນສະເພາະນະຄອນຫຼວງ ແຕ່ມັນແມ່ນບັນຫາເກີດຂຶ້ນຫຼາຍບ່ອນທົ່ວປະເທດ ເພາະແຕ່ລະກໍລະນີຂອງບັນຫາໄຟໄໝ້ມີທີ່ມາຕ່າງກັນ ປະເດັນສຳຄັນກໍແມ່ນການຈັດຕັ້ງກ່ຽວຂ້ອງໄດ້ແຈ້ງການ ຫຼື…
ຊ່ວຍກັນປາບຍຸງລາຍ
ຕົກປີ 2020 ຜູ້ຂຽນເຂົ້າໃຈວ່າເປັນປີທ້າທາຍຕໍ່ການດຳເນີນຊີວິດຂອງຄົນທົ່ວໂລກ ເຊິ່ງປີນີ້ມີທັງບັນຫາເສດຖະກິດ ປາກທ້ອງ ອົດຫິວ ກໍມີເພາະໂລກຂອງເຮົາມັນບໍ່ຮາບພຽງ ຄົນລວຍກໍລວຍຂຶ້ນ ຄົນຈົນກໍມີທ່າອ່ຽງຈົນລົງໄປເລື່ອຍໆຫຼາຍກວ່າຈະກັບມາລວຍ ເພາະວົງຈອນເສດຖະກິດ ຖ້າເອື້ອອຳນວຍແກ່ຄົນກຸ່ມນ້ອຍຄົນກຸ່ມໃຫຍ່ຂອງຊາດ ກໍຂາດຊັບພະຍາກອນຢ່າງເຫັນໄດ້ທັນຕາ ບາງຄົນລອດຈາກໂຄວິດ-19 ເປັນໄວຣັສກິນຕັບປອດແຕ່ມາເສຍຊີວິດຍ້ອນໄຂ້ຍຸງລາຍກໍມີ. ບັນຫາໄຂ້ຍຸງລາຍ ຫຼື…
ຈັບກະແສ ຄ່າໄຟ-ຄ່ານ້ຳ
ຫາກຕິດຕາມກະແສສັງຄົມແລ້ວ ນອກຈາກຂ່າວຄາວກ່ຽວກັບພະຍາດໂຕຮ້າຍກາດ COVID-19 ທີ່ມາແຮງໃນເວລານີ້ ກໍຍັງມີຂ່າວກ່ຽວກັບຄ່ານ້ຳ-ຄ່າໄຟຕາມມາ ຍ້ອນວ່າທາງການໄດ້ຮຽກຮ້ອງໃຫ້ຢູ່ເຮືອນ ເລີ່ມແຕ່ຕົ້ນເດືອນເມສາເປັນຕົ້ນມາ ເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID-19 ຄັນຢູ່ເຮືອນ ແນ່ນອນການຊົມໃຊ້ໄຟຟ້າ ແລະ ນ້ຳປະປາຈະຫຼາຍຂຶ້ນ. ເຫັນໄດ້ຄວາມຈຳເປັນດັ່ງກ່າວ ລັດຖະບານຈຶ່ງອອກຂໍ້ຕົກລົງເລື່ອງນະໂຍບາຍຕ່າງໆ ເຊິ່ງໃນນັ້ນມີຂໍ້ຕົກລົງ…
ການພະນັນ
ເວົ້າເຖິງການພະນັນແລ້ວ ເປັນເລື່ອງໜຶ່ງທີ່ເວົ້າກັນຍາກທີ່ສຸດໃນສັງຄົມ ເພາະມັນມີທັງປິດລັບ ແລະ ເປີດເຜີຍ ຜູ້ຫຼີ້ນການພະນັນສ່ວນໃຫຍ່ກໍແມ່ນຄົນຈົນ (ທີ່ເຮັດຄືມີ) ທີ່ໄຝ່ຝັນຫາຄວາມຜາສຸກ ລາບລວຍໂດຍບໍ່ຜ່ານການອອກແຮງງານ ປະເພດການພະນັນໃນປັດຈຸບັນມີຫຼາຍ ແຕ່ໃນນັ້ນກໍຍັງມີ ຫວຍເທິງດິນ ແລະ ໃຕ້ດິນ ໄກ່ຕີ ລົງແທງບານເອີຣົບ…
ນັກຮົບຊຸດຂາວ
ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສະທ້ອນໃຫ້ເຫັນຫຼາຍບັນຫາຂອງຄົນໃນສັງຄົມ ເຊັ່ນ: ການຊ່ວງຊີງສົກສວຍຊື້ເຄື່ອງຂາຍຂອງ ໂດຍຂຶ້ນລາຄາຍາມສະພາບບ້ານເມືອງວິກິດ ຄົນຂາຍບາງກຸ່ມກໍບໍ່ສົນວ່າສິນຄ້າໄດ້ຄຸນນະພາບ ຂໍພຽງແຕ່ໄດ້ເງິນ ບາງຄົນຖືກຕົວະຕົ້ມຫັກຫຼ່ຽມຜົນປະໂຫຍດກັນ ເຖິງຂັ້ນຮ້ອງໄຫ້ເປີດເສື້ອໃຫ້ສັງຄົມໄດ້ເຫັນ ນີ້ຄືທາດແທ້ຂອງຄົນພຽງບາງກຸ່ມ ເອີ້ນວ່າ: ສວຍໂອກາດເຫັນແກ່ໄດ້ ເພາະມີນິໄສເຫັນແຕ່ຜົນປະໂຫຍດເຕັມຫົວໃຈ. ການປິ່ນປົວພະຍາດໂຄວິດ-19 ຖືໄດ້ວ່າເປັນການເສຍສະຫຼະສູງຂອງແພດໝໍ ໂດຍອາໄສຈິດໃຈກ້າຫານ…