ອຸທິຍານແຫ່ງຊາດ Golden Monkey ສະຖານທີ່ທ່ອງທ່ຽວ ທ່າມກາງທຳມະຊາດ ທີ່ປະສານ ການອະນຸລັກສັດປ່າກັບການທ່ອງທ່ຽວຢ່າງຍືນຍົງ

ທ່າມກາງຜືນປ່າສົນເຂດໜາວ ແລະ ທິວທັດພູສູງອັນງົດ ງາມຂອງພູຫິມະໄປ໋ໝ່າ ໃນເມືອງຕາເສິງ, ເວີຍຊີ, ເຂດປົກ ຄອງຕົນເອງຕີ້ຊິ້ງ ແຂວງຢຸນນານ ສປ ຈີນ ມີສະຖານທີ່ ແຫ່ງໜຶ່ງທີ່ກຳລັງດຶງດູດນັກທ່ອງທ່ຽວ ແລະ ຜູ້ຮັກທຳມະ ຊາດຈາກຫຼາຍພື້ນທີ່ ນັ້ນຄື ອຸທິຍານແຫ່ງຊາດ Golden Monkey ແຂວງຢຸນນານ ຊື່ເຕັມເປັນພາສາ ສາກົນ ແມ່ນ (Yunnan Golden Monkey National Park) ເປັນສະຖານທີ່ ທີ່ເປີດໂອກາດໃຫ້ຜູ້ມາຢ້ຽມຢາມໄດ້ສຳຜັດ ຄວາມງາມຂອງປ່າໄມ້ ແລະ ຊົມລີງດັງແຫງນ ຫຼື snub nose monkey ຢຸນນານ ທີ່ຫາຍາກ.

ອຸທິຍານແຫ່ງນີ້ໄດ້ມີການສະເໜີສ້າງຕັ້ງໃນປີ 2007 ແລະ ເປີດໃຫ້ບໍລິການຢ່າງເປັນທາງການໃນປີ 2009, ມີເນື້ອທີ່ ຫຼາຍກວ່າ 300 ກິໂລຕາແມັດ ຕັ້ງຢູ່ພາຍໃນເຂດພາກໃຕ້ ຂອງເຂດສະຫງວນທຳມະຊາດແຫ່ງຊາດພູຫິມະໄປ໋ໝ່າ ແລະ ເຂດມໍລະດົກໂລກສາມແມ່ນ້ຳຂະໜານກັນ ຄືແມ່ນນໍ້າ ຢັງຊີ ແມ່ນໍ້າຂອງ ແລະ ແມ່ນໍ້າສາລະວີນ.

ນອກຈາກຈະເປັນແຫຼ່ງທ່ອງທ່ຽວທາງທຳມະຊາດແລ້ວ ຍັງ ເປັນພື້ນທີ່ສຳຄັນໃນການອພນຸລັກສັດປ່າຫາຍາກ ໂດຍສະ ເພາະລີງດັງແຫງນຢຸນນານ ຫຼື ລີງຂົນທອງ ສັດປ່າທີ່ມີ ຄວາມສຳຄັນຕໍ່ຄວາມຫຼາກຫຼາຍທາງຊີວະນາໆພັນຂອງພາກພື້ນ.ຈຸດພິເສດຂອງອຸທິຍານແຫ່ງນີ້ ແມ່ນການທີ່ນັກທ່ອງທ່ຽວ ສາມາດມີໂອກາດຊົມລີງດັງແຫງນຢຸນນານໃນທຳມະຊາດ ໄດ້ຢ່າງໃກ້ຊິດ. ລີງຊະນິດນີ້ມີຮູບຮ່າງໂດດເດັ່ນ ຂົນສີເຂັ້ມປົນ ສີອ່ອນ ແລະ ມີດັງເຊີດຂຶ້ນ ເປັນສັດປ່າທີ່ຫາຍາກ ແລະ ມີ ຄວາມອ່ອນໄຫວຕໍ່ການປ່ຽນແປງຂອງສະພາບແວດລ້ອມ. ການທີ່ລີງສາຍພັນນີ້ຍັງຄົງມີຊີວິດ ແລະ ສາມາດຂະຫຍາຍ ຈຳນວນໄດ້ ສ່ວນໜຶ່ງເປັນຜົນມາຈາກການປົກປ້ອງຖິ່ນ ອາໄສ ການຕິດຕາມດູແລ ແລະ ການອະນຸລັກຢ່າງຕໍ່ເນື່ອງ ຂອງເຈົ້າໜ້າທີ່ພິທັກປ່າ.ທຸກໆເຊົ້າ ເຈົ້າໜ້າທີ່ຈະອອກຕິດຕາມຝູງລີງ ແລະ ພານັກ ທ່ອງທ່ຽວໄປຍັງຈຸດຊົມລີງທີ່ກຳນົດໄວ້. ຊ່ວງເວລາທີ່ລີງມັກ ເຄື່ອນໄຫວຫຼາຍແມ່ນປະມານ 8:30 ຫາ 11:00 ໂມງເຊົ້າ.

ນັກທ່ອງທ່ຽວສາມາດນັ່ງລົດຮັບ-ສົ່ງຂອງອຸທິຍານໄປ ຍັງ ຈຸດເລີ່ມຕົ້ນ ຈາກນັ້ນຍ່າງຕໍ່ອີກປະມານ 10-30 ນາທີ ຜ່ານ ບັນຍາກາດປ່າໄມ້ອັນຮົ່ມເຢັນ ກ່ອນຈະໄປເຖິງຈຸດຊົມລີງ.ການມາຢ້ຽມຊົມລີງດັງເຊີດຢຸນນານ ບໍ່ແມ່ນພຽງການຖ່າຍ ຮູບ ຫຼື ຊົມຄວາມໜ້າຮັກຂອງສັດປ່າເທົ່ານັ້ນ ແຕ່ຍັງເປັນໂອ ກາດໃນການຮຽນຮູ້ເຖິງຄວາມສຳຄັນຂອງລະບົບນິເວດແລະ ບົດບາດຂອງມະນຸດໃນການຮັກສາສັດປ່າໃຫ້ຄົງຢູ່ຄຽງຄູ່ກັບທຳມະຊາດ. ນັກທ່ອງທ່ຽວຈຶ່ງຄວນປະຕິບັດຕາມຄຳແນະນຳ ຂອງເຈົ້າໜ້າທີ່, ບໍ່ລົບກວນ ຫຼື ໄລ່ຕາມສັດປ່າ, ບໍ່ສົ່ງສຽງ ດັງ, ບໍ່ໃຫ້ອາຫານສັດເອງ ແລະ ບໍ່ຖິ້ມຂີ້ເຫຍື້ອໄວ້ໃນປ່າ.

ນອກຈາກການຊົມລີງແລ້ວ ນັກທ່ອງທ່ຽວຍັງສາມາດສຳ ຜັດກັບທິວທັດຂອງປ່າສົນເຂດໜາວ, ອາກາດພູສູງທີ່ສົດ ຊື່ນ ແລະ ຄວາມງົດງາມຂອງພູຫິມະໄປ໋ໝ່າ. ເມືອງຕາເສິງ ຍັງເປັນເຂດທີ່ມີຫຼາຍຊົນເຜົ່າອາໄສຢູ່ຮ່ວມກັນ ເຊັ່ນ ຊາວທິເບດ, ລີຊູ, ໜ່າຊີ ແລະ ຮັ້ນ ຊຶ່ງແຕ່ລະຊົນເຜົ່າມີເອກະລັກ ດ້ານວັດທະນະທຳ ແລະ ວິຖີຊີວິດທີ່ໜ້າຄົ້ນຫາ. ນອກນັ້ນ ຍັງມີໝູ່ບ້ານດັ້ງເດີມໃກ້ຄຽງ ເຊັ່ນ ບ້ານຊີປຽນ ທີ່ມີທາງ ຍ່າງຫີນເກົ່າແກ່, ສວນໝາກວໍນັດ (ໝາກກໍ່ຫີນ) ແລະ ການຕ້ອນຮັບອັນອົບອຸ່ນຕາມປະເພນີທ້ອງຖິ່ນ.ອຸທິຍານແຫ່ງຊາດ Golden Monkey ຈຶ່ງເປັນຫຼາຍກວ່າ ຈຸດໝາຍປາຍທາງການທ່ອງທ່ຽວ ເພາະເປັນຕົວຢ່າງຂອງ ການປະສານການອະນຸລັກທຳມະຊາດກັບການສ້າງປະສົບການທ່ອງທ່ຽວທີ່ມີຄຸນຄ່າ. ການມາຢ້ຽມຢາມດ້ວຍຄວາມ ເຄົາລົບຕໍ່ທຳມະຊາດ ແລະ ວິຖີຊີວິດຂອງຊຸມຊົນ ຈະຊ່ວຍສົ່ງ ເສີມໃຫ້ການອະນຸລັກສັດປ່າສາມາດດຳເນີນຕໍ່ໄປໄດ້ຢ່າງຍືນຍົງ.

error: Content is protected !!