ຕົກປີ 2020 ຜູ້ຂຽນເຂົ້າໃຈວ່າເປັນປີທ້າທາຍຕໍ່ການດຳເນີນຊີວິດຂອງຄົນທົ່ວໂລກ ເຊິ່ງປີນີ້ມີທັງບັນຫາເສດຖະກິດ ປາກທ້ອງ ອົດຫິວ ກໍມີເພາະໂລກຂອງເຮົາມັນບໍ່ຮາບພຽງ ຄົນລວຍກໍລວຍຂຶ້ນ ຄົນຈົນກໍມີທ່າອ່ຽງຈົນລົງໄປເລື່ອຍໆຫຼາຍກວ່າຈະກັບມາລວຍ ເພາະວົງຈອນເສດຖະກິດ ຖ້າເອື້ອອຳນວຍແກ່ຄົນກຸ່ມນ້ອຍຄົນກຸ່ມໃຫຍ່ຂອງຊາດ ກໍຂາດຊັບພະຍາກອນຢ່າງເຫັນໄດ້ທັນຕາ ບາງຄົນລອດຈາກໂຄວິດ-19 ເປັນໄວຣັສກິນຕັບປອດແຕ່ມາເສຍຊີວິດຍ້ອນໄຂ້ຍຸງລາຍກໍມີ.
ບັນຫາໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ໃນສະພາບປັດຈຸບັນ ມີໂຕເລກສູງທົ່ວປະເທດ ໂດຍສະເພາະ ນະຄອນຫຼວງ ໂຕເລກສູງກວ່າຕ່າງແຂວງ ເຊິ່ງກໍເປັນເລື່ອງໜ້າຄິດ ຫຼື ວ່າເປັນນຳໃນແຕ່ລະເຂດ ບ້ານມີຮ່ອງນ້ຳຂັງ ຫຼື ໜອງບຶງທີ່ຮົກເຮື້ອ ທີ່ຂາດການເອົາໃຈໃສ່ຈາກການຈັດຕັ້ງ ຫຼື ປະຊາຊົນບໍ່ພາກັນເຮັດອະນາໄມເບາະ ຂາດການປຸກສະຕິປູກຈິດສຳນຶກໃຫ້ປະຊາຊົນຮັກສະອາດ ເຮັດຂະບວນການອະນາໄມລວມ ສ້າງເປັນຂະບວນການຟົດຟື້ນ ເພາະຫຼາຍຄົນເວົ້າເປັນສຽງດຽວວ່າບໍ່ມີຍຸງລາຍກໍບໍ່ມີໄຂ້ຍຸງ ດັ່ງນັ້ນ ບໍ່ຢາກໃຫ້ມີຍຸງລາຍ ກໍຕ້ອງທຳລາຍທີ່ຢູ່ອາໄສບ່ອນແຜ່ເຊື້ອຂອງຍຸງລາຍ ຫ້ວຍໜອງຄອງບຶງຮົກເຮື້ອ ຫຼື ວ່າຮ່ອງນ້ອຍແຄມທາງ….
ສະພາບໄຂ້ຍຸງລາຍບ້ານເຮົາມີໂຕເລກສູງ ເຖິງແມ່ນວ່າຈະເສຍຊີວິດໜ້ອຍແຕ່ບໍ່ຄວນປະໝາດ ໂດຍສະເພາະກໍແມ່ນແຕ່ລະຄອບຄົວ ຕ້ອງເຮັດອະນາໄມບໍລິເວນໃກ້ບ້ານເຮືອນໃຫ້ສະອາດ ຕົ້ນໄມ້ໃບຫຍ້າກໍຄວນຕັດຮອນບໍ່ໃຫ້ຮົກເຮື້ອ ຖ້າຈະໃຫ້ຜູ້ຂຽນເວົ້າສັ້ນໆ ກໍແມ່ນທຸກຄົນບໍ່ຂີ້ຄ້ານມັກງ່າຍເຮັດຕາມໃຈ ຄວນມີຈິດສຳນຶກຮ່ວມກັນ ຫຼື ຫ່ວງໄຍຄົນອ້ອມຂ້າງ ບໍ່ສ້າງຈິດສຳນຶກ ຫຼື ຄ່ານິຍົມເອົາໂຕລອດເປັນຍອດດີ ເພາະມັນຈະພາໃຫ້ແຕ່ລະຄົນເຫັນແກ່ໂຕສູງຂຶ້ນ.
ຜູ້ຂຽນຂໍສະຫຼຸບວ່າ ໄລຍະລະດູແລ້ງຕໍ່ໃສ່ລະດູຝົນນີ້ ມີທັງບັນຫາໄຟໄໝ້ ຍຸງລາຍ ບັນຫາເສດຖະກິດກາຍເປັນບັນຫາລວມຂອງສັງຄົມ ຍ່ອມຕ້ອງການປູກຈິດສຳນຶກ ເສຍສະຫຼະຊ່ວຍເຫຼືອ ເອື້ອເຟື້ອກັນເພາະສັງຄົມສະຫງົບສຸກ ຍ່ອມເກີດມາຈາກຈິດໃຈຂ້າງໃນສະຫງົບສຸກ ທີ່ຊ່ວຍເຫຼືອກັນທາງແນວຄິດຈິດໃຈ ແລະ ວັດຖຸບໍ່ໃຫ້ເປັນຄືບາງສັງຄົມ ປະເທດອື່ນທີ່ເສດຖີມີເຕັມຟ້າແຕ່ປວງປະຊາໜ້າແຫ້ງ.
ໂດຍ: ດັ້ນກີບເມກ