ຈາກຊາຍຜູ້ໜຶ່ງເທິງພູ ສູ່ຄວາມຫວັງ ຂອງລີງດັງແຫງນຢຸນນານ

ໂດຍ ສ.ແສງງາມ

ເປັນເວລາຫຼາຍປີທີ່ອຸທິດໃຫ້ການອະນຸລັກຈາກສັດປ່າ

ທີ່ເຄີຍ ຫຼົບໜີມະນຸດ ສູ່ການຢູ່ຮ່ວມກັນຢ່າງມີຄວາມຫວັງ.

ຍາມເຊົ້າຢູ່ຕີນພູໄປ໋ໝ່າ ໃນເຂດອຸທະຍານແຫ່ງຊາດ Golden Monkey ແຂວງຢຸນນານ ສປ ຈີນ ອາກາດ ໜາວເຢັນປະມານ 7-8 ອົງສາເຊ. ໝອກບາງໆຍັງ ປົກຄຸມຕາມໄຫຼ່ພູ ຂະນະທີ່ແສງຕາເວັນຍາມເຊົ້າຄ່ອຍໆ ສາດສ່ອງ ລົງມາຕາມຍອດໄມ້. ກຸ່ມນັກຂ່າວ ນັກຖ່າຍພາບ ແລະ ນັກຄົ້ນຄວ້າ ຕ່າງພາກັນຫໍ່ໂຕຢູ່ໃນເສື້ອ ກັນໜາວ ໜາໆ ພ້ອມກ້ອງຖ່າຍຮູບ ແລະ ອຸປະກອນບັນທຶກພາບ ກຽມອອກເດີນທາງຂຶ້ນພູເພື່ອພົບກັບສັດປ່າ ທີ່ຫາຍາກ ຊະນິດໜຶ່ງ.ລົດເມນ້ອຍຂອງອຸທະຍານແລ່ນຂຶ້ນຕາມທາງຄົດໂຄ້ງໄປ ຕາມໄຫຼ່ພູປະມານ 15-20 ນາທີ ກ່ອນຈະຈອດຢູ່ຈຸດພັກ. ຈາກນັ້ນ ທຸກຄົນຕ້ອງຍ່າງຕໍ່ຂຶ້ນໄປ ອີກໄລຍະໜຶ່ງ. ເຖິງ ວ່າແສງແດດຈະສ່ອງລົງມາແລ້ວ ແຕ່ອຸນຫະພູມ ເທິງພູ ຍັງໜາວເຢັນພຽງ 2 ອົງສາເຊ.

ຢູ່ແຄມທາງຍ່າງສອງ ຟາກເຕັມ ໄປດ້ວຍ ພືດພັນເຂດພູສູງ ກ່ອນຈະເຖິງຈຸດ ຊົມລີງທີ່ທາງອຸທະຍານຈັດກຽມໄວ້.ພາບທີ່ປາກົດຕໍ່ໜ້າໃນເວລານັ້ນເຮັດໃຫ້ທຸກຄົນລືມຄວາມໜາວໄປຊົ່ວຂະນະ. ຝູງລີງດັງແຫງນຢຸນນານຫຼາຍໂຕກຳ ລັງເຄື່ອນໄຫວຢ່າງຄຶກຄັກຢູ່ບໍລິເວນຈຸດຊົມ. ບາງໂຕກຳລັງ ກິນອາຫານ ບາງໂຕອູ້ມລູກນ້ອຍໄວ້ ແນບ ເອິກ ສ່ວນບາງ ໂຕກໍແລ່ນຫຼິ້ນ ແລະ ໄລ່ກັນໄປມາ. ສຽງກົດຊັດເຕີ ຈາກ ກ້ອງຖ່າຍຮູບດັງຕໍ່ເນື່ອງ ທີ່ທຸກຄົນພະຍາຍາມບັນທຶກ ພາບ ຄວາມງົດ ງາມນີ້ໄວ້. ແຕ່ທ່າມກາງຄວາມຕື່ນເຕັ້ນຂອງນັກຂ່າວ ຊ່າງພາບ ແລະ ນັກທ່ອງທ່ຽວ ຢູ່ບໍລິເວນທາງເຂົ້າ ຂອງຈຸດຊົມລີງ ມີຕູບ ນ້ອຍໆຫຼັງໜຶ່ງ ຄວັນຈາກເຕົາໄຟລອຍອອກມາ ຜ່ານຝາ ທີ່ແອ້ມພຽງດ້ານລຸ່ມເຄິ່ງດຽວ.

ພາຍໃນຕູບມີຊາຍໄວກາງ ຄົນຫຼາຍຄົນ ນັ່ງອ້ອມເຕົາໄຟ ແລະ ມີການໍ້າຊາຕັ້ງອຸ່ນຢູ່ ເທິງເຕົາ. ໜຶ່ງໃນນັ້ນຄື ທ່ານ ຢູ ຈ້ຽນຫົວ ອາຍຸ 72 ປີ.ຊາຍສູງອາຍຸຜູ້ນີ້ ສວມເສື້ອກັນໜາວທັບຊ້ອນກັນຫຼາຍ ຊັ້ນ ສວມໂສ້ງຂາຍາວ ແລະ ເກີບຫຸ້ມສົ້ນ. ແສງຕາເວນ ສ່ອງໃສ່ໜ້າ ເຫັນໃບໜ້າແຮ່ວແຫ້ງທີ່ຂ້ອນຂ້າງຄໍ້າ ແລະ ມືທີ່ຫຍາບກະດ້າງ ບົ່ງບອກເຖິງຮ່ອງ ຮອຍ ຂອງການໃຊ້ ຊີວິດກາງແຈ້ງມາເປັນເວລາ ດົນນານ. ເມື່ອເບິ່ງຜ່ານໆ ລາວອາດເປັນພຽງຊາຍເຖົ້າທຳມະດາຄົນໜຶ່ງ ທີ່ມານັ່ງ ຜິງໄຟຄາຍຄວາມໜາວໃນຍາມເຊົ້າ ແຕ່ຫາກຮູ້ ຈັກເລື່ອງ ລາວຂອງລາວແລ້ວ ຈະເຫັນວ່າ ຊາຍຜູ້ນີ້ຄືໜຶ່ງ ໃນຜູ້ທີ່ມີ ບົດບາດສຳຄັນໃນການ ປົກປ້ອງລີງດັງແຫງນ ຫຼື snub nose monkey ຢຸນນານ.

ທ່ານ ຢູ ຈ້ຽນຫົວ ເປັນໜຶ່ງໃນຜູ້ທີ່ເລີ່ມຕົ້ນວຽກງານອະນຸ ລັກລີງດັງແຫງນ ຢຸນນານ ແລະ ໄດ້ເຂົ້າຮ່ວມວຽກງານ ກັບອຸທະຍານນັບແຕ່ມື້ເປີດດຳເນີນງານໃນປີ 2009.

ໃນໄລຍະທຳອິດ ວຽກງານຂອງລາວ ແລະ ທີມງານ ບໍ່ໄດ້ມີ ພຽງການປ້ອງກັນສັດປ່າຢູ່ພາຍໃນເຂດປ່າເທົ່ານັ້ນ ແຕ່ ຍັງຕ້ອງຕິດຕາມຝູງລີງຈາກບໍລິເວນຍອດພູສູງຊັນ ລົງມາ ຫາບໍລິເວນ ຈຸດຊົມຂອງອຸທະຍານ. ບໍ່ວ່າຈະເປັນມື້ທີ່ຝົນ ຕົກ ຫິມະຕົກ ຫຼື ອາກາດໜາວຈັດ ພວກເຂົາກໍ ຕ້ອງອອກ ຕິດຕາມ ແລະ ສັງເກດພຶດຕິກຳ ຂອງຝູງລີງຢູ່ເປັນປະຈຳ.

ວຽກງານນີ້ຕ້ອງອາໄສທັງຄວາມອົດທົນ ຄວາມກ້າຫານ ແລະ ຄວາມ ເຂົ້າໃຈຕໍ່ທຳມະຊາດ ເພາະໃນອະດີດ ລີງເຫຼົ່າ ນີ້ເຄີຍຖືກລ່າຢ່າງໜັກ ຈົນມີຄວາມຢ້ານກົວມະນຸດ ແລະ ມັກຫຼົບໜີໄປອາໄສຢູ່ຕາມພູສູງຊັນ ທີ່ເຂົ້າເຖິງໄດ້ຍາກ.

ທ່ານ ຢູ ຈ້ຽນຫົວ ເລົ່າວ່າ: ການທີ່ຈະເຮັດໃຫ້ລີງຄ່ອຍໆ ປັບຕົວ ແລະ ຍອມລົງມາຢູ່ໃນບໍລິເວນທີ່ຕ່ຳລົງ ບໍ່ແມ່ນ ເລື່ອງທີ່ສາມາດເຮັດໄດ້ໃນມື້ ດຽວ. ທີມງານຕ້ອງໃຊ້ເວລາ ຕິດຕາມ ສັງເກດ ແລະ ສ້າງຄວາມຄຸ້ນເຄີຍ ກັບພວກມັນ ເທື່ອລະໜ້ອຍ ຈົນສາມາດສ້າງຄວາມໄວ້ວາງໃຈໄດ້.ຄວາມພະຍາຍາມທີ່ສະສົມມາດົນນານນີ້ບໍ່ພຽງແຕ່ຊ່ວຍ ໃຫ້ຝູງລີງປັບ ຕົວເຂົ້າກັບສະພາບແວດລ້ອມການອະນຸ ລັກໄດ້ດີຂຶ້ນ ແຕ່ຍັງເປັນຈຸດເລີ່ມ ຕົ້ນໃຫ້ປະຊາຊົນ ແລະ ນັກທ່ອງ ທ່ຽວໄດ້ມີໂອກາດຮຽນຮູ້ກ່ຽວກັບ ສັດ ປ່າຫາ ຍາກຊະ ນິດນີ້ຢ່າງໃກ້ຊິດ.ສິ່ງທີ່ໜ້າສົນໃຈຄື ການອະນຸລັກລີງບໍ່ໄດ້ເປັນພຽງໜ້າທີ່ ຂອງເຈົ້າໜ້າ ແລະ ວິຊາການຂອງອຸທະ ຍານເທົ່ານັ້ນ.

ທ່ານ ຢູ ຈ້ຽນຫົວ ໃຫ້ຂໍ້ມູນວ່າ ຈາກຈຳນວນປະມານ 40 ຄອບ ຄົວໃນຊຸມຊົນທ້ອງຖິ່ນ ມີປະມານເຄິ່ງ ໜຶ່ງທີ່ເຂົ້າມາມີ ສ່ວນຮ່ວມຢ່າງຫ້າວຫັນໃນການອະນຸລັກລີງ ແລະ ຖິ່ນອາ ໄສຂອງພວກມັນ.ນີ້ສະທ້ອນໃຫ້ເຫັນວ່າ ການອະນຸລັກທຳມະຊາດທີ່ຍືນຍົງ ບໍ່ສາມາດ ອາໄສພຽງກຳລັງຂອງລັດ ຫຼື ອຸທະຍານເທົ່ານັ້ນ ແຕ່ຕ້ອງໄດ້ອາໄສ ຄວາມເຂົ້າໃຈ ແລະ ການມີສ່ວນຮ່ວມ ຂອງຄົນໃນຊຸມຊົນ ຜູ້ທີ່ອາໄສຢູ່ ຄຽງ ຂ້າງປ່າມາແຕ່ດັ້ງ ເດີມ.ສຳລັບທ່ານ ຢູ ຈ້ຽນຫົວ ການອະ ນຸລັກລີງບໍ່ແມ່ນພຽງ ອາຊີບ ຫຼື ໜ້າທີ່ການງານ ແຕ່ເປັນພາລະກິດທີ່ມີຄວາມ ໝາຍຕໍ່ຊີວິດຂອງລາວ ຢ່າງເລິກເຊິ່ງ.

ລາວເລົ່າວ່າ ພໍ່ແມ່ ແລະ ບັນພະບຸລຸດຂອງລາວ ເຄີຍມີອາ ຍຸຍືນເຖິງ 80 ປີ ແຕ່ກໍບໍ່ເຄີຍເຫັນລີງດັງແຫງນ ຢຸນນານ ດ້ວຍຕາຂອງຕົນເອງ. ພວກ ເຂົາຮູ້ຈັກສັດຊະນິດນີ້ພຽງ ແຕ່ຈາກຄຳບອກເລົ່າຂອງຄົນລຸ້ນກ່ອນເທົ່າ ນັ້ນ. ເມື່ອນັກວິ ໄຈ ແລະ ເຈົ້າໜ້າທີ່ລັດໄດ້ເປີດເຜີຍວ່າ ລີງຊະນິດນີ້ເປັນສັດ ປ່າຫາຍາກ ແລະ ມີຄວາມສ່ຽງຕໍ່ການສູນພັນ ລາວຈຶ່ງຕັດ ສິນໃຈເຂົ້າ ຮ່ວມໃນວຽກງານປົກປ້ອງພວກມັນ. ຈາກມື້ ນັ້ນຈົນເຖິງມື້ນີ້ ລາວໄດ້ໃຊ້ ເວລາຫຼາຍປີ ຜູກພັນກັບວຽກງານອະນຸລັກ.ຜົນຈາກການທຸ່ມເທຂອງຄົນທ້ອງຖິ່ນ ຄຽງຄູ່ກັບການ ສ້າງຕັ້ງເຂດອະນຸ ລັກ ແລະ ລະບົບຄຸ້ມຄອງຂອງອຸທະຍານ ເຮັດໃຫ້ປັດຈຸບັນມີລີງປະມານ 70 ໂຕ ຢູ່ໃນຝູງທີ່ສາມາດ ຕິດຕາມພົບເຫັນໄດ້ບໍລິເວນນີ້.

ພາບຂອງລີງແມ່ທີ່ອູ້ມ ລູກນ້ອຍ ລີງໂຕນ້ອຍທີ່ກຳລັງຫຼິ້ນ ແລະ ຝູງລີງທີ່ເຄື່ອນ ໄຫວຢ່າງອິດສະຫຼະໃນປັດຈຸບັນ ຈຶ່ງບໍ່ແມ່ນພຽງພາບ ຄວາມງາມ ສຳລັບນັກທ່ອງທ່ຽວ ແຕ່ເປັນພາບສະທ້ອນ ຂອງຄວາມພະຍາຍາມທີ່ ສະສົມມາຫຼາຍທົດສະວັດ.

ຈາກຜົນງານດັ່ງກ່າວ ທ່ານ ຢູ ຈ້ຽນຫົວ ຍັງໄດ້ຮັບການ ຍົກຍ້ອງໃຫ້ເປັນ ໜຶ່ງໃນ “10 ບຸກຄົນດີເດັ່ນດ້ານສິ່ງແວດ ລ້ອມຂອງແຂວງຢຸນນານ” ເຊິ່ງເປັນການຮັບຮູ້ເຖິງຄວາມ ທຸ່ມເທ ແລະ ການອຸທິດຕົນຂອງລາວຕະ ຫຼອດມາ.ເລື່ອງ ລາວຂອງທ່ານ ຢູ ຈ້ຽນຫົວ ບອກໃຫ້ເຫັນວ່າ ການ ອະນຸ ລັກສັດປ່າ ບໍ່ໄດ້ມີຄວາມໝາຍພຽງການຮັກສາສັດ ຊະ ນິດໜຶ່ງບໍ່ໃຫ້ສູນພັນ ແຕ່ຍັງ ເປັນການຮັກສາປ່າໄມ້ ຖິ່ນອາໄສ ຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ຄວາມສຳພັນລະຫວ່າງຄົນກັບທຳມະຊາດໃຫ້ຄົງຢູ່ຕໍ່ໄປ.ສຳລັບຊຸມຊົນທ້ອງຖິ່ນ ອຸທະຍານແຫ່ງນີ້ຍັງເປັນປະຕູທີ່ ເປີດໂອກາດ ໃຫ້ຜູ້ຄົນຈາກພາຍນອກເຂົ້າມາຮຽນຮູ້ທຳມະ ຊາດ ແລະ ວັດທະນະທຳ ທ້ອງຖິ່ນ ຜ່ານການທ່ອງທ່ຽວ ແບບອະນຸລັກ. ນັກທ່ອງທ່ຽວທີ່ເດີນ ທາງມາຢ້ຽມຊົມ ບໍ່ ໄດ້ພົບເຫັນພຽງຝູງລີງເທົ່ານັ້ນ ແຕ່ຍັງໄດ້ຮັບຮູ້ເຖິງ ວຽກ ງານຂອງຜູ້ພິທັກປ່າ ແລະ ຄວາມພະຍາຍາມຂອງຊຸມຊົນ ທີ່ຢູ່ ເບື້ອງຫຼັງພາບຄວາມງາມນັ້ນ.

ສິ່ງທີ່ອຸທະຍານສ້າງຂຶ້ນ ຈຶ່ງບໍ່ແມ່ນພຽງສະຖານທີ່ຊົມ ສັດ ປ່າ ຫຼື ແຫຼ່ງ ທ່ອງທ່ຽວທາງທຳມະຊາດ ແຕ່ເປັນລະ ບບົທີ່ເຊື່ອມໂຍງການອະນຸລັກ ການສຶກສາ ແລະ ການ ມີສ່ວນ ຮ່ວມຂອງຊຸມຊົນເຂົ້າດ້ວຍກັນ.ໃນມື້ນີ້ ເມື່ອຝູງລີງດັງແຫງນລົງມາຫາຈຸດຊົມ ແລະ ນັກ ທ່ອງທ່ຽວພາ ກັນຍົກກ້ອງຂຶ້ນບັນທຶກພາບ ອາດມີບໍ່ ຫຼາຍຄົນທີ່ຮູ້ວ່າ ກ່ອນຈະມີພາບ ຄວາມງົດງາມນີ້ ມີຄົນ ກຸ່ມໜຶ່ງໄດ້ອົດທົນຕໍ່ສູ້ກັບຄວາມໜາວ ຝົນ ແລະ ຫິມະ ເພື່ອປົກປ້ອງພວກມັນມາຕະຫຼອດ.

ຊາຍສູງອາຍຸທີ່ນັ່ງຜິງໄຟຢູ່ໃນຕູບນ້ອຍໆຫຼັງນັ້ນ ອາດບໍ່ ໄດ້ເປັນຄົນທີ່ປາ ກົດຢູ່ໃນພາບຖ່າຍຂອງນັກທ່ອງທ່ຽວ ຫຼາຍປານໃດ. ແຕ່ລາວຄືໜຶ່ງໃນ ຜູ້ຢູ່ເບື້ອງຫຼັງຂອງຄວາມ ສຳເລັດນີ້.

ສຳລັບ ທ່ານ ຢູ ຈ້ຽຫົວ ແລ້ວ ການໄດ້ເຫັນລີງດັງແຫງນ ລຸ້ນໃໝ່ເກີດມາ ແລະ ເຕີບໃຫຍ່ຢູ່ໃນປ່າທີ່ປອດໄພ ຄົງ ເປັນລາງວັນທີ່ມີຄ່າຫຼາຍກວ່າຄຳຍ້ອງຍໍໃດໆ.ເພາະສຸດທ້າຍແລ້ວ ຄວາມສຳເລັດຂອງການອະນຸລັກ ບໍ່ໄດ້ ວັດຈາກຈຳ ນວນນັກທ່ອງທ່ຽວ ຫຼື ພາບຖ່າຍທີ່ງົດງາມ ເທົ່ານັ້ນ ແຕ່ວັດຈາກການ ທີ່ສັດປ່າຍັງມີຊີວິດຢູ່ ປ່າໄມ້ຍັງ ຄົງອຸດົມສົມບູນ ແລະ ຄົນກັບທຳມະຊາດ ສາມາດຢູ່ຮ່ວມ ກັນໄດ້ຢ່າງຍືນຍົງ.

error: Content is protected !!