ບັນຫາຂອງຄູມີຫຼາຍແບບ ເຊັ່ນ: ເງິນເດືອນຄູບໍ່ອອກ ຄູອາສາຢູ່ຫຼາຍປີບໍ່ໄດ້ເຂົ້າເປັນລັດຖະກອນ ຄູລຳອຽງນັກຮຽນເລື່ອງການໃຫ້ຄະແນນ ເຊິ່ງບັນຫາແບບນີ້ມັນພົວພັນເຖິງຈັນຍາບັນຄູໂດຍກົງ ແລະ ຖ້າວ່າຄູໄດ້ອ່ານໜັງສືພິມສຶກສາ-ກີລາ ເຂົາພິມໄວ້ໜ້າທຳອິດມູມແຈຂວາມື ບອກຈັນຍາບັນຄູລາວໂລດ 5 ຂໍ້ ໂດຍສະເພາະ ຄູຕ້ອງຮັກແພງຜູ້ຮຽນ ເຊິ່ງແມ່ນຈັນຍາບັນຂໍ້ໜຶ່ງທີ່ຄູຕ້ອງທ່ອງຂຶ້ນໃຈ ໂດຍຫຼີກເວັ້ນອະຄະຕິຮັກບັງຊັງບ່ຽງ.
ຫາງສຽງຄູໄລ່ນັກຮຽນອອກຈາກຫ້ອງສອບເສັງ ຍ່ອມເປັນເລື່ອງສັງຄົມເຂົາຕິດຕາມ ເພາະເຂົາຢ້ານມັນຈະເກີດຂຶ້ນກັບລູກເຂົາມື້ໃດມື້ໜຶ່ງ ໃນແງ່ຂອງຄວາມໃຈແຄບ ຫຼື ຜິດລະບຽບແບບບໍ່ໄດ້ຕັກເຕືອນ ຫຼື ລົງໂທດຕາມອັດຕະວິໄສຂອງຄູທີ່ຂາດຈັນຍາບັນ ການຈັດຕັ້ງກ່ຽວຂ້ອງຄວນເຂັ້ມງວດກວດສອບຫາງສຽງສັງຄົມເປັນຈິງພຽງໃດ ? ເຮົາຈະຮັກສາຜູ້ລະເມີດລະບຽບຈັນຍາບັນ ຫຼື ເຮົາຈະຢຶດໝັ້ນຈັນຍາບັນເປັນໂຕແກ້ບັນຫາຄວາມຍຸຕິທຳຄວນເກີດຂຶ້ນກັບທຸກຝ່າຍ ບໍ່ແມ່ນເຮັດຫູໜວກກິນຟານ ເລືອກວິທີແກ້ບັນຫາແບບນ້ຳເຢັນແລ້ວຫາຍງຽບໄປ.
ກົດໝາຍການສຶກສາສະບັບປັບປຸງ ມາດຕາ 47 ບອກລະອຽດຂໍ້ຫ້າມສຳລັບຄູ ມີ 8 ປະການ ຜູ້ຂຽນຂໍນຳສະເໜີບາງຂໍ້ ເຊັ່ນ: 1. ຂາດຄວາມຮັບຜິດຊອບຕໍ່ການສິດສອນ 2. ສວຍໃຊ້ໜ້າທີ່ຮັບສິນບົນ ເພື່ອຜົນປະໂຫຍດສ່ວນຕົວ ຄອບຄົວ ຫຼື ຈຸ້ມເຈື້ອ ພັກພວກ ສຳລັບຈັນຍາບັນຄູລາວ ທີ່ຂຽນບອກແຈ້ງໄວ້ໜ້າໜຶ່ງຂອງໜັງສືພິມສຶກສາ-ກີລາ ມີດັ່ງນີ້: 1. ຊື່ສັດບໍລິສຸດ 2. ຮັກອາຊີບ 3. ຮັກແພງຜູ້ຮຽນ 4. ເປັນແບບຢ່າງນຳໜ້າ 5. ພັດທະນາຕົນເອງ ການຮັກອາຊີບຄູ ແລະ ພັດທະນາໂຕເອງ ຖືເປັນໜ້າທີ່ຄູຕ້ອງໄດ້ທ່ອງຂຶ້ນໃຈ ແລະ ເຄັ່ງຄັດຕໍ່ໜ້າທີ່ ເພາະລັດຖະບານ ກໍຄືກະຊວງສຶກສາ ເພິ່ນຈ່າຍເງິນເດືອນໃຫ້ແລ້ວເດ !.
ສັງລວມວ່າ: ຂໍຝາກໃຫ້ຝ່າຍກ່ຽວຂ້ອງທົບທວນຄືນເບິ່ງບາງບັນຫາ ເບິ່ງຄືເປັນບັນຫານ້ອຍ ແຕ່ມັນພົວພັນເຖິງໜ້າຕາກຽດສັກສີຂອງຄວາມເປັນຄູລາວ.
ໂດຍ: ດັ້ນກີບເມກ