ຈັບກະແສ ຄ່າໄຟ-ຄ່ານ້ຳ

ຫາກ​ຕິດ­ຕາມ​ກະ­ແສ​ສັງ­ຄົມ​ແລ້ວ ນອກ­ຈາກ​ຂ່າວ​ຄາວ​ກ່ຽວ​ກັບ​ພະ­ຍາດ​ໂຕ​ຮ້າຍ​ກາດ COVID-19 ທີ່​ມາ​ແຮງ​ໃນ​ເວ­ລາ​ນີ້ ກໍ​ຍັງ​ມີ​ຂ່າວ​ກ່ຽວ​ກັບ​ຄ່າ​ນ້ຳ-ຄ່າ​ໄຟ​ຕາມ​ມາ ຍ້ອນ​ວ່າ​ທາງ​ການ​ໄດ້​ຮຽກ­ຮ້ອງ​ໃຫ້​ຢູ່​ເຮືອນ ເລີ່ມ​ແຕ່​ຕົ້ນ​ເດືອນ​ເມ­ສາ​ເປັນ­ຕົ້ນ​ມາ ເພື່ອ​ຕໍ່­ສູ້​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຄັນ​ຢູ່​ເຮືອນ ແນ່­ນອນ​ການ​ຊົມ­ໃຊ້​ໄຟ­ຟ້າ ແລະ ນ້ຳ​ປະ­ປາ​ຈະ​ຫຼາຍ​ຂຶ້ນ.

ເຫັນ​ໄດ້​ຄວາມ​ຈຳ­ເປັນ​ດັ່ງ­ກ່າວ ລັດ­ຖະ­ບານ​ຈຶ່ງ​ອອກ​ຂໍ້​ຕົກ­ລົງ​ເລື່ອງ​ນະ­ໂຍ­ບາຍ​ຕ່າງໆ ເຊິ່ງ​ໃນ​ນັ້ນ​ມີ​ຂໍ້​ຕົກ­ລົງ ເລກ​ທີ 31/ນຍ ລົງ​ວັນ​ທີ 02/04/2020 ໃນ​ມາດ­ຕາ 01: ຂໍ້ 7 ນ້ອຍ ບອກ​ວ່າ “ໃຫ້​ຄົ້ນ­ຄວ້າ​ຜ່ອນ­ຜັນ​ລາ­ຄາ ແລະ ຕໍ່​ເວ­ລາ​ໃນ​ການ​ຊຳ­ລະ​ຄ່າ​ໄຟ­ຟ້າ ແລະ ນ້ຳ​ປະ­ປາ​ຂອງ​ຜູ້​ຊົມ­ໃຊ້​ຄົວ​ເຮືອນ ແລະ ພາກ​ທຸ­ລະ​ກິດ…” ນັ້ນ​ກໍ່​ໝາຍ​ຄວາມ​ວ່າ ຄ່າ​ໄຟ-ຄ່າ​ນ້ຳ​ໃນ​ເດືອນ 4-5-6/2020 ຕ້ອງ​ມີ​ນະ­ໂຍ­ບາຍ​ອອກ​ມາ​ໃໝ່ ໃນ​ຂະ­ນະ​ຂຽນ​ບົດ​ນີ້​ຢູ່​ນີ້ ນະ­ໂຍ­ບາຍ​ເຫຼົ່າ​ນີ້​ຍັງ​ບໍ່​ທັນ​ອອກ​ມາ ຄິດ​ວ່າ­ການ​ເກັບ​ຄ່າ​ນ້ຳ-ຄ່າ​ໄຟ​ໃນ​ເດືອນ​ດັ່ງ­ກ່າວ ກໍ​ຈະ​ຕ້ອງ​ລໍ​ເບິ່ງ​ວ່າ​ນະ­ໂຍ­ບາຍ​ຈະ​ອອກ​ມາ​ແນວ­ໃດ? ເວົ້າ​ເລື່ອງ​ໃບ​ບິນ​ເກັບ​ເງິນ​ຄ່າ​ນ້ຳ-ຄ່າ​ໄຟ​ນີ້ ບໍ່​ແມ່ນ​ເກັບ​ແບບ​ເດືອນ​ຕໍ່​ເດືອນ​ເນີ ! ເຊັ່ນ​ວ່າ: ບິນ​ເດືອນ 4 ແມ່ນ​ເກັບ​ຕາມ​ການ​ຊົມ­ໃຊ້​ຂອງ​ເດືອນ 3 ສະ­ນັ້ນ ຖ້າ​ຈະ​ມີ​ນະ­ໂຍ­ບາຍ​ຜ່ອນ­ຜັນ​ລາ­ຄາ​ຕາມ​ຂໍ້​ຕົກ­ລົງ​ຂອງ​ລັດ­ຖະ­ບານ ບິນ​ນັ້ນ​ກໍ​ຈະ​ແມ່ນ​ເດືອນ 5 ທີ່​ເກັບ​ຕາມ​ການ​ຊົມ­ໃຊ້​ຂອງ​ເດືອນ 4… ສ່ວນ​ກະ­ແສ​ຄ່າ​ໄຟ­ຟ້າ​ແພງ​ຂຶ້ນ​ທົບ​ເທົ່າ ຫຼື ຕ່າງໆ​ນາໆນັ້ນ ຫາກ​ແມ່ນ​ໃບ​ບິນ​ເດືອນ 4/2020 ແມ່ນ​ເກັບ​ຕາມ​ລາ­ຄາ​ເກົ່າ ເພາະ​ເປັນ​ການ​ຊົມ­ໃຊ້​ໃນ​ເດືອນ 3/2020.

ຜ່ານ​ມາ​ການ​ເກັບ​ຄ່າ​ໄຟ-ຄ່າ​ນ້ຳ ມີ​ການ​ເກັບ​ຫຼາຍ​ລະ­ດັບ​ແຕກ​ຕ່າງ​ກັນ ສະ­ເພາະ​ໄຟ­ຟ້າ​ນີ້ ປະ­ເພດ​ທີ່­ຢູ່​ອາ­ໄສ ມີ 6 ຂັ້ນ ຈາກ​ລາ­ຄາ​ຕ່ຳ​ສຸດ 348 ກີບ ຫາ 999 ກີບ ຕໍ່​ໜຶ່ງ​ກິ​ໂລ​ວັດ…ໃນ​ນັ້ນ ໄດ້​ກຳ­ນົດ​ປະ­ລິ­ມານ​ຊົມ­ໃຊ້​ແມ່ນ 0-25 ກິ​ໂລ​ວັດ ເປັນ​ລາ­ຄາ​ຕ່ຳ​ສຸດ ສ່ວນ​ນ້ຳ​ປະ­ປາ​ລາ­ຄາ​ຕ່ຳ​ສຸດ​ແມ່ນ 1.379 ກີບ ໂດຍ​ກຳ­ນົດ​ປະ­ລິ­ມານ​ຊົມ­ໃຊ້​ແມ່ນ 0-10 ແມັດ​ກ້ອນ.

ສິ່ງ​ທີ່​ສັງ­ຄົມ​ໂສ​ເລ້​ກັນ ແລະ ເປັນ​ກະ­ແສ​ຕາມ​ສື່​ອອນ​ລາຍ​ໃນ​ເວ­ລາ​ນີ້ ແມ່ນ​ເລື່ອງ​ຄ່າ​ໄຟ­ຟ້າ​ທີ່​ມີ​ການ​ເໜັງ​ຕີງ​ຂຶ້ນ​ຫຼາຍ ນັບ​ແຕ່​ເດືອນ 4/2020 ເຊິ່ງ​ເປັນ​ເດືອນ​ທີ່​ເກັບ​ຄ່າ​ຊົມ­ໃຊ້​ຂອງ​ເດືອນ 3/2020 ຕາມ​ລາ­ຄາ​ເກົ່າ ສ່ວນ​ເດືອນ 5/2020 ເກັບ​ຄ່າ​ຊົມ­ໃຊ້​ຂອງ​ເດືອນ 4/2020 ນັ້ນ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ບໍ່​ທັນ​ເຫັນ​ບິນ​ອອກ​ມາ​ເທື່ອ.

ກະ­ແສ​ຄົນ​ວິ­ພາກ​ວິ­ຈານ​ຫຼາຍ​ແມ່ນ ແຈ້ງ​ການ​ລົງ​ວັນ​ທີ 11 ເມ­ສາ 2020 ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ກ່ຽວ​ກັບ​ລາ­ຄາ​ໄຟ­ຟ້າ​ສະ­ບັບ​ປັບ­ປຸງ​ໃໝ່ ເລີ່ມ​ແຕ່​ເດືອນ​ພຶດ­ສະ­ພາ 2020 ເຖິງ​ເດືອນ​ທັນ­ວາ 2025 ຂໍ​ຍົກ​ເອົາ​ປະ­ເພດ​ທີ່­ຢູ່​ອາ­ໄສ​ເພິ່ນ​ກຳ­ນົດ​ສອງ​ຂັ້ນ​ທໍ່​ນັ້ນ​ຄື: ປະ­ລິ­ມານ​ຊົມ­ໃຊ້​ໃນ​ເດືອນ​ແຕ່ 0 ຫາ 150 ກິ​ໂລ​ວັດ ແລະ ສູງ​ກວ່າ 150 ກິ​ໂລ​ວັດ​ຂຶ້ນ​ໄປ ໂດຍ​ລາ­ຄາ​ຈະ​ປັບ​ຂຶ້ນ​ໄປ​ເລື້ອຍໆ​ເຊັ່ນ: ປີ 2020 ເລີ່ມ​ເດືອນ 5 ລາ­ຄາ​ຕ່ຳ​ສຸດ​ແມ່ນ 355 ກີບ​ຕໍ່​ໜຶ່ງ​ກິ​ໂລ​ວັດ ສູງ​ສຸດ​ແມ່ນ 710 ກີບ​ຕໍ່​ໜຶ່ງ​ກິ​ໂລ​ວັດ ປີ​ຖັດ​ໄປ​ກໍ​ຂຶ້ນ​ລາ­ຄາ​ຕ່ຳ​ສຸດ 2021 ແມ່ນ 359 ກີບ ສູງ​ສຸດ 717 …ຮອດ​ປີ 2025 ລາ­ຄາ​ຕ່ຳ​ສຸດ​ແມ່ນ 373 ກີບ ແລະ ສູງ​ສຸດ 746 ກີບ…ກຳ­ນົດ​ຮອດ 2025 ທໍ່​ນັ້ນ ກໍ​ບໍ່​ຮູ້​ວ່າ​ຕໍ່​ໄປ​ຈະ​ຂຶ້ນ ຫຼື ລົງ… ນະ­ໂຍ­ບາຍ​ລາ­ຄາ​ໃໝ່​ນີ້ ເບິ່ງ​ຄື​ຖືກ​ລົງ ແຕ່​ໃນ​ຕົວ​ຈິງ​ຜູ້​ໃຊ້​ໄຟ­ຟ້າ​ຫຼາຍ​ກວ່າ 150 ກິ​ໂລ​ວັດ​ຕໍ່​ເດືອນ ແມ່ນ​ໄດ້​ເສຍ​ແພງ​ຂຶ້ນ​ເກືອບ​ທົບ​ເທົ່າ.

ຍ້ອນ​ວ່າ​ອາ­ກາດ​ປະ­ເທດ​ເຮົາ​ຢູ່​ໃນ​ລະ­ດັບ​ຮ້ອນ ສຳ­ລັບ​ຄົນ​ໃນ​ເມືອງ​ເກືອບ​ວ່າ​ມີ​ໜ້ອຍ​ເຮືອນ​ທີ່​ສຸດ ໃຊ້​ໄຟ­ຟ້າ​ຫຼຸດ​ເດືອນ​ໜຶ່ງ 150 ກິ​ໂລ​ວັດ ສະ­ນັ້ນ ລາ­ຄາ​ໄຟ­ຟ້າ​ໃໝ່​ນີ້ ຈຶ່ງ​ກະ­ທົບ​ຕໍ່​ຄອບ­ຄົວ​ມະ­ນຸດ​ເງິນ­ເດືອນ​ເປັນ​ສ່ວນ​ໃຫຍ່.

ມີ​ຜູ້​ຕັ້ງ​ບັນ­ຫາ​ວ່າ: ລາ­ຄາ​ໃໝ່​ນີ້ ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ວ່າ ບໍ່​ໄດ້​ດັດ­ແປງ​ລາ­ຄາ​ໃຫ້​ຖືກ​ລົງ ເບິ່ງ​ລວມໆຄື​ຖືກ​ລົງ ແຕ່​ໃນ​ແຜນ​ຄິດ­ໄລ່​ຍັງ​ຄົງ​ບໍ່​ຫຼຸດ​ປະ­ລິ­ມານ​ການ​ຊົມ­ໃຊ້​ໃນ​ລາ­ຄາ​ຕ່ຳ​ສຸດ​ໃຫ້​ສູງ​ຂຶ້ນ ສະ­ນັ້ນ ຈຶ່ງ​ຂໍ​ສະ­ເໜີ​ວ່າ ຄວນ​ປັບ​ປະ­ລິ­ມານ​ການ​ຊົມ­ໃຊ້​ລາ­ຄາ​ຕ່ຳ​ສຸດ ແມ່ນ 0 ຫາ 300 ກິ​ໂລ​ວັດ ເພາະ​ໃນ​ຕົວ​ຈິງ ຜູ້​ຊົມ­ໃຊ້​ຢູ່​ຕົວ​ເມືອງ​ກາຍ 300 ກິ​ໂລ​ວັດ ຂຶ້ນ​ໄປ.

ນັ້ນ​ແມ່ນ​ບາງ​ຂໍ້​ມູນ​ທີ່​ຜູ້​ຂຽນ​ເກັບ​ກຳ­ມາ​ໄດ້​ນໍ? ສ່ວນ­ວ່າ​ການ​ປະ­ຕິ­ບັດ​ຕົວ​ຈິງ​ໃນ​ເດືອນ (4-5-6/2020) ນັ້ນ ຄົງ​ຕ້ອງ​ລໍ​ເບິ່ງ​ແຈ້ງ​ການ​ຢ່າງ​ເປັນ​ທາງ​ການ ວ່າ​ເພິ່ນ​ຈະ​ມີ​ນະ­ໂຍ­ບາຍ​ຫຍັງ​ແດ່? ສະ­ນັ້ນ ຈຶ່ງ​ຂໍ​ຮຽກ­ຮ້ອງ​ໃຫ້​ພວກ​ເຮົາ​ໝົດ​ທຸກ​ຄົນ ຈົ່ງ​ອົດ­ທົນ​ລໍ­ຖ້າ​ຟັງ…ຢ່າ​ຕື່ນ​ຕາມ​ກະ­ແສ…ສ້າງ​ຄວາມ​ສັບ­ສົນ​ແກ່​ຕົນ​ເອງ ແລະ ສັງ­ຄົມ.

ບັນ­ຫາ​ທຸກ​ຢ່າງ​ມີ​ທາງ​ອອກ​ສະ­ເໝີ

error: Content is protected !!