ບົດຮຽນຈາກໂຄວິດ-19

ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ທົ່ວ​ໂລກ ທີ່​ສົ່ງ​ຜົນ​ກະ­ທົບ​ຕໍ່​ຊີ­ວິດ​ຢ່າງ​ໃຫຍ່​ຫຼວງ ເຮັດ​ໃຫ້​ຫຼາຍ​ຄົນ​ໄດ້​ຄົ້ນ​ຄິດ​ສັງ​ລວມ​ບົດ­ຮຽນ​ລາ­ຄາ​ແພງ​ໄດ້​ວ່າ ອະ­ນາ­ຄົດ​ຂ້າງ​ໜ້າ​ໂລກ​ເຮົາ​ກໍ​ອາດ​ຈະ​ເກີດ​ມີ​ເຫດ­ການ​ແບບ​ນີ້​ເກີດ​ຊ້ຳ​ໄດ້​ຕະ­ຫຼອດ​ເວ­ລາ ຜົນ​ກະ­ທົບ​ທີ່​ຄວບ​ຄຸມ​ໄດ້​ຍາກ​ຈາກ​ພະ­ຍາດ​ໂຄ​ວິດ-19 ນີ້ ບາງ​ປະ­ເທດ​ມີ​ຈຳ­ນວນ​ຜູ້​ເສຍ​ຊີ­ວິດ​ຫຼາຍ ຍ້ອນ​ປະ­ໝາດ ແລະ ເຄີຍ​ຊິນ​ກັບ​ຊີ­ວິດ​ອິດ­ສະ­ຫຼະ​ເສລີ ເຊິ່ງ​ເຫດ­ການ​ທີ່​ເວົ້າ​ບໍ່​ພຽງ​ແຕ່​ພາກ​ປະ­ຊາ­ຊົນ​ແຕ່​ລະ­ດັບ​ຜູ້­ນຳ​ກໍ​ເປັນ.

ກ່ອນ​ພະ­ຍາດ​ລະ­ບາດ​ທຳ​ມະ​ຊາດ​ຂອງ​ຄົນ ເຄີຍ​ຊິນ​ກັບ​ການ​ໃຊ້​ຊີ­ວິດ​ອິດ­ສະ­ຫຼະ ເບິ່ງ​ປັດ​ໄຈ​ພາຍ​ນອກ​ຫຼາຍ ເຊັ່ນ: ພຶດ­ຕິ​ກຳ​ບໍ­ລິ­ໂພກ​ຖື​ເປັນ​ປົກ­ກະ­ຕິ ຄົນ​ໃນ​ເມືອງ​ຈະ​ຊິນ​ກັບ​ການ​ຊື້​ບໍ­ລິ­ໂພກ​ຫຼາຍ​ກວ່າ​ເຮັດ​ກິນ​ເອງ ແຕ່​ຫຼັງ​ຈາກ​ເກີດ​ພະ­ຍາດ​ລະ­ບາດ ຄົນ​ໃນ​ເມືອງ​ຈະ​ຫັນ​ໄປ​ເພິ່ງ​ການ​ສົ່ງ​ອາ­ຫານ​ບໍ­ລິ­ໂພກ​ອອນ​ລາຍ ເຊິ່ງ​ບ້ານ​ເຮົາ​ມີ Food Panda ທີ່​ຮັບ​ສົ່ງ​ເຫັນ​ໄດ້​ວ່າ​ເປັນ​ທຸ­ລະ​ກິດ​ອອນ​ລາຍ​ສ້າງ​ກຳ­ໄລ​ສູງ ແລະ ຫຼັງ​ຈາກ​ພະ­ຍາດ​ລະ­ບາດ ຄາດ​ວ່າ​ຄົນ​ຄົງ​ເຄີຍ​ຊິນ​ກັບ​ຄວາມ​ສະ­ດວກ​ສະ­ບາຍ ເຊິ່ງ​ນີ້​ຄື​ນິ­ໄສ​ທຳ​ມະ​ຊາດ​ຂອງ​ມະ­ນຸດ ຜົນ​ກະ­ທົບ​ອັນ​ໜຶ່ງ​ຂອງ​ຄົນ​ຢູ່​ໃນ​ເມືອງ ຄື​ຂາດ​ພື້ນ​ທີ່​ປູກ­ຝັງ​ເພິ່ງ​ຕົນ​ເອງ​ຍາກ ຖ້າ­ວ່າ​ຂາດ​ວຽກ​ເຮັດ​ຍິ່ງ​ຊ້ຳ​ບັນ­ຫາ​ໜັກ​ຂຶ້ນ ເຊັ່ນ: ຜູ້​ທີ່​ດາວ​ລົດ ຫຼື ເຄື່ອງ­ໃຊ້​ຕ່າງໆ​ຖ້າ​ຂາດ​ເງິນ­ເດືອນ​ຈ່າຍ ຖື​ວ່າ​ກະ­ທົບ​ຫຼີກ​ລ້ຽງ​ບໍ່​ໄດ້.

ສຳ­ລັບ​ປະ­ຊາ­ຊົນ​ຢູ້​ທ້ອງ­ຖິ່ນ​ຕາມ​ໄດ້​ຍິນ​ຫາງ​ສຽງ ແມ່ນ​ກະ­ທົບ​ໜ້ອຍ​ກວ່າ​ຄົນ​ເມືອງ ເພາະ​ປະ­ຊາ­ຊົນ​ມີ​ຊີ­ວິດ​ສ່ວນ​ໃຫຍ່​ເພິ່ງ​ພາ​ການ​ກະ­ເສດ​ປູກ­ຝັງ-ລ້ຽງ­ສັດ ປູກ​ກິນ​ຖ້າ­ວ່າ​ຂີ້­ຄ້ານ​ພັດ­ທະ­ນາ​ຄວາມ​ຮູ້​ດ້ານ​ກະ­ເສດ ເພື່ອ​ຫັນ​ເປັນ​ເສດ­ຖະ­ກິດ​ໄລ­ຍະ​ຍາວ ຫຼື ວ່າ​ຄົນ​ໃນ​ເມືອງ​ກໍ​ສາ­ມາດ​ເຮັດ​ໄດ້ ສຳ­ລັບ​ຜູ້​ມີ​ຜືນ​ດິນ ໄຮ່­ນາ ສວນ​ປູກ­ຝັງ-ລ້ຽງ­ສັດ ດັ່ງ­ນັ້ນ ການ​ພິ­ຈາ­ລະ­ນາ​ເບິ່ງ​ຢ່າງ​ຮອບ​ຄອບ​ຈຶ່ງ​ເຫັນ​ໄດ້​ວ່າ ການ​ໃຊ້​ຊີ­ວິດ​ຢ່າງ​ຮອບ​ຄອບ​ແບບ​ຫຼຸດ­ຜ່ອນ​ການ​ເພິ່ງ​ພາ​ປັດ​ໄຈ​ພາຍ​ນອກ​ໃຫ້​ໜ້ອຍ​ລົງ ໂດຍ​ໃຊ້​ເວ­ລາ​ວ່າງ​ໃສ່​ການ​ກະ­ເສດ ຫຼື ການ​ມີ​ລາຍ​ຮັບ​ຮູ້­ຈັກ​ແບ່ງ​ອອມ​ເປັນ​ງົບ​ໄວ້​ໃຊ້​ຍາມ​ສຸກ​ເສີນ ຈຳ­ເປັນ ຈຶ່ງ​ຄວນ​ຖື​ເປັນ​ບົດ­ຮຽນ​ລາ­ຄາ​ແພງ.

ສັງ​ລວມ​ໄດ້​ວ່າ: ບໍ່​ວ່າ​ຍາມ​ໃດ​ການ​ໃຊ້​ຊີ­ວິດ​ກໍ​ບໍ່​ຄວນ​ປະ­ໝາດ​ຂາດ​ສະ­ຕິ ບໍ່​ປະ­ໝາດ​ວ່າ​ດິນ​ຜືນ​ນ້ອຍ ຈະ​ຊ່ອຍ​ຊີ­ວິດ​ບໍ່​ໄດ້​ເພາະ​ໂຄ​ວິດ-19 ຄື​ບົດ​ທົດ​ສອບ​ຊີ­ວິດ.

ໂຄ​ວິດ-19 ແມ່ນ​ສັດ­ຕູ​ທີ່​ແນມ​ບໍ່​ເຫັນ ສົງ­ຄາມ​ທີ່​ບໍ່​ມີ​ພົມ​ແດນ.

ໂດຍ: ດັ້ນກີບເມກ

error: Content is protected !!