ອາຊີບເກົ່າ ແຕ່ພຶດຕິກຳໃໝ່

ຫຼັງ​ຈາກ​ພະ­ຍາດ​ລະ­ບາດ​ຂອງ​ໂຄ​ວິດ-19 ປາ­ກົດ​ມີ​ບາງ​ຫາງ​ສຽງ​ບອກ​ວ່າ ໂລກ​ຈະ​ຈັດ​ສັນ​ໂຕ​ມັນ​ເອງ​ໃຫ້​ເກີດ​ຄວາມ​ສົມ​ດຸນ ເຊິ່ງ​ຜູ້​ຂຽນ​ເກີດ​ມີ​ຄຳ​ຖາມ​ໃນ​ໃຈ​ທັນ­ທີ​ວ່າ: ຜ່ານ​ມາ​ໂລກ​ມີ​ທ່າ​ອ່ຽງ​ສູງ​ຂາດ​ຄວາມ​ສົມ​ດຸນ ເພາະ​ຄວາມ​ໂລບ​ຂອງ​ມະ­ນຸດ​ເອງ​ທີ່​ແຂ່ງ­ຂັນ​ກັນ​ສ້າງ ແລະ ພັດ­ທະ­ນາ​ຕາມ​ຕັນ­ຫາ​ຂອງ​ຕົນ​ເອງ ຈົນ​ເກີດ​ມີ​ການ​ກັກ​ຕຸນ​ຊັບ­ພະ­ຍາ­ກອນ​ໄວ້​ໃນ​ຄົນ​ບາງ​ກຸ່ມ ຫຼາຍ​ກວ່າ​ຄົນ​ສ່ວນ​ໃຫຍ່​ຂອງ​ສັງ­ຄົມ​ທີ່​ຄວນ​ຈະ​ໄດ້ ນີ້​ຄື​ຜົນ​ຈາກ​ວິ­ທີ​ຄິດ​ຂອງ​ຄົນ​ທີ່​ຂາດ​ຄວາມ​ເມດ​ຕາ ເພາະ​ເຫັນ­ແກ່​ໂຕ​ຈົນ​ຫຼຽວ​ບໍ່​ເຫັນ​ມະ­ນຸດ​ດ້ວຍ​ກັນ.

ພຶດ­ຕິ​ກຳ​ໃໝ່​ໃນ​ອາ­ຊີບ​ເກົ່າ​ທີ່​ກ້າວ Bill Gross ນັກ­ເສດ­ຖະ­ກິດ​ຄົນ​ອາ​ເມ​ຣິ​ກາ ໄດ້​ໃຊ້​ຄຳ​ວ່າ: New Normal ໃນ​ປີ 2008 ທີ່​ມຸ່ງ​ໃຫ້​ນິ​ຍາມ​ໃນ​ພາ­ວະ​ເສດ­ຖະ­ກິດ​ຫົດ​ໂຕ ແລະ ຂະ­ຫຍາຍ​ໂຕ​ມາ​ຢູ່​ໃນ​ພາ­ວະ​ເກົ່າ ແຕ່​ຄຳ​ວ່າ New Normal ກໍ​ຖືກ​ນຳ​ມາ​ໃຊ້​ຫຼາຍ​ນິ­ຕິ​ເຊັ່ນ: ຫຼັງ​ການ​ແຜ່​ລະ­ບາດ​ຂອງ​ໂຄ​ວິດ-19 ກໍ​ຖືກ​ນຳ​ມາ​ໃຊ້​ອີກ​ຄັ້ງ ເຊິ່ງ​ມຸ່ງ​ເນັ້ນ​ຄວາມ​ໝາຍ​ທີ່​ການ​ດຳ­ເນີນ​ຊີ­ວິດ​ທີ່​ຮັກ­ສາ​ສຸ­ຂະ­ພາບ​ກັນ​ຫຼາຍ​ຂຶ້ນ ເພາະ​ຫຼາຍ​ຄົນ​ກັບ​ໄປ​ບ່ອນ​ເຮັດ​ວຽກ​ເກົ່າ ອາ­ຊີບ​ເກົ່າ ແຕ່​ມາ​ແບບ​ໃໝ່ ທັງ​ໃສ່​ໜ້າ​ກາກ​ອະ­ນາ­ໄມ ແລະ ທຳ​ຄວາມ​ສະ­ອາດ​ສະ­ຖານ­ທີ່​ເຮັດ​ວຽກ ມັນ​ສະ­ແດງ​ອອກ​ເຖິງ​ການ​ລະ­ວັງ​ເຊື້ອ​ພະ­ຍາດ​ທຸກ​ຮູບ​ແບບ ເຊິ່ງ​ເບິ່ງ​ມຸມ​ໜຶ່ງ​ກໍ​ແມ່ນ​ຄົນ​ໃນ​ສັງ­ຄົມ​ຕື່ນ​ໂຕ ມີ​ສະ­ຕິ​ຮັກ​ໂຕ​ເອງ​ຫຼາຍ​ຂຶ້ນ.

ພຶດ­ຕິ​ກຳ​ໃໝ່ New Normal ຂອງ​ການ​ກັບ​ໄປ​ສູ່​ອາ­ຊີບ​ເກົ່າ​ມີ ເຊັ່ນ: ຫຼາຍ​ບໍ­ລິ­ສັດ​ເລີ່ມ​ມີ​ນະ­ໂຍ­ບາຍ​ເຮັດ​ວຽກ ຫຼື ປະ­ຊຸມ​ຜ່ານ​ອອນ​ລາຍ (Online) ຫຼື​ວ່າ Work From Home ບາງ​ໂຮງ­ຮຽນ​ກໍ​ນຳ​ໃຊ້​ແຜນ​ຕະ­ລາງ​ຮຽນ​ອອນ​ລາຍ ໂດຍ​ນຳ​ໃຊ້​ຜ່ານ​ໂປຼ​ແກມ​ເຊັ່ນ: Google Meet Zoom ຫຼື Microsoft Team ຫຼາຍ​ບໍ­ລິ­ສັດ ຫຼື ຫ້ອງ­ການ​ກໍ​ຈັດ​ກຽມ​ເວ­ລາ​ລ້າງ​ມື ນ້ຳ​ຢາ​ຂ້າ​ເຊື້ອ​ພະ­ຍາດ​ໄວ້​ໃຫ້​ຜູ້​ມາ​ຕິດ­ຕໍ່​ວຽກ ຫຼື ເຂົ້າ-ອອກ​ວຽກ​ໄດ້​ໃຊ້​ເປັນ​ປະ­ຈຳ ເພື່ອ​ເພີ່ມ​ຄວາມ​ປອດ​ໄພ​ສຳ­ລັບ​ທຸກ​ຝ່າຍ ເຊິ່ງ​ໃນ​ວຽງ​ຈັນ​ມີ​ບາງ​ຮ້ານ​ຄ້າ​ໄດ້​ໃຊ້​ມາດ​ຕະ­ການ​ເດັດ­ຂາດ ຂຽນ​ປ້າຍ​ຕິດ​ໜ້າ​ຮ້ານ​ໂລດ​ວ່າ ຖ້າ​ບໍ່​ໃສ່​ໜ້າ​ກາກ​ເຂົ້າ​ຮ້ານ ຫຼື ລ້າງ​ມື​ກ່ອນ​ກໍ​ຈະ​ບໍ່​ອະ­ນຸ­ຍາດ​ໃຫ້​ເຂົ້າ​ໄປ​ຊື້​ຂອງ​ໃນ​ຮ້ານ​ໄດ້.

ສັງ​ລວມ​ວ່າ: ບາງ​ປະ­ເທດ​ສາ­ມາດ​ຄຸມ​ການ​ແຜ່​ລະ­ບາດ​ຂອງ​ໂຄ​ວິດ-19 ໄດ້​ແຕ່​ບາງ​ປະ­ເທດ​ກັບ​ພົບ​ແຜ່​ລະ­ບາດ​ໃໝ່ ແລະ ບາງ​ປະ­ເທດ​ທາງ​ຕາ­ເວັນ­ຕົກ​ຍັງ​ຮຸນ​ແຮງ​ຕາຍ​ຫຼາຍ​ຢູ່ ດັ່ງ­ນັ້ນ ຜູ້​ປົກ­ຄອງ-ພໍ່​ແມ່​ຂອງ​ນັກ­ຮຽນ-ຄູ (ໂຮງ­ຮຽນ) ບໍ່​ຄວນ​ຖື​ເບົາ ຕ້ອງ​ຍັງ​ມີ​ສະ­ຕິ​ສູງ​ຊ່ວຍ​ກັນ​ປ້ອງ​ກັນ.

error: Content is protected !!