ສະຫະລັດ ໃຊ້ຫຸ່ນຍົນເຮັດວຽກແທນຄົນ ເພີ່ມຂຶ້ນສອງເທົ່າໃນໄລຍະ 9 ປີ

ລາຍ​ງານ​ລະ­ບຸ​ວ່າ ​ຈຳ­ນວນ​ຫຸ່ນ​ຍົນ​ທີ່​ໃຊ້​ໃນ​ສະ­ຖານ­ທີ່​ເຮັດ​ວຽກ​ທົ່ວ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ເພີ່ມ​ຂຶ້ນ​ສອງ​ເທົ່າ​ຈາກ​ປີ 2009 ເຖິງ​ປີ 2017.

ລາຍ​ງານ​ດັ່ງ­ກ່າວ ມາ​ຈາກ​ກຸ່ມ​ວິ­ໄຈ​ຂອງ ມູນ​ນິ­ທິ Century Foundation ຊຶ່ງ​ຕັ້ງ​ຢູ່ ໃນ​ນິວ​ຢອກ ຊຶ່ງ​ລະ­ບຸ​ວ່າ ຫຸ່ນ​ຍົນ​ສ່ວນ​ໃຫຍ່ ເຮັດ​ວຽກ​ໃນ​ຝ່າຍ​ການ​ຜະ­ລິດ​ທົ່ວ​ລັດ​ໃນ​ແຖບ ມິດ​ເວ​ສ ຫຼື ແຖບ​ພາກ​ກາງ­ຂອງ​ສະ­ຫະ­ລັດ ສົ່ງ​ຜົນ​ກະ­ທົບ​ຕໍ່​ການ​ສູນ​ເສຍ​ວຽກ​ງານ​ດ້ານ ການ​ຜະ­ລິດ.

ທ່ານ William M. Rodgers III ສາ​ສະ​ດາ​ຈານ​ດ້ານ​ນະ­ໂຍ­ບາຍ​ສາ­ທາ­ລະ­ນະ ແລະ ຫົວ­ໜ້າ​ນັກ​ເສດ­ຖະ­ສາດ ທີ່​ສູນ​ພັດ​ທະ ນາ​ບຸ​ຄະ­ລາ​ກອນ Heldrich Center ທີ່​ມະ ຫາ​ວິ­ທະ­ຍາ­ໄລ Rutgers ໃນ​ລັດ​ນິວ​ເຈີ​ຊີ ເປັນ ຜູ້​ຮ່ວມ​ຂຽນ​ລາຍ​ງານ​ທີ່​ສຶກ​ສາ​ວ່າ​ຫຸ່ນ​ຍົນ ທີ່​ເຮັດ​ວຽກ​ແທນ​ມະ­ນຸດ​ນັ້ນ ສົ່ງ​ຜົນ​ກະ­ທົບ​ຕໍ່ ຄົນ​ງານ​ໃນ​ສະ­ຫະ­ລັດ​ຢ່າງ­ໃດ​ແດ່.

ສາ​ສະ​ດາ​ຈານ Rodgers ກ່າວ​ວ່າ ບັນ ຫາ​ນີ້​ອາດ​ເຮັດ​ໃຫ້​ຜູ້​ຄົນ​ຕ້ອງ​ຍ້າຍ​ຖິ່ນ​ຖານ ຫຼື ຍ້າຍ​ວຽກ​ງານ​ຫຼາຍ​ຂຶ້ນ ແຕ່​ບັນ­ດາ​ບໍ­ລິ­ສັດ​ທຸ ລະ​ກິດ​ຕ່າງໆ​ທີ່​ຂະ­ຫຍາຍ­ຕົວ​ໂດຍ​ທີ່​ບໍ່​ຕ້ອງ​ອາ­ໄສ​ເຕັກ​ໂນ​ໂລ​ຊີ ບໍ່​ຕ້ອງ​ເພິ່ງ​ພາ​ຫຸ່ນ​ຍົນ ສາ­ມາດ​ຮັບ​ມື​ກັບ​ບັນ­ຫາ​ນີ້​ໄດ້.

ລັດ​ບາງ​ລັດ​ໃນ​ແຖບ​ມິດ​ເວ​ສ ມີ​ການ​ໃຊ້ ຫຸ່ນ​ຍົນ​ຫຼາຍ​ກວ່າ​ພື້ນ​ທີ່​ອື່ນ​ເຖິງ​ສອງ​ເທົ່າ ຊຶ່ງ ເຮັດ​ໃຫ້​ຜູ້​ຄົນ​ໃນ​ບໍ­ລິ­ເວນ​ນັ້ນໆ​ໄດ້​ຮັບ​ຄວາມ ເດືອດ­ຮ້ອນ.

ທີ່​ລັດ​ມິ​ຊິ​ແກນ ໂອ​ໄຮ​ໂອ ອິນ​ເດຍ​ນາ ອິນ​ລິ​ນອຍ ແລະ ວິ​ສ​ຄອນ​ຊິນ ມີ​ອັດ­ຕາ​ການ ໃຊ້​ແຮງ​ງານ​ຫຸ່ນ​ຍົນ​ສູງ​ທີ່​ສຸດ ຊຶ່ງ​ສ່ວນ​ໃຫຍ່​ຈະ​ເປັນ​ໃນ​ທຸ­ລະ​ກິດ​ດ້ານ​ການ​ຜະ­ລິດ ທີ່​ຊຶ່ງ ຫຸ່ນ​ຍົນ​ມັກ​ຈະ​ເຮັດ​ວຽກ​ທີ່​ບໍ່​ສັບ​ຊ້ອນ​ຫຼາຍ ປານ­ໃດ​ໃນ​ແຕ່​ລະ​ວັນ ລວມ​ເຖິງ​ການ​ປະ­ກອບ​ສິ່ງ​ຕ່າງໆ​ເຂົ້າ​ດ້ວຍ​ກັນ ການ​ລຳ­ລຽງ​ສິນ­ຄ້າ ເຊື່ອມ ຫຼື ທາ­ສີ ເປັນ­ຕົ້ນ.

ລາຍ​ງານ​ພົບ​ວ່າ ຄົນ​ງານ​ທີ່​ໄດ້​ຮັບ​ຜົນ​ກະ ທົບ​ຫຼາຍ​ທີ່​ສຸດ​ຈາກ​ການ​ຖືກ​ຫຸ່ນ​ຍົນ​ເຫຼົ່າ​ນີ້ ຍາດ​ແຍ່ງ​ວຽກ ຄື​ກຸ່ມ​ຄົນ​ບ່າວ​ສາວ ຊຶ່ງ​ມີ​ລະ­ດັບ​ການ​ສຶກ​ສາ​ໜ້ອຍ​ກວ່າ​ຄົນ​ງານ​ກຸ່ມ​ອື່ນໆ.

ສາ​ສະ​ດາ​ຈານ Rodgers ຕັ້ງ​ຂໍ້​ສັງ­ເກດ ວ່າ ຄົນ​ງານ​ໃນ​ສະ­ຫະ­ລັດ​ທີ່​ຕ້ອງ​ປ່ຽນ​ວຽກ ມັກ​ຕ້ອງ​ປ່ຽນ​ອາ­ຊີບ ແລະ ຮັບ​ຄ່າ​ຈ້າງ​ທີ່​ຕ່ຳ ກວ່າ​ເດີມ ຊຶ່ງ​ອາດ​ກາຍ­ເປັນ​ບັນ­ຫາ ເມື່ອ​ມີ ການ​ຍ້າຍ​ວຽກ​ຈຳ­ນວນ​ຫຼາຍ ຈົນ​ນຳ­ໄປ​ສູ່ ການ​ເກີດ​ບັນ­ຫາ​ແຮງ​ງານ​ລົ້ນ​ຕະ­ຫຼາດ​ໃນ ບາງ​ອຸດ­ສາ­ຫະ­ກຳ ແລະ ວ່າ​ຫາກ​ຄວາມ​ຕ້ອງ ການ​ດ້ານ​ແຮງ​ງານ​ບໍ່​ເພີ່ມ​ຂຶ້ນ​ວ່ອງ­ໄວ​ຫຼາຍ​ພໍ ຄ່າ​ແຮງ​ກໍ​ຈະ​ເລີ່ມ​ຫຼຸດ​ລົງ.

ສາ​ສະ​ດາ​ຈານ Rodgers ຮຽກ­ຮ້ອງ​ໃຫ້ ບັນ­ດາ​ນາຍ​ຈ້າງ​ພັດ­ທະ­ນາ​ມາດ​ຕະ­ການ​ທີ່​ດີ ຂຶ້ນ ໃນ​ການ​ໃຫ້​ຄວາມ​ຊ່ວຍ­ເຫຼືອ​ພະ­ນັກ­ງານ ທີ່​ຕ້ອງ​ປ່ຽນ​ວຽກ ຫາກ​ພົບ​ວິ­ທີ​ການ​ແກ້​ບັນ ຫາ​ທີ່ ຖືກ­ຕ້ອງ ຄົນ​ງານ​ທີ່​ຖືກ​ຫຸ່ນ​ຍົນ​ຍາດ​ແຍ່ງ ວຽກ​ອາດ​ສາ­ມາດ ໄດ້​ເຮັດ​ວຽກ​ໃນ​ຕຳ­ແໜ່ງ ທີ່​ຈ່າຍ​ຄ່າ​ຈ້າງ​ສູງ​ກວ່າ​ເດີມ ໂປຣ​ແກຣມ​ໃຫ້ ຄວາມ​ຊ່ວຍ­ເຫຼືອ​ລູກ­ຈ້າງ​ທີ່​ຕົກ​ງານ ຄວນ​ໃຫ້ ຄວາມ​ຮູ້  ຕະ­ຫຼອດ​ຈົນ​ການ​ເຝິກ­ອົບ­ຮົມ​ເພື່ອ​ຊ່ວຍ​ກຽມ​ຄວາມ​ພ້ອມ​ໃຫ້​ກັບ​ພະ­ນັກ­ງານ ເຫຼົ່າ­ນັ້ນ ສຳ­ລັບ​ເສັ້ນ­ທາງ​ອາ­ຊີບ​ສາຍ​ໃໝ່ ແລະ ໃນ​ຕອນ​ນີ້ ກໍ​ເປັນ​ເວ­ລາ​ທີ່​ດີ​ທີ່​ສຸດ​ໃນ​ການ ກຽມ​ຕົວ​ຮັບ​ມື​ກັບ​ແຮງ​ງານ​ຫຸ່ນ​ຍົນ​ທີ່​ມີ​ຈຳ ນວນ​ເພີ່ມ​ຫຼາຍ​ຂຶ້ນ.

error: Content is protected !!