ຜົນສຳຫຼວດເສດຖະກິດອອນລາຍ ພົບຄົນໄທໃຊ້ອິນເຕີເນັດຜ່ານສະມາດໂຟນຫຼາຍທີ່ສຸດໃນໂລກ

ປະ­ຊາ­ກອນ​ໃນ​ພາກ​ພື້ນ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ ໃຊ້​ອິນ​ເຕີ​ເນັດ​ຜ່ານ​ສະ­ມາດ​ໂຟນ​ຫຼາຍ​ທີ່​ສຸດ​ໃນ​ໂລກ ໂດຍ​ຄົນ​ໄທ​ສ້າງ​ສະ­ຖິ­ຕິ​ນຳ​ໜ້າ​ທຸກ​ປະ­ເທດ​ໃນ​ອາ​ຊຽນ ດ້ວຍ​ການ​ໃຊ້​ເວ ລາ​ຫຼາຍ​ກວ່າ 5 ຊົ່ວ­ໂມງ​ຕໍ່​ມື້​ເພື່ອ​ທ່ອງ​ໂລກ​ອິນ​ເຕີ​ເນັດ ຕາມ​ດ້ວຍ​ອິນ​ໂດ​ເນ​ເຊຍ ຟິ​ລິບ​ປິນ ແລະ ມາ​ເລ​ເຊຍ ທີ່​ໃຊ້​ເວ­ລາ​ຫຼາຍ​ກວ່າ 4 ຊົ່ວ­ໂມງ ໃນ​ຂະ­ນະ​ທີ່​ຄົນ​ທັງ​ໂລກ ໃຊ້​ເວ­ລາ​ສະ­ເລ່ຍ​ປະ­ມານ 3 ຊົ່ວ­ໂມງ.

ຂໍ້​ມູນ​ດັ່ງ­ກ່າວ ໄດ້​ມາ​ຈາກ​ລາຍ​ງານ​ສຳ​ຫຼວດ​ກິດ­ຈະ­ກຳ​ທາງ​ເສດ­ຖະ­ກິດ​ອອນ​ລາຍ​ໃນ​ພາກ​ພື້ນ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ (“e-Conomy SEA 2019 – Swipe up and to the right: Southeast Asia’s $100 billion internet economy”) ທີ່​ກູ​ເກິ​ລ ຈັດ​ທຳ​ຮ່ວມ​ກັບ​ກອງ​ທຶນ ເທ​ມາ​ເສກ (Temasek) ຂອງ​ລັດ­ຖະ­ບານ​ສິງ­ກະ­ໂປ ແລະ ເບນ ແອນ ຄອມ​ປາ­ນີ (Bain & Company) ບໍ­ລິ­ສັດ​ໃຫ້​ຄຳ​ປຶກ­ສາ​ດ້ານ​ທຸ­ລະ​ກິດ ເຊິ່ງ​ອອກ​ມາ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້.

ລາຍ​ງານ​ດັ່ງ­ກ່າວ ວັດ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ເສດ­ຖະ­ກິດ​ອອນ​ລາຍ​ຜ່ານ 5 ພາກ­ສ່ວນ ຄື ທຸ­ລະ​ກິດ​ທ່ອງ​ທ່ຽວ​ອອນ​ລາຍ ສື່​ອອນ​ລາຍ ເຊິ່ງ​ລວມ​ເຖິງ​ການ​ໂຄ­ສະ­ນາ ແລະ ການ​ກຳ­ນົດ​ເວ­ລາ ການ​ໃຊ້​ບໍ­ລິ­ການ​ເອີ້ນ​ລົດ​ໂດຍ­ສານ​ຜ່ານ​ແອັບ​ພລິ​ເຄ​ຊັ່ນ ການ​ຊື້​ເຄື່ອງ​ທາງ​ອອນ​ລາຍ ແລະ ການ​ໃຊ້​ບໍ​ລິ ການ​ການ​ເງິນ​ອອນ​ລາຍ ແລະ ຄາດ​ວ່າ​ເສດ­ຖະ­ກິດ​ອອນ​ລາຍ​ຈະ​ເຕີບ​ໂຕ​ທະ­ລຸ​ຄວາມ​ຄາດ­ໝາຍ ມີ​ມູນ​ຄ່າ​ຫຼາຍ​ເຖິງ 100 ຕື້​ໂດ​ລາ​ສະ­ຫະ­ລັດ​ໃນ​ປີ​ນີ້.

ນອກ­ຈາກ​ນີ້ ຍັງ​ໄດ້​ທຳ­ນາຍ​ດ້ວຍ​ວ່າ ຊ່ອງ​ຫວ່າງ​ຂອງ​ການ​ໃຊ້​ອິນ​ເຕີ​ເນັດ​ລະ­ຫວ່າງ​ມະ­ຫາ​ນະ­ຄອນ​ທີ່​ມີ​ຜູ້​ອາ­ໄສ​ຫຼາຍ​ກວ່າ 10 ລ້ານ​ຄົນ ແລະ ຊົນ­ນະ­ບົດ ຈະ​ແຄບ​ລົງ ເພາະ​ຄົນ​ໃນ​ພື້ນ​ທີ່​ນອກ​ເມືອງ​ຈະ​ຫັນ​ມາ​ໃຊ້​ອິນ​ເຕີ​ເນັດ​ຫຼາຍ​ຂຶ້ນ ແລະ ຈະ​ເຮັດ​ໃຫ້​ກິດ­ຈະ­ກຳ​ເສດ­ຖະ­ກິດ​ອອນ​ລາຍ​ນອກ​ຫົວ​ເມືອງ​ໃຫຍ່​ເຕີບ​ໂຕ​ຂຶ້ນ 4 ເທົ່າ​ໃນ​ອີກ 6 ປີ​ຂ້າງ​ໜ້າ.

ທັງ​ນີ້ ລາຍ​ງານ​ຂອງ​ກູ​ເກິ​ລ​ບໍ່​ໄດ້​ສຳ​ຫຼວດ​ຜົນ​ເສຍ​ຂອງ​ເສດ­ຖະ­ກິດ​ອອນ​ລາຍ ບໍ່​ວ່າ​ຈະ​ເປັນ​ພາ­ວະ​ການ​ເສບ​ຕິດ​ເກມ​ອອນ​ລາຍ​ຂອງ​ເຍົາ­ວະ​ຊົນ​ໃນ​ພາກ​ພື້ນ ຫຼື ຂີ້​ເຫຍື້ອ​ປລາ​ສ​ຕິກ​ທີ່​ເພີ່ມ​ຫຼາຍ​ຂຶ້ນ ຈາກ​ການ​ສັ່ງ​ຊື້​ອາ­ຫານ ແລະ ສິນ­ຄ້າ​ອອນ​ລາຍ ເປັນ­ຕົ້ນ.

error: Content is protected !!