ເຕັກໂນໂລຊີດ້ານສຸຂະພາບແບບສວມໃສ່ ອາດກວດອາການ COVID-19 ໄດ້ລ່ວງໜ້າ

ຄະ­ນະ​ນັກ​ວິ­ໄຈ​ກຳ­ລັງ​ສຶກ​ສາ​ປະ​ສິດ­ທິ​ຜົນ ຂອງ​ອຸ­ປະ­ກອນ​ແບບ​ສວມ​ໃສ່​ເພື່ອ​ໃຊ້​ລະ­ບຸ​ອາ­ການ​ເລີ່ມ​ຕົ້ນ​ຂອງ​ພະ­ຍາດ​ຕ່າງໆ ລວມ​ເຖິງ COVID-19.

ຂະ­ນະ​ນີ້ ຫຼາຍໆ​ຄົນ​ໃຊ້​ອຸ­ປະ­ກອນ​ສວມ​ໃສ່ ຢ່າງ​ເຊັ່ນ Fitbit ຫຼື​ໂມງ Apple Watch ເພື່ອ​ວັດ​ອັດ­ຕາ​ການ​ເຕັ້ນ​ຂອງ​ຫົວ­ໃຈ ແລະ ການ​ອອກ­ກຳ­ລັງ​ກາຍ​ອື່ນໆ​ຢູ່​ແລ້ວ ແຕ່​ໃນ​ຕອນ​ນີ້ ນັກ​ວິ­ໄຈ​ກຳ­ລັງ​ສຶກ​ສາ​ວ່າ​ເຕັກ​ໂນ​ໂລ​ຊີ​ຊະ­ນິດ​ນີ້ ຈະ​ສາ­ມາດ​ໃຊ້​ບອກ​ສັນ­ຍານ​ເລີ່ມ​ຕົ້ນ​ຂອງ ໂຄ​ວິດ-19 ໄດ້​ຫຼື​ບໍ່ ທັງ​ນີ້ ມີ​ການ​ທົດ​ສອບ ອຸ­ປະ­ກອນ​ດັ່ງ­ກ່າວ​ທີ່​ມະ­ຫາ­ວິ­ທະ­ຍາ­ໄລ West Virginia University ຂອງ​ສະ­ຫະ­ລັດ ນັກ​ວິ­ໄຈ​ທີ່​ມະ­ຫາ­ວິ­ທະ­ຍາ­ໄລ ລາຍ​ງານ​ເມື່ອ​ເດືອນ​ພຶດ­ສະ­ພາ​ວ່າ ອຸ­ປະ­ກອນ​ນີ້​ສາ­ມາດ​ລະ­ບຸ​ອາ­ການ ຂອງ COVID -19 ໃນ​ໄລ­ຍະ​ເລີ່ມ​ຕົ້ນ​ໄດ້​ລ່ວງ​ໜ້າ​ເຖິງ​ສາມ​ວັນ​ກ່ອນ​ທີ່​ຜູ້​ປ່ວຍ​ຈະ​ຮູ້​ຕົວ.

 ນັກ​ວິ­ໄຈ​ເຮັດ​ການ​ທົດ​ສອບ​ອຸ­ປະ­ກອນ​ທີ່​ມີ​ຊື່​ເອີ້ນ​ວ່າ Oura Ring ເຊິ່ງ​ມີ​ລັກ­ສະ­ນະ​ເປັນ ແຫວນ​ທີ່​ໃຊ້​ສວມ​ໃສ່​ຢູ່​ເທິງ​ນິ້ວ​ມື ແລະ ມີ​ໃຊ້ ມາ​ນານ​ປະ­ມານ​ສອງ​ປີ​ແລ້ວ ແຫວນ​ນີ້​ຖືກ ອອກ​ແບບ​ມາ​ເພື່ອ​ໃຊ້​ກວດ​ວັດ​ສະ­ມັດ­ຖະ­ພາບ​ຂອງ​ຮ່າງ­ກາຍ​ຂະ­ນະ​ອອກ­ກຳ­ລັງ​ກາຍ ຕະ­ຫຼອດ​ຈົນ​ຄຸນ​ນະ​ພາບ​ຂອງ​ການ​ນອນ ແລະ ສຸ­ຂະ­ພາບ​ຂອງ​ຫົວ­ໃຈ ໂດຍ​ແຫວນ​ດັ່ງ­ກ່າວ​ຈະ​ສົ່ງ​ຂໍ້​ມູນ​ທີ່​ຮວບ​ຮວມ​ໄດ້​ໄປ​ຍັງ​ແອັບ ເຊິ່ງ ຈະ​ປະ​ເມີນ​ການ​ເຮັດ​ກິດ­ຈະ­ກຳ​ຕ່າງໆ​ຂອງ​ຜູ້​ໃຊ້ ແອັບ​ດັ່ງ­ກ່າວ ໃຊ້​ລະ­ບົບ​ປັນ­ຍາ​ປະ­ດິດ ຫຼື AI ໃນ​ການ​ທຳ­ນາຍ​ອາ­ການ​ເລີ່ມ​ຕົ້ນ​ຂອງ COVID -19 ເຊັ່ນ​ອຸນ­ຫະ­ພູມ​ຮ່າງ­ກາຍ​ທີ່​ສູງ ແລະ ການ​ມີ​ບັນ­ຫາ​ໃນ​ການ​ຫາຍ­ໃຈ.

ນັກ​ວິ­ໄຈ​ກ່າວ​ວ່າ ການ​ທົດ​ສອບ​ໃນ​ໄລ­ຍະ ຕົ້ນ ສະ­ແດງ​ໃຫ້​ເຫັນ​ວ່າ​ລະ­ບົບ​ນີ້​ສາ­ມາດ​ຄາດ​ການ​ອາ­ການ​ເລີ່ມ​ຕົ້ນ​ທີ່​ກ່ຽວ­ຂ້ອງ​ກັບ COVID -19 ໄດ້​ເຖິງ​ສາມ​ວັນ​ລ່ວງ​ໜ້າ ແລະ ມີ​ອັດ­ຕາ​ຄວາມ​ສຳ­ເລັດ​ຫຼາຍ​ກວ່າ 90%.

ທ່ານ Ali Rezai ຫົວ­ໜ້າ​ສະ​ຖາ​ບັນ Rockefeller Neuroscience Institute ເຊື່ອ​ວ່າ ລະ­ບົບ​ນີ້​ຈະ​ສາ­ມາດ​ຊ່ວຍ​ປົກ​ປ້ອງ​ເຈົ້າ​ໜ້າ­ທີ່​ດ້ານ​ສຸ­ຂະ­ພາບ ແລະ ຜູ້​ປະ­ຕິ­ບັດ​ງານ​ສຸກ​ເສິນ ໃນ​ການ​ຮັບ​ມື​ກັບ COVID -19 ແລະ ພະ­ຍາດ​ທີ່​ແຜ່​ລະ­ບາດ​ຢ່າງ​ວ່ອງ­ໄວ​ຊະ­ນິດ​ອື່ນໆ ໄດ້

ເມື່ອ​ໄວໆ​ນີ້ ສະ­ມາ­ຄົມ​ບານ­ບ້ວງ NBA ຕັດ­ສິນ​ໃຈ​ສັ່ງ​ຊື້​ແຫວນ Oura Ring ໃຫ້​ກັບ​ຜູ້​ຫຼິ້ນ​ເພື່ອ​ຈະ​ໄດ້​ກວດ​ພົບ​ອາ­ການ​ຂອງ COVID -19 ໂດຍ​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້.

ໂຄງ­ການ​ວິ­ໄຈ​ອີກ​ອັນ​ໜຶ່ງ ມີ​ຂຶ້ນ​ທີ່​ສະ​ຖາ​ບັນ ວິ­ໄຈ Scripps ໃນ​ເມືອງ​ຊານ​ດິ​ເອ​ໂກ ລັດ​ກາ ລິ​ຟໍ​ເນຍ ການ​ສຶກ​ສາ​ທີ່​ໃຊ້​ຊື່­ວ່າ DETECT ກວດ​ສອບ​ຂໍ້​ມູນ​ຈາກ​ອຸ­ປະ­ກອນ​ທີ່​ສວມ​ໃສ່ ໂດຍ​ອາ­ສາ​ສະ­ໝັກ​ກວ່າ 30.000 ຄົນ ເພື່ອ​ທີ່​ຈະ​ເບິ່ງ​ວ່າ​ອຸ­ປະ­ກອນ​ສວມ​ໃສ່​ດັ່ງ­ກ່າວ ສາ ມາດ​ທຳ­ນາຍ​ອາ­ການ​ເລີ່ມ​ຕົ້ນ​ຂອງ COVID -19 ໃນ​ກຸ່ມ​ຄົນ​ທີ່​ຍັງ​ບໍ່​ສະ­ແດງ​ອາ­ການ​ໄດ້ ຫຼື ບໍ່.

ນັກ​ວິ­ໄຈ​ຈາກ​ສະ​ຖາ​ບັນ Scripps ໄດ້​ສະ ແດງ​ເຖິງ​ປະ­ໂຫຍດ​ຂອງ​ເຕັກ​ໂນ​ໂລ​ຊີ​ປະ­ເພດ ສວມ​ໃສ່​ນີ້​ເພື່ອ​ທຳ­ນາຍ​ອາ­ການ​ຂອງ​ຜູ້​ຕິດ­ເຊື້ອ​ໄວ​ຣັສ ການ​ຄົ້ນ​ພົບ​ດັ່ງ­ກ່າວ ລົງ​ພິມ​ຢູ່​ໃນ​ວາ­ລະ­ສານ The Lancet ຂອງ​ອັງ­ກິດ​ເມື່ອ​ຕົ້ນ ປີ​ທີ່​ຜ່ານ​ມາ.

ຂໍ້​ໄດ້​ປຽບ​ສຳ­ຄັນ​ຂອງ​ການ​ໃຊ້​ອຸ­ປະ­ກອນ  ແບບ​ສວມ​ໃສ່​ເພື່ອ​ຊ່ວຍ​ສອດ­ສ່ອງ​ອາ­ການ ລ່ວງ​ໜ້າ ກໍ​ຄື ອຸ­ປະ­ກອນ​ທີ່​ວ່າ​ນີ້​ຈະ​ວັດ​ອັດ ຕາ​ການ​ເຕັ້ນ​ຂອງ​ຫົວ­ໃຈ​ເວ­ລາ​ນອນ ເພາະ ການ​ເຕັ້ນ​ຂອງ​ຫົວ­ໃຈ​ມັກ​ບໍ່​ປ່ຽນ­ແປງ​ກ່ອນ ການ​ຕິດ­ເຊື້ອ​ໄວ​ຣັສ ແຕ່​ນັກ​ວິ­ໄຈ​ໄດ້​ພົບ​ວ່າ ອັດ­ຕາ​ການ​ເຕັ້ນ​ຂອງ​ຫົວ­ໃຈ​ຂອງ​ຜູ້​ໃຊ້​ບາງ ຄົນ​ເລີ່ມ​ປ່ຽນ​ໄປ​ສີ່​ວັນ​ກ່ອນ​ທີ່​ຈະ​ມີ​ອາ­ການ​ໄຂ້

ດັ່ງ­ນັ້ນ ການ​ເຕັ້ນ​ຂອງ​ຫົວ­ໃຈ​ຈຶ່ງ​ເປັນ​ເຄື່ອງ ບົ່ງ​ຊີ້​ອາ­ການ​ລ່ວງ​ໜ້າ­ທີ່​ມີ​ປະ­ໂຫຍດ ລວມ​ທັງ ສາ­ມາດ​ວັດ​ໄດ້​ງ່າຍ ແລະ ແມ່ນ​ຢຳ​ດ້ວຍ​ການ​ໃຊ້​ອຸ­ປະ­ກອນ​ແບບ​ສວມ​ໃສ່​ໂດຍ​ທົ່ວ​ໄປ​ດ້ວຍ.

ທ່ານ Jennifer Radin ຫົວ­ໜ້າ​ນັກ​ວິ­ໄຈ​ທີ່​ສະ​ຖາ​ບັນ Scripps ກ່າວ​ກັບ​ສຳ­ນັກ​ຂ່າວ​ຕ່າງ ປະ­ເທດ​ວ່າ ຜົນ​ຂອງ​ການ​ສຶກ​ສາ​ທັງ​ສອງ​ຢ່າງ ຊີ້​ໃຫ້​ເຫັນ​ວ່າ​ອຸ­ປະ­ກອນ​ທີ່​ວ່າ​ນີ້ ມີ​ສັກ­ກະ​ຍະ​ພາບ​ໃນ​ການ​ລະ­ບຸ​ຜູ້​ທີ່​ຕິດ­ເຊື້ອ ແຕ່​ຍັງ​ບໍ່​ມີ​ອາ ການ­ສະ­ແດງ​ອອກ​ມາ ທ່ານ Jennifer Radin ກ່າວ​ດ້ວຍ​ວ່າ ເນື່ອງ​ຈາກ 40% ຂອງ​ຜູ້​ປ່ວຍ COVID -19 ບໍ່​ມີ​ໄຂ້ ດັ່ງ­ນັ້ນ ອຸ­ປະ­ກອນ​ນີ້​ຈະ ເປັນ​ສິ່ງ​ທີ່​ສາ­ມາດ​ໃຊ້​ໃນ​ການ​ຄັດ​ແຍກ​ຜູ້​ຕິດ ເຊື້ອ​ໄດ້​ດີກ​ວ່າ­ການ​ວັດ​ອຸນ­ຫະ­ພູມ.

ນັກ​ວິ­ໄຈ​ຈາກ​ສະ​ຖາ​ບັນ Scripps ຫວັງ ວ່າ​ຈະ​ສາ­ມາດ​ພິ­ສູດ​ໄດ້​ວ່າ ຂໍ້​ມູນ​ຈາກ​ອຸ­ປະ­ກອນ​ສວມ​ໃສ່​ມີ​ຄວາມ​ໜ້າ​ເຊື່ອ​ຖື ແລະ ສາ­ມາດ​ນຳ​ມາ​ໃຊ້​ຢ່າງ​ໄດ້­ຜົນ​ຫຼາຍ​ກວ່າ​ການ​ວັດ​ອຸນ­ຫະ­ພູມ.

ສ່ວນ​ທ່ານ ດຣ. Eric Topol ຜູ້­ອຳ­ນວຍ­ການ​ສະ​ຖາ​ບັນ Scripps ບອກ​ກັບ​ແຫຼງ​ຂ່າວ ວ່າ ແນວ​ຄິດ​ໃນ​ເລື່ອງ​ການ​ໃຊ້​ອຸ­ປະ­ກອນ ສວມ​ໃສ່​ນັ້ນ ເປັນ​ເລື່ອງ​ທີ່​ໜ້າ​ຈະ​ໃຫ້​ຄວາມ ຫວັງ ເພາະ​ຊາວ​ອາ​ເມ​ຣິ​ກາ​ຫຼາຍ​ກວ່າ 100 ລ້ານ​ຄົນ​ກໍ​ໃຊ້​ໂມງ​ສະ­ມາດ​ວອດ ຫຼື ອຸ­ປະ­ກອນ ກວດ​ວັດ​ສະ­ມັດ­ຖະ­ພາບ​ຮ່າງ­ກາຍ​ອື່ນໆ​ກັນ​ຢູ່​ແລ້ວ.

ຢ່າງ­ໃດ​ກໍ​ຕາມ ເຖິງ​ແມ່ນ​ວ່າ​ອຸ­ປະ­ກອນ​ດັ່ງ ກ່າວ​ຈະ​ສາ­ມາດ​ໃຫ້​ຂໍ້​ມູນ​ທີ່​ສຳ­ຄັນ​ແກ່​ນັກ​ວິ ໄຈ​ໄດ້ ແຕ່​ທ່ານ ດຣ. Topol ກ່າວ​ວ່າ ການ​ທີ່​ຈະ​ໄດ້​ຮັບ​ຂໍ້​ສະ­ຫຼຸບ​ທີ່​ດີ​ນັ້ນ ຈະ​ຕ້ອງ​ອາ­ໄສ​ຄົນ​ຈຳ­ນວນ​ຫຼາຍ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ສຶກ​ສາ.

error: Content is protected !!