ວັກຊິນ ຕ້ານໂຄວິດ-19 ຄາດຄະເນລາຄາ

      ຫາກເພື່ອນຜູ້ອ່ານ ຕິດຕາມຂ່າວສານ-ບ້ານເມືອງ ຈະຮູ້ວ່າມີຂ່າວດີອອກມາເລື້ອຍໆກ່ຽວກັບການຄົ້ນຄວ້າຫາວັກຊິນ ທີ່ປອດໄພ-ມີປະສິດທິພາບ ເພື່ອຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19.     ອີງຕາມແຫຼງຂ່າວຈາກຕ່າງປະເທດ ໃຫ້ຮູ້ວ່າ: ມາຮອດເດືອນສິງຫານີ້ຜົນການທົດສອບວັກຊິນ ໃນມະນຸດ ໄລຍະທີ 1 ແລະ 2 ມີຜົນຢ່າງໜ້າພໍໃຈ…

ບັນຫາປິ່ນອ້ອມຕຳແໜ່ງງານ

ກວ່າ​ສັງ­ຄົມ​ຈະ​ຍອມ­ຮັບ​ໃນ​ຖາ­ນະ​ຕຳ­ແໜ່ງ ອາດ​ຕ້ອງ​ໄດ້​ໃຊ້​ເວ­ລາ​ເກືອບ​ຊົ່ວ​ຊີ­ວິດ ແຕ່​ໃນ​ການ​ທຳ­ລາຍ​ກຽດ​ຊື່​ສຽງ​ນັ້ນ ອາດ​ໃຊ້​ເວ­ລາ​ພຽງ​ຊົ່ວ​ອຶດ​ໃຈ​ດຽວ. ລອງ​ຫວນ​ກັບ​ຄືນ​ໄປ​ເບິ່ງ​ວັນ​ເວ­ລາ​ກ່ອນ​ໜ້າ ທີ່​ຈະ​ບັນ­ລຸ​ເປົ້າ​ໝາຍ​ຂອງ​ການ​ມີ​ຖາ­ນະ​ຕຳ­ແໜ່ງ ຕ້ອງ​ໃຊ້​ເວ­ລາ ໃຊ້​ທຶນ­ຮອນ​ຫຼາຍ​ສ່ຳ​ໃດ ທີ່​ຈະ​ຄັດ​ເລືອກ​ເອົາ​ບຸ​ຄະ­ລາ​ກອນ​ຜູ້​ສືບ​ທອດ​ພາ­ລະ­ກິດ​ຂອງ​ພັກ ຂອງ​ຊາດ ຕ້ອງ​ໃຊ້​ເວ­ລາ​ອີກ​ເທົ່າ­ໃດ ຈຶ່ງ​ຈະ​ຄັດ​ເລືອກ​ຈາກ​ເປົ້າ​ໝາຍ​ພຽງ​ບໍ່​ທໍ່​ໃດ​ຄົນ ເຊິ່ງ​ເລີ່ມ​ຕັ້ງ­ແຕ່​ການ​ຊອກ​ຫາ​ບຸກ­ຄົນ ຂັ້ນ​ຕອນ​ຂອງ​ການ​ຄັດ​ເລືອກ ການ​ບັນ­ຈຸ​ເຂົ້າ​ໃນ​ຕຳ­ແໜ່ງ​ງານ ການ​ເຝີກ​ອົບ­ຮົມ…

ຄ່ານິຍົມອ່ານໜັງສື

ຜູ້​ຂຽນ​ຈື່​ໄດ້​ວ່າ ມີ​ຄົນ​ໜຶ່ງ​ໄດ້​ເວົ້າ​ກ່ຽວ​ກັບ​ການ​ສ້າງ​ອະ­ນາ­ຄົດ ຫຼື ສ້າງ​ຊີ­ວິດ​ດ້ວຍ​ການ​ພັດ­ທະ­ນາ​ຄວາມ​ຮູ້ ດ້ວຍ​ການ​ສຶກ​ສາ​ຈາກ​ສະ​ຖາ​ບັນ​ການ​ສຶກ​ສາ ແລະ ຄົ້ນ­ຄວ້າ​ສຶກ​ສາ​ດ້ວຍ​ຕົນ​ເອງ ເຂົາ​ຄົນ​ນັ້ນ​ໄດ້​ຍົກ​ປຽບ­ທຽບ​ວ່າ: ຄົນ​ຈົນ​ເບິ່ງ​ລະ­ຄອນ ແຕ່​ຄົນ​ລວຍ​ອ່ານ­ໜັງ­ສື​ຫາ​ຄວາມ​ຮູ້ ບວກ​ກັບ​ໄດ້​ອ່ານ​ເບິ່ງ​ສື່​ສັງ­ຄົມ​ອອນ​ລາຍ ທີ່​ໄດ້​ຍົກ​ເອົາ​ຄຳ​ເຫັນ​ຂອງ​ຜູ້­ນຳ​ຈີນ​ເວົ້າ​ວ່າ ການ​ປະ­ຢັດ​ຄື​ສິ່ງ​ທີ່​ມີ​ກຽດ ການ​ຟຸມ​ເຟືອຍ​ອວດ​ລວຍ​ຄື​ທາງ​ໄຮ້​ກຽດ ທ່ານ​ຜູ້​ອ່ານ​ລອງ​ພິ­ຈາ­ລະ­ນາ​ເບິ່ງ​ວ່າ ການ​ສ້າງ​ຕົນ​ເອງ​ດ້ວຍ​ການ​ສຶກ​ສາ…

ບໍ່ປະໃຫ້ເປັນໄປຕາມມີຕາມເກີດ

ຫົວ­ຂໍ້​ນີ້​ຕັ້ງ​ຂຶ້ນ​ຈາກ​ຄຳ​ໂອ້​ລົມ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທອງ​ລຸນ ສີ​ສຸ​ລິດ ໃນ​ພິ­ທີ​ສະ­ຫຼອງ 70 ປີ ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ ແລະ ການ​ພິມ​ຈຳ­ໜ່າຍ ໃນ​ວັນ​ທີ 14 ສິງ­ຫາ 2020 ທີ່​ຫໍ​ວັດ­ທະ­ນະ­ທຳ​ແຫ່ງ​ຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ຕອນ​ທີ່​ທ່ານ​ກ່າວ​ເຖິງ​ການ​ປັບ​ຕົວ​ຂອງ​ສື່​ປະ­ຕິ­ບັດ​ວ່າ…

ທ່ານນາຍົກ ຂະໜານນາມໃຫ້ສື່

ຖື​ເປັນ­ຄວາມ​ພູມ­ໃຈ​ຂອງ​ສື່​ມວນ​ຊົນ​ລາວ​ພວກ​ເຮົາ ທີ່​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທອງ​ລຸນ ສີ​ສຸ​ລິດ ຂະ­ໜານ​ນາມ​ໃຫ້​ສື່​ມວນ​ຊົນ​ໃນ​ໂອ­ກາດ​ທີ່​ທ່ານ​ເຂົ້າ​ຮ່ວມ ແລະ ໂອ້​ລົມ​ໃນ​ພິ­ທີ​ສະ­ຫຼອງ 70 ປີ ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ ແລະ ການ​ພິມ​ຈຳ­ໜ່າຍ ໃນ​ວັນ​ທີ 14 ສິງ­ຫາ 2020…

ສະຫຼອງຈົບຊັ້ນ

ຂ່າວ​ທີ່​ຍັງ​ເປັນ​ສຽງ​ສັງ­ຄົມ​ເລື່ອງ​ການ​ສະ­ຫຼອງ​ຈົບ​ຊັ້ນ ຂອງ​ນັກ­ຮຽນ​ມັດ­ທະ­ຍົມ​ປາຍ​ນັ້ນ ມີ​ທັງ​ແງ່​ບວກ ແລະ ລົບ ເພາະ​ບາງ​ຫາງ​ສຽງ​ເຂົາ​ກໍ​ບອກ​ວ່າ ເພາະ​ຜູ້​ໃຫຍ່​ພາ​ເປັນ ເດັກ­ນ້ອຍ​ເລີຍ​ເອົາ​ເປັນ​ແບບ­ຢ່າງ ເວົ້າ​ກັນ​ຍາກ ແລະ ອີກ​ຫາງ​ສຽງ​ໜຶ່ງ​ກໍ​ບອກ​ວ່າ ເດັກ­ນ້ອຍ​ເຮັດ​ເກີນ​ເຫດ ເຊິ່ງ​ຢ່າ​ລືມ​ວ່າ­ການ​ສະ­ຫຼອງ​ທັງ​ເຕັ້ນ​ທັງ​ດີດ​ທັງ​ຂີດ​ຂຽນ​ໃສ່​ເສື້ອ​ຂາວ ເພື່ອ​ອຳ​ລາ​ຊີ­ວິດ​ມັດ­ທະ­ຍົມ​ນັ້ນ​ມັນ​ເກີດ​ຂຶ້ນ​ມາ​ຫຼາຍ​ປີ​ລຽນ­ຕິດ​ຢູ່​ແລ້ວ ສຳ­ລັບ​ປີ​ນີ້​ພຽງ​ແຕ່​ກະ­ແສ​ສື່​ສັງ­ຄົມ​ອອນ​ລາຍ​ມາ​ແຮງ​ທໍ່​ນັ້ນ. ບັນ­ຫາ​ທີ່​ມັນ​ພົວ­ພັນ​ກ່ຽວ­ຂ້ອງ​ກັບ​ນັກ­ຮຽນ​ຈົບ…

ໜ້າທີ່ອັນໜັກໜ່ວງ ແຕ່ມີກຽດສະຫງ່າ

ການ​ສະ­ຫຼອງ 70 ປີ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ​ຜ່ານ​ໄປ… ແຕ່​ຜູ້​ຂຽນ​ຢາກ​ເວົ້າ​ເຖິງ​ໜ້າ­ທີ່​ອັນ​ໜັກ­ໜ່ວງ ແລະ ມີ​ກຽດ​ສະ­ຫງ່າ​ຂອງ​ນັກ​ຂ່າວ​ພວກ​ເຮົາ. ຜົນ­ງານ​ກໍ​ມີ​ຫຼາຍ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ກໍ​ລື່ນ​ເກົ່າ… ແຕ່​ພວກ​ເຮົາ​ກໍ​ຕ້ອງ​ຍອມ­ຮັບ​ວ່າ​ໃນ​ຍຸກ​ດິ​ຈີ​ຕອນ​ນີ້ ສື່​ມວນ​ຊົນ​ພວກ​ເຮົາ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ຍ້ອນ​ການ​ປາ­ກົດ​ຕົວ​ຂອງ​ສື່​ອອນ​ລາຍ ຕ້ອງ​ຍອມ­ຮັບ​ວ່າ ສື່​ອອນ​ລາຍ​ເປັນ​ແຫຼ່ງ​ກະ­ຈາຍ​ຂ່າວ​ທີ່​ສຳ­ຄັນ ຂອງ​ຍຸດ​ທະ​ສາດ​ຫັນ­ປ່ຽນ​ໂດຍ​ສັນ­ຕິ ຂອງ​ອິດ​ທິ​ກຳ­ລັງ​ປໍ​ລະ​ປັກ​ຕໍ່​ລະ­ບອບ​ຂອງ​ພວກ​ເຮົາ. ບັນ­ດາ​ຂ່າວ​ປອມ ຂ່າວ​ລື…

ບຸນເຂົ້າປະດັບດິນ ແກ່ນແທ້ ແລະ ຄວາມໝາຍ

ຜູ້​ຂຽນ​ເຊື່ອ​ວ່າ: ຊາວ​ພຸດ​ລາວ​ຫຼາຍ​ຄົນ­ຮູ້​ດີ​ພໍ​ສົມ­ຄວນ​ໃນ​ມື້​ເຮັດ­ບຸນ​ຫໍ່​ເຂົ້າ­ປະ­ດັບ­ດິນ ເຊິ່ງ​ບຸນ​ຕໍ່​ມາ​ກໍ​ເອີ້ນ​ວ່າ ບຸນ​ຫໍ່​ເຂົ້າ​ສະ­ຫຼາກ ເພາະ​ວັດ­ຖຸ ຫຼື ອາ­ຫານ​ຢູ່​ໃນ​ຫໍ່​ເຂົ້າ​ນັ້ນ​ແມ່ນ​ມີ​ຈຸດ­ປະ­ສົງ​ເພື່ອ​ອຸ­ທິດ​ໃຫ້​ແກ່​ຍາດ​ພີ່­ນ້ອງ​ທີ່​ລ່ວງ​ລັບ​ໄປ​ແລ້ວ ໃຫ້​ໄດ້​ມາ​ຮັບ​ເອົາ​ຜົນ​ທານ​ທີ່​ພວກ​ເຮົາ​ລູກ​ຫຼານ​ອຸ­ທິດ​ໄປ​ໃຫ້ ເຊິ່ງ​ມີ​ທີ່​ມາ​ຈາກ​ນິ­ທານ​ທຳ​ມະ​ບົດ​ທີ່​ພະ​ເຈົ້າ​ພິມ​ພິ­ສານ ເຮັດ­ບຸນ​ຖວາຍ​ທານ​ແຕ່​ບໍ່​ໄດ້​ອຸ­ທິດ​ຢາດ​ນ້ຳ​ ສົ່ງ​ບຸນ​ແກ່​ພີ່­ນ້ອງ​ຈຶ່ງ​ບໍ່​ໄດ້​ຮັບ​ຜົນ​ບຸນ​ອັນ​ນັ້ນ. ດ້ວຍ​ເຫດ­ຜົນ​ຂ້າງ​ເທິງ​ນັ້ນ ເວ­ລາ​ເຮົາ​ເຮັດ­ບຸນ​ຈຶ່ງ​ຕ້ອງ​ກ່າວ​ຖວາຍ​ທານ​ອຸ­ທິດ​ຢາດ​ນ້ຳ​ໄປ​ຫາ​ຍາດ​ພີ່­ນ້ອງ​ຜູ້​ລ່ວງ​ລັບ ນີ້​ຄື​ຄວາມ​ເຊື່ອ​ຂອງ​ຊາວ​ພຸດ​ສືບ­ຕໍ່​ກັນ​ມາ​ຍາວ​ນານ ສຳ­ລັບ​ຊາວ​ລາວ​ບຸນ​ເຂົ້າ­ປະ­ດັບ­ດິນ ປີ​ນີ້​ກົງ​ກັບ​ວັນ​ທີ…

ຂ່າວໃນສື່ອອນລາຍ ຕ້ອງເນັ້ນການອະທິບາຍ

ຫວ່າງ​ມໍ່ໆມານີ້ ຜູ້​ຂຽນ​ໄດ້​ຮັບ​ກຽດ​ໄປ​ເປັນ​ວິ­ທະ­ຍາ­ກອນ ໃນ​ກອງ​ປະ­ຊຸມ​ຂອງ​ວົງ​ການ​ສື່​ມວນ​ຊົນ. ເຈົ້າ­ພາບ​ເພິ່ນ​ມັກ​ຕັ້ງ​ຫົວ­ຂໍ້​ເລື່ອງ​ການ​ຂຽນ​ຂ່າວ ອະ­ທິ­ບາຍ​ບັນ­ຫາ​ທີ່​ສັງ­ຄົມ​ອອນ​ລາຍ​ຕັ້ງ​ຂຶ້ນ ໃນ​ເວ­ລາ​ແລກ­ປ່ຽນ​ກັນ ຜູ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ມັກ​ຕັ້ງ​ບັນ­ຫາ​ເລື່ອງ​ຂໍ້​ມູນ ເພາະ​ຂ່າວ​ໃນ​ສື່​ອອນ​ລາຍ​ຕ້ອງ​ໄວ​ຄົນ​ໄວ​ຂໍ້​ມູນ ມັນ​ກະ​ບໍ​ຄ່ອຍ​ຄົບ​ແລ້ວ ຊິ​ເຮັດ​ແນວ­ໃດ? ວ່າ​ຊັ້ນ! ຫຼາຍ​ທ່ານ​ກໍ​ມີ​ຄຳ​ເຫັນ​ແຕກ​ຕ່າງ ແລະ ເປັນ​ປະ­ໂຫຍດ ແຕ່​ໃນ​ນາມ​ສ່ວນ​ຕົວ​ເຫັນ​ວ່າ ເຮົາ​ສາ­ມາດ​ອອກ​ຂ່າວ​ໄວ…

error: Content is protected !!