ເຟສບຸກແບບຫວຽດນາມ “ກາໂປ” ເປີດຕົວຕັ້ງເປົ້າມີຜູ້ຊົມໃຊ້ 3 ລ້ານຄົນ

ສື່​ສັງ­ຄົມ​ອອນ​ລາຍ​ຂອງ​ຫວຽດ­ນາມ ເຊິ່ງ​ມີ​ລັກ­ສະ­ນະ​ຄ້າຍ­ຄື​ເຟ​ສ​ບຸກ ເປິດ​ຕົວ​ແລ້ວ ເມື່ອ​ມໍ່ໆມານີ້ ໂດຍ​ໃສ່​ຊື່­ວ່າ ກາ​ໂປ (Gapo) ເຊິ່ງ​ເປັນ​ແອັບ​ທາງ​ມື​ຖື​ທີ່​ໃຫ້​ຜູ້​ໃຊ້​ສາ­ມາດສ້າງ​ໜ້າ​ໂປຣ​ຟາຍ​ຂອງ​ຕົນ​ເອງ ແລະ ແຊຣ໌ ໂພ​ສ​ໃນ​ໜ້າ “news feed” ເໝືອນ​ເຟ​ສ​ບຸກ ໄດ້​ດ້ວຍ.

ບໍ­ລິ­ສັດ​ເຕັກ​ໂນ​ໂລ​ຊີ G-Group ຂອງ​ຫວຽດ­ນາມ​ເປັນ​ຜູ້​ພັດ­ທະ­ນາ​ແອັບ​ນີ້​ຂຶ້ນ​ມາ ໂດຍ​ໃຊ້​ເງິນ​ລົງ­ທຶນ 500.000 ລ້ານ​ດົງ ຫຼື ປະ­ມານ 22 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ທ່ານ ຮາ ຕຣຶງ ກຽນ ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງ​ຂອງ G-Group ບອກ​ວ່າ ປັດ­ຈຸ­ບັນ ຊາວ ຫວຽດ­ນາມ​ເພິ່ງ​ພາ​ເຟ​ສ​ບຸກ​ຫຼາຍ​ເກີນ​ໄປ ເນື່ອງ​ຈາກ​ບໍ່​ມີ​ສື່​ສັງ­ຄົມ​ອອນ​ລາຍ​ອື່ນ​ໃຫ້ເລືອກ​ຫຼາຍ​ປານ­ໃດ ໂດຍ Gapo ຕັ້ງ​ເປົ້າ​ວ່າ ຈະ​ມີ​ຜູ້​ໃຊ້​ປະ­ມານ 3 ລ້ານ​ຄົນ ພາຍ​ໃນ​ປີ​ນີ້ ແລະ ເພີ່ມ​ເປັນ 20 ລ້ານ​ຄົນ​ພາຍ​ໃນ​ປີ­ໜ້າ.

ກ່ອນ​ໜ້າ​ນີ້​ຫວຽດ­ນາມ​ເຄີຍ​ມີ​ສື່​ສັງ­ຄົມ ອອນ​ລາຍ​ພາຍ​ໃນ​ປະ­ເທດ​ເກີດ​ຂຶ້ນ​ແດ່​ແລ້ວ ເຊັ່ນ VietnamTa ແລະ Hahalolo ເຊິ່ງ​ມີ ລັກ­ສະ­ນະ​ຄ້າຍ­ຄື​ເຟ​ສ​ບຸກ​ເຊັ່ນ​ກັນ ແຕ່​ບໍ່​ໄດ້​ຮັບ​ຄວາມ​ນິ­ຍົມ​ຫຼາຍ​ປານ­ໃດ.

ຄວາມ​ທ້າ​ທາຍ​ສຳ­ຄັນ​ຂອງ​ສື່​ສັງ­ຄົມ ອອນ ລາຍ​ໃນ​ຫວຽດ­ນາມ ຄື​ຄຸ້ມ​ຄອງ​ດ້ານ​ເນື້ອ​ໃນ​ຢ່າງ​ເຄັ່ງ​ຄັດ.

ນອກ­ຈາກ​ນັ້ນ ຫວຽດ­ນາມ​ຫາ​ກໍ​ປະ­ກາດ​ໃຊ້​ກົດ­ໝາຍ​ຄວາມ​ໝັ້ນ­ຄົງ​ທາງ​ໄຊ​ເບີ​ ສະ­ບັບ​ໃໝ່​ ເມື່ອ​ຕົ້ນ​ປີ​ນີ້.

error: Content is protected !!