ອົດສະຕຣາລີ ສ້າງສະຖິຕິອິນເຕີເນັດທີ່ໄວທີ່ສຸດ 44,2 Tbps ໂຫຼດຮູບເງົາ HD ກວ່າ 1.000 ເລື່ອງບໍ່ເຖິງວິນາທີ

ທີມ​ນັກ​ວິ­ໄຈ​ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ Monash, Swinburne ແລະ RMIT ໃນ ອົດ​ສະ​ຕຣາ​ລີ ອ້າງ​ວ່າ ໄດ້​ສ້າງ​ສະ­ຖິ­ຕິ​ການ​ສົ່ງ​ຜ່ານ​ຂໍ້​ມູນ​ເທິງ​ອິນ​ເຕີ​ເນັດ​ທີ່​ໄວ​ທີ່​ສຸດ​ຢູ່​ທີ່ 44,2 Tbps (ເທ​ຣາ​ບິດ​ຕໍ່​ວິ­ນາ­ທີ) ຊຶ່ງ​ຄວາມ​ໄວ​ຂະ­ໜາດ​ນີ້ ສາ­ມາດ​ໃຊ້​ດາວ​ໂຫຼດ​ຮູບ­ເງົາ​ທີ່​ຄົມ​ແຈ້ງ​ລະ­ດັບ HD ໄດ້​ຫຼາຍ​ກວ່າ 1.000 ເລື່ອງ​ພາຍ​ໃນ​ເວ­ລາ​ບໍ່​ເຖິງ 1 ວິ­ນາ­ທີ.

speedtest.net ໄດ້​ສະ­ແດງ​ສະ­ຖິ­ຕິ​ຄວາມ​ໄວ​ເນັດ​ເຮືອນ (ຜູ້​ໃຊ້​ບໍ­ລິ­ການ​ຢູ່​ກັບ​ທີ່) ຫຼື ເອີ້ນ​ວ່າ Fixed Broadband ປະ­ຈຳ​ເດືອນ​ເມ­ສາ 2020 ໃນ​ທົ່ວ​ໂລກ ອັນ​ດັບ 1 ຄື: ສິງ­ກະ­ໂປ ຄວາມ​ໄວ​ທີ່ 198,46 Mbps ອັນ​ດັບ 2 ຮົງ​ກົງ ຄວາມ​ໄວ​ທີ່ 176,70 Mbps ແລະ ອັນ​ດັບ 3 ຄື ໄທ ຄວາມ​ໄວ​ທີ່ 159,87 Mbps ສ່ວນ​ອົດ​ສະ​ຕຣາ​ລີ ຢູ່​ອັນ​ດັບ​ທີ 54 ຄວາມ​ໄວ​ທີ່ 55 Mbps ແຫຼ່ງ​ຂ່າວ BBC ໃຫ້​ຂໍ້​ມູນ​ເພີ່ມ​ເຕີມ​ວ່າ ການ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ ທີ່​ອົດ​ສະ​ຕຣາ​ລີ ມີ​ຄວາມ​ຫຼ້າ​ຊ້າ​ຈົນ​ຖືກ​ຮ້ອງ​ຮຽນ​ຈາກ​ຜູ້​ໃຊ້​ທົ່ວ​ໄປ (ຂໍ​ສັນ­ນິ­ຖານ​ວ່າ ນີ້​ອາດ​ເປັນ​ເຫດ­ຜົນ​ໜຶ່ງ​ທີ່​ພວກ​ເຂົາ​ຢາກ​ເຮັດ​ໃຫ້​ມີ​ອິນ​ເຕີ​ເນັດ​ທີ່​ໄວ​ຂຶ້ນ ບໍ່​ແມ່ນ​ບໍ່​ເຊື່ອ​ວ່າ​ພວກ​ເຂົາ​ຈະ​ເຮັດ​ໄດ້).

ນັກ​ວິ­ໄຈ​ໄດ້​ເປີດ­ເຜີຍ​ເຖິງ​ເບື້ອງ​ຫຼັງ​ການ ເຮັດ​ສະ­ຖິ­ຕິ​ອິນ​ເຕີ​ເນັດ​ຄວາມ​ໄວ​ທີ່​ສູງ​ທີ່​ສຸດ​ວ່າ ພວກ​ເຂົາ​ໃຊ້​ອຸ­ປະ­ກອນ​ພຽງ​ຊິ້ນ​ດຽວ ຊຶ່ງ​ເອີ້ນ​ວ່າ Micro-comb ເຂົ້າ​ມາ​ແທນ​ທີ່​ອຸ­ປະ­ກອນ​ເລ​ເຊີ 80 ຊິ້ນ ທີ່​ພົບ​ໄດ້​ໃນ​ຮາດ​ແວຣ໌ ອຸ­ປະ­ກອນ​ການ​ສື່­ສານ​ບາງ​ຮຸ່ນ ໂດຍ​ໄດ້​ຕິດ​ຕັ້ງ ແລະ ທົດ​ສອບ Micro-comb ພາຍ​ນອກ​ຫ້ອງ​ທົດ​ລອງ ໂດຍ​ໃຊ້​ໂຄງ​ສ້າງ​ພື້ນ­ຖານ​ທີ່​ຄ້າຍ­ຄື​ກັບ​ເຄືອ​ຄ່າຍ​ບຣອດ​ແບນ​ແຫ່ງ​ຊາດ​ຂອງ​ອົດ​ສະ​ຕຣາ​ລີ (NBN) ແລະ ໃຊ້​ຊິບ​ອອບ​ຕິ​ຄັລ​ເຊັ່ນ​ດຽວ​ກັບ​ໃນ​ລະ­ບົບ​ບຣອດ​ແບນ​ໄຍ​ແກ້ວ​ນຳ​ແສງ ທີ່​ທັນ​ສະ­ໄໝ​ທົ່ວ​ໂລກ​ໃຊ້​ກັນ ຊຶ່ງ​ພວກ​ເຂົາ​ເອົາ​ຊິບ​ມາ​ໃຊ້​ທົດ​ລອງ ພຽງ​ແຕ່​ຊິ້ນ​ດຽວ​ຈົນ​ສາ­ມາດ​ສົ່ງ​ຜ່ານ​ຂໍ້​ມູນ​ປະ­ລິ­ມານ​ສູງ​ສຸດ​ໄດ້.

ທ່ານ Bill Corcoran ອາ­ຈານ​ຜູ້​ສອນ​ກ່ຽວ​ກັບ​ລະ­ບົບ​ໄຟ­ຟ້າ ແລະ ຄອມ​ພິວ​ເຕີ​ທີ່​ມະ­ຫາ­ວິ­ທະ­ຍາ­ໄລ Monash ກ່າວ​ວ່າ ໃນ​ທີ່​ສຸດ​ງານ​ວິ­ໄຈ​ຊິ້ນ​ນີ້​ຈະ​ຊ່ວຍ​ປ່ຽນ­ແປງ​ອຸດ­ສາ­ຫະ­ກຳ​ຕ່າງໆ​ໄດ້​ຢ່າງ​ກວ້າງ­ຂວາງ ເນື່ອງ​ຈາກ​ຊີ­ວິດ​ສະ­ໄໝ​ໃໝ່​ຍັງ​ຄົງ​ຕ້ອງ­ການ​ໂຄງ​ສ້າງ​ພື້ນ­ຖານ ທີ່​ມີ​ແບນ​ວິດ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ບໍ່​ແມ່ນ​ພຽງ​ແຕ່​ສຳ­ລັບ​ສະ​ຕຣີມ​ຮູບ­ເງົາ ແຕ່​ສາ­ມາດ​ໃຊ້​ກັບ​ລົດ­ຍົນ​ຂັບ​ຂີ່​ດ້ວຍ​ຕົນ​ເອງ ການ​ຂົນ­ສົ່ງ​ໃນ​ອະ­ນາ­ຄົດ​ໄປ​ຈົນ​ເຖິງ​ອຸດ­ສາ­ຫະ­ກຳ ການ​ຜະ­ລິດ​ຢາ ການ​ສຶກ​ສາ ການ​ເງິນ ແລະ ອີ​ຄອມ​ເມິ​ຊ ລວມ​ທັງ​ການ​ຕິດ­ຕໍ່​ສື່­ສານ ອ່ານ​ປຶ້ມ​ກັບ​ລູກ​ຫຼານ​ໄດ້​ຈາກ​ໄລ­ຍະ​ໄກ.

ທ່າມ­ກາງ​ວິ​ກິດ​ຂອງ COVID-19 ເຮັດ​ໃຫ້​ໂຄງ​ສ້າງ​ພື້ນ­ຖານ​ອິນ​ເຕີ​ເນັດ​ຖືກ​ໃຊ້​ງານ​ຕັ້ງ­ແຕ່​ການ​ເຮັດ​ວຽກ ແລະ ຮຽນ​ຈາກ​ໄລ­ຍະ​ໄກ ລວມ​ທັງ​ການ​ສ​ຕຣີມ ວິ​ດີ​ໂອ ແລະ ເກມ ທີ່​ຫຼວງ­ຫຼາຍ​ຢ່າງ​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ ງານ​ວິ­ໄຈ​ນີ້ ຊ່ວຍ​ໃຫ້​ສາ­ມາດ​ນຳ​ໄຍ​ແກ້ວ​ນຳ​ແສງ​ທີ່​ມີ​ຢູ່​ແລ້ວ ມາ​ໃຊ້​ເປັນ​ແບັກ​ໂບນ​ຂອງ​ການ​ສື່­ສານ​ໃນ​ປັດ­ຈຸ­ບັນ ແລະ ໃນ​ອະ­ນາ­ຄົດ​ໄດ້.

ສາ​ສະ​ດາ​ຈານ David Moss ແຫ່ງ​ມະ­ຫາ­ວິ­ທະ­ຍາ­ໄລ Swinburne ໄດ້​ອະ­ທິ­ບາຍ​ວ່າ ເປັນ​ການ​ຄົ້ນ​ພົບ​ຄວາມ​ກ້າວ­ໜ້າ​ທີ່​ຍິ່ງ​ໃຫຍ່ ຊຶ່ງ Micro-comb ຈະ​ຊ່ວຍ​ໃຫ້​ເຮົາ​ສາ­ມາດ​ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ແບນ​ວິດ​ຂອງ​ໂລກ ທີ່​ມີ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຫຼື ບໍ່​ມີ​ວັນ​ພຽງ­ພໍ​ໄດ້​ນັ້ນ​ເອງ.

error: Content is protected !!