ຂ່າວທີ່ຍັງເປັນສຽງສັງຄົມເລື່ອງການສະຫຼອງຈົບຊັ້ນ ຂອງນັກຮຽນມັດທະຍົມປາຍນັ້ນ ມີທັງແງ່ບວກ ແລະ ລົບ ເພາະບາງຫາງສຽງເຂົາກໍບອກວ່າ ເພາະຜູ້ໃຫຍ່ພາເປັນ ເດັກນ້ອຍເລີຍເອົາເປັນແບບຢ່າງ ເວົ້າກັນຍາກ ແລະ ອີກຫາງສຽງໜຶ່ງກໍບອກວ່າ ເດັກນ້ອຍເຮັດເກີນເຫດ ເຊິ່ງຢ່າລືມວ່າການສະຫຼອງທັງເຕັ້ນທັງດີດທັງຂີດຂຽນໃສ່ເສື້ອຂາວ ເພື່ອອຳລາຊີວິດມັດທະຍົມນັ້ນມັນເກີດຂຶ້ນມາຫຼາຍປີລຽນຕິດຢູ່ແລ້ວ ສຳລັບປີນີ້ພຽງແຕ່ກະແສສື່ສັງຄົມອອນລາຍມາແຮງທໍ່ນັ້ນ.
ບັນຫາທີ່ມັນພົວພັນກ່ຽວຂ້ອງກັບນັກຮຽນຈົບ ມ7 ຈະເສັງເຂົ້າມະຫາໄລ ແລະ ຄູອາສານີ້ມັນກືນຍາກແບບວ່າ ກືນບໍ່ເຂົ້າ…ສະຖາບັນການສຶກສາ ແລະ ສາຍອາຊີບງານຮອງຮັບ ຄືບັນຫາເຄັ່ງຮ້ອນເພາະສັງຄົມກຳລັງຕົກໃນພາວະຄົນເຫຼືອວຽກ…? ຜູ້ຂຽນຄິດໄດ້ຕື່ມວ່າ ການສ້າງຄົນ ສ້າງພະນັກງານສືບທອດ ກໍມີແຕ່ການສຶກສາທີ່ມີຄຸນນະພາບ ແລະ ບາງສະຖາບັນທີ່ກຳລັງຈະເປີດສາຍສຶກສາ ປໂທ ແລະ ປເອກ ຄົງຈະບໍ່ມຸ້ງ ຫຼື ສ້າງຄ່ານິຍົມໃຫ້ເປັນທຸລະກິດການສຶກສາ ເຊິ່ງບັນຫາຄືທ່າອ່ຽງຄ່າເທີມແພງ ເມື່ອມາລວມກັບສະພາບທີ່ນັກຮຽນ ມປາຍ ເສັງຈົບກຳລັງຈະສອບເຂົ້າຮຽນຕໍ່ວິທະຍາໄລ ມະຫາວິທະຍາໄລຕ່າງໆແລ້ວ ຈຶ່ງເປັນປາກົດການທີ່ຕ້ອງປະຄັບປະຄອງໃຫ້ເຍົາວະຊົນເຫຼົ່ານັ້ນມີທາງອອກ ແລະ ມີທາງເລືອກຮອງຮັບທີ່ເໝາະສົມ.
ອີງຕາມຂ່າວພາຍໃນບອກວ່າ ສົກສຶກສາ 2020-2021 ເນື່ອງຈາກຜົນກະທົບຈາກໂຄວິດ-19 ເຮັດໃຫ້ນັກຮຽນຫຼາຍຄົນພັກບໍ່ໄດ້ໄປໂຮງຮຽນ ທີ່ຕ່າງປະເທດ ທາງຝ່າຍສຶກສາ ຈຶ່ງມີຄຳແນະນຳໃຫ້ສະຖາບັນການສຶກສາຫຼາຍແຫ່ງ ອາດຕ້ອງພິຈາລະນາຮັບເອົານັກສຶກສາເພີ່ມຫຼາຍຂຶ້ນກວ່າປີຜ່ານມາ ແຕ່ສຳລັບ ມຊ ປີນີ້ ມີຄວາມສາມາດຮັບເອົານັກຮຽນໄດ້ພຽງ 8.000 ອັດຕາ ເຊິ່ງມີນັກຮຽນເສັງຈົບ ມປ ທົ່ວປະເທດ ກວມ 72.000 ຄົນ ຫຼາຍກວ່າສົກສຶກສາ 2018-2019 ມີພຽງ 68.000 ຄົນ (ສະຖິຕິກົມສາມັນສືກສາ).
ຜູ້ຂຽນຂໍຝາກບາງຄຳເຫັນແລກປ່ຽນ ເພື່ອເປັນກຳລັງໃຈໃຫ້ແກ່ນັກຮຽນ ນັກສຶກສາ ວ່າພວກເຮົາເປັນເຍົາວະຊົນ ຫຼື ເປັນນັກສຶກສາ ເມື່ອຈະປະພຶດ ຫຼື ສະແດງອອກສິ່ງໃດກໍຕ້ອງຄຳນຶງເຖິງຄວາມເໝາະສົມ ບໍ່ເອົາຄວາມມ່ວນຄຶກຄະນອງເປັນທີ່ຕັ້ງ ຫຼື ຕາມໃຈຕາມອາລົມຕົນເອງ ຈົນເປັນສິ່ງທີ່ຂາດຄວາມເໝາະສົມ ປະການສຳຄັນແມ່ນຕ້ອງໃຊ້ເວລາຄົ້ນຄວ້າສຶກສານອກໂມງຮຽນໃຫ້ຫຼາຍຂຶ້ນ ເຂົ້າຫ້ອງສະໝຸດ ຊອກອ່ານໜັງສື ພັດທະນາສະໝອງດີກວ່າທ່ຽວຫຼິ້ນຊຸມແຊວ ຜູ້ໃຫຍ່ ຫຼື ຜູ້ປົກຄອງ ກໍຕ້ອງປະພຶດເປັນແບບຢ່າງເດັກນ້ອຍ ຈຶ່ງບໍ່ເວົ້າຍາກ.
ໂດຍ: ດັ້ນກີບເມກ