ທວິດເຕີ ອະນຸຍາດໃຫ້ພະນັກງານ ເຮັດວຽກຈາກເຮືອນໄດ້ຕະຫຼອດໄປ

ບໍ­ລິ­ສັດ​ສື່​ສັງ­ຄົມ​ອອນ​ລາຍ ທວິດ​ເຕີ ມີ​ຖະ­ແຫຼງ­ການ​ສົ່ງ​ເຖິງ​ພະ­ນັກ­ງານ​ຂອງ​ບໍ­ລິ­ສັດ​ວ່າ ພວກ​ເຂົາ​ສາ­ມາດ​ເຮັດ​ວຽກ​ຢູ່​ເຮືອນ​ໄດ້ “ຕະ­ຫຼອດ​ໄປ” ຫາກ​ຕ້ອງ­ການ ຕາມ​ລາຍ​ງານ​ທີ່ CNBC ອ້າງ​ອີງ​ຈາກ​ສຳ­ນັກ​ຂ່າວ BuzzFeed News.

ທວິດ​ເຕີ ບອກ​ວ່າ ຕົນ​ເປັນ​ບໍ­ລິ­ສັດ​ທຳ​ອິດ​ທີ່​ເລີ່ມ​ອະ­ນຸ­ຍາດ​ໃຫ້​ພະ­ນັກ­ງານ​ເຮັດ​ວຽກ​ຢູ່​ເຮືອນ​ໄດ້ ໃນ​ໄລ­ຍະ​ທີ່​ເກີດ​ວິ​ກິດ​ໂຄ​ວິດ-19 ແຕ່​ບໍ່​ແມ່ນ​ບໍ­ລິ­ສັດ​ທຳ​ອິດ ທີ່​ຈະ​ໃຫ້​ພະ­ນັກ­ງານ​ກັບ​ໄປ​ເຮັດ​ວຽກ​ໃນ​ຫ້ອງ­ການ ແລະ ວ່າ “ຫາກ​ພະ­ນັກ­ງານ​ຢາກ​ກັບ​ມາ​ເຮັດ​ວຽກ​ທີ່​ສຳ­ນັກ­ງານ​ເມື່ອ​ໃດ ທາງ​ບໍ­ລິ­ສັດ​ກໍ​ຈະ​ຕ້ອນ­ຮັບ​ຢ່າງ​ອົບ​ອຸ່ນ ແຕ່​ມີ​ກົດ​ວ່າ ຕ້ອງ​ກັບ​ມາ​ເມື່ອ​ປອດ​ໄພ​ແລ້ວ​ເທົ່າ​ນັ້ນ” ຊຶ່ງ​ທາງ​ທວິດ​ເຕີ​ລະ­ບຸ​ວ່າ ຢ່າງ​ໄວ​ທີ່​ສຸດ ກໍ​ຄື ເດືອນ​ກັນ­ຍາ.

ກ່ອນ​ໜ້າ​ນີ້ ບໍ­ລິ­ສັດ​ເຕັກ​ໂນ​ໂລ​ຊີ​ລາຍ​ໃຫຍ່​ຫຼາຍ​ແຫ່ງ ລວມ​ທັງ ເຟ​ສ​ບຸກ ແລະ ກູ​ເກິ​ລ ຕ່າງ​ປັບ​ນະ­ໂຍ­ບາຍ​ອະ­ນຸ­ຍາດ​ໃຫ້​ພະ­ນັກ­ງານ​ເຮັດ​ວຽກ​ຢູ່​ເຮືອນ​ຍາວ​ນານ​ຂຶ້ນ ຄື ອາດ​ເຖິງ​ທ້າຍ​ປີ ເພື່ອ​ສອດ­ຄ່ອງ​ກັບ​ຄຳ​ແນະ­ນຳ​ຂອງ​ຜູ້​ຊ່ຽວ­ຊານ​ທີ່​ວ່າ ການ​ເຮັດ​ວຽກ​ຢູ່​ເຮືອນ ຈະ​ກາຍ­ເປັນ​ເລື່ອງ​ປົກ­ກະ­ຕິ​ຫຼາຍ​ຂຶ້ນ ຫຼັງ​ການ​ລະ­ບາດ​ໃຫຍ່​ຄັ້ງ​ນີ້.

error: Content is protected !!