ມະຕິສະບັບນີ້ ແມ່ນມະຕິວ່າດ້ວຍການພັດທະນານະຄອນຫຼວງວຽງຈັນ ໃນໄລຍະໃໝ່ ເຊິ່ງປະກອບມີ 3 ພາກໃຫຍ່ ຄື:
I. ທັດສະນະທິດທາງ ແລະ ຄາດໝາຍຂອງການພັດທະນານະຄອນຫຼວງວຽງຈັນ ໃນໄລຍະໃໝ່.
II. ໜ້າທີ່ຕົ້ນຕໍຂອງການພັດທະນານະຄອນຫຼວງວຽງຈັນ ໃນແຕ່ລະດ້ານ ໄລຍະແຕ່ນີ້ຮອດປີ 2030.
III. ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິສະບັບນີ້.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາ ສປປ ລາວ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ດ້ວຍຄວາມຮັບຜິດຊອບການເມືອງ ຄວາມບຸກບືນສູ້ຊົນຂອງຄະນະພັກ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ດ້ວຍມູນເຊື້ອສາມັກຄີ ຄວາມເປັນເຈົ້າຂອງປະຊາຊົນ ເຮັດໃຫ້ນະຄອນຫຼວງວຽງຈັນ ໃນຖານະເມືອງເອກຂອງ ສປປ ລາວ ໄດ້ຮັບການພັດທະນາ ແລະ ພວມກ້າວເດີນຂຶ້ນບົນເສັ້ນທາງອັນສະຫວ່າງສະໄຫວຂອງຍຸກສະໄໝ.
ນະຄອນຫຼວງວຽງຈັນ ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ນັບມື້ນັບເຂັ້ມແຂງ ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ ອັນພົ້ນເດັ່ນ ຄວາມທຸກຍາກໄດ້ຮັບການແກ້ໄຂຢ່າງມີຜົນສຳເລັດ ເສດຖະກິດເຕີບໂຕສູງຢ່າງຕໍ່ເນື່ອງ ປີ 2019 ລວມຍອດຜະລິດຕະພັນພາຍໃນ ບັນລຸ 48 ພັນກວ່າຕື້ກີບ ຈັດເກັບລາຍຮັບງົບປະມານໄດ້ 10 ກວ່າພັນຕື້ກີບ ກວມເອົາຫຼາຍກວ່າ 40% ຂອງລາຍຮັບພາຍໃນປະເທດ ລາຍໄດ້ສະເລ່ຍຕໍ່ຄົນ ບັນລຸ 5 ພັນກວ່າໂດລາ.
ຕົວເມືອງ ແລະ ຊານເມືອງໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງວ່ອງໄວ ໂສມໜ້າໃໝ່ຂອງຕົວເມືອງນັບມື້ເດັ່ນຊັດຂຶ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບນະຄອນຫຼວງ ນະຄອນ ແລະ ແຂວງຂອງບັນດາປະເທດເພື່ອນມິດໃນໂລກ ນັບມື້ນັບກວ້າງຂວາງ ແລະ ເຂົ້າສູ່ລວງເລິກ ເຖິງຢ່າງໃດກໍຕາມ ເມື່ອທຽບກັບລະດັບການພັດທະນາຂອງບັນດານະຄອນຫຼວງຫຼາຍປະເທດ ເຫັນວ່າ ນະຄອນຫຼວງວຽງຈັນ ຍັງບໍ່ທັນໄດ້ຮັບການພັດທະນາທຽບທັນ ສະນັ້ນ ກົມການເມືອງສູນກາງພັກ ຈຶ່ງໄດ້ອອກມະຕິເລກທີ 107/ກມ ສພ ລົງວັນທີ 30 ເມສາ 2020 ວ່າດ້ວຍການພັດທະນານະຄອນຫຼວງວຽງຈັນ ໃນໄລຍະໃໝ່ ແນໃສ່ສ້າງນະຄອນຫຼວງວຽງຈັນ ໃຫ້ໄດ້ຮັບການພັດທະນາ ທຽບທັນນະຄອນຫຼວງຂອງປະເທດອື່ນໆໃນໂລກ.
ໂດຍ: ແນວລາວ