ຊີວິດມີຄ່າ ຄວນຮັກສາສຸຂະພາບ

ບາງ​ຄົນ​ອາດ​ເຂົ້າ­ໃຈ​ຜິດ ສ່ວນ​ໃຫຍ່​ທີ່​ວ່າ​ຖ້າ​ເວົ້າ​ເຖິງ​ສຸ­ຂະ­ພາບ​ແມ່ນ​ມີ​ສະ­ເພາະ​ກຳ­ລັງ​ກາຍ​ທີ່​ແຂງ­ແຮງ ເຊິ່ງ​ຄວາມ​ຈິງ​ໃນ​ຊີ­ວິດ​ຄົນ​ເຮົາ​ມີ​ສຸ­ຂະ­ພາບ​ກາຍ ແລະ ສຸ­ຂະ­ພາບ​ຈິດ​ທີ່​ຄຽງ​ຄູ່​ກັນ​ປຽບ​ໄດ້​ກັບ​ວັດ­ຖຸ ແລະ ຈິດ­ໃຈ​ຕ້ອງ​ສ້າງ​ຄວາມ​ສົມ​ດຸນ​ໃຫ້​ເກີດ​ຂຶ້ນ ບໍ່​ໃຫ້​ແລ່ນ​ຕາມ​ວັດ­ຖຸ​ເກີນ​ໄປ ສະ­ພາບ​ບັນ­ຫາ​ຂອງ​ສັງ­ຄົມ ແລະ ໂລກ​ທີ່​ເກີດ​ຂຶ້ນ​ຫຼາຍ​ອັນ​ມັນ​ໄດ້​ບັ່ນ​ທອນ​ຊີ­ວິດ ແລະ ກຳ­ລັງ​ໃຈ ຫຼາຍ​ຄົນ​ທີ່​ຄິດ​ຫາ​ທາງ​ອອກ​ບໍ່​ເຫັນ​ມືດ​ແປດ​ດ້ານ​ກິນ​ຢາ​ຕາຍ ຜູກ​ຄໍ​ຕາຍ ຫຼື ຂ້າ​ໂຕ​ຕາຍ​ກໍ​ມີ ເຊິ່ງ​ຫຼາຍ​ບັນ­ຫາ​ມັນ​ກ່ຽວ​ເນື່ອງ​ເຖິງ​ແນວ​ຄິດ​ຈິດ­ໃຈ.

ການ​ສ້າງ​ສຸ­ຂະ­ພາບ​ທີ່​ດີ​ທັງ​ສອງ​ຢ່າງ​ອາດ​ອາ​ໃສ​ຫຼາຍ​ທາງ​ເຊັ່ນ: ອາ​ໃສ​ອາ­ຫານ ອາ­ກາດ​ທີ່​ດີ ແລະ ການ​ສຶກ​ສາ​ທີ່​ດີ ເພື່ອ​ໃຫ້​ຕົນ​ເອງ​ໄດ້​ຮັບ​ຮູ້​ວ່າ: ຊີ­ວິດ​ຂອງ​ຕົນ​ມີ​ທັງ​ຄວາມ​ຄິດ ຮ່າງ­ກາຍ ແລະ ຈິດ­ໃຈ​ຕ້ອງ​ໃຫ້​ເກີດ​ຄວາມ​ສົມ​ດູນ ບໍ່​ຊ້າຍ​ຈັດ​ຂວາ​ໂພດ​ເກີນ​ໄປ​ກັບ​ຊີ­ວິດ​ບາງ​ດ້ານ​ບາງ​ມູນ​ເຊັ່ນ: ບາງ​ຄົນ​ຕັ້ງ​ເປົ້າ​ໝາຍ ແລະ ຄວາມ​ຫວັງ​ກັບ​ອາ­ນາ​ຄົດ​ສູງ​ເກີນ​ຈິງ​ເກີດ​ຄວາມ​ກົດ​ດັນ ຫຼື ຄວາມ​ກັງ­ວົນ ກໍ່­ໃຫ້­ເກີດ​ພະ­ຍາດ​ບຽດ­ບຽນ​ແຊກ​ແຊງ ອາ­ລົມ​ຮ້າຍ​ຜິດ​ປົກ­ກະ­ຕິ ຫຼື ເຖິງ​ຂັ້ນ​ຮ້າຍ​ແຮງ​ເສັ້ນ­ເລືອດ​ສະ­ໝອງ​ແຕກ​ກໍ​ມີ ດັ່ງ­ນັ້ນ ການ​ສ້າງ​ຄວາມ​ສົມ​ດູນ​ໃນ​ການ​ຮັກ­ສາ​ສຸ­ຂະ­ພາບ ຈິ່ງ​ເປັນ​ສິ່ງ​ຈຳ­ເປັນ​ສູງ​ສຸດ ຍົກ​ຕົວ­ຢ່າງ ບາງ​ຄົນ​ຊື້​ອາ­ຫານ ໝາກ​ໄມ້ ແນວ​ກິນ​ເກີດ​ຕຳ​ນິ​ຫຼາຍ​ຄັ້ງ ບາງ​ແນວ​ກໍ​ລາ­ຄາ​ສູງ​ສົມ​ເຫດ­ຜົນ ແຕ່​ມັນ​ດີ​ຕໍ່​ສຸ­ຂະ­ພາບ ແລະ ອາ­ຫານ​ດີ​ມັນ​ກໍ​ເປັນ​ພະ­ລັງ­ງານ​ທີ່​ດີ ເຮັດ​ໃຫ້​ຮ່າງ­ກາຍ​ແຂງ­ແຮງ​ດີ​ກວ່າ ອາ­ຫານ​ບໍ່​ດີ​ຕໍ່​ສຸ­ຂະ­ພາບ​ເກີດ​ຄວາມ­ເຈັບ​ໄຂ້​ໄດ້​ປ່ວຍ​ຕາມ​ມາ.

ສຸ­ຂະ­ພາບ​ຈິດ­ໃຈ ຕ້ອງ​ຮູ້­ຈັກ​ບໍ­ລິ­ຫານ​ບໍ່​ໃຫ້​ຕົນ​ເອງ​ເຄັ່ງ​ຄຽດ​ເກີນ​ໄປ ພາ­ສາ​ທາງ​ສາ­ສະ­ໜາ​ພຸດ​ເອີ້ນ​ວ່າ: ຮູ້­ຈັກ​ປົງ ຄື​ທຳ​ໃຈ​ໄວ້ ຖ້າ­ວ່າ​ສິ່ງ​ທີ່​ຕົນ​ຫວັງ​ຄາດ​ໄວ້​ບໍ່​ໄດ້​ກໍ​ບໍ່​ຕ້ອງ​ໄປ​ຜູກ​ຈິດ​ຄິດ​ໜ່າຍ​ທໍ້​ໃຈ ຈົນ​ເສຍ​ຄົນ ຫຼື ຄິດ​ສັ້ນ​ແກ້​ບັນ­ຫາ​ຊີ­ວິດ​ແບບ​ຄິດ​ສັ້ນ ບັນ­ຫາ​ສຸ­ຂະ­ພາບ​ຈິດ­ໃຈ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ປ່ອຍ​ວາງ ຫຼື ປົງ​ໃຫ້​ເກີດ​ມີ​ໃນ​ຈິດ­ໃຈ​ທຸກ​ຂະ­ນະ​ຈັງ­ຫວະ​ຂອງ​ຊີ­ວິດ ເພາະ​ຖ້າ­ວ່າ​ຊີ­ວິດ​ຈິງ​ມີ​ແຕ່​ຕັ້ງ​ເປົ້າ​ໝາ­ຍວ່າ​ຕ້ອງ​ສຳ­ເລັດ ຖ້າ­ວ່າ​ຕົວ​ຈິງ​ບໍ່​ສຳ­ເລັດ ບໍ່​ເປັນ​ໄປ​ຕາມ​ຄາດ­ໝາຍ​ນີ້​ແຫຼະ​ຄື: ບັນ­ຫາ​ບັ່ນ​ທອນ​ຊີ­ວິດ​ແບບ​ຜິດ­ພາດ​ມະ​ຫັນ.

ຜູ້​ຂຽນ​ຈິງ​ຂໍ​ຝາກ​ໃຫ້​ເພື່ອນ​ຜູ້​ອ່ານ: ໄດ້​ຄິດ​ນຳ​ກັນ​ວ່າ ສຸ­ຂະ­ພາບ​ກາຍ ສຸ­ຂະ­ພາບ​ໃຈ​ສຳ­ຄັນ​ທີ່​ສຸດ ຕ້ອງ​ຮູ້­ຈັກ​ສ້າງ​ຄວາມ​ສົມ​ດູນ ຮູ້­ຈັກ ແລະ ຮຽນ​ຮູ້​ກັບ​ຄຳ​ວ່າ​ປ່ອຍ​ວາງ (ປົງ) ເພາະ​ຜ່ານ​ມາ​ບາງ​ຄົນ​ເຖິງ​ເວ­ລາ​ບຳ­ນານ​ທຳ​ໃຈ​ບໍ່​ໄດ້​ກໍ​ມີ ບາງ​ຄົນ​ບໍ່​ໄດ້​ວາງ​ແຜນ​ເກີດ​ໂຣກ​ຊືມ​ເສົ້າ​ກໍ​ມີ ສະ­ຕິ​ປັນ­ຍາ​ຈຶ່ງ​ເປັນ​ທີ່​ເພິ່ງ​ໃຫ້​ແກ່​ເຮົາ​ໄດ້​ຕະ­ຫຼອດ​ເວ­ລາ.

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!