ໄໝຊີວະພາບຈາກເຊລຜິວໜັງ ເປິດໂອກາດໃໝ່ໃນການປິ່ນປົວບາດແຜ ແລະ ສ້ອມແຊມອະໄວຍະວະ

ນັກ​ວິ­ໄຈ​ຈາກ​ຝຣັ່ງ ໂກ​ລົມ​ບີ ແລະ ສະ­ຫະ­ລັດ​ອາ​ເມ​ຣິ​ກາ ໄດ້​ພັດ­ທະ­ນາ​ເສັ້ນ​ໄຍ​ທີ່​ເຮັດ​ຈາກ​ເຊລ​ຜິວ­ໜັງ​ຂອງ​ມະ­ນຸດ​ຂຶ້ນ ຊຶ່ງ​ເສັ້ນ​ໄຍ​ດັ່ງ­ກ່າວ ອາດ​ຈະ​ຖືກ​ນຳ​ມາ​ຖັກ​ໃຫ້​ມີ​ລັກ­ສະ­ນະ​ຄ້າຍ­ຄື​ກັບ​ເຄື່ອງ​ຖັກ​ຊີ­ວະ​ພາບ ຊຶ່ງ​ຈະ​ນຳ­ໄປ​ໃຊ້​ໃນ​ວົງ​ການ​ແພດ​ໃນ​ຮູບ​ຮ່າງ​ຂອງ​ໄໝ ເພື່ອ​ຫຍິບ​ບາດ­ແຜ​ໄດ້.

ໂດຍ​ຂໍ້​ດີ ຫຼື​ປະ­ໂຫຍດ​ຂອງ​ເສັ້ນ​ໄຍ​ທຳ​ມະ​ຊາດ ທີ່​ເຮັດ​ຈາກ​ເຊລ​ຜິວ­ໜັງ​ມະ­ນຸດ​ທີ່​ວ່າ​ນີ້ ກໍ​ຄື​ເມື່ອ​ແພດ​ນຳ­ໄປ​ໃຊ້​ຫຍິບ​ບາດ­ແຜ​ແລ້ວ ໄໝ​ດັ່ງ­ກ່າວ​ຈະ​ສາ­ມາດ​ລະ­ລາຍ​ຕົວ ແລະ ປະ­ສົມ​ປະ­ສານ​ເຂົ້າ​ເປັນ​ເນື້ອ​ດຽວ​ກັນ​ກັບ​ອະ​ໄວ​ຍະ​ວະ​ຂອງ​ມະ­ນຸດ​ໄດ້ ບໍ່​ວ່າ​ອະ​ໄວ​ວະ​ນັ້ນ​ຈະ​ຢູ່​ດ້ານ​ນອກ​ຮ່າງ­ກາຍ ຫຼື​ເປັນ​ອະ​ໄວ​ຍະ​ວະ​ທີ່­ຢູ່​ພາຍ​ໃນ​ກໍ​ຕາມ.

ເລື່ອງ​ນີ້​ນັບ​ວ່າ​ເປັນ​ຂ່າວ​ດີ ເພາະ​ເທົ່າ​ທີ່​ຜ່ານ​ມາ​ນັ້ນ ການ​ໃຊ້​ໄໝ​ສັງ​ເຄາະ​ເພື່ອ​ຫຍິບ​ບາດ­ແຜ ອາດ​ຈະ​ຖືກ​ຕໍ່­ຕ້ານ ຫຼື​ປະ­ຕິ­ເສດ​ໂດຍ​ລະ­ບົບ​ພູມ​ຄຸ້ມ​ກັນ​ຂອງ​ຮ່າງ­ກາຍ ໃນ​ຖາ­ນະ​ທີ່​ເປັນ​ສິ່ງ​ແປກ​ປອມ.

ຈາກ​ຄຸນ​ລັກ­ສະ­ນະ​ສຳ­ຄັນ ທີ່​ບໍ່​ເຮັດ​ໃຫ້​ເກີດ​ປະ­ຕິ­ກິ­ລິ­ຍາ​ຕໍ່­ຕ້ານ​ຈາກ​ລະ­ບົບ​ພູມ​ຄຸ້ມ​ກັນ ໃນ​ຮ່າງ­ກາຍ​ມະ­ນຸດ​ນີ້ ແພດ​ກໍ​ຫວັງ​ວ່າ​ໄໝ​ຫຍິບ​ບາດ­ແຜ​ທີ່​ສ້າງ​ຂຶ້ນ ຈາກ​ເຊລ​ຜິວ­ໜັງ​ມະ­ນຸດ ຈະ​ເປັນ​ປະ­ໂຫຍດ​ຢ່າງ​ສູງ ທັງ​ໃນ​ແງ່​ຂອງ​ການ​ປົວ​ບາດ­ແຜ​ເທິງ​ຜິວ­ໜັງ ແລະ ການ​ສ້ອມ­ແຊມ​ອະ​ໄວ​ຍະ​ວະ​ສຳ­ຄັນ​ຕ່າງໆ​ທີ່­ຢູ່​ພາຍ​ໃນ.

ເພາະ​ແພດ​ສາ­ມາດ​ໃຊ້​ໄໝ​ຊີ­ວະ​ພາບ​ນີ້ ຖັກ​ແສ່ວ​ໃຫ້​ເປັນ​ຮູບ​ຕ່າງໆ​ຕາມ​ທີ່​ຕ້ອງ­ການ​ໄດ້ ເຊັ່ນ ເປັນ​ຖົງ ເປັນ​ທໍ່ ຫຼື​ວ່າ​ເປັນ​ວາວ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ລັກ­ສະ­ນະ​ບັນ­ຫາ ແລະ ການ​ເຮັດ​ວຽກ​ຂອງ​ອະ​ໄວ​ຍະ​ວະ​ຊຶ່ງ​ຕ້ອງ­ການ​ສ້ອມ­ແຊມ.

ການ​ພັດ­ທະ­ນາ​ເສັ້ນ​ໄຍ​ຈາກ​ເຊລ​ຜິວ­ໜັງ​ມະ­ນຸດ ທີ່​ສາ­ມາດ​ນຳ​ມາ​ຖັກ​ແສ່ວ​ໃຫ້​ເປັນ​ໄໝ​ຫຍິບ​ບາດ­ແຜ​ແບບ​ຊີ­ວະ​ພາບ​ນີ້ ນັບ​ໄດ້​ວ່າ​ເປັນ­ຄວາມ​ກ້າວ­ໜ້າ​ຫຼ້າ​ສຸດ ສຳ­ລັບ​ວົງ​ການ​ສັນ​ຍະ​ກຳ ເພາະ​ເມື່ອ​ປີ​ທີ່​ຜ່ານ​ມາ ນັກ­ວິ­ທະ­ຍາ­ສາດ​ສາ­ມາດ​ພັດ­ທະ­ນາ “ກາວ​ຊີ­ວະ​ພາບ” ຊະ­ນິດ​ໜຶ່ງ​ໄດ້​ສຳ­ເລັດ.

ໂດຍ​ກາວ​ຊີ­ວະ​ພາບ​ນີ້ ຈະ​ເຮັດ​ວຽກ​ໃນ​ຮ່າງ­ກາຍ​ຫຼັງ​ຈາກ​ໄດ້​ຮັບ​ການ​ກະ​ຕຸ້ນ​ດ້ວຍ​ແສງ ເພື່ອ​ໃຫ້​ເລີ່ມ​ຂະ​ບວນ​ການ​ປິ່ນ­ປົວ​ບາດ­ແຜ​ຕ່າງໆ ບໍ່​ວ່າ​ຈະ​ເປັນ​ບາດ­ແຜ​ເກົ່າ ຫຼື​ບາດ­ແຜ​ໃໝ່​ກໍ​ຕາມ.

error: Content is protected !!