ບັນຫາເລື່ອງໄຟ ຫຼື ໄຟໄໝ້ປ່າ ໄຟໄໝ້ເຮືອນ ແລະ ໄຟລາມທົ່ງ ຫຼື ກໍລວມໄປຮອດຄ່າໄຟຟ້າແພງ ທັງໝົດກາຍເປັນບັນຫາລວມຂອງສັງຄົມ ຫຼື ຄົນໃນຊາດ ເຊິ່ງບໍ່ແມ່ນບັນຫາທີ່ເກີດຂຶ້ນສະເພາະນະຄອນຫຼວງ ແຕ່ມັນແມ່ນບັນຫາເກີດຂຶ້ນຫຼາຍບ່ອນທົ່ວປະເທດ ເພາະແຕ່ລະກໍລະນີຂອງບັນຫາໄຟໄໝ້ມີທີ່ມາຕ່າງກັນ ປະເດັນສຳຄັນກໍແມ່ນການຈັດຕັ້ງກ່ຽວຂ້ອງໄດ້ແຈ້ງການ ຫຼື ຕິດຕາມໃຫ້ທ້ອງຖິ່ນເຂດບ້ານ ລວມເຖິງປະຊາຊົນໄດ້ມີຈິດສຳນຶກ ໄດ້ມີສະຕິສູງລະວັງຊ່ວຍກັນ.

ຄຳວ່າການມີຈິດສຳນຶກ ຫຼື ມີສະຕິສູງລະວັງອັກຄີໄພ ໝາຍຄວາມວ່າການໃຊ້ຟືນໄຟແຕ່ລະຄັ້ງ ຕ້ອງເອົາໃຈໃສ່ວ່າ ຫຼັງຈາກບໍ່ໃຊ້ປະໂຫຍດ ເຊັ່ນ: ແຕ່ງກິນແລ້ວກໍຄວນປິດ ຫຼື ມອດໄຟຢ່າງມີສະຕິທຸກຄັ້ງ ເພາະຖ້າວ່າໃຜຜູ້ໜຶ່ງຫາກປະໝາດຂາດສະຕິ ຫາກເສດໄຟເລັກນ້ອຍຍັງບໍ່ມອດ ມັນກໍສາມາດລຸກແຜ່ລາມໄໝ້ເຮືອນຊານທີ່ຢູ່ອາໄສໄດ້ ຫຼື ວ່າປະເພດຈູດຂີ້ເຫຍື້ອກໍມີ ເຊິ່ງເຄີຍເກີດຂຶ້ນມາຫຼາຍຄັ້ງ ເພາະຫຼາຍຄົນຕັ້ງໃຈຫາຂີ້ເຫຍື້ອມາຈູດນອກກຳແພງເຮືອນຂອງຕົນ ແລ້ວປະຖິ້ມບໍ່ເອົາໃຈໃສ່ວ່າໄຟຈະລາມໄປໄໝ້ເຮືອນຄົນອື່ນ.
ອັກຄີໄພເກີດໄດ້ຫຼາຍທາງ ເຊັ່ນ: ບາງຄົນໄຕ້ທູບ ທຽນ ໄຫວ້ພະສູດມົນ ແລ້ວຂາດສະຕິ ລືມມອດໄຟທູບທຽນບວກໃສ່ໄລຍະລະດູແລ້ງ ອາກາດຮ້ອນໄຟຈຶ່ງໄໝ້ລາມງ່າຍ ບາງກໍລະນີທີ່ປະໝາດຂາດການກວດກາເບິ່ງສາຍໄຟ ຫຼື ວ່າປັກສຽບ ລວມເຖິງການສາກໂທລະສັບ (ສາຍສາກໂທລະສັບມັກຊັອດ) ຖ້າວ່າສາຍໄຟ ຫຼື ປັກສຽບເກົ່າ ຫຼື ວ່າຂາດຄຸນນະພາບ ບັນຫານີ້ກໍແມ່ນສາເຫດສຳຄັນຂອງອັກຄີໄພ.
ຂໍ້ມູນຈາກພະແນກຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ວັນທີ 7 ພຶດສະພາ 2020 ແຈ້ງໃຫ້ຊາບວ່າ ໃນເດືອນເມສາ ເກີດອັກຄີໄພ 7 ຄັ້ງ ມູນຄ່າຄວາມເສຍຫາຍ 265 ລ້ານກີບ ແລະ 10.000 ໂດລາ ເຊິ່ງສາເຫດມີທັງຈູດປ່າຊະຊາຍ ໄຕ້ທູບທຽນບູຊາ ໄຟຊັອດ ເລື່ອງຂອງອັກຄີໄພຈຶ່ງເປັນບັນຫາສຳຄັນ ຕ້ອງປູກຈິດສຳນຶກໃຫ້ທຸກຄົນມີສະຕິ ບໍ່ເຫັນແກ່ໂຕ ມືໄວໃຈງ່າຍ ໂດຍສະເພາະແມ່ນທຸກບ້ານ ຄວນປະກາດແຈ້ງເຕືອນປະຊາຊົນຢູ່ເລື້ອຍໆ ເພາະໄພເສດຖະກິດປາກທ້ອງກໍເຮັດໃຫ້ຈິດໃຈຄົນຮ້ອນຮົນຈົນຂາດສະຕິ…
ໂດຍ: ດັ້ນກີບເມກ