ໃສ່ຜ້າອັດປາກກໍບໍ່ລອດ ເຕັກໂນໂລຊີຈີນ ລະບຸຕົວບຸກຄົນໄດ້ແມ່ນຢຳ 95%

ໃນ​ຂະ­ນະ​ທີ່​ປະ­ຊາ­ຊົນ​ຕ້ອງ​ໃສ່​ຜ້າ​ອັດ​ປາກ ເພື່ອ​ປ້ອງ​ກັນ​ເຊື້ອ​ໂຄ​ວິດ-19 ບໍ­ລິ­ສັດ​ດ້ານ​ເຕັກ​ໂນ​ໂລ​ຊີ​ໃນ​ປະ­ເທດ​ຈີນ ໄດ້​ອອກ​ມາ​ເປິດ ເຜີຍ​ວ່າ​ໄດ້​ພັດ­ທະ­ນາ​ລະ­ບົບ​ຈົດ​ຈຳ​ໃບ​ໜ້າ​ໃຫ້​ສາ­ມາດ​ລະ­ບຸ​ຕົວ​ບຸກ­ຄົນ​ໄດ້ ເຖິງ​ແມ່ນ​ຄົນ​ນັ້ນ​ຈະ​ໃສ່​ຜ້າ​ອັດ​ປາກ​ຢູ່​ກໍ​ຕາມ. ສຳ­ນັກ​ຂ່າວ Reuters ລາຍ​ງານ​ຈາກ​ສາ­ທາ­ລະ­ນະ ລັດ​ປະ­ຊາ­ຊົນ​ຈີນ ກ່ຽວ​ກັບ​ເຄືອ​ຄ່າຍ​ກ້ອງ​ວົງ​ຈອນ​ປິດ ທີ່​ຖືກ​ໃຊ້​ຄວບ​ຄູ່​ກັບ​ລະ­ບົບ​ຈົດ​ຈຳ​ໃບ​ໜ້າ­ທີ່​ປະ­ສົບ​ບັນ­ຫາ ຫຼັງ​ຈາກ​ທ້າຍ​ປີ​ທີ່​ຜ່ານ​ມາ ໄດ້​ພົບ​ເຊື້ອ​ໂຄ​ວິດ-19 ໃນ​ມົນ­ທົນ​ຫູ​ເປີ່ຍ ແລະ…

ສະຫະລັດ ໃຊ້ຫຸ່ນຍົນເຮັດວຽກແທນຄົນ ເພີ່ມຂຶ້ນສອງເທົ່າໃນໄລຍະ 9 ປີ

ລາຍ​ງານ​ລະ­ບຸ​ວ່າ ​ຈຳ­ນວນ​ຫຸ່ນ​ຍົນ​ທີ່​ໃຊ້​ໃນ​ສະ­ຖານ­ທີ່​ເຮັດ​ວຽກ​ທົ່ວ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ເພີ່ມ​ຂຶ້ນ​ສອງ​ເທົ່າ​ຈາກ​ປີ 2009 ເຖິງ​ປີ 2017. ລາຍ​ງານ​ດັ່ງ­ກ່າວ ມາ​ຈາກ​ກຸ່ມ​ວິ­ໄຈ​ຂອງ ມູນ​ນິ­ທິ Century Foundation ຊຶ່ງ​ຕັ້ງ​ຢູ່ ໃນ​ນິວ​ຢອກ ຊຶ່ງ​ລະ­ບຸ​ວ່າ ຫຸ່ນ​ຍົນ​ສ່ວນ​ໃຫຍ່ ເຮັດ​ວຽກ​ໃນ​ຝ່າຍ​ການ​ຜະ­ລິດ​ທົ່ວ​ລັດ​ໃນ​ແຖບ…

Google Chrome ກຽມອອກອັບເດດໃຫ້ໃຊ້ “Windows Hello” ເພື່ອເຮັດທຸລະກຳອອນລາຍໄດ້ ປອດໄພ ແລະ ສະດວກຫຼາຍຂຶ້ນ

Google ກຽມ​ອອກ​ອັບ​ເດດ Google Chrome ເພື່ອ​ໃຫ້​ສາ­ມາດ​ໃຊ້​ງານ​ຮ່ວມ​ກັບ​ລະ­ບົບ​ຢືນ­ຢັນ​ຕົວ​ຕົນ ດ້ວຍ​ການ​ສະ​ແກນ​ໃບ​ໜ້າ ຫຼື ນິ້ວ​ດ້ວຍ Windows Hello ເທິງ​ຄອມ​ພິວ​ເຕີ ແລະ ໂນດ​ບຸກ​ທີ່​ຮອງ​ຮັບ. ເຊິ່ງ​ຈະ​ເປັນ​ປະ­ໂຫຍດ​ຕໍ່​ການ​ເຮັດ​ທຸ­ລະ​ກຳ​ອອນ​ລາຍ​ຕ່າງໆ​ຢ່າງ​ຫຼວງ­ຫຼາຍ ແລະ ມີ​ຄວາມ​ປອດ​ໄພ​ຫຼາຍ​ຂຶ້ນ​ກວ່າ​ການ​ໃຊ້​ລະ­ຫັດ​ຜ່ານ​ທົ່ວໆ​ໄປ…

ໄໝຊີວະພາບຈາກເຊລຜິວໜັງ ເປິດໂອກາດໃໝ່ໃນການປິ່ນປົວບາດແຜ ແລະ ສ້ອມແຊມອະໄວຍະວະ

ນັກ​ວິ­ໄຈ​ຈາກ​ຝຣັ່ງ ໂກ​ລົມ​ບີ ແລະ ສະ­ຫະ­ລັດ​ອາ​ເມ​ຣິ​ກາ ໄດ້​ພັດ­ທະ­ນາ​ເສັ້ນ​ໄຍ​ທີ່​ເຮັດ​ຈາກ​ເຊລ​ຜິວ­ໜັງ​ຂອງ​ມະ­ນຸດ​ຂຶ້ນ ຊຶ່ງ​ເສັ້ນ​ໄຍ​ດັ່ງ­ກ່າວ ອາດ​ຈະ​ຖືກ​ນຳ​ມາ​ຖັກ​ໃຫ້​ມີ​ລັກ­ສະ­ນະ​ຄ້າຍ­ຄື​ກັບ​ເຄື່ອງ​ຖັກ​ຊີ­ວະ​ພາບ ຊຶ່ງ​ຈະ​ນຳ­ໄປ​ໃຊ້​ໃນ​ວົງ​ການ​ແພດ​ໃນ​ຮູບ​ຮ່າງ​ຂອງ​ໄໝ ເພື່ອ​ຫຍິບ​ບາດ­ແຜ​ໄດ້. ໂດຍ​ຂໍ້​ດີ ຫຼື​ປະ­ໂຫຍດ​ຂອງ​ເສັ້ນ​ໄຍ​ທຳ​ມະ​ຊາດ ທີ່​ເຮັດ​ຈາກ​ເຊລ​ຜິວ­ໜັງ​ມະ­ນຸດ​ທີ່​ວ່າ​ນີ້ ກໍ​ຄື​ເມື່ອ​ແພດ​ນຳ­ໄປ​ໃຊ້​ຫຍິບ​ບາດ­ແຜ​ແລ້ວ ໄໝ​ດັ່ງ­ກ່າວ​ຈະ​ສາ­ມາດ​ລະ­ລາຍ​ຕົວ ແລະ ປະ­ສົມ​ປະ­ສານ​ເຂົ້າ​ເປັນ​ເນື້ອ​ດຽວ​ກັນ​ກັບ​ອະ​ໄວ​ຍະ​ວະ​ຂອງ​ມະ­ນຸດ​ໄດ້…

Uniqlo ກຽມຜະລິດຜ້າອັດປາກ ໃຊ້ນະວັດຕະກຳ “AIRism” ໃສ່ແລ້ວເຢັນ ລະບາຍອາກາດດີ ແຫ້ງໄວ

Tadashi Yanai ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງ Uniqlo ໃຫ້​ສຳ­ພາດ​ບອກ​ວ່າ ກຳ­ລັງ​ຜະ­ລິດ​ຜ້າ​ອັດ​ປາກ ພ້ອມ​ວາງ​ຂາຍ​ໄລ­ຍະ​ພັກ​ຮ້ອນ ຫຼື ພາຍ​ໃນ​ເດືອນ​ສິງ­ຫາ​ນີ້ (ຍາມ​ຮ້ອນ​ຂອງ​ຍີ່­ປຸ່ນ​ຄື​ໄລ­ຍະ​ເດືອນ​ມິ­ຖຸ­ນາ ເຖິງ​ເດືອນ​ສິງ­ຫາ) ໂດຍ​ພ້ອມ​ຈຳ­ໜ່າຍ​ທຸກ​ຊ່ອງ​ທາງ​ທັງ​ໜ້າ​ຮ້ານ ແລະ ອີ​ຄອມ​ເມິ​ຊ. ສິ່ງ​ທີ່​ໜ້າ​ສົນ­ໃຈ​ຄື ຜ້າ​ອັດ​ປາກ​ຂອງ…

ເຕັກໂນໂລຊີທີ່ຊ່ວຍເດັກອໍທິສຕິກ ເດີນທາງໄປຍັງສະຖານທີ່ແປກໃໝ່

Prior’s Court ໂຮງ­ຮຽນ​ສຳ­ລັບ​ເດັກ­ນ້ອຍ​ຄວາມ​ຈຳ​ເລືອນ​ລາງ (ອໍ​ທິ​ສ​ຕິກ) ໃນ​ເມືອງ Berkshire ຊຶ່ງ​ຢູ່​ທາງ​ຕອນ​ໃຕ້​ຂອງ​ປະ­ເທດ​ອັງ­ກິດ ໄດ້​ນຳ​ເຕັກ​ໂນ​ໂລ​ຊີ​ເໝືອນ​ຈິງ ຫຼື ຊຸດ​ຫູ​ຟັງ VR ມາ​ໃຊ້​ໃນ​ໂຮງ­ຮຽນ ໂດຍ​ເຈົ້າ​ໜ້າ­ທີ່​ໃນ​ໂຮງ­ຮຽນ​ກໍ​ໄດ້​ໃຊ້​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ​ນີ້ ເພື່ອ​ການ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ເດັກ​ນັກ­ຮຽນ​ແຕ່­ລະ­ຄົນ​ດ້ວຍ. ຜູ້​ທີ່​ມີ​ອາ­ການ​ອໍ​ທິ​ສ​ຕິກ ມັກ​ຈະ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະ­ຖານ­ທີ່…

ບິນຖ້ຽວທຳອິດສຳເລັດ “ເຮລິຄອບເຕີໄຮ້ຄົນຂັບ” ຈີນ ກຽມໃຊ້ງານຈິງ

ຈີນ ພາ​ໂລກ​ຕະ­ລຶງ​ອີກ​ຮອບ ກັບ​ການ​ພັດ­ທະ­ນາ​ຫຼ້າ​ສຸດ “ເຮລິ​ຄອບ​ເຕີ​ໄຮ້​ຄົນ​ຂັບ” ພ້ອມ​ກຽມ​ໃຊ້​ງານ​ຈິງ “ດັບ​ໄຟ​ປ່າ ຄົ້ນ​ຫາ ແລະ ກວດ­ກາ​ພື້ນ​ທີ່”. ໂລກ​ເຄີຍ​ໄດ້​ເຫັນ​ວ່າ ມະ­ນຸດ​ສາ­ມາດ​ພັດ­ທະ­ນາ​ສັກ­ກະ​ຍະ​ພາບ​ຂອງ​ຕົວ​ເອງ​ໄດ້​ຫຼາຍ​ພຽງ​ໃດ ກັບ​ການ​ຜະ­ລິດ​ປະ­ດິດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຂຶ້ນ​ມາ ທີ່​ມີ​ປະ­ໂຫຍດ​ຕໍ່​ມະ­ນຸດ­ຊາດ​ດ້ວຍ​ກັນ​ເອງ ຕົວ­ຢ່າງ​ເຊັ່ນ​ລົດ​ໄຮ້​ຄົນ​ຂັບ ທີ່​ເຮົາ​ໄດ້​ເຫັນ​ການ​ພັດ­ທະ­ນາ​ຈົນ​ອອກ​ມາ​ແລ່ນ​ຢູ່​ເທິງ​ຖະ­ໜົນ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ພຽງ​ການ​ທົດ​ສອບ​ກໍ​ຕາມ…

ອົດສະຕຣາລີ ສ້າງສະຖິຕິອິນເຕີເນັດທີ່ໄວທີ່ສຸດ 44,2 Tbps ໂຫຼດຮູບເງົາ HD ກວ່າ 1.000 ເລື່ອງບໍ່ເຖິງວິນາທີ

ທີມ​ນັກ​ວິ­ໄຈ​ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ Monash, Swinburne ແລະ RMIT ໃນ ອົດ​ສະ​ຕຣາ​ລີ ອ້າງ​ວ່າ ໄດ້​ສ້າງ​ສະ­ຖິ­ຕິ​ການ​ສົ່ງ​ຜ່ານ​ຂໍ້​ມູນ​ເທິງ​ອິນ​ເຕີ​ເນັດ​ທີ່​ໄວ​ທີ່​ສຸດ​ຢູ່​ທີ່ 44,2 Tbps (ເທ​ຣາ​ບິດ​ຕໍ່​ວິ­ນາ­ທີ) ຊຶ່ງ​ຄວາມ​ໄວ​ຂະ­ໜາດ​ນີ້ ສາ­ມາດ​ໃຊ້​ດາວ​ໂຫຼດ​ຮູບ­ເງົາ​ທີ່​ຄົມ​ແຈ້ງ​ລະ­ດັບ HD ໄດ້​ຫຼາຍ​ກວ່າ…

ທວິດເຕີ ອະນຸຍາດໃຫ້ພະນັກງານ ເຮັດວຽກຈາກເຮືອນໄດ້ຕະຫຼອດໄປ

ບໍ­ລິ­ສັດ​ສື່​ສັງ­ຄົມ​ອອນ​ລາຍ ທວິດ​ເຕີ ມີ​ຖະ­ແຫຼງ­ການ​ສົ່ງ​ເຖິງ​ພະ­ນັກ­ງານ​ຂອງ​ບໍ­ລິ­ສັດ​ວ່າ ພວກ​ເຂົາ​ສາ­ມາດ​ເຮັດ​ວຽກ​ຢູ່​ເຮືອນ​ໄດ້ “ຕະ­ຫຼອດ​ໄປ” ຫາກ​ຕ້ອງ­ການ ຕາມ​ລາຍ​ງານ​ທີ່ CNBC ອ້າງ​ອີງ​ຈາກ​ສຳ­ນັກ​ຂ່າວ BuzzFeed News. ທວິດ​ເຕີ ບອກ​ວ່າ ຕົນ​ເປັນ​ບໍ­ລິ­ສັດ​ທຳ​ອິດ​ທີ່​ເລີ່ມ​ອະ­ນຸ­ຍາດ​ໃຫ້​ພະ­ນັກ­ງານ​ເຮັດ​ວຽກ​ຢູ່​ເຮືອນ​ໄດ້ ໃນ​ໄລ­ຍະ​ທີ່​ເກີດ​ວິ​ກິດ​ໂຄ​ວິດ-19 ແຕ່​ບໍ່​ແມ່ນ​ບໍ­ລິ­ສັດ​ທຳ​ອິດ…

error: Content is protected !!