ເຟສບຸກ ຖອດພາບ-ເນື້ອຫາທຳຮ້າຍຕົວເອງ ຫວັງຫຼຸດຄວາມສ່ຽງການຂ້າຕົວຕາຍ

ສື່​ສັງ­ຄົມ​ອອນ​ລາຍ “ເຟ​ສ​ບຸກ” ຖອດ​ພາບ​ທີ່​ສະ­ແດງ​ເຖິງ​ການ​ທຳ­ຮ້າຍ​ຕົວ​ເອງ​ອອກ​ຈາກ​ໜ້າ​ເຟ​ສ​ບຸກ ເຊິ່ງ​ເປັນ​ໜຶ່ງ​ມາດ​ຕະ­ການ​ຈັດ­ການ​ເນື້ອ​ຫາ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ຂ້າ​ຕົວ​ຕາຍ ຈາກ​ທີ່​ມີ​ກະ­ແສ​ວິ­ຈານ​ວ່າ ສື່​ສັງ­ຄົມ​ອອນ​ລາຍ​ນັ້ນ​ເປັນ​ຊ່ອງ​ທາງ​ໃນ​ການ​ນຳ​ສະ­ເໜີ​ເນື້ອ​ຫາ​ຮຸນ​ແຮງ ແລະ ອັນ­ຕະ­ລາຍ.

ຖະ­ແຫຼງ­ການ​ຂອງ​ເຟ​ສ​ບຸກ​ລະ­ບຸ​ວ່າ ເນື້ອ​ຫາ​ທີ່​ສະ­ແດງ​ເຖິງ​ການ​ທຳ­ຮ້າຍ​ຕົວ​ເອງ ຈະ​ຖືກ​ຄົ້ນ​ຫາ​ໄດ້​ຍາກ​ຂຶ້ນ​ທາງ​ອິນ​ສະ​ຕາ​ແກຣມ ແລະ ທາງ​ເຟ​ສ​ບຸກ​ຈະ​ໃຫ້​ຄວາມ​ເຊື່ອ​ໝັ້ນ​ວ່າ  ເນື້ອ​ຫາ​ລັກ­ສະ­ນະ​ນີ້​ຈະ​ບໍ່​ປາ­ກົດ​ເທິງ​ຖານ​ເວ­ທີ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ຄົ້ນ​ຫາ​ດ້ວຍ​ຕົວ​ເອງ​ກໍ​ຕາມ.

ທ່າ​ທີ​ຂອງ​ເຟ​ສ​ບຸກ ມີ​ຂຶ້ນ​ເມື່ອ​ມໍ່ໆມານີ້ ເຊິ່ງ​ຖື​ເປັນ​ວັນ World Suicide Prevention Day ເຊິ່ງ​ປີ​ນີ້​ທາງ​ອົງ­ການ​ອະ­ນາ­ໄມ​ໂລກ ຫຼື WHO ອອກ​ມາ​ເປິດ​ເຜີຍ​ວ່າ ຈະ​ມີ​ຄົນ​ຂ້າ​ຕົວ​ຕາຍ​ໃນ​ທຸກ 40 ວິ­ນາ­ທີ ຫຼື ເທົ່າ​ກັບ 8 ລ້ານ​ຄົນ​ທຸກ​ປີ.

ທີ່​ຜ່ານ​ມາ ບໍ­ລິ­ສັດ​ເຕັກ​ໂນ​ໂລ​ຊີ ແລະ ສື່​ສັງ­ຄົມ​ອອນ​ລາຍ ພະ­ຍາ­ຍາມ​ເຂົ້າ​ມາ​ມີ​ບົດ­ບາດ​ໃນ​ການ​ຈັດ­ການ​ເນື້ອ​ຫາ​ຮຸນ​ແຮງ ເຊິ່ງ​ລວມ​ເຖິງ​ການ​ຂ້າ​ຕົວ​ຕາຍ ທັງ​ເຟ​ສ​ບຸກ ທະ​ວິດ​ເຕີ ແລະ ກູ​ເກິ​ລ ໄດ້​ເພີ່ມ​ສາຍ​ດ່ວນ​ກ່ຽວ​ກັບ​ການ​ຂ້າ​ຕົວ​ຕາຍ ແລະ ເມື່ອ​ເດືອນ​ທີ່​ຜ່ານ​ມາ ບໍ­ລິ­ສັດ​ອາ​ເມ​ຊອນ ມີ​ແຜນ​ຈັດ​ສ້າງ​ສາຍ​ດ່ວນ​ໃຫ້​ກັບ​ລູກ​ຄ້າ​ທີ່​ຄົ້ນ​ຫາ​ຂໍ້​ມູນ​ກ່ຽວ​ກັບ​ການ​ຂ້າ​ຕົວ​ຕາຍ ລວມ​ທັງ​ເພີ່ມ​ການ​ເຕືອນ​ໃຫ້​ກັບ​ລູກ​ຄ້າ​ທີ່​ເຂົ້າ​ໄປ​ເບິ່ງ ຫຼື ຊື້​ສິນ­ຄ້າ​ທີ່​ເປັນ​ອັນ­ຕະ­ລາຍ.

error: Content is protected !!