ຈັນຍາບັນຄູ

ບັນ­ຫາ​ຂອງ​ຄູ​ມີ​ຫຼາຍ​ແບບ ເຊັ່ນ: ເງິນ­ເດືອນ​ຄູ​ບໍ່​ອອກ ຄູ​ອາ­ສາ​ຢູ່​ຫຼາຍ​ປີ​ບໍ່​ໄດ້​ເຂົ້າ​ເປັນ​ລັດ­ຖະ­ກອນ ຄູ​ລຳ­ອຽງ​ນັກ­ຮຽນ​ເລື່ອງ​ການ​ໃຫ້​ຄະ­ແນນ ເຊິ່ງ​ບັນ­ຫາ​ແບບ​ນີ້​ມັນ​ພົວ­ພັນ​ເຖິງ​ຈັນ​ຍາ​ບັນ​ຄູ​ໂດຍ​ກົງ ແລະ ຖ້າ­ວ່າ​ຄູ​ໄດ້​ອ່ານ­ໜັງ­ສື​ພິມ​ສຶກ​ສາ-ກີ­ລາ ເຂົາ​ພິມ​ໄວ້­ໜ້າ​ທຳ​ອິດ​ມູມ​ແຈ​ຂວາ​ມື ບອກ​ຈັນ​ຍາ​ບັນ​ຄູ​ລາວ​ໂລດ 5 ຂໍ້ ໂດຍ​ສະ­ເພາະ ຄູ​ຕ້ອງ​ຮັກ­ແພງ​ຜູ້​ຮຽນ ເຊິ່ງ​ແມ່ນ​ຈັນ​ຍາ​ບັນ​ຂໍ້​ໜຶ່ງ​ທີ່​ຄູ​ຕ້ອງ​ທ່ອງ​ຂຶ້ນ​ໃຈ ໂດຍ​ຫຼີກ­ເວັ້ນ​ອະ­ຄະ­ຕິ​ຮັກ​ບັງ​ຊັງ​ບ່ຽງ.…

ກຳແໜ້ນ ແລະ ເຊື່ອມຊຶມ ມະຕິ 107/ກມ ສພ

ມະ­ຕິ​ສະ­ບັບ​ນີ້ ແມ່ນ​ມະ­ຕິ​ວ່າ​ດ້ວຍ​ການ​ພັດ­ທະ­ນາ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ໄລ­ຍະ​ໃໝ່ ເຊິ່ງ​ປະ­ກອບ​ມີ 3 ພາກ​ໃຫຍ່ ຄື: I. ທັດ­ສະ­ນະ​ທິດ​ທາງ ແລະ ຄາດ­ໝາຍ​ຂອງ​ການ​ພັດ­ທະ­ນາ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ໄລ­ຍະ​ໃໝ່.II. ໜ້າ­ທີ່​ຕົ້ນ­ຕໍ​ຂອງ​ການ​ພັດ­ທະ­ນາ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ແຕ່​ລະ​ດ້ານ ໄລ­ຍະ​ແຕ່​ນີ້​ຮອດ​ປີ 2030.III.…

ລະວັງ ! ຈະຕົກເປັນເຫຍື່ອ ຍຸດທະສາດຫັນປ່ຽນໂດຍສັນຕິ

ໃນ​ຍຸກ​ແຫ່ງ​ຂໍ້​ມູນ​ຂ່າວ­ສານ​ຄື​ປັດ­ຈຸ­ບັນ ໄດ້​ເກີດ​ມີ​ແຫຼ່ງ​ຂ່າວ​ຫຼວງ­ຫຼາຍ​ປາ­ກົດ​ຕົວ​ຂຶ້ນ​ໃນ​ສື່​ອອນ​ລາຍ ສະ­ນັ້ນ ຫາກ​ເຮົາ​ບໍ່​ມີ​ສະ­ຕິ​ໃນ​ການ​ຮັບ​ຂໍ້​ມູນ​ເຫຼົ່າ­ນັ້ນ ຈະ​ເຮັດ​ໃຫ້​ສັບ­ສົນ ບໍ່​ຮູ້​ວ່າ​ອັນ​ໃດ​ເປັນ​ຂ່າວ​ແທ້ ຂ່າວ​ປອມ ທ້າຍ​ທີ່​ສຸດ ອາດ​ຕົກ​ເປັນ​ເຫຍື່ອ​ຂອງ​ຍຸດ​ທະ​ສາດ​ຫັນ­ປ່ຽນ​ໂດຍ​ສັນ­ຕິ ຂອງ​ອິດ​ທິ​ກຳ­ລັງ​ປໍ​ລະ​ປັກ ທີ່​ຫວັງ​ໂຄ່ນ​ລົ້ມ​ໂຈມ​ຕີ​ລະ­ບອບ​ຂອງ​ພວກ​ເຮົາ ເພື່ອ​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ ພວກ​ເຮົາ​ຕ້ອງ​ກຳ​ໃຫ້​ໄດ້​ວ່າ: ຍຸດ​ທະ​ສາດ​ຫັນ­ປ່ຽນ​ໂດຍ​ສັນ­ຕິ​ແມ່ນ​ຫຍັງ ?. ຍຸດ​ທະ​ສາດ​ຫັນ­ປ່ຽນ​ໂດຍ​ສັນ­ຕິ…

ຢາກໃຫ້ການຈັດຕັ້ງປະຕິບັດບັນລຸຜົນສູງສຸດ

ຫາກ​ເພື່ອນ​ຜູ້​ອ່ານ​ສັງ­ເກດ ຈະ​ເຫັນ​ວ່າ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ນິ­ຕິ​ກຳ​ລຸ່ມ​ກົດ­ໝາຍ ເປັນ­ຕົ້ນ​ແມ່ນ​ແຈ້ງ​ການ ຄຳ​ສັ່ງ ຫຼື ຂໍ້​ຕົກ­ລົງ​ຕ່າງໆ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ເຮົາ​ນີ້ ບໍ່​ຄ່ອຍ​ເຂັ້ມ​ງວດ ຫຼື ວ່າ​ບໍ່​ບັນ­ລຸ​ຜົນ​ສູງ​ສຸດ ສະ­ນັ້ນ ມັນ​ຈຶ່ງ​ຄ່ອຍ​ເກີດ​ມີ​ປາ­ກົດ­ການ​ຫຍໍ້­ທໍ້​ຕາມ​ມາ ຍ້ອນ​ວ່າ​ຄົນ​ບໍ່​ປະ­ຕິ­ບັດ​ເຂັ້ມ​ງວດ ໝາ­ຍວ່າ​ມີ​ການ​ລະ­ເມີດ ຫຼື ເປັນ​ຍ້ອນ​ວ່າ­ການ​ກວດ­ກາ​ບໍ່​ເຄັ່ງ​ບໍ ?…

ອັດ​ຮູ​ລົມ​ ຖົມ​ຮູ​ນ້ຳ

     ຜູ້​ຂຽນ​ຢາກ​ເວົ້າ​ເຖິງ​ລະດູຝົນ​ທີ່​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ລະບາຍ​ຄອງ​ນ້ຳ​ຂ້າງໆ​ຖະໜົນ ຫຼື ຄອງ​ທຳ​ມະ​ຊາດ​ທີ່​ມັນ​ອຸດ​ຕັນ​ດ້ວຍ​ຂີ້​ເຫຍື້ອ ຂີ້ຕົມ ສິ່ງ​ເປື້ອນ​ເປິະ ​ເພາະ​ຜ່ານ​ມາ​ເຮົາ​ກໍ​ຮູ້​ແລ້ວ​ວ່າ​ຍາມ​ຝົນຕົກ​ແຮງ​ຖະໜົນ​ບາງ​ສາຍ​ນ້ຳ​ອັ່ງ​ຖ້ວມ ລົດ​ແລ່ນ​ໄປ​ຍາກ ​ເຊິ່ງບົດ​ນີ້​ຜູ້​ຂຽນ​ຄິດ​ເຫັນ​ສຸພາສິດ​ລາວ​ທີ່​ເວົ້າ​ວ່າ: ຝົນ​ຕົກ​ມາ​ປາ​ກິນ​ມົດ ນ້ຳ​ລົດ​ມົດ​ກິນ​ປາ ​ແນວ​ໃດ​ກໍ​ຕາມ ມັນ​ກໍ​ກ່ຽວ​ກັບ​ການຈັດການຫ້ວຍ​ຮ່ອງ​ຄອງ​ນ້ຳ ​ເພື່ອ​ໃຫ້​ຊີວິດ​ຄົນ​ໃນ​ນະຄອນຫຼວງ​ໄດ້​ໄປ​ມາສະ​ດວກ.    ຄວາມ​ຈິງ​ມີ​ຫາງ​ສຽງ​ຈາກ​ຜູ້​ເດີນທາງ​ຍາມ​ຝົນ…

ອາຊີບເກົ່າ ແຕ່ພຶດຕິກຳໃໝ່

ຫຼັງ​ຈາກ​ພະ­ຍາດ​ລະ­ບາດ​ຂອງ​ໂຄ​ວິດ-19 ປາ­ກົດ​ມີ​ບາງ​ຫາງ​ສຽງ​ບອກ​ວ່າ ໂລກ​ຈະ​ຈັດ​ສັນ​ໂຕ​ມັນ​ເອງ​ໃຫ້​ເກີດ​ຄວາມ​ສົມ​ດຸນ ເຊິ່ງ​ຜູ້​ຂຽນ​ເກີດ​ມີ​ຄຳ​ຖາມ​ໃນ​ໃຈ​ທັນ­ທີ​ວ່າ: ຜ່ານ​ມາ​ໂລກ​ມີ​ທ່າ​ອ່ຽງ​ສູງ​ຂາດ​ຄວາມ​ສົມ​ດຸນ ເພາະ​ຄວາມ​ໂລບ​ຂອງ​ມະ­ນຸດ​ເອງ​ທີ່​ແຂ່ງ­ຂັນ​ກັນ​ສ້າງ ແລະ ພັດ­ທະ­ນາ​ຕາມ​ຕັນ­ຫາ​ຂອງ​ຕົນ​ເອງ ຈົນ​ເກີດ​ມີ​ການ​ກັກ​ຕຸນ​ຊັບ­ພະ­ຍາ­ກອນ​ໄວ້​ໃນ​ຄົນ​ບາງ​ກຸ່ມ ຫຼາຍ​ກວ່າ​ຄົນ​ສ່ວນ​ໃຫຍ່​ຂອງ​ສັງ­ຄົມ​ທີ່​ຄວນ​ຈະ​ໄດ້ ນີ້​ຄື​ຜົນ​ຈາກ​ວິ­ທີ​ຄິດ​ຂອງ​ຄົນ​ທີ່​ຂາດ​ຄວາມ​ເມດ​ຕາ ເພາະ​ເຫັນ­ແກ່​ໂຕ​ຈົນ​ຫຼຽວ​ບໍ່​ເຫັນ​ມະ­ນຸດ​ດ້ວຍ​ກັນ. ພຶດ­ຕິ​ກຳ​ໃໝ່​ໃນ​ອາ­ຊີບ​ເກົ່າ​ທີ່​ກ້າວ Bill Gross ນັກ­ເສດ­ຖະ­ກິດ​ຄົນ​ອາ​ເມ​ຣິ​ກາ…

ເມື່ອ COVID-19 ອອກໄປ…ແຕ່ກໍບໍ່ປະໝາດ

ຫາກ​ເພື່ອນ​ຜູ້​ອ່ານ​ຕິດ­ຕາມ​ຂ່າວ​ຈະ​ຮູ້​ວ່າ: ໃນ​ວັນ​ທີ 9 ມິ­ຖຸ­ນາ ຜ່ານ​ມາ ຜູ້​ຕິດ­ເຊື້ອ COVID-19 ຜູ້​ສຸດ​ທ້າຍ (ກໍ­ລະ­ນີ​ທີ 8) ໄດ້​ອອກ​ໂຮງ­ໝໍ​ກັບ​ຄືນ​ສູ່​ອ້ອມ​ກອດ​ຄອບ­ຄົວ​ຢ່າງ​ມີ​ໄຊ. ວັນ​ພຸດ ທີ 10 ມິ­ຖຸ­ນາ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ…

ມະຍຸ-ມະຍະ ອັນຕະລາຍ

ນັບ​ແຕ່​ປະ­ເທດ​ຊາດ​ໄດ້​ມີ​ການ​ປັບ­ປຸງ​ສ້າງ­ສາ​ພັດ­ທະ­ນາ​ມາ​ນີ້ ເພື່ອ​ໃຫ້​ມີ​ບັນ​ໜ້າ​ໃໝ່​ຢ່າງ​ຈະ­ແຈ້ງ​ນັ້ນ ມີ​ຫຼາຍ​ຢ່າງ​ດີ​ຂຶ້ນ​ຢ່າງ​ຜິດ​ຫູ​ຜິດ​ຕາ ເປັນ­ຕາ​ໜ້າ​ຊົມ­ເຊີຍ ເພາະ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ການ​ຕິດ­ຕໍ່​ສື່­ສານ ການ​ຄົມ­ມະ­ນາ­ຄົມ ຕະ­ຫຼອດ​ແສງ​ສະ­ຫວ່າງ​ກໍ​ເຫັນ​ວ່າ ພິກ​ໂສມ​ໜ້າ​ໃໝ່ ໃຫ້​ມາ­ສູ່ “ຄວາມ​ຈົບ​ເຈືອ” ໝາ­ຍວ່າ​ໂຄງ​ລ່າງ​ພື້ນ­ຖານ​ຈຳ­ນວນ​ໜຶ່ງ​ພໍ­ໄດ້. ບາງ​ຢ່າງ​ກໍ​ຄ້າຍໆ​ຄື​ບ້ານ​ເພິ່ນ​ເມືອງ​ທ່ານ ແຕ່​ກໍ​ຍັງ​ມີ​ບາງ​ຢ່າງ​ຍັງ​ມີ​ລັກ­ສະ­ນະ ມະ​ຍຸ​ມະ​ຍະ ຂີນ​ຫູ​ຂີນ​ຕາ ກ້າວ​ໄປ​ເຖິງ​ອາດ​ເປັນ​ໄພ​ອັນ­ຕະ­ລາຍ​ຍ້ອນ….…

ເຫັນແລ້ວ ! ບໍ່ງາມຕາ

ທີ່​ຈິງ​ບໍ່​ຢາກ​ຂຽນ​ເລື່ອງ​ນີ້ ເພາະ­ວ່າ​ເປັນ​ເລື່ອງ​ຊຳ​ເຮື້ອ ແລະ ເວົ້າ​ກັນ​ຍາກ​ໃນ​ສັງ­ຄົມ… ແຕ່​ເພື່ອນ​ຜູ້​ອ່ານ​ກໍ​ຕັ້ງ​ບັນ­ຫາ​ເຂົ້າ​ມາ ແລະ ຮຽກ­ຮ້ອງ​ໃຫ້​ຂຽນ​ເຕືອນ​ແດ່ ເພາະ​ເຫັນ​ວ່າ​ໂຈ່ງ​ແຈ້ງ​ໂພດ ໃກ້​ມື້​ຫວຍ​ຊິ​ອອກ ໂດຍ​ສະ­ເພາະ​ແມ່ນ​ຫວຍ​ຕ່າງ­ປະ­ເທດ (ໄທ) ໂພ​ສ​ຂາຍ​ກັນ​ເຕັມ​ໜ້າ​ເຟ​ສ​ບຸກ ວ່າ​ຊັ້ນ ! ເບິ່ງ​ແລ້ວ​ເຫັນ​ແລ້ວ​ມັນ​ຄື​ວ່າ: ບໍ່​ງາມ​ຕາ​ປານ­ໃດ…

error: Content is protected !!