ເດັກນ້ອຍຫວຽດນາມອອກແນວຄວາມຄິດ ປະດິດໝວກກັນກະທົບປ້ອງກັນ COVID-19

ນັກ­ຮຽນ​ຊາວ​ຫວຽດ­ນາມ 3 ຄົນ ໄດ້​ອອກ​ແບບ​ໝວກ​ກັນ​ຫະ​ທົບ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ໜ້າ­ທີ່​ທາງ​ການ​ແພດ ທີ່​ຕ້ອງ​ຕໍ່­ສູ້​ກັບ​ເຊື້ອ​ໄວ​ຣັສ COVID-19 ສາ­ມາດ​ກິນ​ເຂົ້າ­ໜົມ ຫຼື ລູບ​ຫນ້າ​ລູບ​ຕາ​ຕົວ​ເອງ​ໄດ້ ໂດຍ​ບໍ່​ຕ້ອງ​ເຮັດ​ໃຫ້​ຕົນ​ເອງ​ຕ້ອງ​ສ່ຽງ​ກັບ​ການ​ຕິດ­ເຊື້ອ.

ການ​ລະ­ບາດ​ຂອງ​ພະ­ຍາດ ເຮັດ​ໃຫ້​ຜູ້​ຄົນ​ຕ້ອງ​ປ່ຽນ​ຄວາມ​ສະ­ດວກ​ສະ­ບາຍ​ກັບ​ຄວາມ​ປອດ​ໄພ ຂອງ​ອຸ­ປະ­ກອນ​ປ້ອງ​ກັນ​ສ່ວນ​ບຸກ­ຄົນ (PPE) ໂດຍ​ສະ­ເພາະ​ຢ່າງ​ຍິ່ງ ບັນ­ດາ​ເຈົ້າ​ໜ້າ­ທີ່ ທີ່​ຕໍ່­ສູ້​ກັບ​ພະ­ຍາດ​ຢູ່​ໃນ​ແນວ​ໜ້າ ເຊິ່ງ​ຕ້ອງ​ສວມ​ຊຸດ​ປ້ອງ​ກັນ​ເປັນ​ໄລ­ຍະ​ເວ­ລາ​ຍາວ​ນານ ແລະ ຈາກ​ປະ­ເດັນ​ດັ່ງ­ກ່າວ ກຸ່ມ​ນັກ­ຮຽນ​ກຸ່ມ​ນີ້ ໄດ້​ຄິດ​ອອກ​ແບບ​ໝວກ​ທີ່​ເຊື່ອມ​ຕໍ່​ກັບ​ເຄື່ອງ​ຊ່ວຍ​ຫາຍ­ໃຈ ທີ່​ບໍ່​ພຽງ​ແຕ່​ເຮັດ​ໜ້າ­ທີ່​ປ້ອງ​ກັນ​ເຊື້ອ​ໄວ​ຣັສ​ເທົ່າ​ນັ້ນ ແຕ່​ຍັງ​ຊ່ວຍ​ໃຫ້​ເຈົ້າ​ໜ້າ­ທີ່​ສາ­ມາດ​ເຮັດ​ວຽກ​ໄດ້​ຍາວ​ນານ​ຂຶ້ນ.

ກຸ່ມ​ນັກ­ຮຽນ​ໄດ້​ປະ­ດິດ​ໝວກ​ກັນ​ກະ­ທົບ​ຊື່ ‘Vihelm’ ທີ່​ເປັນ​ການ​ປະ­ສົມ​ຄຳ​ລະ­ຫວ່າງ Vietnam ແລະ helmet ໂດຍ​ໝວກ​ມີ​ຊ່ອງ​ຖົງ­ມື​ທີ່​ເຮັດ​ໃຫ້​ຜູ້​ສວມ​ສາ­ມາດ​ສອດ​ມື​ເຂົ້າ​ໄປ​ຂ້າງ​ໃນ​ໝວກ ເພື່ອ​ເຊັດ​ເຫື່ອ​ອອກ​ຈາກ​ໃບ​ໜ້າ ຫຼື ເຊັດ​ໜ້າ​ກາກ​ໃນ​ຂະ­ນະ​ທີ່​ໝວກ​ຍັງ​ຄົງ​ປິດ​ສະ­ໜິດ​ໄດ້ “ສິ່ງ​ທີ່​ແຕກ​ຕ່າງ​ຢ່າງ​ເຫັນ​ໄດ້​ແຈ້ງ​ຂອງ​ໝວກ​ໜ່ວຍ​ນີ້ ຄື​ຊ່ອງ​ຖົງ­ມື ທ່ານ​ສາ­ມາດ​ໃຊ້​ມັນ​ເພື່ອ​ສຳ­ຜັດ​ໃບ​ໜ້າ​ຂອງ​ທ່ານ​ໄດ້​ຢ່າງ​ປອດ​ໄພ” ເຈິ່ນ ຫວຽນ ແຄັງ ຮານ ອາ­ຍຸ 14 ປີ ໜຶ່ງ​ໃນ​ນັກ­ຮຽນ​ທີ່​ໄດ້​ຮັບ​ລາ­ງວັນ Best Invention Design Award ຈາກ​ເວ­ທີ​ການ​ປະ​ກວດ​ສິ່ງ​ປະ­ດິດ​ນະ​ວັດ­ຕະ​ກຳ​ນາ­ນາ​ຊາດ ທີ່ ກາ​ນາ​ດາ ເມື່ອ​ເດືອນ​ກ່ອນ​ກ່າວ.

ໝວກ​ກັນ​ກະ­ທົບ​ທີ່​ເບິ່ງ​ລ້ຳ​ຍຸກ​ນີ້ ຍັງ​ມີ​ຊ່ອງ​ວ່າງ​ດ້ານ​ໃນ​ໝວກ ເຊິ່ງ​ສາ­ມາດ​ໃສ່​ຂອງ​ກິນ​ໄດ້ ແລະ ມີ​ທໍ່​ທີ່​ເຊື່ອມ​ກັບ​ເຄື່ອງ PAPR ສຳ­ລັບ​ຈ່າຍ​ອາ­ກາດ​ບໍ­ລິ­ສຸດ​ໃຫ້​ຜູ້​ສວມ.

ເຖິງ​ແມ່ນ​ອຸ­ປະ­ກອນ​ຊິ້ນ​ນີ້ ຈະ​ຖື​ວ່າ​ມີ​ຄວາມ​ປອດ​ໄພ​ຫຼາຍ​ກວ່າ​ຜ້າ​ອັດ​ປາກ​ຕາມ​ມາດ­ຕະ­ຖານ ແຕ່​ອຸ­ປະ­ກອນ​ກໍ​ອາດ​ເຮັດ​ໃຫ້​ຜູ້​ສວມ​ໃສ່ ບໍ່​ຮູ້­ສຶກ​ສະ­ບາຍ​ໄປ​ກວ່າ PPE ຮູບ​ແບບ​ອື່ນ ເນື່ອງ​ຈາກ​ຊ່ອງ​ດ້ານ​ໃນ​ໝວກ​ອາດ​ສຽດ​ສີ ຫຼື ຂູດ​ກັບ​ຫົວ​ຂອງ​ຜູ້​ສວມ​ໄດ້.

ທັງ​ນີ້ ບໍ­ລິ­ສັດ VinSmart ທີ່​ເປັນ​ກິດ­ຈະ­ການ​ໃນ​ເຄືອ​ຂອງ​ບໍ­ລິ­ສັດ Vingroup ກຸ່ມ​ບໍ­ລິ­ສັດ​ເອ­ກະ​ຊົນ​ລາຍ​ໃຫຍ່​ຂອງ​ຫວຽດ­ນາມ ໄດ້​ລົງ​ນາມ​ຂໍ້​ຕົກ­ລົງ​ທີ່​ຈະ​ຊ່ວຍ​ນັກ­ຮຽນ​ກຸ່ມ​ນີ້ ຜະ­ລິດ​ໝວກ​ກັນ​ກະ­ທົບ Vihelm ເວີ​ຊັນ​ທີ່​ໄດ້​ຮັບ​ການ​ພັດ­ທະ­ນາ​ປັບ­ປຸງ​ຈົນ​ສົມ­ບູນ.

error: Content is protected !!