ການນຳເອົາເຕັກໂນໂລຊີ ແລະ ເຄື່ອງຈັກຊະນິດຕ່າງໆ ເຂົ້າມາຊ່ວຍເພີ່ມປະສິດທິພາບການເຮັດກະສິກຳໃນຫຼາຍໆປະເທດ ເປັນທີ່ເວົ້າເຖິງມາດົນນານ ເວົ້າໄດ້ວ່າ ການເຮັດກະສິກຳທີ່ມີການໃຊ້ເຄື່ອງຈັກ ແລະ ເຕັກໂນໂລຊີເພື່ອຊ່ວຍແຮງເປັນເລື່ອງປົກກະຕິມານານແລ້ວ.
ແຕ່ດ້ວຍສະຖານະການ ການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເກີດວິກິດຂາດແຄນແຮງງານພາກການກະສິກຳ ຍິ່ງເປັນການສົ່ງເສີມໃຫ້ເກີດຄວາມຕ້ອງການນຳຫຸ່ນຍົນ ແລະ ລະບົບອັດຕະໂນມັດ ເຂົ້າມາເຮັດວຽກແທນທີ່ຄົນໃນພາກການກະສິກຳຫຼາຍຂຶ້ນເລື້ອຍໆ.
Saga Robotics ບໍລິສັດຜູ້ຜະລິດຫຸ່ນຍົນສຳລັບພາກການກະສິກຳຈາກປະເທດນອກແວ ເລົ່າວ່າ ໃນໄລຍະທີ່ຜ່ານມາ ໄດ້ຮັບການສັ່ງຊື້ຫຸ່ນຍົນ Thorvald ຈາກກະສິກອນໃນປະເທດອັງກິດກວ່າ 40 ຫຸ່ນ ເຊິ່ງຫຸ່ນຍົນ Thorvald ນີ້ ເປັນຫຸ່ນຍົນທີ່ຊ່ວຍເກັບກ່ຽວຜົນຜະລິດ ພ້ອມທັງສາມາດຂ້າເຊື້ອພະຍາດທີ່ຢູ່ເທິງຕົວຜົນຜະລິດດ້ວຍແສງ UV ໃນເວລາດຽວກັນ ໂດຍໃນຂະນະນີ້ Saga Robotics ຈະລົງທຶນເພື່ອພັດທະນາຫຸ່ນຍົນຕໍ່ໄປ ດ້ວຍເມັດເງິນມູນຄ່າກວ່າ 11 ລ້ານໂດລາສະຫະລັດ.
ນອກຈາກນີ້ ຍັງມີອຸປະກອນສຳລັບປູກພືດໃນແນວຕັ້ງ (Vertical Farm) ທີ່ພືດສາມາດເຕີບໂຕໄດ້ໂດຍໃຊ້ແສງໄຟຈາກຫຼອດ LED ພ້ອມທັງມີລະບົບຫົດນ້ຳອັດຕະໂນມັດ ເຊິ່ງຈະຊ່ວຍຫຼຸດການໃຊ້ແຮງງານລົງໄດ້.
ຄວາມຕ້ອງການໃຊ້ຫຸ່ນຍົນໃນພາກການກະສິກຳ ເກີດຂຶ້ນເພາະບັນຫາຂາດແຄນແຮງງານ ໂດຍສະເພາະ ໃນປະເທດອັງກິດ ທີ່ໄດ້ຮັບຜົນກະທົບຕັ້ງແຕ່ການອອກຈາກສະຫະພາບເອີຣົບ ຫຼື Brexit ເຮັດໃຫ້ແຮງງານຈາກເອີຣົບຕາເວັນອອກ ບໍ່ສາມາດເດີນທາງເຂົ້າມາເຮັດວຽກໄດ້ ສ່ວນທີ່ລັດກາລິຟໍເນຍ ປະເທດສະຫະລັດອາເມຣິກາ ກໍຕ້ອງປະເຊີນກັບບັນຫາຂາດແຄນແຮງງານເຊັ່ນກັນ.
ນອກຈາກນີ້ ການແຜ່ລະບາດຂອງພະຍາດໂຄວິດ-19 ຍິ່ງເປັນຕົວເລັ່ງໃຫ້ບັນຫາຂາດແຄນແຮງງານຮຸນແຮງຂຶ້ນ ເພາະແຮງງານບໍ່ສາມາດເດີນທາງຂ້າມແດນ ມາເກັບກ່ຽວຜົນຜະລິດໄດ້ ເຮັດໃຫ້ໃນໄລຍະທີ່ຜ່ານມາ Dealroom ບໍລິສັດທີ່ໃຫ້ຄຳປຶກສາແກ່ Start-up ລາຍງານວ່າ ຄວາມຕ້ອງການລົງທຶນຫຸ່ນຍົນສຳລັບພາກການກະສິກຳ ລວມເຖິງອຸປະກອນເພາະປູກພືດໃນອາຄານ ແລະ ສວນແນວຕັ້ງເພີ່ມຂຶ້ນກວ່າ 40%.
Sam Watson Jones ຜູ້ກໍ່ຕັ້ງ Small Robot Company ໃນປະເທດອັງກິດ ເລົ່າວ່າ ຕອນນີ້ໄດ້ຮັບການຕິດຕໍ່ຈາກຊາວກະສິກອນທົ່ວໂລກ ທີ່ຕ້ອງການຊື້ຫຸ່ນຍົນສຳລັບເຮັດການກະສິກຳ.
ໃນໄລຍະທີ່ເຕັກໂນໂລຊີມີຄວາມພ້ອມ ທັງລະບົບເຊັນເຊີ ການປະມວນຜົນລະບົບ Machine Learning ລວມເຖິງ Al gorithm ຕ່າງໆ ທີ່ຢູ່ເບື້ອງຫຼັງການເຮັດວຽກຂອງຫຸ່ນຍົນ ໄດ້ຮັບການພັດທະນາຈົນມີລາຄາຖືກລົງ ໃນໄລຍະຫຼາຍປີທີ່ຜ່ານມາ ເຮັດໃຫ້ຫຼາຍໆຝ່າຍຄາດການວ່າ ຄວາມຕ້ອງການຫຸ່ນຍົນສຳລັບພາກການກະສິກຳ ຈະເປັນຈຸດເລີ່ມຕົ້ນການປ່ຽນແປງຄັ້ງສຳຄັນຂອງພາກການກະສິກຳໃນ 10-20 ປີຂ້າງໜ້າ ການກະສິກຳຈະເຮັດໂດຍຫຸ່ນຍົນ ແລະ ລະບົບອັດຕະໂນມັດ ຕັ້ງແຕ່ການເກັບກ່ຽວ ກຳຈັດວັດຊະພືດ ການຫົດນ້ຳ ລວມເຖິງຂະບວນການແປຮູບຜົນຜະລິດທີ່ໄດ້.