ວັກຊິນ ຕ້ານໂຄວິດ-19 ຄາດຄະເນລາຄາ

      ຫາກເພື່ອນຜູ້ອ່ານ ຕິດຕາມຂ່າວສານ-ບ້ານເມືອງ ຈະຮູ້ວ່າມີຂ່າວດີອອກມາເລື້ອຍໆກ່ຽວກັບການຄົ້ນຄວ້າຫາວັກຊິນ ທີ່ປອດໄພ-ມີປະສິດທິພາບ ເພື່ອຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19.

    ອີງຕາມແຫຼງຂ່າວຈາກຕ່າງປະເທດ ໃຫ້ຮູ້ວ່າ: ມາຮອດເດືອນສິງຫານີ້ຜົນການທົດສອບວັກຊິນ ໃນມະນຸດ ໄລຍະທີ 1 ແລະ 2 ມີຜົນຢ່າງໜ້າພໍໃຈ ນັກວິທະຍາສາດມີຄວາມໝັ້ນໃຈວ່າຈະສາມາດຜະລິດວັກຊິນ ທີ່ກຳລັງທົດສອບໃນມະນຸດເຖິງ 30 ແບບ ເຊິ່ງດຽວນີ້ພວກກ້າວສູ່ການທົດສອບໄລຍະທີ 3 ຖືເປັນຂັ້ນຕອນສຸດທ້າຍຄາດວ່າໝົດປີ 2020 ນີ້ ຫຼືວ່າຕົ້ນປີ 2021 ຈະສາມາດຜະລິດວັກຊິນ ໃນປະລິມານພຽງພໍ ສຳລັບກຸ່ມເປົ້າໝາຍໃນເບື້ອງຕົ້ນ ຄື: ແພດໝໍ ພະນັກງານຮັບໃຊ້ຕາມໂຮງໝໍ-ສຸກສາລາ ຜູ້ສູງອາຍຸທີ່ມີພະຍາດປະຈຳຕົວຜູ້ຍິງ ແລະ ເດັກນ້ອຍ ສ່ວນການຄົ້ນຄວ້າ ແລະ ຜະລິດວັກຊິນຕ້ານໂຄວິດ-19 ນັ້ນມີການເຄື່ອນໄຫວດັ່ງນີ້:

   ວັນທີ 11 ສິງຫາ 2020 ທ່ານປະທານາທິບໍດີ ປູຕິນ ໄດ້ປະກາດວ່າ: ຣັດເຊຍເປັນປະເທດທໍາອິດໃນໂລກທີ່ຈົດທະບຽນວັກຊິນຕ້ານພະຍາດໂຄວິດ-19 ວັກຊິນນີ້ ມີຊື່ວ່າ: “..Sputnik V..” ການປະກາດຄັ້ງນີ້ເຮັດໃຫ້ຫຼາຍປະເທດໃນໂລກ ໂດຍສະເພາະ ສະຫະລັດອາເມຣິກາ ບອກວ່າບໍ່ເຊື່ອໝັ້ນ ເພາະຣັດເຊຍ ພວມເຂົ້າສູ່ການທົດລອງ Phase 3 ຈະເຊື່ອໝັ້ນໄດ້ຢ່າງໃດ? ແຕ່ຣັດເຊຍ ກໍມີຄຳອະທິບາຍວ່າ ພວກເພິ່ນຄົ້ນຄວ້າມາຫຼາຍປີແລ້ວ ກ່ອນທີ່ COVID-19 ຈະລະບາດອີກຊໍ້າ ເຖິງຢ່າງ ໃດກໍມີຫຼາຍປະເທດສັ່ງຊື້ວັກຊິນ ຈາກຣັດເຊຍ.

    ສ່ວນ ຣັດເຊຍ ເອງຄາດຄະເນຈະດໍາເນີນການສັກວັກຊິນນີ້ທົ່ວໄປ ໃນເດືອນກັນຍາຈະມາເຖິງ.

    ຕໍ່ມາແມ່ນ ສປ ຈີນ ໄດ້ດໍາເນີນການຈົດລິຂະສິດວັກຊິນ ໃນວັນທີ 11 ສິງຫາ 2020 ເຊັ່ນກັນ ແລະ

ກຽມເຂົ້າສູ່ການທົດລອງໃນ Phase 3 ກ່ອນຈະ ປ່ອຍອອກສູ່ຕະຫຼາດ ເຊິ່ງມີຊື່ວ່າ: “..Ad5-ncov..” ເປັນຜົນງານຮ່ວມກັນຂອງສະຖາບັນວິໄຈ Chinese Aca de my of Engineering ແລະ ສະຖາບັນ Academy of  Military Sciences ຂອງກອງທັບປົດປ່ອຍປະຊາຊົນຈີນ ຮ່ວມກັບບໍລິ

ສັດ Cansino Biologics ເຊິ່ງເປັນບໍລິສັດດ້ານເພ ສັດ ສາດ ຂອງ ສປ ຈີນ ວັກຊິນ ນີ້ຍື່ນຂໍຈົດລິຂະສິດ ແຕ່ວັນທີ 18 ມີນາຜ່ານມາ ຖືວ່າເປັນວັກຊິນ ຊະນິດທໍາອິດທີ່ໄດ້ຮັບອະນຸຍາດຈົດທະບຽນໃນ ສປ ຈີນ.

   ສໍາລັບປະເທດອົດສະຕຣາລີ ກໍມີຂ່າວວ່າ ລັດຖະບານຂອງເຂົາກໍບັນລຸຂໍ້ຕົກລົງການເຂົ້າເຖິງວັກຊິນຕ້ານໂຄວິດ-19 ທີ່ຢູ່ໃນຂັ້ນຕອນການພັດທະນາຂອງບໍລິສັດອັງກິດ Astra Zeneca ລວມເຖິງວັກຊິນທີ່ພັດທະນາໂດຍມະຫາວິທະຍາໄລ OXFORD ຫາກປະສົບຜົນສໍາເລັດຈະນຳມາສັກ ໃຫ້ປະຊາຊົນໂດຍບໍ່ເສຍຄ່າ.

   ທີ່ສະຫະລັດອາເມຣິກາ ກໍມີການພັດທະນາວັກ ຊິນເຖິງ 6 ຊະນິດ ແຕ່ມີຄວາມຫວັງແມ່ນວັກຊິນ ທີ່ຊື່ວ່າ: Moderna ເຊິ່ງເລີ່ມທົດລອງເມື່ອເດືອນ ມີນາຜ່ານມາ ໂດຍຄາດວ່າ ພາຍໃນ 5 ເດືອນ ຈະກ້າວສູ່ Phase 3 ໄດ້ ແລະ ເຊື່ອວ່າໝົດປີ 2020 ຈະສາມາດຜະລິດອອກມາສູ່ຕະຫຼາດໄດ້.

   ຕໍ່ກໍລະນີດັ່ງກ່າວນີ້ ອົງການອະນາໄມໂລກ (WHO) ໄດ້ສົ່ງໜັງສືໄປຍັງບັນດາປະເທດທົ່ວໂລກ ເພື່ອໃຫ້ເຂົ້າຮ່ວມໂຄງການແບ່ງປັນວັກຊິນຕ້ານໂຄວິດ-19 ຫຼື COVEX ທີ່ WHO ເປັນຜູ້ດຳ ເນີນການຢູ່ໃນຂະນະນີ້ ຜູ້ອຳນວຍການ WHO ກ່າວວ່າ: ຫາກບໍ່ໄດ້ສິດສັກວັກຊິນຕ້ານໂຄວິດ-19 ໃຫ້ປະຊາຊົນທີ່ມີຄວາມສ່ຽງຕໍ່ການຕິດເຊື້ອກໍບໍ່ມີທາງທີ່ຈະຢຸດຢັ້ງການແຜ່ລະບາດໂຄວິດ-19 ໄດ້ ແລະ ບໍ່ມີທາງທີ່ຈະສາມາດຟື້ນຟູເສດຖະກິດໂລກ ໄດ້ໂຄງການນີ້ ມີ 92 ປະເທດເຂົ້າຮ່ວມ ແລະ ມີອີກ 80 ປະເທດ ສະແດງເຈດຈໍານົງທີ່ຈະເຂົ້າຮ່ວມ.

   ສໍາລັບການສັກວັກຊິນຕ້ານພະຍາດໂຄວິດ-19 ນີ້ ຈະມີການສັກວັກຊິນໃຫ້ຜູ້ລະສອງເຂັມຫ່າງກັນ 1 ເດືອນ ມີການຄາດຄະເນວ່າ ວັກຊິນນີ້ຈະມີລາຄາປະມານແສນປາຍຫາສອງແສນກີບຕໍ່ 1 ເຂັມ (20ໂດລາ).

   ຜູ້ຜະລິດລາຍໃຫຍ່ ອາດແມ່ນ ຣັດເຊຍ ສປ ຈີນ ແລະ ບໍລິສັດ ຕາເວັນຕົກ ເປັນຕົ້ນ ແມ່ນວັກຊິນ ທີ່ພັດທະນາໂດຍມະຫາວິທະຍາໄລ OXFORD ຮ່ວມກັບບໍລິສັດ Astra Zeneca ຈາກປະເທດອັງກິດ.

   ຈາກການແຂ່ງຂັນການພັດທະນາວັກຊິນຂອງຫຼາຍປະເທດໃນໂລກ ໂດຍສະເພາະແມ່ນການຮ່ວມມືກັນຂອງສອງປະເທດ ຄື: ສປ ຈີນ ແລະ ຣັດເຊຍ ນັ້ນຈະເຮັດໃຫ້ໂລກມີວັກຊິນທີ່ປອດໄພ-ມີປະສິດທິພາບ ທັງພ້ອມນຳໃຊ້ໄດ້ຢ່າງໄວໃນຕົ້ນປີ 2021.

   ທັງໝົດນັ້ນ ຄືບາງຂໍ້ມູນທີ່ຢາກໃຫ້ເພື່ອນຜູ້ອ່ານກໍາໄດ້ນໍ ?

error: Content is protected !!