ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສະທ້ອນໃຫ້ເຫັນຫຼາຍບັນຫາຂອງຄົນໃນສັງຄົມ ເຊັ່ນ: ການຊ່ວງຊີງສົກສວຍຊື້ເຄື່ອງຂາຍຂອງ ໂດຍຂຶ້ນລາຄາຍາມສະພາບບ້ານເມືອງວິກິດ ຄົນຂາຍບາງກຸ່ມກໍບໍ່ສົນວ່າສິນຄ້າໄດ້ຄຸນນະພາບ ຂໍພຽງແຕ່ໄດ້ເງິນ ບາງຄົນຖືກຕົວະຕົ້ມຫັກຫຼ່ຽມຜົນປະໂຫຍດກັນ ເຖິງຂັ້ນຮ້ອງໄຫ້ເປີດເສື້ອໃຫ້ສັງຄົມໄດ້ເຫັນ ນີ້ຄືທາດແທ້ຂອງຄົນພຽງບາງກຸ່ມ ເອີ້ນວ່າ: ສວຍໂອກາດເຫັນແກ່ໄດ້ ເພາະມີນິໄສເຫັນແຕ່ຜົນປະໂຫຍດເຕັມຫົວໃຈ.

ການປິ່ນປົວພະຍາດໂຄວິດ-19 ຖືໄດ້ວ່າເປັນການເສຍສະຫຼະສູງຂອງແພດໝໍ ໂດຍອາໄສຈິດໃຈກ້າຫານ ເພື່ອຊົດຊ່ວຍຜູ້ຕິດເຊື້ອພະຍາດ ເຊິ່ງສະພາບການຕອນນີ້ ຖືວ່າເປັນຜົນສຳເລັດເປັນທີ່ພໍໃຈຂອງທຸກຝ່າຍ ທັງລັດຖະບານ ຄະນະສະເພາະກິດ ແລະ ປະຊາຊົນທີ່ເຝົ້າລໍຄອຍຕິດຕາມສະຖານະການມື້ຕໍ່ມື້ ການສືບຕໍ່ມາດຕະການຄຳສັ່ງເລກທີ 06/ນຍ ແລະ ຄຳແນະນຳຂອງຄະນະສະເພາະກິດ ໃນແຕ່ລະໄລຍະ ເຫັນໄດ້ຈາກຫາງສຽງປະຊາຊົນແລ້ວ ແມ່ນໄດ້ຮັບຄວາມເຫັນດີຊົມເຊີຍເປັນຢ່າງສູງ ເພາະຄົນໃນສັງຄົມ ກໍຄົງຈະເຫັນໄດ້ຈາກບາງປະເທດໃນໂລກ ທີ່ດຳເນີນມາດຕະການຜິດພາດ ເຮັດໃຫ້ປະຊາຊົນຕິດເຊື້ອພະຍາດຫຼາຍຂຶ້ນ… ແນວໃດກໍຕາມ ສັງຄົມກໍສະແດງອອກເຊິ່ງນ້ຳໃຈຈາກຫຼາຍພາກສ່ວນ ຊຸກຍູ້ໃຫ້ກຳລັງໃຈແພດໝໍ ຜູ້ມີນ້ຳໃຈເສຍສະຫຼະກ້າຫານ ໃນສະໜາມຮົບຂອງການປິ່ນປົວສູ້ກັບພະຍາດແຜ່ລະບາດໂຄວິດ-19.
ເຖິງແມ່ນວ່າມີຄົນຈຳນວນໜຶ່ງ ສວຍໂອກາດໃນທາງຫາຜົນປະໂຫຍດເຂົ້າໃສ່ຕົນ ແຕ່ສັງຄົມສ່ວນໃຫຍ່ກໍໄດ້ສະແດງອອກ ເຊິ່ງນ້ຳໃຈເສຍສະຫຼະເອື້ອເຟື້ອເພື່ອແພ່ ເຊັ່ນ: ບາງບໍລິສັດກໍໄດ້ຕັ້ງໂຕະແຈກແບ່ງປັນອາຫານ ເປັນການຢຶດໜ່ຽວສາມັກຄີນ້ຳໃຈແຫ່ງມະນຸດສະທຳ ສົມກັບເປັນຊາວພຸດ ທີ່ພະພຸດທະເຈົ້າໄດ້ສອນໃຫ້ຮູ້ຈັກສັງຄົມສົງເຄາະໃນຍາມວິກິດ ເຊັ່ນ: ໃຫ້ທານແບ່ງປັນສິ່ງຂອງໃນຍາມຈຳເປັນ ໃຫ້ກຳລັງໃຈຜູ້ຕິດເຊື້ອພະຍາດ ຫຼື ສັງຄົມທີ່ຢູ່ໃນພາວະຈິດຕົກ ການຊ່ວຍເຫຼືອກັນໃຫ້ແຕ່ລະຝ່າຍ ໄດ້ຮັບປະໂຫຍດຍາມວິກິດນ້ຳໃຈສະເໝີຕົ້ນສະເໝີປາຍ ຊ່ວຍເຫຼືອກັນ ນີ້ຄືຄຸນນະທຳຊາວພຸດທີ່ແທ້ຈິງ.
ສະຫຼຸບໄດ້ວ່າ: ເຫດການຄັ້ງນີ້ ເຖິງວ່າຍັງບໍ່ຈົບແຕ່ພວກເຮົາກໍເຫັນນ້ຳໃຈເສຍສະຫຼະ ແບ່ງປັນຈາກຫຼາຍຝ່າຍໃນສັງຄົມ ເຊິ່ງເປັນມູນເຊື້ອອັນດີງາມ ໂດຍສະເພາະ ກໍແມ່ນແພດໝໍຜູ້ເສຍສະຫຼະສູງໃນເຫດການຄັ້ງນີ້.
ໂດຍ: ດັ້ນກີບເມກ