ອັດ​ຮູ​ລົມ​ ຖົມ​ຮູ​ນ້ຳ

     ຜູ້​ຂຽນ​ຢາກ​ເວົ້າ​ເຖິງ​ລະດູຝົນ​ທີ່​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ລະບາຍ​ຄອງ​ນ້ຳ​ຂ້າງໆ​ຖະໜົນ ຫຼື ຄອງ​ທຳ​ມະ​ຊາດ​ທີ່​ມັນ​ອຸດ​ຕັນ​ດ້ວຍ​ຂີ້​ເຫຍື້ອ ຂີ້ຕົມ ສິ່ງ​ເປື້ອນ​ເປິະ ​ເພາະ​ຜ່ານ​ມາ​ເຮົາ​ກໍ​ຮູ້​ແລ້ວ​ວ່າ​ຍາມ​ຝົນຕົກ​ແຮງ​ຖະໜົນ​ບາງ​ສາຍ​ນ້ຳ​ອັ່ງ​ຖ້ວມ ລົດ​ແລ່ນ​ໄປ​ຍາກ ​ເຊິ່ງບົດ​ນີ້​ຜູ້​ຂຽນ​ຄິດ​ເຫັນ​ສຸພາສິດ​ລາວ​ທີ່​ເວົ້າ​ວ່າ: ຝົນ​ຕົກ​ມາ​ປາ​ກິນ​ມົດ ນ້ຳ​ລົດ​ມົດ​ກິນ​ປາ ​ແນວ​ໃດ​ກໍ​ຕາມ ມັນ​ກໍ​ກ່ຽວ​ກັບ​ການຈັດການຫ້ວຍ​ຮ່ອງ​ຄອງ​ນ້ຳ ​ເພື່ອ​ໃຫ້​ຊີວິດ​ຄົນ​ໃນ​ນະຄອນຫຼວງ​ໄດ້​ໄປ​ມາສະ​ດວກ.

   ຄວາມ​ຈິງ​ມີ​ຫາງ​ສຽງ​ຈາກ​ຜູ້​ເດີນທາງ​ຍາມ​ຝົນ ຫຼື ຈາກ​ປະຊາຊົນ​ທີ່ຢູ່​ບ້ານ​ທີ່​ຄອງ​ນ້ຳ​ຂ້າງ​ຖະໜົນ​ອຸດ​ຕັນ ຝົນຕົກ​ມາ​ນ້ຳ​ບໍ່​ໄຫຼ​ລົງ​ຄອງ ​ແຕ່​ໄຫຼ​ຖ້ວມ​ທາງບາງ​ບ້ານ​ຖ້ວມ​ທາງ​ແລ້ວ​ລົ້ນ​ໄຫຼ​ກັບ​ໃສ່​ເຮືອນ​ປະຊາຊົນ ​ເຊິ່ງບາງ​ຄົນ​ກໍ​ໄປສະ​ເໜີ​ນາຍບ້ານ​ກ່ຽວຂ້ອງ ​ແຕ່​ບໍ່​ເຫັນ​ການ​ກ່ຽວຂ້ອງ​ແກ້​ໄຂ​ຫຍັງ ຫຼາຍ​ປີຜ່ານມາ​ກໍ​ຍັງ​ຄື​ເກົ່າ ຈຶ່ງ​ຝາກ​ເຖິງ​ການຈັດ​ຕັ້ງ​ກ່ຽວຂ້ອງ​ລອງ​ພິຈາລະນາ​ເບິ່ງ​ວ່າ ຖ້າ​ເຮົາ​ກຽມພ້ອມ​ຮັບ​ມື​ແກ້​ໄຂ​ບັນຫາ​ເຊິ່ງ​ເປັນ​ໜ້າ​ທີ່​ໂດຍ​ກົງ​ຢູ່​ແລ້ວ ​ແທນ​ທີ່​ຈະ​ມາ​ຟັງ​ປ ຊາຊົນ​ເຂົາ​ຈົ່ມ​ນໍ ! ສ່ວນວ່າ​ຫ້ອງການ​ບ້ານ​ທີ່​ໄດ້​ຮັບ​ຄຳ​ສະ​ເໜີ​ຈາກ​ປະຊາຊົນ​ກໍ​ຄວນ​ລາຍ​ງານ​ຂັ້ນ​ເທິງ​ໃຫ້​ຮັບ​ຊາບ​ບັນຫາ​ຂອງ​ປະຊາຊົນ ບໍ່​ແມ່ນ​ວ່າ​ພຽງ​ແຕ່​ຮັບ​ບັນຫາ​ໄວ້ ​ແຕ່​ບໍ່​ເຄີຍ​ນຳ​ສະ​ເໜີ​ການຈັດ​ຕັ້ງ​ກ່ຽວຂ້ອງ.

   ຖ້າວ່າ​ໃຜ​ຕິດຕາມ​ຂ່າວ​ອອນ​ລາຍ ຫຼື ​ເຟດບຸກ ບາງ​ຄັ້ງ​ເຮົາ​ກໍ​ຈະ​ເຫັນ​ລົດ​ແກ່​ດິນ ລົດ​ແກ່​ປູນ​ໄປ​ເທ ຍັງ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ສ່ວນ​ລວມ ​ເຊັ່ນ​ວ່າ: ປູນ​ປະສົມ​ຈະ​ໄປ​ເທ​ຍັງ​ຍ້ອຍ​ລົງ​ເຫ່ຍຊະ​ຕາມ​ທາງ ຫຼື ທາງ​ຮ່ອມ​ບາງ​ເສັ້ນ ມີ​ແຕ່​ເກັບ​ເງິນ​ນຳ​ລົດ​ແກ່​ດິນ ​ແຕ່​ພາກສ່ວນ​ທີ່​ເກັບ​​ໄປ​ແລ້ວ​ບໍ່​ເອົາ​ມາ​ສ້ອມ​ແປງ​ທາງ ​ເປັນ​ສິ່ງ​ທີ່​ໜ້າ​ຄິດ ! ຂໍ​ແລກປ່ຽນ​ຝ່າຍ​ກວດກາ​ຕື່ມ ຖ້າວ່າ​ລົງ​ກວດກາ​ສະພາບ​ທ້ອງ​ຖິ່ນ​ແຕ່​ລະ​ບ້ານ​ຢ່າງ​ຈິງ​ຈັງ ຟັງສຽງ​ປະຊາຊົນໜ້າ​ຈະ​ໄດ້​ຂໍ້​ມູນ​ດີ​ວ່າ​ປະຊາຊົນ​ເຂົາ​ຕ້ອງການ​ໃຫ້​ແກ້​ໄຂ​ຫຍັງ​​ແນ່ !.

    ການ​ລະບາຍ​ຄອງ​ນ້ຳ​ຂ້າງ​ຖະໜົນ​ເປັນ​ສິ່ງ​ຈຳ​ເປັນ​ດ່ວນ ​ເພາະ​ຝົນ​ຈະ​ເລັ່ງຕົກ​ລົງມາຕື່ມ​ໄລຍະ​ເຂົ້າ​ພັນ​ສ ​ເພື່ອ​ເປັນ​ການ​ແກ້​ໄຂ​ບັນຫາ​ນ້ຳ​ຖ້ວມ​ທາງ ​ໃຫ້​ປະຊາຊົນ​ທຽວ​ໄປ​ມາສະ​ດວກ ​ເປັນ​ການ​ບຳບັດ​ທຸກ-ບຳລຸງ​ສຸກ​ແກ່​ປະຊາຊົນ.

error: Content is protected !!