ເມື່ອ COVID-19 ອອກໄປ…ແຕ່ກໍບໍ່ປະໝາດ

ຫາກ​ເພື່ອນ​ຜູ້​ອ່ານ​ຕິດ­ຕາມ​ຂ່າວ​ຈະ​ຮູ້​ວ່າ: ໃນ​ວັນ​ທີ 9 ມິ­ຖຸ­ນາ ຜ່ານ​ມາ ຜູ້​ຕິດ­ເຊື້ອ COVID-19 ຜູ້​ສຸດ​ທ້າຍ (ກໍ­ລະ­ນີ​ທີ 8) ໄດ້​ອອກ​ໂຮງ­ໝໍ​ກັບ​ຄືນ​ສູ່​ອ້ອມ​ກອດ​ຄອບ­ຄົວ​ຢ່າງ​ມີ​ໄຊ.

ວັນ​ພຸດ ທີ 10 ມິ­ຖຸ­ນາ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທອງ​ລຸນ ສີ​ສຸ​ລິດ ໄດ້​ຖະ­ແຫຼງ​ຂ່າວ​ຢ່າງ​ເປັນ​ທາງ​ການ​ວ່າ: “ຜູ້​ຕິດ­ເຊື້ອ​ພະ­ຍາດ COVID-19 ຢູ່​ປະ­ເທດ​ເຮົາ​ກາຍ­ເປັນ​ເລກ 0 ແລ້ວ…”

ທ່ານ​ກ່າວ​ວ່າ: ພໍ່​ແມ່ ພີ່­ນ້ອງ​ຊາວ​ລາວ​ໃນ​ທົ່ວ​ປະ­ເທດ​ທີ່​ເຄົາ​ຮັກ­ແພງ​ທັງ­ຫຼາຍ !

ໃນ​ນາມ​ລັດ­ຖະ­ບານ ແລະ ຕາງ­ໜ້າ​ໃຫ້​ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ການ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຂ້າ­ພະ­ເຈົ້າ​ຂໍ​ແຈ້ງ​ຂ່າວ​ດີ​ໃຫ້​ພໍ່​ແມ່​ພີ່­ນ້ອງ​ຊາວ​ລາວ​ໃນ​ທົ່ວ​ປະ­ເທດ​ຊາບ​ທົ່ວ​ເຖິງ​ກັນ​ວ່າ: ມາ​ຮອດ​ມື້­ນີ້ ວັນ​ທີ 10 ມິ­ຖຸ­ນາ 2020 ຜູ້​ຕິດ­ເຊື້ອ​ພະ­ຍາດ COVID-19 ຢູ່​ປະ­ເທດ​ເຮົາ​ໄດ້​ກາຍ­ເປັນ​ເລກ 0 ແລ້ວ.

ຂ້າ­ພະ­ເຈົ້າ​ຄິດ​ວ່າ​ປະ­ຊາ­ຊົນ​ລາວ​ຂອງ​ພວກ​ເຮົາ​ຮູ້​ຂ່າວ​ນີ້​ແລ້ວ​ຕັ້ງ­ແຕ່​ມື້­ວານ​ນີ້ (ວັນ​ທີ 9 ມິ­ຖຸ­ນາ 2020) ເພາະ​ເປັນ​ມື້​ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ແລະ ໂຮງ­ໝໍ​ມິດ­ຕະ­ພາບ​ໄດ້​ປະ­ກາດ​ການ​ອະ­ນຸ­ຍາດ​ໃຫ້​ຜູ້​ຕິດ­ເຊື້ອ​ທີ່​ປິ່ນ­ປົວ​ດີ​ແລ້ວ​ໄດ້​ອອກ​ໂຮງ­ໝໍ​ເປັນ​ຄົນ​ສຸດ​ທ້າຍ ແລະ ແພດ​ໝໍ​ທີ່​ປິ່ນ­ປົວ​ຮັກ­ສາ​ຜູ້​ຕິດ­ເຊື້ອ​ກໍ​ປອດ​ໄພ​ທັງ​ໝົດ (ບໍ່​ມີ​ຜູ້​ຕິດ­ເຊື້ອ).

ຂ້າ­ພະ­ເຈົ້າ​ຄິດ​ວ່າ​ນີ້​ບໍ່​ສະ­ເພາະ​ແຕ່​ເປັນ​ຂ່າວ​ດີ​ເທົ່າ​ນັ້ນ ແຕ່​ຍັງ​ເປັນ­ຄວາມ​ພູມ­ໃຈ ແລະ ຄວາມ​ທະ​ນົງ​ໃຈ​ຂອງ​ປະ­ຊາ­ຊົນ​ລາວ​ເຮົາ​ໃນ​ທົ່ວ​ປະ­ເທດ ນັບ​ທັງ​ຄົນ​ເຊື້ອ​ຊາດ​ລາວ​ທີ່​ດຳ­ລົງ​ຊີ­ວິດ​ຢູ່​ຕ່າງ­ປະ­ເທດ​ອີກ​ດ້ວຍ.

ພະ­ຍາດ COVID-19 ນີ້ ພວກ​ເຮົາ​ໄດ້​ເຄີຍ​ໃສ່​ຊື່​ໃຫ້​ມັນ​ວ່າ: “ເປັນ​ສັດ­ຕູ​ທີ່​ຮ້າຍ​ກາດ ເປັນ​ເພັດ​ສະ​ຄາດ​ທີ່​ໄຮ້​ສຽງ” ມາ​ຮອດ NOU COVID-19 ຍັງ​ສືບ­ຕໍ່​ແຜ່​ເຊື້ອ​ໄປ​ຢ່າງ​ກວ້າງ­ຂວາງ​ເກືອບ​ທຸກໆ​ປະ­ເທດ ແລະ ເຂດ​ແຄວ້ນ​ຂອງ​ໂລກ ມີ​ຜູ້​ຕິດ­ເຊື້ອ 7.303.477 ຄົນ ມີ​ຜູ້​ເສຍ​ຊີ­ວິດ 412.788 ຄົນ ນັບ​ທັງ​ປະ­ເທດ​ໃຫຍ່-ນ້ອຍ ປະ­ເທດ​ທີ່​ພັດ­ທະ­ນາ​ແລ້ວ-ກຳ­ລັງ​ພັດ­ທະ­ນາ.

ການ​ທີ່​ປະ­ເທດ​ເຮົາ​ໄດ້​ເປັນ​ປະ­ເທດ​ປອດ​ຈາກ COVID-19 ໃນ​ມື້­ນີ້​ນັ້ນ ກໍ​ໝາຍ​ຄວາມ​ວ່າ ບັ້ນ​ຮົບ​ທີ 1 ທີ່​ໄດ້​ເປີດ​ສາກ​ນັບ​ແຕ່​ມີ​ຄຳ​ສັ່ງ 06/ນຍ ທີ່​ໄດ້​ປະ­ກາດ​ອອກ​ໃນ​ວັນ​ທີ 29 ມີ­ນາ 2020 ແລະ ຄຳ​ສັ່ງ​ເລກ​ທີ 07/ຄລສພ ລົງ​ວັນ​ທີ 6 ເມ­ສາ 2020 ຊຶ່ງ​ເປັນ​ຄຳ​ສັ່ງ​ທີ່​ທຸກໆ​ຄົນ​ໃນ​ສັງ­ຄົມ​ລາວ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ຂະ​ບວນ​ການ ແລະ ມີ​ຄວາມ​ຮັບ­ຜິດ­ຊອບ​ສູງ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ນັ້ນ ສາ­ມາດ​ເອົາ​ຊະ­ນະ​ສັດ­ຕູ​ໂຕ​ຮ້າຍ​ກາດ​ນີ້​ໄດ້​ໃນ​ເບື້ອງ​ຕົ້ນ ແລະ ເປັນ​ບາດ­ກ້າວ​ທີ 1 ທີ່​ສຳ­ຄັນ​ຍິ່ງ.

ຂ້າ­ພະ­ເຈົ້າ​ຂໍ​ຕາງ­ໜ້າ​ໃຫ້​ສູນ​ກາງ​ພັກ ລັດ­ຖະ­ບານ​ຂໍ­ອະ­ນຸ­ຍາດ​ຕີ​ລາ­ຄາ​ເບື້ອງ​ຕົ້ນ​ຂອງ​ຜົນ­ສຳ­ເລັດ​ຄັ້ງ​ນີ້ ຍ້ອນ​ວ່າ:

– ພວກ​ເຮົາ​ໄດ້​ມີ​ມາດ​ຕະ­ການ​ປ້ອງ​ກັນ​ແຕ່​ຫົວ­ທີ ເຫັນ​ຄວາມ​ອັນ­ຕະ­ລາຍ​ໄວ້​ລ່ວງ​ໜ້າ ແລະ ເລີ່ມ​ສະ­ກັດ​ກັ້ນ​ໄວ້​ກ່ອນ​ຄື​ພວກ​ເຮົາ​ເຄີຍ​ໃຊ້​ຄຳ​ເວົ້າ​ວ່າ: ປ້ອງ​ກັນ​ດີ​ກວ່າ​ແກ້ ຫຼື ຕັດ​ໄຟ​ແຕ່​ຕົ້ນ​ລົມ ເປັນ­ຕົ້ນ ຈຶ່ງ​ໄດ້​ອອກ​ບັນ­ດາ​ມາດ​ຕະ­ການ​ປ້ອງ​ກັນ​ໄວ້​ເປັນ​ໄລ­ຍະໆ​ຢ່າງ​ມີ​ການ​ຄິດ­ໄລ່.

– ການ​ນຳ​ຂັ້ນ​ສູງ​ສຸດ​ໃຫ້​ຄວາມ​ສຳ­ຄັນ ແລະ ມີ​ການ​ຊີ້​ນຳ​ເປັນ​ປົກ­ກະ­ຕິ ແລະ ເປັນ​ເອ­ກະ​ພາບ​ສູງ​ໃນ​ການ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ ແລະ ໄດ້​ຊີ້​ນຳ​ຢ່າງ​ຈົດ­ຈໍ່.

– ທຸກ​ການ­ຈັດ­ຕັ້ງ ທຸກ​ອົງ­ການ​ຂອງ​ພັກ ລັດ ອົງ​ການ­ຈັດ­ຕັ້ງ​ແນວ​ໂຮມ ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ການ­ຈັດ­ຕັ້ງ​ສັງ­ຄົມ​ໄດ້​ເປັນ​ກຳ­ລັງ​ແຮງ ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ທີ່​ລັດ­ຖະ­ບານ​ວາງ​ອອກ ​ຢ່າງ​ເປັນ​ເອ­ກະ​ພາບ ແລະ ມີ​ຄວາມ​ຮັບ­ຜິດ­ຊອບ​ສູງ​ແທ້.

– ປະ­ຊາ­ຊົນ​ທຸກ​ຖ້ວນ​ໜ້າ​ເຂົ້າ​ຮ່ວມ​ຢ່າງ​ມີ​ສະ­ຕິ​ດ້ວຍ​ຄວາມ​ເປັນ​ເຈົ້າ ດ້ວຍ​ຄວາມ​ຕື່ນ​ຕົວ​ສູງ ລວມ​ທັງ​ປະ­ກອບ­ສ່ວນ​ທາງ​ດ້ານ​ວັດ­ຖຸ​ປັດ​ໄຈ ກຳ­ລັງ​ແຮງ​ທັງ​ກາຍ ແລະ ໃຈ ຫຼາຍ​ຮູບ ຫຼາຍ​ວິ­ທີ​ທີ່​ກວ້າງ­ຂວາງ ປະ­ດິດ​ສ້າງ​ທີ່​ອຸ­ດົມ­ສົມ­ບູນ​ເຂົ້າ​ໃນ​ການ​ຕໍ່­ສູ້​ກັບ COVID-19 ນີ້​ຢ່າງ​ເປັນ​ຂະ​ບວນ​ຟົດ­ຟື້ນ ດ້ວຍ​ຄວາມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ແລະ ເສຍ­ສະ­ຫຼະ.

– ບັນ­ດາ​ໜ່ວຍ​ງານ​ທີ່​ມີ­ໜ້າ​ທີ່​ຮັບ­ຜິດ­ຊອບ ເຊັ່ນ: ຄະ­ນະ​ສະ­ເພາະ​ກິດ​ທຸກ​ຂັ້ນ ທຸກ​ລະ­ດັບ ພາ­ຫະ ນະ​ສື່​ມວນ​ຊົນ ກຳ­ລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ພະ­ນັກ­ງານ​ສາ­ທາ­ລະ­ນະ​ສຸກ​ທຸກ​ຂັ້ນ ເປັນ­ຕົ້ນ ແພດ​ໝໍ ທີ່​ໄດ້​ຂະ­ໜານ​ນາມ​ວ່າ: “ເປັນ​ນັກ­ຮົບ​ເສື້ອ​ຂາວ ຜູ້​ປະ­ຈັນ­ບານ” ໄດ້​ປະ ຕິ​ບັດ​ໜ້າ­ທີ່​ຢ່າງ​ຕັ້ງ­ໜ້າ ແລະ ມີ​ຄວາມ​ຮັບ­ຜິດ­ຊອບ​ສູງ ແລະ ປະ­ດິດ​ສ້າງ.

– ພວກ​ເຮົາ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຢ່າງ​ທັນ​ການ ແລະ ມີ​ປະ​ສິດ­ທິ​ຜົນ​ຈາກ​ປະ­ເທດ​ເພື່ອນ​ມິດ ແລະ ອົງ​ການ­ຈັດ­ຕັ້ງ​ສາ­ກົນ.

ໃນ​ໂອ­ກາດ​ນີ້ ຂ້າ­ພະ­ເຈົ້າ​ຂໍ​ສະ­ແດງ​ຄວາມ​ຊົມ­ເຊີຍ ສະ­ແດງ​ຄວາມ​ຮູ້​ບຸນ­ຄຸນ ແລະ ຂອບ​ອົກ​ຂອບ­ໃຈ​ຕໍ່​ທຸກໆ​ພາກ­ສ່ວນ ທຸກໆ​ຄົນ​ທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ຜົນ­ສຳ­ເລັດ​ໃນ​ຄັ້ງ​ນີ້​ຢ່າງ​ສຸດ​ອົກ​ສຸດ​ໃຈ.

ພໍ່​ແມ່​ພີ່­ນ້ອງ​ທີ່​ຮັກ­ແພງ​ທັງ­ຫຼາຍ ! ເຖິງ​ວ່າ​ພວກ​ເຮົາ​ໄດ້​ມີ​ຜົນ­ສຳ­ເລັດ​ໃນ​ການ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ພະ­ຍາດ COVID-19  ດັ່ງ­ກ່າວ​ມາ​ນັ້ນ­ແລ້ວ​ກໍ​ຕາມ ແຕ່​ກໍ​ໃຫ້​ຖື​ວ່າ​ເປັນ​ໄຊ­ຊະ­ນະ ແລະ ຜົນ­ສຳ­ເລັດ​ເບືອງ​ຕົ້ນ​ໃນ​ບັ້ນ​ຮົບ​ທີ 1 ເທົ່າ​ນັ້ນ ປັດ­ຈຸ­ບັນ ແລະ ຕໍ່­ໜ້າ ພວກ​ເຮົາ​ກໍ​ຍັງ​ຢູ່​ໃນ​ສະ­ພາບ​ການ​ທີ່​ທ້າ​ທາຍ ແລະ ຫຼໍ່​ແຫຼມ​ຫຼາຍ​ດ້ານ​ທີ່​ບໍ່​ອາດ​ຈະ​ປະ­ໝາດ ລະ​ເຫຼີງ ແລະ ເຜີ​ຕົວ​ໄດ້​ເປັນ­ອັນ­ຂາດ ພວກ​ເຮົາ​ຕ້ອງ​ພ້ອມ​ກັນ​ມີ​ສະ­ຕິ​ລະ­ວັງ​ຕົວ​ໃຫ້​ສູງ​ກວ່າ​ເກົ່າ ສືບ­ຕໍ່​ປະ­ຕິ­ບັດ​ຄຳ​ສັ່ງ ຄຳ​ແນະ­ນຳ ແຈ້ງ​ການ​ທີ່​ອອກ​ມາ​ແລ້ວ​ໃຫ້​ເຂັ້ມ​ງວດ ລັດ­ຖະ­ບານ​ຈະ​ຕິດ­ຕາມ ປະ​ເມີນ​ສະ­ຖາ­ນະ​ການ​ທຸກໆ​ໄລ­ຍະ ເພື່ອ​ຈະ​ມີ​ການ​ປັບ­ປຸງ​ປ່ຽນ­ແປງ​ໄປ​ຕາມ​ສະ­ພາບ​ການ​ຢ່າງ​ສົມ​ເຫດ​ສົມ​ຜົນ ເພື່ອ​ສ້າງ​ໂອ­ກາດ​ໃຫ້​ປະ­ຊາ­ຊົນ ແລະ ຜູ້​ປະ­ກອບ​ການ​ໄດ້​ດຳ­ລົງ​ຊີ­ວິດ ທຳ​ມາ​ຫາ​ກິນ ແລະ ດຳ­ເນີນ​ກິດ­ຈະ­ການ​ຢ່າງ​ເປັນ​ປົກ­ກະ­ຕິ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ແຕ່​ພວກ​ເຮົາ​ຕ້ອງ​ໄດ້​ຕັດ­ສິນ​ໃຈ​ປ້ອງ​ກັນ ຄວບ​ຄຸມ​ດ້ວຍ​ທຸກ​ກຳ­ລັງ​ແຮງ ແລະ ດ້ວຍ​ມາດ​ຕະ­ການ​ທີ່​ເໝາະ​ສົມ ເພື່ອ​ບໍ່​ໃຫ້​ພະ­ຍາດ COVID-19 ກັບ​ຄືນ​ມາ​ລະ­ບາດ​ອີກ​ຮອບ 2 ຫຼື ຮອບ​ຕໍ່ໆ​ໄປ​ໄດ້ ເວ­ລາ​ດຽວ​ກັນ​ນີ້ ພະ­ຍາດ​ຕາມ​ລະ­ດູ​ການ​ກໍ​ລະ­ບາດ ເປັນ­ຕົ້ນ ໄຂ້­ເລືອດ­ອອກ ກໍ​ເປັນ​ວຽກ​ສຳ­ຄັນ​ໜຶ່ງ​ທີ່​ຕ້ອງ​ໄດ້​ຊ່ວຍ​ກັນ​ປ້ອງ​ກັນ ແລະ ແກ້​ໄຂ.

ໃນ​ໂອ­ກາດ​ນີ້ ຂ້າ­ພະ­ເຈົ້າ​ຂໍ​ຮຽກ­ຮ້ອງ​ມາ​ຍັງ​ພໍ່​ແມ່​ພີ່­ນ້ອງ ​ປະ­ຊາ­ຊົນ​ລາວ​ທຸກ​ຖ້ວນ​ໜ້າ​ໃນ​ທົ່ວ​ປະ­ເທດ ​ຈົ່ງ​ສືບ­ຕໍ່​ຕິດ­ຕາມ​ສະ­ພາບ​ການ​ຢ່າງ​ໃກ້­ຊິດ ມີ​ສະ­ຕິ​ລະ­ວັງ​ຕົວ­ຢ່າງ​ສູງ ປະ­ຕິ­ບັດ​ຖືກ­ຕ້ອງ​ຕາມ​ຂໍ້​ກຳ­ນົດ ຂໍ້​ແນະ­ນຳ ທີ່​ທາງ​ການ​ວາງ​ອອກ ແລະ ຈະ​ວາງ​ອອກ​ໃນ​ແຕ່​ລະ​ໄລ­ຍະ​ຢ່າງ​ເຄັ່ງ​ຄັດ​ຕໍ່​ໄປ ຢ່າ​ລະ​ເຫຼີງ ທັງ​ໃຫ້​ເອົາ​ໂອ­ກາດ​ນີ້​ໃຫ້​ແຕ່­ລະ­ຄົນ ແຕ່​ລະ​ຄອບ­ຄົວ ແຕ່​ລະ​ການ­ຈັດ­ຕັ້ງ ແຕ່​ລະ​ຂັ້ນ​ເທິງ​ລົງ​ລຸ່ມ​ຕ້ອງ​ໄດ້​ປັບ­ປຸງ​ວິ­ຖີ​ຊີ­ວິດ ຫຼື ເວົ້າ​ຢ່າງ​ໜຶ່ງ​ວ່າ ການ​ດຳ­ລົງ​ຊີ­ວິດ​ແບບ​ໃໝ່ (New Normal) ນັ້ນ ທີ່​ມີ​ສະ­ຕິ​ລະ­ວັງ​ຕົວ​ກວ່າ ກ້າວ­ໜ້າ​ທັນ​ສະ­ໄໝ ສີ­ວິ­ໄລ​ກວ່າ ປະ­ຢັດ​ມັດ­ທະ­ຍັດ ແລະ ມີ​ລະ­ບຽບ​ວິ­ໄນ​ກວ່າ ເພື່ອ​ບໍ່​ໃຫ້​ພະ­ຍາດ COVID-19 ກັບ​ມາ­ສູ່​ສັງ­ຄົມ​ເຮົາ​ເປັນ​ຮອບ​ທີ 2 ອີກ ແລະ ທັງ​ຖື​ເອົາ​ໂອ­ກາດ​ນີ້​ປັບ­ປຸງ​ແກ້​ໄຂ​ຈຸດ​ອ່ອນ​ຂໍ້­ຄົງ­ຄ້າງ​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ວຽກ​ງານ ການ​ດຳ­ເນີນ​ທຸ­ລະ​ກິດ ການ​ດຳ­ລົງ​ຊີ­ວິດ​ທີ່​ແນ­ໃສ່​ເຮັດ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ແຕ່​ລະ​ຄອບ­ຄົວ ແຕ່­ລະ­ຄົນ​ດີ​ຂຶ້ນ ເພື່ອ​ເອົາ​ປະ­ເທດ​ຊາດ​ຂອງ​ພວກ​ເຮົາ​ປັບ​ຕົວ​ເຂົ້າ​ກັບ​ສະ­ພາບ​ໃໝ່​ຂອງ​ໂລກ ຂອງ​ພາກ​ພື້ນ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ຕ່າງໆ​ໃຫ້​ຄ່ອຍໆ​ຕົກ​ໄປ ນຳ​ເອົາ​ປະ­ເທດ​ຊາດ​ຂອງ​ພວກ​ເຮົາ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ້າ­ພະ­ເຈົ້າ​ຂໍ​ອວຍ­ພອນ​ໃຫ້​ທຸກໆ​ຄົນ​ຈົ່ງ​ມີ​ສຸ­ຂະ­ພາບ​ແຂງ­ແຮງ ມີ​ຄວາມ­ສຸກ​ໃນ​ຊີ­ວິດ ແລະ ມີ​ຜົນ­ສຳ­ເລັດ​ໃນ​ໜ້າ­ທີ່​ວຽກ​ງານ​ຂອງ​ຕົນ.

ອີກ​ເທື່ອ​ໜຶ່ງ ຂ້າ­ພະ­ເຈົ້າ​ຂໍ​ຂອບ­ໃຈ​ມາ​ຍັງ​ຄະ­ນະ​ສະ­ເພາະ​ກິດ ແລະ ພິ­ເສດ​ຕົວ​ແທນ​ອົງ­ການ​ອະ­ນາ­ໄມ​ໂລກ ​ທີ່​ໄດ້​ໃກ້­ຊິດ­ຕິດ­ແທດ​ໃຫ້­ການ​ສະ­ໜັບ­ສະ­ໜູນ ໃຫ້­ການ​ປຶກ­ສາ​ແກ່​ພວກ​ເຮົາ​ຕະ­ຫຼອດ​ມາ ສຳ­ລັບ​ຄະ­ນະ​ສະ­ເພາະ​ກິດ​ນີ້ ຍັງ​ບໍ່​ທັນ​ລົບ​ລ້າງ ຈົນ​ກວ່າ​ມື້​ໃດ​ຈະ​ມີ​ຢາ​ວັກ​ຊິນ​ປ້ອງ​ກັນ​ພະ­ຍາດ COVID-19…

ເຖິງ​ແມ່ນ​ວ່າ COVID-19 ອອກ​ໄປ ພວກ​ເຮົາ​ກໍ​ບໍ່​ຄວນ​ປະ­ໝາດ​ ຈົ່ງ​ກຳ​ແໜ້ນ​ຄຳ​ຖະ­ແຫຼງ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃຫ້​ສຳ­ເລັດ​ຜົນ​ສູງ​ສຸດ.

ໂດຍ: ແນວ​ລາວ

error: Content is protected !!