ໃສ່ຜ້າອັດປາກກໍບໍ່ລອດ ເຕັກໂນໂລຊີຈີນ ລະບຸຕົວບຸກຄົນໄດ້ແມ່ນຢຳ 95%

ໃນ​ຂະ­ນະ​ທີ່​ປະ­ຊາ­ຊົນ​ຕ້ອງ​ໃສ່​ຜ້າ​ອັດ​ປາກ ເພື່ອ​ປ້ອງ​ກັນ​ເຊື້ອ​ໂຄ​ວິດ-19 ບໍ­ລິ­ສັດ​ດ້ານ​ເຕັກ​ໂນ​ໂລ​ຊີ​ໃນ​ປະ­ເທດ​ຈີນ ໄດ້​ອອກ​ມາ​ເປິດ ເຜີຍ​ວ່າ​ໄດ້​ພັດ­ທະ­ນາ​ລະ­ບົບ​ຈົດ​ຈຳ​ໃບ​ໜ້າ​ໃຫ້​ສາ­ມາດ​ລະ­ບຸ​ຕົວ​ບຸກ­ຄົນ​ໄດ້ ເຖິງ​ແມ່ນ​ຄົນ​ນັ້ນ​ຈະ​ໃສ່​ຜ້າ​ອັດ​ປາກ​ຢູ່​ກໍ​ຕາມ.

ສຳ­ນັກ​ຂ່າວ Reuters ລາຍ​ງານ​ຈາກ​ສາ­ທາ­ລະ­ນະ ລັດ​ປະ­ຊາ­ຊົນ​ຈີນ ກ່ຽວ​ກັບ​ເຄືອ​ຄ່າຍ​ກ້ອງ​ວົງ​ຈອນ​ປິດ ທີ່​ຖືກ​ໃຊ້​ຄວບ​ຄູ່​ກັບ​ລະ­ບົບ​ຈົດ​ຈຳ​ໃບ​ໜ້າ­ທີ່​ປະ­ສົບ​ບັນ­ຫາ ຫຼັງ​ຈາກ​ທ້າຍ​ປີ​ທີ່​ຜ່ານ​ມາ ໄດ້​ພົບ​ເຊື້ອ​ໂຄ​ວິດ-19 ໃນ​ມົນ­ທົນ​ຫູ​ເປີ່ຍ ແລະ ເກີດ​ການ​ແຜ່​ລະ­ບາດ​ຈົນ​ເຮັດ​ໃຫ້​ປະ­ຊາ­ຊົນ​ຈຳ­ເປັນ​ຕ້ອງ​ໃສ່​ຜ້າ​ອັດ​ປາກ​ເວ­ລາ​ຢູ່​ນອກ​ເຮືອນ.

ຫຼ້າ​ສຸດ ບໍ­ລິ­ສັດ Hanwang Technology ຫຼື ຊື່​ໃນ​ຕະ­ຫຼາດ​ຕ່າງ­ປະ­ເທດ​ຄື Hanvon ໄດ້​ນຳ​ສະ­ເໜີ​ເຕັກ​ໂນ​ໂລ​ຊີ​ກວດ​ຈັບ​ໃບ​ໜ້າ ທີ່​ສາ­ມາດ​ລະ­ບຸ​ຕົວ​ບຸກ­ຄົນ​ໄດ້​ແມ່ນ​ຢຳ ເຖິງ​ແມ່ນ​ປະ­ຊາ­ຊົນ​ຈະ​ສວມ​ຜ້າ​ອັດ​ປາກ​ຢູ່​ກໍ​ຕາມ.

ໂດຍ​ບໍ­ລິ­ສັດ​ນີ້​ຕັ້ງ​ຢູ່​ໃນ​ນະ­ຄອນ­ຫຼວງ​ປັກ​ກິ່ງ ມີ​ພະ­ນັກ­ງານ 20 ຄົນ ແລະ ໄດ້​ພັດ­ທະ­ນາ​ເຕັກ​ໂນ​ໂລ​ຊີ​ດັ່ງ­ກ່າວ​ມາ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລ­ຍະ 10 ປີ​ທີ່​ຜ່ານ​ມາ ໃນ​ລະ­ບົບ​ມີ​ຂໍ້​ມູນ​ຂອງ​ບຸກ­ຄົນ​ປະ­ມານ 6 ລ້ານ​ຄົນ ເຖິງ​ແມ່ນ​ຈະ​ມີ​ຂໍ້​ມູນ​ຂອງ​ປະ­ຊາ­ຊົນ​ທີ່​ໃສ່​ຜ້າ​ອັດ​ປາກ ພຽງ​ເລັກ​ໜ້ອຍ ແຕ່​ບໍ­ລິ­ສັດ​ກໍ​ໄດ້​ນຳ​ເຕັກ​ໂນ​ໂລ​ຊີ​ນີ້​ມາ​ໃຊ້​ຈິງ ພາຍ­ຫຼັງ​ເກີດ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ໂຄ​ວິດ-19.

ທ່ານ Huang Lei ຮອງ​ປະ­ທານ​ບໍ­ລິ­ສັດ Hanwang Technology ກ່າວ​ວ່າ “ຖ້າ​ເຊື່ອມ​ຕໍ່​ກັບ​ຕົວ​ວັດ​ອຸນ­ຫະ­ພູມ ລະ­ບົບ​ຈະ​ສາ ມາດ​ລະ­ບຸ​ຕົວ​ບຸກ­ຄົນ ພ້ອມ​ແຈ້ງ​ເຕືອນ​ຫາກ​ພົບ​ຄົນ​ທີ່​ມີ​ອຸນ­ຫະ­ພູມ​ຮ່າງ­ກາຍ​ສູງ​ເກີນ 38 ອົງ­ສາ​ເຊ”.

ແລະ ຫາກ​ນຳ​ເຕັກ​ໂນ​ໂລ​ຊີ​ນີ້​ຕິດ​ຕັ້ງ​ຮ່ວມ ກັບ​ກ້ອງ​ວົງ​ຈອນ​ປິດ​ຫຼາຍ​ຕົວ ຈະ​ເພີ່ມ​ສັກ­ກະ​ຍະ​ພາບ​ໃຫ້​ສາ­ມາດ​ລະ­ບຸ​ລາຍ​ລະ­ອຽດ​ຂອງ​ປະ­ຊາ­ຊົນ​ໄດ້​ຫຼາຍ​ເຖິງ 30 ຄົນ​ພາຍ​ໃນ​ໜຶ່ງ​ວິ­ນາ­ທີ ເຂົາ​ບອກ​ດ້ວຍ​ວ່າ ຖ້າ​ບຸກ­ຄົນ​ໃສ່​ຜ້າ​ອັດ​ປາກ ຄວາມ​ແມ່ນ​ຢຳ​ຂອງ​ລະ­ບົບ​ຈະ​ຢູ່​ທີ່ 95% ແລະ ຖ້າ​ບໍ່​ສວມ​ຜ້າ​ອັດ​ປາກ​ເຕັກ​ໂນ​ໂລ​ຊີ​ນີ້ ຈະ​ມີ​ຄວາມ​ແມ່ນ​ຢຳ​ສູງ​ເຖິງ 99,5%.

ເມື່ອ​ກະ­ຊວງ​ຄວາມ​ໝັ້ນ­ຄົງ​ສາ­ທາ­ລະ­ນະ​ຂອງ​ປະ­ເທດ​ຈີນ​ນຳ​ລະ­ບົບ​ນີ້​ໄປ​ໃຊ້ ສາ­ມາດ​ຊ່ວຍ​ລະ­ບຸ​ຊື່ ແລະ ຂໍ້​ມູນ​ສຳ­ຄັນ​ຂອງ​ແຕ່​ລະ​ບຸກ­ຄົນ ຈາກ​ການ​ປຽບ­ທຽບ​ຮູບ​ຖ່າຍ ແລະ ລາຍ​ລະ­ອຽດ​ທີ່​ມີ​ຢູ່​ໃນ​ຄັງ​ຂໍ້​ມູນ​ຂອງ​ລັດ­ຖະ­ບານ ແລະ ຫາກ​ຕ້ອງ­ການ​ຕິດ­ຕາມ​ບຸກ­ຄົນ​ລາຍ​ໃດ​ເປັນ​ພິ­ເສດ ກໍ​ສາ­ມາດ​ກະ­ທຳ​ໄດ້.

ທາງ​ບໍ­ລິ­ສັດ​ເຊື່ອ​ວ່າ​ຈະ​ເປັນ​ການ​ຊ່ວຍ​ຫຼຸດ​ອາ​ຊະ​ຍາ​ກຳ ລວມ​ເຖິງ​ແຈ້ງ​ເຕືອນ​ລ່ວງ​ໜ້າ ຫາກ​ມີ​ເຫດ​ກໍ່​ການ​ຮ້າຍ ຢ່າງ­ໃດ​ກໍ​ຕາມ​ທາງ​ບໍ­ລິ­ສັດ Hanvon ຍອມ­ຮັບ​ວ່າ​ລະ­ບົບ​ຍັງ​ມີ​ຈຸດ​ອ່ອນ ຫາກ​ບຸກ­ຄົນ​ໃສ່​ຜ້າ​ອັດ​ປາກ​ພ້ອມ​ກັບ​ແວ່ນ­ຕາ­ກັນ­ແດດ ຈະ​ເຮັດ​ໃຫ້­ການ​ກວດ​ຈັບ​ມີ​ບັນ­ຫາ.

ປັດ­ຈຸ­ບັນ ບໍ­ລິ­ສັດ​ມີ​ລູກ​ຄ້າ​ກວ່າ 200 ຄົນ ແລະ ຕຳ­ຫຼວດ​ໃນ​ນະ­ຄອນ­ຫຼວງ​ປັກ​ກິ່ງ​ທີ່​ໃຊ້​ລະ­ບົບ​ນີ້ ໂດຍ​ເຊື່ອ​ວ່າ​ໃນ​ອະ­ນາ­ຄົດ​ອັນ​ໃກ້​ນີ້ ເຕັກ​ໂນ​ໂລ​ຊີ​ດັ່ງ­ກ່າວ​ຈະ​ຂະ­ຫຍາຍ​ໄປ​ຍັງ​ສ່ວນ​ອື່ນໆ​ໃນ​ປະ­ເທດ​ຈີນ​ກວ່າ 20 ມົນ­ທົນ.

ລະ­ບົບ​ນີ້ ເຖິງ​ແມ່ນ​ອາດ​ຈະ​ເພີ່ມ​ການ​ບຸກ ລ້ຳ​ໃນ​ພື້ນ​ທີ່​ສ່ວນ​ຕົວ​ຫຼາຍ​ຍິ່ງ​ຂຶ້ນ ແຕ່​ພາຍ​ໃຕ້​ສະ­ຖາ­ນະ​ການ​ທີ່​ສຸກ​ເສີນ​ທາງ​ດ້ານ​ສາ­ທາ­ລະ­ນະ​ສຸກ ເຊື່ອ​ວ່າ​ປະ­ຊາ­ຊົນ​ສ່ວນ​ໃຫຍ່​ຈະ​ໃຫ້­ການ​ຍອມ­ຮັບ.

ທາງ​ບໍ­ລິ­ສັດ​ຫວັງ​ວ່າ​ລະ­ບົບ​ນີ້ ຈະ​ເປັນ​ປະ­ໂຫຍດ​ໃຫ້​ກັບ​ປະ­ເທດ​ອື່ນໆ​ທົ່ວ​ໂລກ ທີ່​ຈະ​ຕ້ອງ​ປະ​ເຊີນ​ກັບ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ໄວ​ຣັສ​ໂຄ​ວິດ-19.

error: Content is protected !!