Uniqlo ກຽມຜະລິດຜ້າອັດປາກ ໃຊ້ນະວັດຕະກຳ “AIRism” ໃສ່ແລ້ວເຢັນ ລະບາຍອາກາດດີ ແຫ້ງໄວ

Tadashi Yanai ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງ Uniqlo ໃຫ້​ສຳ­ພາດ​ບອກ​ວ່າ ກຳ­ລັງ​ຜະ­ລິດ​ຜ້າ​ອັດ​ປາກ ພ້ອມ​ວາງ​ຂາຍ​ໄລ­ຍະ​ພັກ​ຮ້ອນ ຫຼື ພາຍ​ໃນ​ເດືອນ​ສິງ­ຫາ​ນີ້ (ຍາມ​ຮ້ອນ​ຂອງ​ຍີ່­ປຸ່ນ​ຄື​ໄລ­ຍະ​ເດືອນ​ມິ­ຖຸ­ນາ ເຖິງ​ເດືອນ​ສິງ­ຫາ) ໂດຍ​ພ້ອມ​ຈຳ­ໜ່າຍ​ທຸກ​ຊ່ອງ​ທາງ​ທັງ​ໜ້າ​ຮ້ານ ແລະ ອີ​ຄອມ​ເມິ​ຊ.

ສິ່ງ​ທີ່​ໜ້າ​ສົນ­ໃຈ​ຄື ຜ້າ​ອັດ​ປາກ​ຂອງ Uniqlo ຈະ​ໃຊ້​ວັດ­ຖຸ​ດິບ ແລະ ເຕັກ​ໂນ​ໂລ​ຊີ​ຕົວ​ດຽວ​ກັນ​ກັບ​ທີ່​ໃຊ້​ຜະ­ລິດ​ເຄື່ອງ­ນຸ່ງ​ພາຍ​ໃຕ້​ຍີ່­ຫໍ້ “AIRism” ຊຶ່ງ​ມີ​ຄຸນ­ສົມ­ບັດ​ທີ່​ເປັນ​ເອ­ກະ­ລັກ ໂດຍ​ເມື່ອ​ສວມ​ໃສ່​ແລ້ວ​ຈະ​ຮູ້­ສຶກ​ເຢັນ ລວມ​ເຖິງ​ລະ­ບາຍ​ອາ­ກາດ​ໄດ້​ດີ ແຫ້ງ​ໄວ ແລະ ແນ່­ນອນ​ວ່າ​ຊັກ​ລ້າງ​ເພື່ອ​ໃຊ້​ຊ້ຳ​ໄດ້.

ໃນ​ໄລ­ຍະ​ເດືອນ​ທີ່​ຜ່ານ​ມາ ຫຼາຍ​ຍີ່­ຫໍ້​ຄ້າ​ຍ່ອຍ​ທົ່ວ​ໂລກ ມຸ່ງ​ໝັ້ນ​ໃນ​ການ​ເຮັດ​ຜ້າ​ອັດ​ປາກ​ທັງ​ແຈກ​ລ້າໆ ແລະ ຈຳ­ໜ່າຍ ແຕ່ Uniqlo ເປັນ​ໜຶ່ງ​ໃນ​ບໍ­ລິ­ສັດ​ໃຫຍ່ ທີ່​ບໍ່​ໄດ້​ອອກ​ມາ​ດຳ­ເນີນ ການ​ເລື່ອງ​ນີ້​ແຕ່​ຢ່າງ­ໃດ (ຍີ່­ຫໍ້​ຢ່າງ Sharp ທຸ່ມ​ຜະ­ລິດ​ຜ້າ​ອັດ​ປາກ​ຢ່າງ​ເຕັມ­ທີ່ ແຕ່​ກໍ​ບໍ່​ພຽງ­ພໍ​ຕໍ່​ຄວາມ​ຕ້ອງ­ການ​ແຖມ​ຍັງ​ຂາດ­ແຄນ ວັດ­ຖຸ​ດິບ​ຊັ້ນ​ສູງ​ໃນ​ການ​ຜະ­ລິດ​ອີກ​ດ້ວຍ).

ກ່ອນ​ໜ້າ​ນີ້​ເມື່ອ​ເດືອນ​ເມ­ສາ ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງ​ຂອງ Uniqlo ເຄີຍ​ໃຫ້​ສຳ­ພາດ​ໄວ້​ວ່າ ທາງ​ບໍ­ລິ­ສັດ​ບໍ່​ມີ​ຈຸດ­ປະ­ສົງ​ອັນ​ໃດ​ທີ່​ຈະ​ຜະ­ລິດ​ຜ້າ​ອັດ​ປາກ ເພາະ​ທຸ­ລະ​ກິດ​ຫຼັກ​ຂອງ​ເຮົາ​ຄື​ການ​ຜະ­ລິດ​ເຄື່ອງ­ນຸ່ງ​ຫົ່ມ​ຈຳ­ໜ່າຍ ດັ່ງ­ນັ້ນ ການ​ຜະ­ລິດ​ຜ້າ​ອັດ​ປາກ​ຂອງ Uniqlo ໃນ​ຄັ້ງ​ນີ້ ຈຶ່ງ​ມາ​ຈາກ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ ແລະ ຜູ້​ບໍ­ລິ­ໂພກ​ທີ່​ຮຽກ­ຮ້ອງ​ເຂົ້າ​ມາ​ຈຳ­ນວນ​ຫຼາຍ.

ຢ່າງ­ໃດ​ກໍ​ຕາມ ຜູ້​ບໍ­ລິ­ຫານ​ສັນ­ຍາ​ໄວ້​ວ່າ ທາງ Uniqlo ມີ​ແຜນ​ຈະ​ບໍ­ລິ­ຈາກ​ຜ້າ​ອັດ​ປາກ ຈຳ­ນວນ 5 ລ້ານ​ອັນ ແລະ ລວມ​ເຖິງ​ຊຸດ​ສຳ­ລັບ​ບຸ​ຄະ­ລາ​ກອນ​ທາງ​ການ​ແພດ ເພື່ອ​ໃຊ້​ໃນ​ການ​ປະ­ຕິ­ບັດ​ງານ​ດ້ວຍ.

error: Content is protected !!