ການນຳເອົາເຕັກໂນໂລຊີ ແລະ ເຄື່ອງຈັກຊະນິດຕ່າງໆ ເຂົ້າມາຊ່ວຍເພີ່ມປະສິດທິພາບການເຮັດກະສິກຳໃນຫຼາຍໆປະເທດ ເປັນທີ່ເວົ້າເຖິງມາດົນນານ ເວົ້າໄດ້ວ່າ ການເຮັດກະສິກຳທີ່ມີການໃຊ້ເຄື່ອງຈັກ ແລະ ເຕັກໂນໂລຊີເພື່ອຊ່ວຍແຮງເປັນເລື່ອງປົກກະຕິມານານແລ້ວ. ແຕ່ດ້ວຍສະຖານະການ ການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເກີດວິກິດຂາດແຄນແຮງງານພາກການກະສິກຳ ຍິ່ງເປັນການສົ່ງເສີມໃຫ້ເກີດຄວາມຕ້ອງການນຳຫຸ່ນຍົນ ແລະ ລະບົບອັດຕະໂນມັດ ເຂົ້າມາເຮັດວຽກແທນທີ່ຄົນໃນພາກການກະສິກຳຫຼາຍຂຶ້ນເລື້ອຍໆ.…
Category: ນະວັດຕະກໍາ
ອາລີບາບາ ເປີດຕົວຫຸ່ນຍົນສົ່ງອັດຕະໂນມັດ ສາກເທື່ອດຽວແລ່ນໄດ້ 100 ກິໂລແມັດ
ອາລີບາບາຄລາວ ເສົາຫຼັກດ້ານເຕັກໂນໂລຊີດິຈິຕອນ ແລະ ຫຸ່ນຍົນອັດສະລິຍະ (AI) ຂອງອາລີບາບາ ກຣຸບ ໄດ້ເປີດຕົວຫຸ່ນຍົນໂລຈິສຕິກອັດຕະໂນມັດ ສຳລັບການຂົນສົ່ງພັດສະດຸໄມສຸດທ້າຍ (Last-mile delivery) ຫຼື ການຂົນສົ່ງໄປຫາຜູ້ຮັບປາຍທາງ ໃນກອງປະຊຸມປະຈຳປີ 2020 ເມື່ອວັນທີ…
ເຕັກໂນໂລຊີດ້ານສຸຂະພາບແບບສວມໃສ່ ອາດກວດອາການ COVID-19 ໄດ້ລ່ວງໜ້າ
ຄະນະນັກວິໄຈກຳລັງສຶກສາປະສິດທິຜົນ ຂອງອຸປະກອນແບບສວມໃສ່ເພື່ອໃຊ້ລະບຸອາການເລີ່ມຕົ້ນຂອງພະຍາດຕ່າງໆ ລວມເຖິງ COVID-19. ຂະນະນີ້ ຫຼາຍໆຄົນໃຊ້ອຸປະກອນສວມໃສ່ ຢ່າງເຊັ່ນ Fitbit ຫຼືໂມງ Apple Watch ເພື່ອວັດອັດຕາການເຕັ້ນຂອງຫົວໃຈ ແລະ ການອອກກຳລັງກາຍອື່ນໆຢູ່ແລ້ວ ແຕ່ໃນຕອນນີ້ ນັກວິໄຈກຳລັງສຶກສາວ່າເຕັກໂນໂລຊີຊະນິດນີ້…
ເດັກນ້ອຍຫວຽດນາມອອກແນວຄວາມຄິດ ປະດິດໝວກກັນກະທົບປ້ອງກັນ COVID-19
ນັກຮຽນຊາວຫວຽດນາມ 3 ຄົນ ໄດ້ອອກແບບໝວກກັນຫະທົບທີ່ຈະຊ່ວຍໃຫ້ເຈົ້າໜ້າທີ່ທາງການແພດ ທີ່ຕ້ອງຕໍ່ສູ້ກັບເຊື້ອໄວຣັສ COVID-19 ສາມາດກິນເຂົ້າໜົມ ຫຼື ລູບຫນ້າລູບຕາຕົວເອງໄດ້ ໂດຍບໍ່ຕ້ອງເຮັດໃຫ້ຕົນເອງຕ້ອງສ່ຽງກັບການຕິດເຊື້ອ. ການລະບາດຂອງພະຍາດ ເຮັດໃຫ້ຜູ້ຄົນຕ້ອງປ່ຽນຄວາມສະດວກສະບາຍກັບຄວາມປອດໄພ ຂອງອຸປະກອນປ້ອງກັນສ່ວນບຸກຄົນ (PPE) ໂດຍສະເພາະຢ່າງຍິ່ງ ບັນດາເຈົ້າໜ້າທີ່…
ຫວຽດນາມ ໃຊ້ເຕັກໂນໂລຊີ “ຫຸ່ນຍົນ” ຊ່ວຍປ້ອງກັນ ແລະ ລະວັງໄພ COVID-19
ການປ້ອງກັນ ແລະ ລະວັງໄພຂອງ COVID-19 ຍັງຄົງເປັນສິ່ງທີ່ຫຼາຍປະເທດໃຫ້ຄວາມສຳຄັນໃນເວລານີ້ ແລະ ເທົ່າທີ່ຜ່ານມາ ມີລາຍງານຄວາມສຳເລັດໃນການຄົ້ນຄວ້າວິໄຈ ເພື່ອຊ່ວຍໃຫ້ຜູ້ຄົນສາມາດໃຊ້ຊີວິດໄດ້ເໝືອນປົກກະຕິຫຼາຍທີ່ສຸດ ເທົ່າທີ່ຈະຫຼາຍໄດ້ແດ່ແລ້ວ. ຕົວຢ່າງຂອງການໃຊ້ເຕັກໂນໂລຊີເພື່ອສູ້ກັບການລະບາດຕົວຢ່າງໜຶ່ງ ເກີດຂຶ້ນໃນປະເທດຫວຽດນາມ ທີ່ພະຍາຍາມຍູ້ດັນການໃຊ້ “ຫຸ່ນຍົນ” ຢ່າງຕໍ່ເນື່ອງ. ເຕັກໂນໂລຊີທີ່ຫວຽດນາມເນັ້ນຢ້ຳໃນໄລຍະນີ້…
ເຟສບຸກແບບຫວຽດນາມ “ກາໂປ” ເປີດຕົວຕັ້ງເປົ້າມີຜູ້ຊົມໃຊ້ 3 ລ້ານຄົນ
ສື່ສັງຄົມອອນລາຍຂອງຫວຽດນາມ ເຊິ່ງມີລັກສະນະຄ້າຍຄືເຟສບຸກ ເປິດຕົວແລ້ວ ເມື່ອມໍ່ໆມານີ້ ໂດຍໃສ່ຊື່ວ່າ ກາໂປ (Gapo) ເຊິ່ງເປັນແອັບທາງມືຖືທີ່ໃຫ້ຜູ້ໃຊ້ສາມາດສ້າງໜ້າໂປຣຟາຍຂອງຕົນເອງ ແລະ ແຊຣ໌ ໂພສໃນໜ້າ “news feed” ເໝືອນເຟສບຸກ ໄດ້ດ້ວຍ. ບໍລິສັດເຕັກໂນໂລຊີ…
ຜົນສຳຫຼວດເສດຖະກິດອອນລາຍ ພົບຄົນໄທໃຊ້ອິນເຕີເນັດຜ່ານສະມາດໂຟນຫຼາຍທີ່ສຸດໃນໂລກ
ປະຊາກອນໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໃຊ້ອິນເຕີເນັດຜ່ານສະມາດໂຟນຫຼາຍທີ່ສຸດໃນໂລກ ໂດຍຄົນໄທສ້າງສະຖິຕິນຳໜ້າທຸກປະເທດໃນອາຊຽນ ດ້ວຍການໃຊ້ເວ ລາຫຼາຍກວ່າ 5 ຊົ່ວໂມງຕໍ່ມື້ເພື່ອທ່ອງໂລກອິນເຕີເນັດ ຕາມດ້ວຍອິນໂດເນເຊຍ ຟິລິບປິນ ແລະ ມາເລເຊຍ ທີ່ໃຊ້ເວລາຫຼາຍກວ່າ 4 ຊົ່ວໂມງ ໃນຂະນະທີ່ຄົນທັງໂລກ ໃຊ້ເວລາສະເລ່ຍປະມານ…
ເຟສບຸກ ຖອດພາບ-ເນື້ອຫາທຳຮ້າຍຕົວເອງ ຫວັງຫຼຸດຄວາມສ່ຽງການຂ້າຕົວຕາຍ
ສື່ສັງຄົມອອນລາຍ “ເຟສບຸກ” ຖອດພາບທີ່ສະແດງເຖິງການທຳຮ້າຍຕົວເອງອອກຈາກໜ້າເຟສບຸກ ເຊິ່ງເປັນໜຶ່ງມາດຕະການຈັດການເນື້ອຫາທີ່ກ່ຽວຂ້ອງກັບການຂ້າຕົວຕາຍ ຈາກທີ່ມີກະແສວິຈານວ່າ ສື່ສັງຄົມອອນລາຍນັ້ນເປັນຊ່ອງທາງໃນການນຳສະເໜີເນື້ອຫາຮຸນແຮງ ແລະ ອັນຕະລາຍ. ຖະແຫຼງການຂອງເຟສບຸກລະບຸວ່າ ເນື້ອຫາທີ່ສະແດງເຖິງການທຳຮ້າຍຕົວເອງ ຈະຖືກຄົ້ນຫາໄດ້ຍາກຂຶ້ນທາງອິນສະຕາແກຣມ ແລະ ທາງເຟສບຸກຈະໃຫ້ຄວາມເຊື່ອໝັ້ນວ່າ ເນື້ອຫາລັກສະນະນີ້ຈະບໍ່ປາກົດເທິງຖານເວທີ ເຖິງແມ່ນວ່າຈະເປັນການຄົ້ນຫາດ້ວຍຕົວເອງກໍຕາມ. ທ່າທີຂອງເຟສບຸກ…
ໜ້າເວັບ Facebook ແບບໃໝ່ ແລະ Dark Mode
ເມື່ອມໍ່ໆມານີ້ Facebook ໄດ້ເປິດໃຊ້ງານໜ້າເວັບຮູບແບບໃໝ່ຢ່າງເປັນທາງການ ຫຼັງຈາກເປິດຕົວຕັ້ງແຕ່ງານ F8 ເມື່ອປີທີ່ຜ່ານມາ ອັນທີ່ຈິງ Facebook ເລີ່ມໃຊ້ຕັ້ງແຕ່ເດືອນມີນາທີ່ຜ່ານມາ ແຕ່ສະເພາະບາງປະເທດເທົ່ານັ້ນ ແຕ່ການປະ ກາດຫຼ້າສຸດນີ້ ໜ້າເວັບ Facebook ແບບໃໝ່ຈະເດີນທາງມາເຖິງຜູ້ໃຊ້ງານທຸກຄົນແລ້ວ. ເນື້ອຫາຫຼັກຂອງ…