ລະດູການຮັບໃບປະກາດມາເຖິງ ການສະຫຼອງຊື່ນຊົມກໍເປັນທຳມະດາ ເພາະການຮຽນສຶກສາປະລິນຍາ 4-5 ປີ ແຕ່ບໍ່ຄວນໃຫ້ພໍ່ແມ່ຜິດຫວັງ ເພາະບາງຄົນໃຊ້ຈ່າຍໃສ່ການຮຽນໝົດຊັບສິນຫຼວງຫຼາຍ ບາງກໍລະນີພໍ່ແມ່ຂາຍດິນດອນຕອນຫຍ້າເພື່ອສົ່ງເສີມລູກຮຽນ ຢາກໃຫ້ລູກມີຄວາມຮູ້ເພື່ອຈະມີອາຊີບລ້ຽງຊີວິດ ແຕ່ກົງກັນຂ້າມ ມີນັກຮຽນ ນັກສຶກສາເຂົ້າຮ້ານກິນດື່ມ ບັນເທີງ ແທນທີ່ຈະເຂົ້າຮ້ານປຶ້ມ ແລະ ຫ້ອງສະໝຸດ…
Category: ນານາສາລະ
ບໍ່ຢາກປວດຫົວ ຕ້ອງໄປລົງທະບຽນ
ໃນຍຸກນີ້ສື່ອອນລາຍມາແຮງທົ່ວໂລກ ເຊິ່ງກໍຕ້ອງຍອມຮັບວ່າມັນມີດ້ານດີ ແລະ ດ້ານອ່ອນ ສະນັ້ນ ຫຼາຍປະເທດໃນໂລກເພິ່ນຈຶ່ງມີກົດໝາຍ ແລະ ລະບຽບການອອກມາເພື່ອຄຸ້ມຄອງສື່ນີ້ ເຊັ່ນວ່າ: ຢູ່ປະເທດເຢຍລະມັນ ຣັດເຊຍ ຫຼື ປະເທດໃກ້ຄຽງເຮົາ ຄື: ປະເທດໄທ. ສຳລັບປະເທດເຮົາກໍມີກົດໝາຍເຊັ່ນກັນ…
ເຈົ້າຟ້າງຸ່ມ ໂອວາດ 18 ຂໍ້
ດັ້ນກີບເມກ ຕາມປະຫວັດສາດ ປີ 1353 ເປັນປີສະຫຼອງໄຊຊະນະຄັ້ງຍິ່ງໃຫຍ່ຂອງເຈົ້າຟ້າງຸ່ມ ຈັດຂຶ້ນທີ່ວັດປ່າສັກ (ເຂດໂຮງຮຽນປາກປ່າສັກ) ການສະຫຼອງໄຊຄັ້ງນີ້ ເພື່ອສ້າງຂວັນກຳລັງໃຈແກ່ປະຊາຊົນ ແລະ ເສນາອາມາດ ເພາະເຈົ້າຟ້າງຸ່ມ ໄດ້ປະກາດທ້ອນໂຮມເປັນອານາຈັກລາວລ້ານຊ້າງ ທັງແຕ່ງຕັ້ງເຈົ້າຂຸນຕ່າງໆໃຫ້ປົກຄອງບ້ານເມືອງ ໃຫ້ນຳໃຊ້ຫຼັກສິນທຳນຳທາງ…
..ຜູ້ຮູ້ບໍ່ໄດ້ເຮັດ ຜູ້ເຮັດບໍ່ຮູ້..
ບາງຄົນຍັງເວົ້າຕື່ມວ່າ ຜູ້ເວົ້າບໍ່ຮູ້ ຫຼື ຜູ້ຮູ້ບໍ່ໄດ້ເວົ້າ ຜູ້ຂຽນຄິດເຫັນຄຳບູຮານເວົ້າວ່າ: ກົກບໍ່ເຕື້ອງ ຕີງຕາຍຕັ້ງແຕ່ງ່າ ບາດວ່າງ່າບໍ່ເຕື້ອງຕີງໄດ້ແຕ່ໃບ ບາງຄັ້ງເວລາໄປນັ່ງກິນກາເຟ ກໍມັກຈະໄດ້ຍິນວ່າ ທຸກມື້ນີ້ ບຸກຄົນຈະກ້າວໜ້າຕ້ອງຮູ້ຈັກລູບແຄ່ງ ເລຍຂາ ບາດວ່າ ນັກວິຊາການແທ້ (ຜູ້ຮູ້ແທ້)…
ໂຄວິດ-19 ຖະຫຼົ່ມເສດຖະກິດໂລກ
ຫາກເພື່ອນຜູ້ອ່ານຕິດຕາມຄໍລຳພວກເຮົາຈະເຫັນວ່າ ມີການນຳສະເໜີກ່ຽວກັບການລະບາດຂອງພະຍາດໂຄວິດ-19 ໃນແງ່ການຊອກວັກຊິນ ເພື່ອສູ້ກັບພະຍາດດັ່ງກ່າວ ລວມເຖິງການຄາດຄະເນລາຄາວັກຊິນ ມື້ນີ້ຜູ້ຂຽນໄດ້ມີຂໍ້ມູນທີ່ກະທົບເຖິງເສດຖະກິດຂອງໂລກ ມັນເປັນອີກແງ່ມຸມໜຶ່ງ ໃຫ້ເພື່ອນຜູ້ອ່ານກຳໄດ້ນັ້ນ ແມ່ນບົດວິເຄາະໃນຫົວຂໍ້ “ໄພອັນຕະລາຍຂອງພື້ນຖານເສດຖະກິດໂລກ” ເຊິ່ງແມ່ນວິທະຍຸກະຈາຍສຽງຫວຽດນາມ (VOV World) ລົງພິມໃນວັນທີ 11 ກັນຍາ…
ສິນໄຊສອນຍັກ
ອຳນາດຂອງຄວາມໂລບເຮັດໃຫ້ຄົນຕາດີ ກາຍເປັນຄົນຕາບອດ ເຮັດໃຫ້ຄົນໃຈດີກາຍເປັນຄົນໃຈມືດບອດ ບໍ່ສາມາດແຍກແຍະຜິດຖືກຊົ່ວດີ ເຊັ່ນດຽວກັບຍັກກຸມພັນທີ່ເຮັດຜິດຮີດຄອງສິນທຳ ໄປລັກເອົານາງ ສຸມຸນທາ ມາເປັນເມຍທີ່ຂາດຈິດສຳນຶກ ບໍ່ເຄົາລົບກົດໝາຍຂອງບ້ານເມືອງ ເຊິ່ງສາມາດຕີຄວາມໄດ້ວ່າ ຍັກກຸມພັນໃຊ້ອຳນາດບາດໃຫຍ່ ຍາດຊິງເອົາສິ່ງທີ່ຕົນຢາກໄດ້ ເຖິງແມ່ນວ່າມັນຈະຜິດມະນຸດສະທຳ ຍັກກຸມພັນ ກໍບໍ່ຄຳນຶງເຖິງ. ສິນໄຊ…
ຄິດກ່ອນຊື້
ຄິດກ່ອນຊື້ ຫຼື ບາງຄົນຊື້ກ່ອນຄິດ ຊີວິດອາດ ຜິດຫວັງເພາະບໍ່ໄດ້ສຶກສາຂໍ້ມູນໃນສິ່ງຂອງທີ່ຕົນ ຢາກໄດ້ແຕ່ຖ້າຄິດກ່ອນຊື້ ໂດຍພິຈາລະນາລະອຽດ-ສຶກສາຂໍ້ມູນວ່າ ສິ່ງທີ່ເຮົາຈະຈ່າຍເງິນຊື້ນັ້ນ ມັນມີຄຸນນະພາບດີແທ້ພຽງໃດ ບໍ່ແມ່ນເຊື່ອງ່າຍ ໃຈເບົາ ຕາມທີ່ເຂົາໂຄສະນາ ເຊັ່ນ: ຢາບາງຊະນິດ ສາມາດປິ່ນປົວໄດ້ຫຼາຍພະຍາດ ເຊິ່ງຢ່າລືມວ່າ…
…ມີສະຕິ ບໍ່ໃຫ້ຂ່າວອອນລາຍປັ່ນຫົວ…
ໃນຊຸມມື້ມໍ່ໆມານີ້ ມີເລື່ອງວຸ້ນວາຍຫຼາຍເລື່ອງເກີດຂຶ້ນໃນສັງຄົມຂ່າວອອນລາຍ ເປີດໜ້າເຟສບຸກຂຶ້ນມາລະແມ່ນພໍ້ໂລດ ຄັນບໍ່ມີສະຕິໃນການບໍລິໂພກຂ່າວແລ້ວ ຈະຖືກຂ່າວອອນລາຍປັ່ນຫົວເນີ !. ທີ່ເວົ້າວ່າ: ປັ່ນຫົວ ເພາະວ່າໃນເລື່ອງທີ່ເກີດຂຶ້ນນັ້ນ ມີບາງຂໍ້ມູນແອບແຝງເຂົ້າມາ ພົ້ນເດັ່ນກວ່າເພິ່ນແມ່ນກໍລະນີຂໍ້ຂັດແຍ່ງຢູ່ວັດບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຮົານີ້ເອງ. ມີການຕັ້ງຂໍ້ກ່າວຫາເຊິ່ງກັນ ແລະ…
ສິນໄຊສອນພະຍານາກ
ເປັນຫຍັງຜູ້ຂຽນຈຶ່ງຢາກຢິບຍົກເອົາຄຳສອນຂອງທ້າວ ສິນໄຊ ຕອນສອນພະຍານາກໃຫ້ປົກຄອງເມືອງບາດານຕັ້ງຢູ່ໃນສິນທຳ ເພາະທັດສະນະແງ່ຄິດການປົກຄອງດັ່ງກ່າວ ມັນສະທ້ອນໃຫ້ພະຍານາກ ຕ້ອງເປັນຜູ້ຮັກຫອມຄວາມຍຸຕິທຳ ແລະ ຮູ້ຈັກສ້າງຄົນຜູ້ສືບທອດ ພ້ອມທັງໃຫ້ພະຍານາກຮູ້ຈັກຮັກຫອມປະຊາຊົນຂອງຕົນ ບໍ່ບຽດບຽນປະຊາຊົນ ໂດຍຈຸດໝາຍໃຫຍ່ກໍແມ່ນສ້າງຄວາມຍຸຕິທຳໃຫ້ເກີດຂຶ້ນໃນສັງຄົມ. ຕອນສິນໄຊລົງໄປນຳເອົານາງສີດາຈັນ ລູກສາວນາງ ສຸມຸນທາ ທີ່ແຕ່ງງານກັບພະຍານາກຢູ່ເມືອງບາດານ ເຊິ່ງພະຍານາກທ້າຫຼິ້ນໝາກສະກາກັບສິນໄຊ…