ບັນຫາປິ່ນອ້ອມຕຳແໜ່ງງານ

ກວ່າ​ສັງ­ຄົມ​ຈະ​ຍອມ­ຮັບ​ໃນ​ຖາ­ນະ​ຕຳ­ແໜ່ງ ອາດ​ຕ້ອງ​ໄດ້​ໃຊ້​ເວ­ລາ​ເກືອບ​ຊົ່ວ​ຊີ­ວິດ ແຕ່​ໃນ​ການ​ທຳ­ລາຍ​ກຽດ​ຊື່​ສຽງ​ນັ້ນ ອາດ​ໃຊ້​ເວ­ລາ​ພຽງ​ຊົ່ວ​ອຶດ​ໃຈ​ດຽວ.

ລອງ​ຫວນ​ກັບ​ຄືນ​ໄປ​ເບິ່ງ​ວັນ​ເວ­ລາ​ກ່ອນ​ໜ້າ ທີ່​ຈະ​ບັນ­ລຸ​ເປົ້າ​ໝາຍ​ຂອງ​ການ​ມີ​ຖາ­ນະ​ຕຳ­ແໜ່ງ ຕ້ອງ​ໃຊ້​ເວ­ລາ ໃຊ້​ທຶນ­ຮອນ​ຫຼາຍ​ສ່ຳ​ໃດ ທີ່​ຈະ​ຄັດ​ເລືອກ​ເອົາ​ບຸ​ຄະ­ລາ​ກອນ​ຜູ້​ສືບ​ທອດ​ພາ­ລະ­ກິດ​ຂອງ​ພັກ ຂອງ​ຊາດ ຕ້ອງ​ໃຊ້​ເວ­ລາ​ອີກ​ເທົ່າ­ໃດ ຈຶ່ງ​ຈະ​ຄັດ​ເລືອກ​ຈາກ​ເປົ້າ​ໝາຍ​ພຽງ​ບໍ່​ທໍ່​ໃດ​ຄົນ ເຊິ່ງ​ເລີ່ມ​ຕັ້ງ­ແຕ່​ການ​ຊອກ​ຫາ​ບຸກ­ຄົນ ຂັ້ນ​ຕອນ​ຂອງ​ການ​ຄັດ​ເລືອກ ການ​ບັນ­ຈຸ​ເຂົ້າ​ໃນ​ຕຳ­ແໜ່ງ​ງານ ການ​ເຝີກ​ອົບ­ຮົມ ການ​ພັດ­ທະ­ນາ​ເພື່ອ​ຍົກ​ລະ­ດັບ ຕະ­ຫຼອດ​ເຖິງ​ການ​ພິ­ຈາ­ລະ­ນາ​ຜົນ­ງານ​ຄຸນ­ງາມ­ຄວາມ­ດີ ການ​ເລື່ອນ​ຊັ້ນ ການ​ເລື່ອນ​ຕຳ­ແໜ່ງ ແລະ ບັນ­ຫາ​ອື່ນໆ​ທີ່​ກ່ຽວ​ພັນ​ກັບ​ບຸ​ຄະ­ລາ​ກອນ.

ຍົກ​ຂຶ້ນ​ໃຫ້​ເຫັນ​ບັນ­ຫາ​ຕ່າງໆ​ເຫຼົ່າ​ນີ້ ຈຸດ­ປະ­ສົງ​ແມ່ນ​ຢາກ​ໃຫ້​ເຂົ້າ­ໃຈ​ວ່າ ບຸ​ຄະ­ລາ​ກອນ​ແມ່ນ​ສິ່ງ​ທີ່​ມີ​ຄຸນ­ຄ່າ​ສູງ​ສຸດ ແລະ ເປັນ​ປັດ​ໄຈ​ສຳ­ຄັນ​ທີ່​ເຮັດ​ໃຫ້​ວຽກ​ງານ​ສຳ­ເລັດ​ຜົນ.

ອີກ​ບັນ­ຫາ​ໜຶ່ງ ການ​ເປັນ​ຜູ້​ທີ່​ມີ​ຖາ­ນະ​ຕຳ­ແໜ່ງ ຈຳ­ເປັນ​ຕ້ອງ​ໃຫ້​ຄວາມ​ສຳ­ຄັນ​ເປັນ​ຢ່າງ​ຍິ່ງ​ກັບ​ການ​ບໍ­ລິ­ຫານ ການ​ເປັນ​ຜູ້­ນຳ ການ​ຮຽນ​ຮູ້​ພາຍ​ໃນ ອົງ​ກອນ ແລະ ສິ່ງ​ສຳ­ຄັນ​ທີ່​ສຸດ​ໃນ​ການ​ເປັນ​ຜູ້­ນຳ​ທີ່​ມີ​ຕຳ­ແໜ່ງ ຄື​ການ​ເປັນ​ບຸກ­ຄົນ​ທີ່​ເປັນ​ແບບ­ຢ່າງ​ທີ່​ດີ ເຊິ່ງ​ຜູ້​ຢູ່​ໃຕ້​ບັງ­ຄັບ​ບັນ­ຊາ ມີ​ຄວາມ​ສັດ­ທາ​ຢາກ​ຈະ​ປະ­ຕິ­ບັດ​ຕາມ​ທຸກໆ​ສິ່ງ​ທີ່​ຫົວ­ໜ້າ​ກະ­ທຳ ຈະ​ເປັນ​ສິ່ງ​ທີ່​ຊີ້​ໃຫ້​ເຫັນ​ວ່າ ມະ­ຫາ­ຊົນ​ມີ​ຄວາມ​ນັບ­ຖື​ໃນ​ຕົວ​ຫົວ­ໜ້າ ແລະ ຕ້ອງ­ການ​ຮຽນ​ເຮັດ​ຕາມ​ແບບ​ສະ­ບັບ​ຫົວ­ໜ້າ ໂດຍ​ຫົວ­ໜ້າ​ຜູ້​ມີ​ຕຳ­ແໜ່ງ​ທີ່​ປະ­ສົບ​ຄວາມ​ສຳ­ເລັດ ມັກ­ໄດ້​ແກ່​ບຸກ­ຄົນ​ທີ່​ປະ­ກອບ​ດ້ວຍ​ຄຸນ­ສົມ­ບັດ​ຫຼາຍ​ປະ­ການ…

ເມື່ອ​ໄດ້​ກາຍ­ເປັນ​ບຸກ­ຄົນ​ສຳ­ຄັນ​ທີ່​ມີ​ຖາ­ນະ​ຕຳ­ແໜ່ງ ຄົງ​ສັງ­ເກດ​ເຫັນ​ວ່າ ກວ່າ​ທີ່​ບຸກ­ຄົນ​ຜູ້​ໜຶ່ງ ຈະ​ເດີນ­ທາງ​ມາ​ເຖິງ​ບັນ­ລັງ​ກຽດ­ຕິ­ຍົດ​ຂອງ​ຄວາມ​ສຳ­ເລັດ ຕ້ອງ​ໃຊ້​ທຶນ­ຮອນ ບຸ​ຄະ­ລາ​ກອນ ເວ­ລາ ການ​ເຝິກ­ຝົນ ຜ່ານ​ຂະ​ບວນ​ການ​ມາ​ຫຼາຍ​ພຽງ​ໃດ ແລະ ເມື່ອ​ໄດ້​ຄວາມ​ສຳ­ເລັດ​ນັ້ນ​ມາ​ຄອບ​ຄອງ​ແລ້ວ ຫາກ​ປະ­ໝາດ​ຂາດ​ສະ­ຕິ​ດ້ວຍ​ຄວາມ​ເລີ່ນ​ເລີ້ ບໍ່​ພະ­ຍາ­ຍາມ​ຮັກ­ສາ​ຕຳ­ແໜ່ງ​ກຽດ​ຊື່​ສຽງ​ໄວ້ ຈົນ​ໃນ​ທີ່​ສຸດ​ຊື່​ສຽງ​ກໍ​ຈະ​ກາຍ­ເປັນ “ຊື່​ເສຍ” ແລະ ເມື່ອ​ໄປ​ພົວ­ພັນ​ກັບ​ບຸກ­ຄົນ​ໃດ​ໜຶ່ງ ກໍ​ເລີ່ມ​ຖືກ​ມອງ​ເບິ່ງ​ໄປ​ໃນ​ແງ່​ລົບ.

ເມື່ອ​ຖືກ​ເບິ່ງ​ໃນ​ແງ່​ລົບ​ຫຼາຍ​ຂຶ້ນ ຕຳ­ແໜ່ງ​ກຽດ​ຊື່​ສຽງ​ກໍ​ບໍ່​ຄົງ​ເໝືອນ​ເດີມ​ອີກ​ຕໍ່​ໄປ.

ຖ້າ​ຫາກ​ຍັງ​ບໍ່​ຮັບ​ຮູ້ ແລະ ເຂົ້າ­ໃຈ ມື້­ໜຶ່ງ​ຈະ​ຂາດ​ຄວາມ​ເຄົາ­ລົບ​ນັບ­ຖື ແລະ ໝົດ​ຄວາມ​ສັດ­ທາ ເຖິງ​ເວ­ລາ​ນັ້ນ ຈະ​ເປັນ​ພຽງ​ບຸກ­ຄົນ​ໜຶ່ງ​ທີ່ “ເຄີຍ” ມີ​ຖາ­ນະ​ຕຳ­ແໜ່ງ​ຄົນ​ໜຶ່ງ​ແຕ່​ພຽງ​ເທົ່າ​ນັ້ນ.

ເປັນ​ໜ້າ​ເສຍ­ດາຍ​ທີ່​ໄດ້​ໃຊ້​ເວ­ລາ​ທັງ​ຊີ­ວິດ ເພື່ອ​ສະ­ແຫວງ­ຫາ ແລະ ພະ­ຍາ­ຍາມ​ຄອບ​ຄອງ​ຄວາມ​ສຳ­ເລັດ ແຕ່​ເມື່ອ​ຄວາມ​ສຳ­ເລັດ​ມາ​ຮອດ​ແລ້ວ ຊ້ຳ​ຜັດ​ປ່ອຍ​ໃຫ້​ສິ່ງ​ນັ້ນ​ຫຼຸດ​ມື​ໄປ​ຢ່າງ​ງ່າຍ­ດາຍ ພຽງ​ຍ້ອນ​ຄວາມ​ປະ­ໝາດ​ຂາດ​ສະ­ຕິ​ຂອງ​ຕົນ​ເອງ.

ສູ່​ມື້­ນີ້ ສັງ­ເກດ​ເຫັນ​ວ່າ ສື່​ສັງ­ຄົມ​ອອນ​ລາຍ​ດ້ານ​ຂໍ້​ມູນ​ຂ່າວ­ສານ​ປົນ​ເປື້ອນ​ໄປ​ດ້ວຍ ສະ­ນັ້ນ ຄວນ​ຮູ້​ໄຈ້​ແຍກ​ເບິ່ງ​ວ່າ ຂໍ້​ມູນ​ຂ່າວ­ສານ​ໃດ​ເປັນ​ໜ້າ​ເຊື່ອ​ຖື ມີ​ສາ­ລະ​ປະ­ໂຫຍດ​ສ່ຳ​ໃດ ສັງ­ຄົມ​ສູ່​ມື້­ນີ້ ເປັນ​ສັງ­ຄົມ​ຄວາມ​ເຊື່ອ ຄື​ໄດ້​ຍິນ​ໄດ້​ຟັງ​ຫຍັງ​ມາ ກໍ​ບໍ່​ຄ່ອຍ​ສົນ­ໃຈ​ທີ່​ຈະ​ພິ­ຈາ­ລະ­ນາ​ກວດ​ສອບ​ເບິ່ງ​ຂໍ້​ເທັດ​ຈິງ ແຕ່​ມັກ​ຈະ​ບໍ່​ເຊື່ອ​ໄວ້​ກ່ອນ ສະ­ນັ້ນ ຜູ້​ທີ່​ຮູ້​ເທົ່າ​ຮູ້​ທັນ​ເຫດ­ການ ກໍ​ຈະ​ບໍ່​ຖື​ສາ​ຫາ​ຄວາມ ເພາະ​ສັງ­ຄົມ​ຍຸກ​ດີ​ຈິ​ຕອນ ກໍ​ເປັນ​ແບບ​ນີ້​ແຫຼະ ມີ​ຄວາມ­ສຸກ​ຈາກ​ການ​ປ່ອຍ​ຂ່າວ​ລື…

ໃນ​ຖາ­ນະ​ທີ່​ເປັນ​ພະ­ນັກ­ງານ​ອາ­ວຸ­ໂສ​ບຳ­ນານ ຜູ້​ຂຽນ​ວ່າ​ບໍ່​ຄວນ​ໄປ​ຖື​ສາ​ຫາ​ຄວາມ​ກັບ​ຜູ້​ທີ່​ປ່ອຍ​ຂ່າວ​ນີ້​ຫຼາຍ ຄວນ​ຫັນ​ກັບ​ມາ​ຫັນ­ປ່ຽນ​ວິ​ກິດ​ການ​ໃຫ້​ເປັນ​ໂອ­ກາດ ຍ້ອນ​ກັບ​ມາ​ພິ­ຈາ­ລະ­ນາ​ສຳ​ຫຼວດ ເບິ່ງ​ຕົນ​ເອງ​ຄືນ ດ້ວຍ​ຄວາມ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ວ່າ ກວ່າ​ຈະ​ເຖິງ​ມື້­ນີ້ ໄດ້​ອົດ­ທົນ​ພະ­ຍາ­ຍາມ​ມາ​ຫຼາຍ​ພຽງ​ໃດ ຄວນ​ຮຽນ​ຮູ້​ທີ່​ຈະ​ຖະ​ນຸ​ຖະ­ໜອມ​ຖາ­ນະ​ຕຳ­ແໜ່ງ​ອັນ​ຊົງ​ກຽດ​ນີ້​ໄວ້​ຢ່າງ​ດີ​ທີ່​ສຸດ.

ຂໍ​ພຽງ​ແຕ່​ມີ​ສະ­ຕິ ບໍ່​ປະ­ໝາດ ບໍ່​ຫຼົງ​ຕົວ​ເອງ ແນ່­ນອນ​ວ່າ ອາດ​ຈະ​ມອງ​ເຫັນ​ຫົນ­ທາງ​ເອງ​ວ່າ ຈະ​ຄວນ​ເຮັດ​ຢ່າງ­ໃດ ຈຶ່ງ​ຈະ​ສາ­ມາດ​ລົບ​ລ້າງ “ຮອຍ​ມົນ­ທິນ” ອອກ​ໄປ​ໄດ້​ຢ່າງ​ຕະ­ຫຼອດ​ການ.

ສະ­ເໜີ​ແລກ­ປ່ຽນ​ບັນ­ຫາ​ນີ້ ນຳ​ຜູ້​ຮູ້​ທັງ­ຫຼາຍ ເນື່ອງ​ໃນ​ໂອ­ກາດ​ທີ່​ທົ່ວ​ພັກ-ທົ່ວ​ກອງ­ທັບ ແລະ ທົ່ວ​ປວງ​ຊົນ​ເຮົາ ພວມ​ຕິດ­ຕາມ​ກອງ​ປະ­ຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ​ເຮົາ.

error: Content is protected !!