ຄ່ານິຍົມອ່ານໜັງສື

ຜູ້​ຂຽນ​ຈື່​ໄດ້​ວ່າ ມີ​ຄົນ​ໜຶ່ງ​ໄດ້​ເວົ້າ​ກ່ຽວ​ກັບ​ການ​ສ້າງ​ອະ­ນາ­ຄົດ ຫຼື ສ້າງ​ຊີ­ວິດ​ດ້ວຍ​ການ​ພັດ­ທະ­ນາ​ຄວາມ​ຮູ້ ດ້ວຍ​ການ​ສຶກ​ສາ​ຈາກ​ສະ​ຖາ​ບັນ​ການ​ສຶກ​ສາ ແລະ ຄົ້ນ­ຄວ້າ​ສຶກ​ສາ​ດ້ວຍ​ຕົນ​ເອງ ເຂົາ​ຄົນ​ນັ້ນ​ໄດ້​ຍົກ​ປຽບ­ທຽບ​ວ່າ: ຄົນ​ຈົນ​ເບິ່ງ​ລະ­ຄອນ ແຕ່​ຄົນ​ລວຍ​ອ່ານ­ໜັງ­ສື​ຫາ​ຄວາມ​ຮູ້ ບວກ​ກັບ​ໄດ້​ອ່ານ​ເບິ່ງ​ສື່​ສັງ­ຄົມ​ອອນ​ລາຍ ທີ່​ໄດ້​ຍົກ​ເອົາ​ຄຳ​ເຫັນ​ຂອງ​ຜູ້­ນຳ​ຈີນ​ເວົ້າ​ວ່າ ການ​ປະ­ຢັດ​ຄື​ສິ່ງ​ທີ່​ມີ​ກຽດ ການ​ຟຸມ​ເຟືອຍ​ອວດ​ລວຍ​ຄື​ທາງ​ໄຮ້​ກຽດ ທ່ານ​ຜູ້​ອ່ານ​ລອງ​ພິ­ຈາ­ລະ­ນາ​ເບິ່ງ​ວ່າ ການ​ສ້າງ​ຕົນ​ເອງ​ດ້ວຍ​ການ​ສຶກ​ສາ ອ່ານ​ຄົ້ນ­ຄວ້າ ແລະ ຮູ້­ຈັກ​ປະ­ຢັດ​ນັ້ນ​ເປັນ​ທາງ​ທີ່​ມີ​ກຽດ.

ການ​ສ້າງ​ຄ່າ​ນິ­ຍົມ​ໃນ​ການ​ອ່ານ­ໜັງ­ສື​ນັ້ນ ບໍ່​ແມ່ນ​ສິ່ງ​ທີ່​ເກີດ​ຂຶ້ນ​ໄດ້​ງ່າຍ ຫຼື ເວົ້າ​ແຕ່​ພຽງ​ທິດ​ສະ​ດີ ເປັນ​ນະ­ໂຍ­ບາຍ​ຢູ່​ໃນ​ປຶ້ມ​ແບບ​ລາຍ​ງານ​ດອກ​ໄມ້​ບານ ແຕ່​ມັນ​ຕ້ອງ​ເລີ່ມ​ຕົ້ນ​ຈາກ​ຄູ ພໍ່​ແມ່ ຫຼື ຜູ້​ປົກ­ຄອງ​ທີ່​ຮັກ­ຫອມ​ໜັງ­ສື ແລະ ແບ່ງ​ເວ­ລາ​ອ່ານ​ປຶ້ມ ເພື່ອ​ເຮັດ​ເປັນ​ແບບ­ຢ່າງ​ແກ່​ເຍົາ­ວະ​ຊົນ ກະ­ແສ​ໜຶ່ງ​ຫົວ­ໜ້າ​ຄອບ­ຄົວ ຫຼື ໂຮງ­ຮຽນ​ຕ້ອງ​ບໍ່​ຫຼົງ​ຄ່າ​ນິ­ຍົມ​ປອມ​ຂອງ​ໂລກ ທີ່​ເຂົາ​ກະ​ຕຸ້ນ​ໃຫ້​ໃຊ້​ແຕ່​ເຄື່ອງ­ມື​ທັນ​ສະ­ໄໝ ເຊັ່ນ: ອ່ານ​ຂໍ້​ມູນ​ໃນ​ຈໍ​ຄອມ​ພີວ​ເຕີ ໂທລະ­ສັບ​ຢ່າງ​ດຽວ ແຕ່​ຂະ­ນະ​ທີ່​ບາງ​ປະ­ເທດ​ຈະ­ເລີນ​ທາງ​ຕາ­ເວັນ­ຕົກ ຍິ່ງ​ທຸ້ມ­ເທ​ເງິນ​ເພື່ອ​ຮັກ­ສາ​ຂອງ​ເກົ່າ ຫຼື ປຶ້ມ​ເກົ່າ​ໃນ​ຫໍ­ສະ­ໝຸດ ເຊິ່ງ​ມັນ​ໄດ້​ເກັບ​ລວມ​ເອົາ​ພູມ​ປັນ­ຍາ​ຂອງ​ຊາດ​ຕົນ ຫຼື ຂອງ​ໂລກ​ມາ​ຍາວ​ນານ.

ຜູ້​ຂຽນ​ຂໍ​ຍົກ​ຄຳ​ເຫັນ​ທີ່​ເປັນ​ບາງ​ຫາງ​ສຽງ​ຂອງ​ສັງ­ຄົມ ໃນ​ການ​ອ່ານ­ໜັງ­ສື​ວ່າ: ຍ້ອນ​ຄູ ຫຼື ພໍ່​ແມ່​ບໍ່​ພາ​ອ່ານ ຫຼື ບໍ່​ສ້າງ​ແຮງ​ບັນ­ດານ​ໃຈ​ແກ່​ນັກ­ຮຽນ ແລະ ລູກ​ຂອງ​ຕົນ ເຊິ່ງ​ບາງ​ຄອບ­ຄົວ​ມີ​ກຳ­ລັງ​ປັດ​ໄຈ​ເສດ­ຖະ­ກິດ ໄດ້​ຫ້ອງ​ກິນ​ດື່ມ ຫ້ອງ​ເບິ່ງ​ໜັງ​ໃນ​ເຮືອນ ຫຼາຍ​ກວ່າ​ຈະ​ຄິດ​ສ້າງ​ຫ້ອງ​ອ່ານ​ແກ່​ລູກ ຖ້າ​ຈະ​ຄິດ​ສະ­ເລ່ຍ​ສ້າງ​ຄ່າ​ນິ­ຍົມ​ຮ້ານ​ປຶ້ມ ທຽບ­ໃສ່​ຮ້ານ​ເຫຼົ້າ-ເບຍ​ກິນ​ດື່ມ​ບັນ​ເທິງ​ແລ້ວ​ຕ່າງ​ກັນ​ປານ​ຟ້າ​ກັບ​ດິນ ເວົ້າ​ໃຫ້​ສັ້ນ​ເຂົ້າ​ຫ້ອງ​ສະ­ໝຸດ​ຫຼາຍ​ໂຮງ­ຮຽນ ກໍ​ຍັງ​ບໍ່​ໄດ້​ຮັບ​ຄວາມ​ສົນ­ໃຈ​ເອົາ­ໃຈ­ໃສ່​ສົ່ງ­ເສີມ​ຈາກ​ຜູ້­ອຳ­ນວຍ­ການ.

ການ​ສ້າງ​ຄ່າ​ນິ­ຍົມ​ໃນ​ການ​ອ່ານ​ຕ້ອງ​ເລີ່ມ​ຈາກ​ຄູ ພໍ່​ແມ່ ຜູ້​ປົກ­ຄອງ ໂຮງ­ພິມ ສຳ­ນັກ​ພິມ ສົ່ງ­ເສີມ​ຮ້ານ​ປຶ້ມ ສົ່ງ­ເສີມ​ນັກ​ຂຽນ ຖ້າ­ວ່າ​ຈະ​ສ້າງ​ສັງ­ຄົມ​ໃຫ້​ເປັນ​ສັງ­ຄົມ​ແຫ່ງ​ການ​ຮຽນ​ຮູ້​ແທ້ ຍົກ​ຕົວ­ຢ່າງ​ໃສ່​ຫວຽດ­ນາມ ຫຼື ພະ​ມາ​ລອງ​ເບິ່ງ​ວ່າ​ເຂົາ​ມີ​ສຳ­ນັກ​ພິມ ແລະ ຮ້ານ​ຂາຍ​ປຶ້ມ​ໜ້ອຍ​ຫຼາຍ​ພຽງ​ໃດ ເຊິ່ງ​ຕາບ­ໃດ​ທີ່​ຄົນ​ເຮົາ​ຫຼົງ​ໂຕ​ເອງ ຫຼົງ​ຄວາມ​ມ່ວນ­ຊື່ນ​ກໍ​ຈະ​ບໍ່​ຮູ້​ຄຸນ­ຄ່າ ຈະ​ສ້າງ​ອະ­ນາ­ຄົດ​ລູກ​ຫຼານ​ຢ່າງ​ມີ​ຄຸນ​ນະ​ພາບ.

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!