ເປິດຕົວ Facebook Shops ຊ່ວຍໃຫ້ຜູ້ຄ້າຂາຍຜ່ານລະບົບອອນລາຍໄດ້ງ່າຍ ແລະ ມີປະສິດທິພາບຫຼາຍຂຶ້ນ

ຜ່ານ​ມາ Facebook ມີ​ແທັບ​ທີ່​ເອີ້ນ​ວ່າ Facebook Marketplace ຢູ່​ແລ້ວ ແຕ່​ອາດ​ຈະ​ຍັງ​ບໍ່​ຈິງ​ຈັງ​ຫຼາຍ​ພໍ​ເທົ່າ­ໃດ ຈົນ​ວັນ​ນີ້ Facebook ໄດ້​ເປີດ​ຕົວ​ຖານ Facebook Shops ຊຸກ­ຍູ້​ການ​ຊື້​ຂາຍ​ອອນ​ລາຍ​ຜ່ານ Facebook ຫຼາຍ​ຍິ່ງ​ຂຶ້ນ. Facebook…

ອາເມຊອນ ກຽມສ້າງຫ້ອງທົດລອງ

ກວດ COVID-19 ໃຫ້​ພະ­ນັກ­ງານ​ອາ​ເມ​ຊອນ ບໍ­ລິ­ສັດ ອີ​ຄອມ​ເມິ​ຊລາຍ​ໃຫຍ່ ຂອງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ປະ­ກາດ​ສ້າງ​ຫ້ອງ​ທົດ​ລອງ​ກວດ​ຊອກ​ຫາ COVID-19 ໃຫ້​ກັບ​ພະ­ນັກ­ງານ​ຂອງ​ບໍ­ລິ­ສັດ​ຂຶ້ນ​ເອງ ເພື່ອ​ຮັບ​ມື​ກັບ​ການ​ລະ­ບາດ​ຂອງ​ໂຄ​ໂຣ​ນາ​ໄວ​ຣັສ​ທົ່ວ​ອາ​ເມ​ຣິ​ກາ ທີ່​ຍອດ​ຕິດ­ເຊື້ອ (ວັນ​ທີ 15 ພຶດ ສະ­ພາ 2020)…

ປີທີ່ຜ່ານມາ ບໍລິສັດໃນສະຫະລັດ ສັ່ງຊື້ຫຸ່ນຍົນໜ້ອຍລົງ

ສຳ­ນັກ​ຂ່າວ​ຕ່າງ­ປະ­ເທດ​ລາຍ​ງານ​ວ່າ ບໍ­ລິ­ສັດ​ຕ່າງໆ​ໃນ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ໃຊ້​ຫຸ່ນ​ຍົນ​ໃນ​ບ່ອນ​ເຮັດ​ວຽກ​ກັນ​ໜ້ອຍ​ລົງ​ໃນ​ໄລ­ຍະ​ປີ 2019 ເມື່ອ​ທຽບ​ກັບ​ປີ​ກ່ອນ​ໜ້າ​ນັ້ນ ຊຶ່ງ​ນັບ​ວ່າ​ເປັນ​ການ​ຫຼຸດ​ລົງ​ຄັ້ງ​ທຳ​ອິດ​ຂອງ​ການ​ສັ່ງ​ຊື້​ຫຸ່ນ​ຍົນ​ຕັ້ງ­ແຕ່​ປີ 2015. ການ​ສັ່ງ​ຊື້​ຫຸ່ນ​ຍົນ​ເມື່ອ​ປີ​ທີ່​ຜ່ານ​ມາ​ຫຼຸດ​ລົງ ຢູ່​ທີ່​ລະ­ດັບ 23.758 ເຄື່ອງ ຊຶ່ງ​ຫຼຸດ​ລົງ​ຈາກ​ປີ​ກ່ອນ​ໜ້າ​ນັ້ນ​ເຖິງ 16% ຂໍ້​ມູນ​ດັ່ງ­ກ່າວ ມາ​ຈາກ​ສະ­ມາ­ຄົມ Advancing…

ໂລກປ່ຽນໄປແລ້ວ ! ເຊົາຮັບມືໄພໄຊເບີແບບເກົ່າໆ

ລາຍ​ງານ​ຂອງ Deloitte Cyber Smart ຊີ້​ແຈງ​ວ່າ ໄພ​ຄຸກ​ຄາມ​ທາງ​ໄຊ​ເບີ ອາດ​ສົ່ງ​ຜົນ​ເຮັດ​ໃຫ້​ສູນ​ເສຍ GDP ພາກ​ພື້ນ​ອາ­ຊີ-ປາ​ຊີ​ຟິກ​ເຖິງ 145 ຕື້​ໂດ​ລາ​ສະ­ຫະ­ລັດ ໃນ​ທົດ​ສະ​ວັດ​ໜ້າ. ແຕ່​ແນວ­ທາງ​ສ່ວນ​ໃຫຍ່ ທີ່​ອົງ​ກອນ​ໃຊ້​ໃນ​ການ​ຮັກ­ສາ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ໃນ​ວັນ​ນີ້ ຍັງ​ຄົງ​ເປັນ​ແບບ​ປະ­ຕິ­ກິ­ລິ­ຍາ​ທີ່​ສຸມ​ໃສ່​ການ​ຕາມ​ຫາ​ໄພ​ຂົ່ມ­ຂູ່ ແລະ…

ນັກວິໄຈເປັນຫ່ວງ “ປັນຍາປະດິດ” ອາດຍາດແຍ່ງວຽກຂອງພະນັກງານຫ້ອງການ

ລະ­ຫວ່າງ​ທີ່​ຫຼາຍ​ຄົນ​ກຳ­ລັງ​ເປັນ​ຫ່ວງ​ເປັນ​ໄຍ ​ວຽກ​ງານ​ໃນ​ພາກ​ອຸດ­ສາ­ຫະ­ກຳ ວ່າ​ຈະ​ຖືກ​ຈັກ​ກົນ​ຍາດ​ແຍ່ງ​ວຽກ​ຫັນ​ມາ​ອີກ​ຄັ້ງ ລະ­ບົບ​ປັນ­ຍາ​ປະ­ດິດ ຫຼື AI ອາດ​ຈະ​ເຂົ້າ​ມາ​ແທນ​ທີ່​ຕຳ­ແໜ່ງ​ງານ​ຂອງ​ພະ­ນັກ­ງານ​ຫ້ອງ­ການ​ໃນ​ເວ­ລາ​ອັນ​ໃກ້​ນີ້​ແລ້ວ ໂດຍ​ໃນ​ການ​ສຶກ​ສາ​ຈາກ Brookings Institute ຢືນ­ຢັນ​ເລີຍ​ວ່າ AI ຈະ​ສະ­ເທືອນ​ຕຳ­ແໜ່ງ​ງານ​ທີ່​ຕ້ອງ​ໃຊ້​ວຸດ​ທິ​ການ​ສຶກ​ສາ​ລະ­ດັບ​ປະ­ລິນ­ຍາ ແລະ ໃນ​ຕຳ­ແໜ່ງ​ທີ່​ຈະ​ໄດ້​ຮັບ​ຄ່າ​ຈ່າງ​ສູງໆ​ອີກ​ດ້ວຍ. ທ່ານ…

ການສຶກສາຊີ້ບອກ ແສງຕາເວັນ ຢຸດສະງັກ ກວ່າດາວອື່ນໆ ດີຕໍ່ຊີວິດເທິງໂລກ

ການ​ສຶກ​ສາ​ຊິ້ນ​ໃໝ່ ສະ­ແດງ​ໃຫ້​ເຫັນ​ວ່າ​ດວງ​ຕາ­ເວັນ​ຂອງ​ພວກ​ເຮົາ​ປາ­ກົດ​ວ່າ ມີ​ການ​ປ່ຽນ­ແປງ​ໜ້ອຍ​ໃນ​ຄວາມ​ສະ­ຫວ່າງ ແລະ ຄວາມ​ເຂັ້ມ​ຂອງ​ແສງ​ສະ­ຫວ່າງ​ຫຼາຍ​ກວ່າ​ດາວ​ອື່ນໆ ທີ່​ມີ​ລັກ­ສະ­ນະ​ຄ້າຍ­ຄື​ກັນ. ນັກ​ຄົ້ນ­ຄວ້າ​ໄດ້​ລາຍ​ງານ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້ ຈາກ​ການ​ສຳ​ຫຼວດ​ດາວ​ເຄາະ​ດວງ​ອື່ນໆ​ອີກ 369 ດວງ ເມື່ອ​ທຽບ­ໃສ່​ກັບ​ດວງ​ອາ­ທິດ​ກ່ຽວ​ກັບ​ອຸນ­ຫະ­ພູມ​ພື້ນ​ຜິວ ຂະ­ໜາດ ແລະ ການ​ໝູ­ນວຽນ​ອ້ອມ​ຕົວ​ເອງ ແລະ ພົບ​ວ່າ​ໂດຍ​ສະ­ເລ່ຍ​ແລ້ວ​ດາວ​ອື່ນໆ​ມີ​ຄວາມ​ປ່ຽນ­ແປງ​ຂອງ​ຄວາມ​ສະ­ຫວ່າງ…

5 ຂໍ້ດີຂອງ ສັງຄົມອອນລາຍ ໃນຍຸກ COVID-19

ໃນ​ຍຸກ​ທີ່​ເຕັກ​ໂນ​ໂລ​ຊີ​ພັດ­ທະ­ນາ​ວ່ອງ­ໄວ​ຫຼາຍ ຈົນ​ປັບ​ຕົວ​ເກືອບ​ບໍ່​ທັນ​ໂລກ​ອອນ​ລາຍ ກໍ​ເບິ່ງ​ຄື​ກັບ​ວ່າ​ຈະ​ກາຍ­ເປັນ​ຕົວ​ຮ້າຍ​ຂຶ້ນ​ມາ​ທັນ­ທີ ເພາະ​ຄົນ​ຢູ່​ແຕ່​ກັບ​ໜ້າ​ຈໍ ເສບ​ແຕ່​ເລື່ອງ​ທີ່​ຕົນ​ເອງ​ພໍ­ໃຈ ບໍ່​ເປິດ​ໃຈ​ໃຫ້​ຄົນ​ອື່ນ ບໍ່​ມີ​ປະ­ຕິ​ສຳ­ພັນ​ກັບ​ຄົນ​ອ້ອມ​ຂ້າງ ຈົນ​ກາຍ​ເປັນ­ຄວາມ​ຫ່າງ​ເຫີນ​ຫຼາຍ​ຂຶ້ນ​ທຸກ​ເວ­ລາ. ຈາກ​ທີ່​ເມື່ອ​ກ່ອນ ຄົນ​ຈະ​ຈັບ​ກຸ່ມ​ໂອ້​ລົມ​ເລື່ອງ​ຕ່າງໆ​ກັນ​ຕອນ​ພັກ​ທ່ຽງ ກັບ​ກາຍ­ເປັນ​ທຸກ​ຄົນ​ນັ່ງ​ກົ້ມ​ໜ້າ​ຢູ່​ແຕ່​ກັບ​ຈໍ​ໂທລະ­ສັບ ບໍ່​ໂອ້​ລົມ​ກັນ ທັງ​ທີ່​ນັ່ງ​ຢູ່​ຂ້າງໆ​ກັນ. ພໍ​ມາ​ເຖິງ​ໄລ­ຍະ COVID-19 ຊຶ່ງ​ຂະ­ນະ​ນີ້…

ນັກວິໄຈປະສົບຄວາມສຳເລັດ ກັບເຕັກໂນໂລຊີຄວບຄຸມເຄື່ອງມືດ້ວຍຄື້ນສະໝອງ

ໃນ​ຍຸກ​ທີ່​ການ​ກ້າວ​ກະ­ໂດດ​ທາງ​ວິ­ທະ­ຍາ­ສາດ​ເກີດ​ຂຶ້ນ​ໄດ້​ວ່ອງ­ໄວ​ນີ້ ນັກ​ວິ­ໄຈ​ທີມ​ໜຶ່ງ​ປະ­ສົບ​ຄວາມ​ສຳ­ເລັດ​ໃນ​ການ​ພັດ­ທະ­ນາ​ເຕັກ​ໂນ​ໂລ​ຊີ ພ້ອມ​ອຸ­ປະ­ກອນ​ທີ່​ສາ­ມາດ​ອ່ານ​ຄື້ນ​ສະ­ໝອງ ເພື່ອ​ສັ່ງ​ເຄື່ອງ­ມື​ຕ່າງໆ​ໃຫ້​ເຮັດ​ວຽກ​ໄດ້. ນັກ​ວິ­ໄຈ​ຈາກ​ບໍ­ລິ­ສັດ​ທີ່​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ສະ​ຖາ​ບັນ Harvard Innovation Lab ຄື​ທີມ​ທີ່​ສາ­ມາດ​ຄິດ​ຄົ້ນ ແລະ ປະ­ດິດ​ອຸ­ປະ­ກອນ​ທີ່​ເຊື່ອມ​ຕໍ່​ຄື້ນ​ສະ­ໝອງ​ຂອງ​ມະ­ນຸດ ເຂົ້າ​ກັບ​ເຄື່ອງ­ມື​ເອ​ເລັກ​ໂຕຣ​ນິກ​ໄດ້​ກ່ອນ​ໃຜ. ຕົວ­ຢ່າງ​ສິ່ງ​ປະ­ດິດ​ທີ່​ທີມ​ນຳ​ສະ­ເໜີ​ອອກ​ມາ​ມີ ເຊັ່ນ​ຂອງ​ຫຼິ້ນ​ລົດ​ແຂ່ງ​ທີ່​ຜູ້​ຫຼິ້ນ​ບໍ່​ຕ້ອງ​ໃຊ້​ມື​ຈັບ​ຄັນ​ບັງ­ຄັບ ຫຼື​ອຸ­ປະ­ກອນ​ອື່ນ​ໃດ ນອກ­ຈາກ​ສວມ​ທີ່​ຮັດ​ຫົວ…

ແອັບມືຖືໃນຈີນ ຊ່ວຍຕິດຕາມການລະບາດຂອງ COVID-19

ປະ­ຊາ­ຊົນ​ໃນ​ປະ­ເທດ​ຈີນ ໃຊ້​ແອັບ​ໂທລະ­ສັບ​ມື​ຖື​ໃນ​ການ​ຕິດ­ຕາມ ແລະ ຊ່ວຍ​ຖ່ວງ​ການ​ແຜ່​ກະ­ຈາຍ​ຂອງ​ໂຄ​ໂຣ​ນາ​ໄວ​ຣັສ ຫຼື COVID-19 ບາງ​ແອັບ​ພລິ​ເຄ​ຊັ່ນ ໃຫ້​ຂໍ້​ມູນ​ຫຼ້າ​ສຸດ​ກ່ຽວ​ກັບ​ສະ­ຖາ­ນະ​ການ​ການ​ຕິດ­ເຊື້ອ​ໄວ​ຣັສ ຫຼື ຂໍ້​ມູນ​ກ່ຽວ​ກັບ​ຜູ້​ຕິດ­ເຊື້ອ. ລັດ­ຖະ­ບານ​ຈີນ ເຮັດ​ວຽກ​ຮ່ວມ​ກັບ​ບໍ­ລິ­ສັດ​ເຕັກ​ໂນ​ໂລ​ຊີ​ທີ່​ໃຫຍ່​ທີ່​ສຸດ​ສອງ​ແຫ່ງ​ຂອງ​ປະ­ເທດ ໃນ​ການ​ຕິດ­ຕາມ​ພະ­ຍາດ​ນີ້​ຄື Alibaba Group ແລະ…

error: Content is protected !!