ຢາກໃຫ້ການຈັດຕັ້ງປະຕິບັດບັນລຸຜົນສູງສຸດ

ຫາກ​ເພື່ອນ​ຜູ້​ອ່ານ​ສັງ­ເກດ ຈະ​ເຫັນ​ວ່າ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ນິ­ຕິ​ກຳ​ລຸ່ມ​ກົດ­ໝາຍ ເປັນ­ຕົ້ນ​ແມ່ນ​ແຈ້ງ​ການ ຄຳ​ສັ່ງ ຫຼື ຂໍ້​ຕົກ­ລົງ​ຕ່າງໆ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ເຮົາ​ນີ້ ບໍ່​ຄ່ອຍ​ເຂັ້ມ​ງວດ ຫຼື ວ່າ​ບໍ່​ບັນ­ລຸ​ຜົນ​ສູງ​ສຸດ ສະ­ນັ້ນ ມັນ​ຈຶ່ງ​ຄ່ອຍ​ເກີດ​ມີ​ປາ­ກົດ­ການ​ຫຍໍ້­ທໍ້​ຕາມ​ມາ ຍ້ອນ​ວ່າ​ຄົນ​ບໍ່​ປະ­ຕິ­ບັດ​ເຂັ້ມ​ງວດ ໝາ­ຍວ່າ​ມີ​ການ​ລະ­ເມີດ ຫຼື ເປັນ​ຍ້ອນ​ວ່າ­ການ​ກວດ­ກາ​ບໍ່​ເຄັ່ງ​ບໍ ? ຈຶ່ງ​ຄ່ອຍ​ມີ​ຜູ້​ລະ­ເມີດ ຈາກ​ສະ­ພາບ​ນີ້ ຈຶ່ງ​ເກີດ​ມີ​ຄົນ​ເວົ້າ​ແບບ​ຢິກ​ແກມ​ຢອກ​ວ່າ: “ຜີ​ບ້ານ​ພ້ອມ​ຜີ​ປ່າ” ວ່າ​ຊັ້ນ !!.

ຜູ້​ຂຽນ​ຄິດ​ວ່າ: ຫາກ​ພວກ​ເຮົາ​ເບິ່ງ​ຄວາມ​ຈິງ ກໍ​ຈະ​ເຫັນ​ວ່າ​ມີ​ສ່ວນ​ຖືກ​ນໍ ? ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ທັງ​ໝົດ​ເປັນ​ແນວ​ນັ້ນ​ໝົດ ເຊັ່ນ​ວ່າ: ໃນ​ເວ­ລາ​ພວກ​ເຮົາ​ສູ້​ກັບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຈະ​ເຫັນ​ວ່າ​ທົ່ວ​ສັງ­ຄົມ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 06/ນຍ ຢ່າງ​ເຄັ່ງ​ຄັດ ຈົນ​ພວກ​ເຮົາ​ສາ­ມາດ​ມີ­ໄຊ­ຊະ­ນະ​ໃນ​ເບື້ອງ​ຕົ້ນ ເຊິ່ງ​ຕໍ່​ມາ​ພວກ​ເຮົາ​ກໍ​ບໍ່​ໄດ້​ປະ­ໝາດ ຍັງ​ສືບ­ຕໍ່​ປະ­ຕິ­ບັດ​ແຈ້ງ​ການ​ຈາກ​ຄະ­ນະ​ສະ­ເພາະ​ກິດ​ຢ່າງ​ເຂັ້ມ​ງວດ ແນ່­ນອນ​ກໍ​ມີ​ບາງ​ອັນ​ທີ່​ຊ້າ​ແດ່ ແຕ່​ໃນ​ທີ່​ສຸດ​ກໍ​ຖືກ​ແກ້​ໄຂ​ນັ້ນ​ຄື: ກໍ­ລະ­ນີ​ລາ­ຄາ​ກະ­ແສ​ໄຟ­ຟ້າ ຢາກ​ໃຫ້​ເຂົ້າ­ໃຈ​ໃຫ້​ຖືກ­ຕ້ອງ​ວ່າ: ບັນ­ດາ​ມາດ​ຕະ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ນັ້ນ ມີ​ຢູ່​ໃນ​ທຸກ​ກົດ­ໝາຍ ທຸກ​ນິ­ຕິ​ກຳ ແຕ່​ພວກ​ເຮົາ​ກໍ​ຕ້ອງ​ຍອມ­ຮັບ​ວ່າ​ມີ​ບາງ​ອັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ບໍ່​ສຳ­ເລັດ​ຮ້ອຍ​ເປີ­ເຊັນ ຫຼື ວ່າ​ຢາກ​ຊ້າ​ແດ່ ? ອັນ​ນີ້​ພວກ​ເຮົາ​ຕ້ອງ​ເບິ່ງ​ຄວາມ​ເປັນ​ຈິງ​ໃນ​ເວ­ລາ​ຈັດ​ຕັ້ງ​ປະ­ຕິ­ບັດ ເພາະ­ວ່າ​ໃນ​ແຕ່​ລະ​ບ່ອນ ແຕ່​ລະ​ທ້ອງ­ຖິ່ນ​ມັນ​ບໍ່​ຄື​ກັນ​ນໍ ? ມັນ​ມີ​ຍາກ​ງ່າຍ​ແຕກ​ຕ່າງ​ກັນ ແຕ່​ທັງ​ໝົດ​ນັ້ນ​ກໍ​ຈະ​ຖືກ​ຈັດ​ຕັ້ງ​ປະ­ຕິ­ບັດ​ແນ່­ນອນ.

ຫາກ​ເພື່ອນ​ຜູ້​ອ່ານ​ຕິດ­ຕາມ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII ທີ່​ພວມ​ດຳ­ເນີນ​ຢູ່​ໃນ​ຂະ­ນະ​ນີ້ ຈະ​ເຫັນ​ວ່າ​ມີ​ຫຼາຍ​ບັນ­ຫາ​ທີ່​ເພິ່ນ​ຕັ້ງ​ຂຶ້ນ ແລະ ມີ​ຫຼາຍ​ບັນ­ຫາ​ທີ່​ເພິ່ນ​ຊີ້​ແຈງ​ໃນ​ກອງ​ປະ­ຊຸມ ໂດຍ​ສະ­ເພາະ ຄຳ​ເຫັນ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໃນ​ການ​ແກ້​ໄຂ​ບັນ­ຫາ​ຕ່າງໆ​ຂອງ​ລັດ­ຖະ­ບານ​ແມ່ນ​ຈະ­ແຈ້ງ​ທີ່​ສຸດ ໂດຍ​ມີ​ບາງ​ບັນ­ຫາ​ເພິ່ນ​ຕັ້ງ​ເປັນ​ຄຳ​ຖາມ​ມອບ​ຄວາມ​ຮັບ­ຜິດ­ຊອບ​ໃຫ້​ແຕ່​ລະ​ຂະ­ແໜງ­ການ.

ຢາກ​ສັງ​ລວມ​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ນີ້​ມັນ​ຍາກ​ຫຼາຍ ເພາະ​ມັນ​ພົວ­ພັນ​ຫຼາຍ​ພາກ­ສ່ວນ ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ເຮັດ​ແທ້​ທຳ​ຈິງ ຈຶ່ງ​ຄ່ອຍ​ໄດ້​ຮັບ​ຜົນ­ສຳ­ເລັດ ໝາຍ​ຄວາມ​ວ່າ​ຕ້ອງ​ບຸກ​ທະ­ລຸ​ເຖິງ​ຈະ​ມີ​ເຈ້ຍ​ຂາວ-ເຈ້ຍ​ເຫຼືອງ ຫຼື ສຽງ​ໂທລະ­ສັບ​ເຂົ້າ​ມາ​ລົບ​ກວນ​ກໍ​ຕາມ.

ຢາກ​ເດ !! ຢາກ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບັນ­ລຸ​ຜົນ­ສຳ­ເລັດ​ສູງ​ສຸດ.

ໂດຍ: ແນວ​ລາວ

error: Content is protected !!