ໜ້າທີ່ອັນໜັກໜ່ວງ ແຕ່ມີກຽດສະຫງ່າ

ການ​ສະ­ຫຼອງ 70 ປີ​ວັນ​ສ້າງ­ຕັ້ງ​ສື່​ມວນ​ຊົນ​ຜ່ານ​ໄປ… ແຕ່​ຜູ້​ຂຽນ​ຢາກ​ເວົ້າ​ເຖິງ​ໜ້າ­ທີ່​ອັນ​ໜັກ­ໜ່ວງ ແລະ ມີ​ກຽດ​ສະ­ຫງ່າ​ຂອງ​ນັກ​ຂ່າວ​ພວກ​ເຮົາ.

ຜົນ­ງານ​ກໍ​ມີ​ຫຼາຍ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ກໍ​ລື່ນ​ເກົ່າ… ແຕ່​ພວກ​ເຮົາ​ກໍ​ຕ້ອງ​ຍອມ­ຮັບ​ວ່າ​ໃນ​ຍຸກ​ດິ​ຈີ​ຕອນ​ນີ້ ສື່​ມວນ​ຊົນ​ພວກ​ເຮົາ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ຍ້ອນ​ການ​ປາ­ກົດ​ຕົວ​ຂອງ​ສື່​ອອນ​ລາຍ ຕ້ອງ​ຍອມ­ຮັບ​ວ່າ ສື່​ອອນ​ລາຍ​ເປັນ​ແຫຼ່ງ​ກະ­ຈາຍ​ຂ່າວ​ທີ່​ສຳ­ຄັນ ຂອງ​ຍຸດ​ທະ​ສາດ​ຫັນ­ປ່ຽນ​ໂດຍ​ສັນ­ຕິ ຂອງ​ອິດ​ທິ​ກຳ­ລັງ​ປໍ​ລະ​ປັກ​ຕໍ່​ລະ­ບອບ​ຂອງ​ພວກ​ເຮົາ.

ບັນ­ດາ​ຂ່າວ​ປອມ ຂ່າວ​ລື ຂ່າວ​ປັ່ນ​ປວນ​ຕ່າງໆ​ນັ້ນ​ລ້ວນ​ແຕ່​ມາ​ນຳ​ສື່​ອອນ​ລາຍ ສະ­ນັ້ນ ບັນ­ຫາ​ອະ­ທິ­ບາຍ​ຂ່າວ​ທີ່​ສື່​ອອນ​ລາຍ​ຕັ້ງ​ຂຶ້ນ​ນັ້ນ ມັນ​ເປັນ​ໜ້າ­ທີ່​ຂອງ​ວົງ​ການ​ສື່​ມວນ​ຊົນ ກໍ​ຄື ນັກ​ຂ່າວ​ພວກ​ເຮົາ.

ຂໍ​ແລກ­ປ່ຽນ​ເນີ ! ຢາກ​ອະ­ທິ­ບາຍ​ທຸກ​ບັນ­ຫາ​ທີ່​ສື່​ອອນ​ລາຍ​ຕັ້ງ​ຂຶ້ນ ນັກ​ຂ່າວ​ພວກ​ເຮົາ​ຕ້ອງ​ກຳ​ໄດ້​ບາງ​ກົດ­ໝາຍ​ສຳ­ຄັນ​ດັ່ງ­ນີ້:

ກົດ­ໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ ສະ­ບັບ​ເລກ​ທີ 019/ສພຊ ລົງ​ວັນ​ທີ 04 ພະ­ຈິກ 2016 ໃນ​ນັ້ນ ຢາກ​ໃຫ້​ກຳ​ແໜ້ນ ມາດ­ຕາ 3 ການ​ອະ­ທິ­ບາຍ​ສັບ ໃນ​ຂໍ້ 6 ນ້ອຍ: ນັກ​ຂ່າວ ໝາຍ​ເຖິງ​ບຸ​ຄະ­ລາ​ກອນ​ຂອງ​ອົງ­ການ​ສື່​ມວນ​ຊົນ ທີ່​ເຮັດ​ໜ້າ­ທີ່​ຊອກ​ເກັບ​ກຳ​ຂໍ້​ມູນ​ຂ່າວ­ສານ​ຢູ່​ພາຍ​ໃນ ແລະ ຕ່າງ­ປະ­ເທດ ແລ້ວ​ແຕ່ງ​ເປັນ​ບົດ ຂ່າວ ແລະ ລາຍ­ການ ສະ­ໜອງ​ໃຫ້​ແກ່​ພາ­ຫະ­ນະ​ສື່​ມວນ​ຊົນ.. ນອກ​ນັ້ນ ຍັງ​ມີ​ມາດ­ຕາ 5 ຫຼັກ​ການ­ເຄື່ອນ­ໄຫວ​ວຽກ​ງານ​ສື່​ມວນ​ຊົນ ກໍ​ຄື ມາດ­ຕາ 9 10 11 12.

ການ​ປະ­ມວນ​ກົດ­ໝາຍ​ອາ­ຍາ ໂດຍ​ສະ­ເພາະ ມາດ­ຕາ 168 ການ​ສ້າງ​ຄວາມ​ເສຍ​ຫາຍ​ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ.

ບັນ­ດາ​ກົດ­ໝາຍ​ທີ່​ກ່ຽວ​ພັນ​ກັບ​ບັນ­ຫາ​ທີ່​ສື່​ສັງ­ຄົມ​ອອນ​ລາຍ​ຕັ້ງ​ຂຶ້ນ.

ຂໍ​ໂທດ​ເນີ… ບໍ່​ແມ່ນ​ອວດ​ຮູ້​ອວດ​ສະ­ຫຼາດ​ຫຍັງ​ດອກ ອາ­ຊີບ​ນັກ​ຂ່າວ​ນີ້​ແມ່ນ​ອາ­ຊີບ​ທີ່​ຂົນ­ຂວາຍ​ຫາ​ຄວາມ​ຮູ້​ທີ່​ບໍ່​ມີ​ເມືອງ​ພໍ​ໃຫ້​ຕົນ​ເອງ ເພື່ອ​ຈະ​ໄດ້​ອະ­ທິ­ບາຍ​ບັນ­ຫາ​ຕ່າງໆ​ທີ່​ສັງ­ຄົມ​ຕັ້ງ​ຂຶ້ນ ອາ­ຊີບ​ນີ້​ອ່ານ​ຫຼາຍ ນອນ​ໜ້ອຍ ນັ່ງ​ກົ້ນ​ຕິດ​ຕັ່ງ​ແຕ່? ຫຼື ຈະ​ເວົ້າ​ຕາມ​ຄຳ​ໂຕ່ງ​ໂຕຍ​ຂອງ​ລາວ​ເຮົາ​ກໍ​ຖືກ​ເຊັ່ນ​ວ່າ: ເປັນ​ເຈົ້າ​ພັນ­ຕາ ພະ­ຍາ​ພັນ​ຫູ.

…ຈົ່ງ​ພູມ­ໃຈ​ໃນ​ອາ­ຊີບ​ໃນ​ໜ້າ­ທີ່​ອັນ​ໜັກ­ໜ່ວງ​ແຕ່​ມີ​ກຽດ​ສະ­ຫງ່າ…

error: Content is protected !!