ເຕັກໂນໂລຊີທີ່ຊ່ວຍເດັກອໍທິສຕິກ ເດີນທາງໄປຍັງສະຖານທີ່ແປກໃໝ່

Prior’s Court ໂຮງ­ຮຽນ​ສຳ­ລັບ​ເດັກ­ນ້ອຍ​ຄວາມ​ຈຳ​ເລືອນ​ລາງ (ອໍ​ທິ​ສ​ຕິກ) ໃນ​ເມືອງ Berkshire ຊຶ່ງ​ຢູ່​ທາງ​ຕອນ​ໃຕ້​ຂອງ​ປະ­ເທດ​ອັງ­ກິດ ໄດ້​ນຳ​ເຕັກ​ໂນ​ໂລ​ຊີ​ເໝືອນ​ຈິງ ຫຼື ຊຸດ​ຫູ​ຟັງ VR ມາ​ໃຊ້​ໃນ​ໂຮງ­ຮຽນ ໂດຍ​ເຈົ້າ​ໜ້າ­ທີ່​ໃນ​ໂຮງ­ຮຽນ​ກໍ​ໄດ້​ໃຊ້​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ​ນີ້ ເພື່ອ​ການ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ເດັກ​ນັກ­ຮຽນ​ແຕ່­ລະ­ຄົນ​ດ້ວຍ.

ຜູ້​ທີ່​ມີ​ອາ­ການ​ອໍ​ທິ​ສ​ຕິກ ມັກ​ຈະ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະ­ຖານ­ທີ່ ແລະ ສະ­ຖາ­ນະ​ການ​ທີ່​ບໍ່​ເຄີຍ​ພົບ​ເຫັນ​ມາ​ກ່ອນ​ໄດ້​ຍາກ​ແຕ່​ຊຸດ​ຫູ​ຟັງ VR ນີ້​ຈະ​ຊ່ວຍ​ໃຫ້​ຜູ້​ສວມ​ໃສ່​ຮູ້­ສຶກ​ເໝືອນ​ຢູ່​ໃນ​ສະ­ຖານ­ທີ່​ຕ່າງໆ ຕົວ­ຢ່າງ​ເຊັ່ນ ຄົນ​ທີ່​ສວມ​ຊຸດ​ຫູ​ຟັງ VR ຈະ​ສາ­ມາດ​ເບິ່ງ​ເຫັນ​ສະ­ຖານ­ທີ່​ຕ່າງໆ​ໄດ້​ເຖິງ 360 ອົງ­ສາ​ໃນ​ຂະ­ນະ​ທີ່​ຫັນ​ຫຼັງ​ກັບ ແລະ ຍັງ​ໄດ້​ຢິນ​ສຽງ​ຂອງ​ສະ­ຖານ­ທີ່​ນັ້ນໆ​ໄດ້​ອີກ​ດ້ວຍ.

ຄູ​ຜູ້​ສອນ​ທີ່​ໂຮງ­ຮຽນ Prior’s Court ໃຊ້ VR ເພື່ອ​ແນະ­ນຳ​ໃຫ້​ເດັກ­ນ້ອຍ ໄດ້​ຮູ້­ຈັກ​ກັບ​ສະ­ຖາ­ນະ​ການ​ຕ່າງໆ ເຊັ່ນ ການ​ໄປ​ຫ້າງ​ສັບ­ພະ​ສິນ­ຄ້າ ຫຼື ການ​ຂຶ້ນ​ເຮືອ­ບິນ ໂດຍ​ສາ­ມາດ​ເຮັດ​ໄດ້​ຢ່າງ​ປອດ​ໄພ​ໃນ​ຊັ້ນ​ຮຽນ.

Nuno Guerreiro ຄູ​ສອນ​ຄອມ​ພິວ​ເຕີ​ທີ່​ໂຮງ­ຮຽນ Prior’s Court ບອກ​ກັບ​ຜູ້​ສື່​ຂ່າວ​ວ່າ ເດັກໆ​ໃນ​ໂຮງ­ຮຽນ​ລ້ວນ​ມີ​ບັນ­ຫາ​ດ້ານ​ການ​ຮັບ​ຮູ້ ດັ່ງ­ນັ້ນ ການ​ໄປ​ຍັງ​ສະ­ຖານ­ທີ່ ທີ່​ວຸ້ນ­ວາຍ​ຫຼາຍໆ ອາດ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຮູ້­ສຶກ​ອຶດ​ອັດ ແລະ ວ່າ­ການ​ໄປ​ຢູ່​ໃນ​ສະ­ຖານ­ທີ່​ແປກ​ໃໝ່​ນັ້ນ ອາດ​ເປັນ​ເລື່ອງ​ຍາກ​ສຳ­ລັບ​ເດັກ­ນ້ອຍ​ທີ່​ມີ​ອາ­ການ​ອໍ​ທິ​ສ​ຕິກ ເພາະ​ພວກ​ເຂົາ​ຈະ​ມັກ​ໃນ​ສິ່ງ​ທີ່​ຄຸ້ນ​ເຄີຍ ແລະ ມັກ​ໃນ​ສິ່ງ​ທີ່​ເປັນ​ກິດ​ຈະ​ວັດ​ປະ­ຈຳ​ວັນ.

ໂຮງ­ຮຽນ Prior’s Court ດູ​ແລ​ເຍົາ­ວະ​ຊົນ​ທີ່​ມີ​ອາ­ການ​ອໍ​ທິ​ຊຶມ​ຮຸນ​ແຮງ 95 ຄົນ ຊຶ່ງ​ບາງ​ຄົນ​ບໍ່​ສາ­ມາດ​ເວົ້າ ຫຼື ສື່­ສານ​ຄວາມ​ຕ້ອງ­ການ​ຂອງ​ພວກ​ເຂົາ​ໄດ້​ເລີຍ.

ເຈົ້າ​ໜ້າ­ທີ່​ຂອງ​ໂຮງ­ຮຽນ​ຫວັງ​ວ່າ ການ​ໃຊ້​ເຕັກ​ໂນ​ໂລ​ຊີ​ເໝືອນ​ຈິງ​ນີ້ ຈະ​ຊ່ວຍ​ໃຫ້​ເດັກ­ນ້ອຍ​ຮູ້­ສຶກ​ດີ​ຂຶ້ນ​ກັບ​ການ​ປ່ຽນ­ແປງ ຈາກ​ສິ່ງ​ທີ່​ເປັນ​ກິດ​ຈະ​ວັດ​ປະ­ຈຳ​ວັນ​ຂອງ​ຕົນ.

ນອກ​ເໜືອ​ໄປ​ຈາກ​ການ​ເຮັດ​ຄວາມ​ຄຸ້ນ​ເຄີຍ​ກັບ​ສະ­ຖານ ທີ່​ໃນ​ຊີ­ວິດ​ປະ­ຈຳ​ວັນ​ໃນ​ໂລກ ແຫ່ງ​ຄວາມ​ເປັນ​ຈິງ​ແລ້ວ ເດັກ­ນ້ອຍ​ຍັງ​ອາດ​ໄດ້​ເພີດ­ເພີນ​ໄປ​ກັບ​ປະ­ສົບ​ການ​ໃໝ່ໆ ເຊັ່ນ ການ​ຫຼິ້ນ​ສະ​ກີ ຫຼື ການ​ດຳ​ນ້ຳ​ເລິກ​ອີກ​ດ້ວຍ.

error: Content is protected !!