ບຸນເຂົ້າປະດັບດິນ ແກ່ນແທ້ ແລະ ຄວາມໝາຍ

ຜູ້​ຂຽນ​ເຊື່ອ​ວ່າ: ຊາວ​ພຸດ​ລາວ​ຫຼາຍ​ຄົນ­ຮູ້​ດີ​ພໍ​ສົມ­ຄວນ​ໃນ​ມື້​ເຮັດ­ບຸນ​ຫໍ່​ເຂົ້າ­ປະ­ດັບ­ດິນ ເຊິ່ງ​ບຸນ​ຕໍ່​ມາ​ກໍ​ເອີ້ນ​ວ່າ ບຸນ​ຫໍ່​ເຂົ້າ​ສະ­ຫຼາກ ເພາະ​ວັດ­ຖຸ ຫຼື ອາ­ຫານ​ຢູ່​ໃນ​ຫໍ່​ເຂົ້າ​ນັ້ນ​ແມ່ນ​ມີ​ຈຸດ­ປະ­ສົງ​ເພື່ອ​ອຸ­ທິດ​ໃຫ້​ແກ່​ຍາດ​ພີ່­ນ້ອງ​ທີ່​ລ່ວງ​ລັບ​ໄປ​ແລ້ວ ໃຫ້​ໄດ້​ມາ​ຮັບ​ເອົາ​ຜົນ​ທານ​ທີ່​ພວກ​ເຮົາ​ລູກ​ຫຼານ​ອຸ­ທິດ​ໄປ​ໃຫ້ ເຊິ່ງ​ມີ​ທີ່​ມາ​ຈາກ​ນິ­ທານ​ທຳ​ມະ​ບົດ​ທີ່​ພະ​ເຈົ້າ​ພິມ​ພິ­ສານ ເຮັດ­ບຸນ​ຖວາຍ​ທານ​ແຕ່​ບໍ່​ໄດ້​ອຸ­ທິດ​ຢາດ​ນ້ຳ​ ສົ່ງ​ບຸນ​ແກ່​ພີ່­ນ້ອງ​ຈຶ່ງ​ບໍ່​ໄດ້​ຮັບ​ຜົນ​ບຸນ​ອັນ​ນັ້ນ.

ດ້ວຍ​ເຫດ­ຜົນ​ຂ້າງ​ເທິງ​ນັ້ນ ເວ­ລາ​ເຮົາ​ເຮັດ­ບຸນ​ຈຶ່ງ​ຕ້ອງ​ກ່າວ​ຖວາຍ​ທານ​ອຸ­ທິດ​ຢາດ​ນ້ຳ​ໄປ​ຫາ​ຍາດ​ພີ່­ນ້ອງ​ຜູ້​ລ່ວງ​ລັບ ນີ້​ຄື​ຄວາມ​ເຊື່ອ​ຂອງ​ຊາວ​ພຸດ​ສືບ­ຕໍ່​ກັນ​ມາ​ຍາວ​ນານ ສຳ­ລັບ​ຊາວ​ລາວ​ບຸນ​ເຂົ້າ­ປະ­ດັບ­ດິນ ປີ​ນີ້​ກົງ​ກັບ​ວັນ​ທີ 18/8 ວັນ​ສິນ​ດັບ 14 ຄ່ຳ ພວກ​ເຮົາ​ກໍ​ຈະ​ກະ­ກຽມ​ເຮັດ​ຫໍ່​ເຂົ້າ​ເພື່ອ​ໄປ​ວາງ​ຢາຍ​ຕາມ​ຕົ້ນ­ໄມ້ ຫຼື ກຳ­ແພງ​ວັດ ເຊື່ອ​ວ່າ​ເປັນ​ມື້​ທີ່​ຈ່າ​ໝໍ້​ນາ­ຮົກ​ປ່ອຍ​ຜີ​ເປດ​ຂຶ້ນ​ມາ​ຮັບ​ເອົາ​ຜົນ​ທານ​ພີ່­ນ້ອງ​ອຸ­ທິດ​ໃຫ້ ຖ້າ​ພວກ​ເຮົາ​ພິ­ຈາ­ລະ­ນາ​ເບິ່ງ​ເຫດ ແລະ ຜົນ ພ້ອມ​ທັງ​ວັດ­ຖຸ​ໄປ​ຖວາຍ​ທານ​ແກ່​ພະສົງ ແລະ ອຸ­ທິດ​ເປັນ​ຫໍ່​ເຂົ້າ​ຫາ​ຜູ້​ລ່ວງ​ລັບ​ແລ້ວ​ເຮົາ​ຈະ​ເຫັນ​ວ່າ​ເປັນ​ອາ­ຫານ​ທີ່​ເກີດ​ຈາກ​ເຮັດ​ກະ­ເສດ​ປູກ­ຝັງ​ຂອງ​ຄົນ​ລາວ​ມີ​ໝາກ​ໄມ້ ແລະ ຫົວ​ມັນ​ເປັນ­ຕົ້ນ.

ວິ­ທີ​ເຮັດ​ຫໍ່​ເຂົ້າ­ປະ­ດັບ­ດິນ​ກໍ​ເອົາ​ໃບ​ຕອງ­ກ້ວຍ​ມາ​ຫໍ່ ທັງ​ເຄື່ອງ​ອຸ­ທິດ​ກໍ​ບໍ່​ເປັນ​ພິດ​ໄພ​ຕໍ່​ສິ່ງ­ແວ­ດລ້ອມ​ບໍ່​ໄດ້​ໃຊ້​ຖົງ​ຢາງ​ປຼາ​ສ​ຕິກ ນີ້​ຄື ຈຸດ​ໜຶ່ງ​ສະ­ແດງ​ອອກ​ວ່າ​ຄົນ​ລາວ​ຢູ່​ກັບ​ທຳ​ມະ​ຊາດ ແລະ ສ້າງ​ຄວາມ​ສົມ​ດຸນ​ບໍ່​ທຳ­ລາຍ​ທຳ​ມະ​ຊາດ ສະ­ຫຼາດ​ຮູ້​ໝູນ​ໃຊ້​ພືດ​ຜັກ​ຈາກ​ການ​ກະ­ເສດ​ມາ​ເຮັດ​ທານ​ແກ່​ພະ­ສົງ ແລະ ອຸ­ທິດ​ແກ່​ຍາດ​ພີ່­ນ້ອງ ປະ­ເດັນ​ທີ​ສອງ ແມ່ນ​ຄົນ​ລາວ​ຮູ້­ຈັກ​ສະ­ແດງ​ອອກ​ເຖິງ​ຄວາມ​ກະ­ຕັນ­ຍູ​ຮູ້​ບຸນ­ຄຸນ​ພໍ່​ແມ່ ຫຼື ບັນ­ພະ­ບຸ­ລຸດ ເມື່ອ​ຮອດ​ບຸນ​ເຂົ້າ­ປະ­ດັບ­ດິນ​ຈຶ່ງ​ເຮັດ­ບຸນ​ອຸ­ທິດ​ໄປ​ໃຫ້.

ຜູ້​ຂຽນ​ຂໍ​ສັງ​ລວມ​ວ່າ: ຖ້າ​ຄົນ​ລາວ​ເຮົາ​ຮູ້­ຈັກ​ຄວາມ​ໝາຍ​ຂອງ​ບຸນ ແລະ ປະ­ໂຫຍດ​ໃນ​ການ​ເຮັດ​ທານ​ບໍ່​ທຳ­ລາຍ​ສິ່ງ­ແວ­ດລ້ອມ ​ກໍ​ຈະ​ຮູ້­ຈັກ​ສືບ​ທອດ​ພູມ​ປັນ­ຍາ​ທີ່​ເປັນ​ຮີດ­ຄອງ​ສືບ​ທອດ​ກັນ​ມາ​ຍາວ​ນານ ເລື່ອງ​ຄວາມ​ກະ­ຕັນ­ຍູ​ຮູ້​ຄຸນ ແລະ ຮູ້­ຈັກ​ໝູນ​ໃຊ້​ທຳ​ມະ​ຊາດ​ຢ່າງ​ກົມ­ກຽວ​ ໂດຍ​ບໍ່​ມຸ້ງ​ທຳ­ລາຍ​ສິ່ງ­ແວ­ດລ້ອມ​ເພື່ອ​ຄວາມ​ໂລບ​ຂອງ​ຕົນ.

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!