ອາລີບາບາ ເປີດຕົວຫຸ່ນຍົນສົ່ງອັດຕະໂນມັດ ສາກເທື່ອດຽວແລ່ນໄດ້ 100 ກິໂລແມັດ

ອາ­ລີ​ບາ​ບາ​ຄລາວ ເສົາ​ຫຼັກ​ດ້ານ​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕອນ ແລະ ຫຸ່ນ​ຍົນ​ອັດ​ສະ​ລິ​ຍະ (AI) ຂອງ​ອາ­ລີ​ບາ​ບາ ກຣຸບ ໄດ້​ເປີດ​ຕົວ​ຫຸ່ນ​ຍົນ​ໂລ​ຈິ​ສ​ຕິກ​ອັດ­ຕະ­ໂນ­ມັດ ສຳ­ລັບ​ການ​ຂົນ­ສົ່ງ​ພັດ­ສະ­ດຸ​ໄມ​ສຸດ​ທ້າຍ (Last-mile delivery) ຫຼື ການ​ຂົນ­ສົ່ງ​ໄປ​ຫາ​ຜູ້​ຮັບ​ປາຍ­ທາງ ໃນ​ກອງ​ປະ­ຊຸມ​ປະ­ຈຳ​ປີ 2020 ເມື່ອ​ວັນ​ທີ 17 ກັນ­ຍາ​ທີ່​ຜ່ານ​ມາ.

ຫຸ່ນ​ຍົນ​ດັ່ງ­ກ່າວ ພັດ­ທະ­ນາ​ໂດຍ​ສະ​ຖາ​ບັນ ອາ­ລີ​ບາ​ບາ ດ໋າ​ໂມ (Alibaba DAMO Academy) ເຊິ່ງ​ເປັນ​ໂຄງ­ການ​ລິ​ເລີ່ມ​ການ​ວິ­ໄຈ​ລະ­ດັບ​ໂລກ​ຂອງ​ອາ­ລີ​ບາ​ບາ ກຣຸບ ຫຸ່ນ​ຍົນ​ສາ­ມາດ​ບັນ­ທຸກ​ພັດ­ສະ­ດຸ​ໄດ້ 50 ຊິ້ນ​ໃນ​ຄັ້ງ​ດຽວ ແລະ ເດີນ­ທາງ​ໄດ້​ເຖິງ 100 ກິ­ໂລ­ແມັດ​ຕໍ່​ການ​ສາກ​ໜຶ່ງ​ຄັ້ງ.

ປະ­ມານ​ການ​ວ່າ​ຫຸ່ນ​ຍົນ​ຈະ​ຈັດ​ສົ່ງ​ພັດ­ສະ­ດຸ​ໄປ​ຍັງ​ເຂດ​ຊຸມ​ຊົນ ຫຼື ມະ­ຫາ­ວິ­ທະ­ຍາ­ໄລ​ໜຶ່ງ​ແຫ່ງ​ທີ່​ກຳ­ນົດ​ໄດ້ 500 ຊິ້ນ​ຕໍ່​ວັນ ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ດ້ານ​ການ​ຂົນ­ສົ່ງ​ໄປ​ຍັງ​ຜູ້​ຮັບ​ປາຍ­ທາງ​ອັນ​ວ່ອງ­ໄວ ທີ່​ກຳ­ລັງ​ເພີ່ມ​ຂຶ້ນ​ໃນ​ປະ­ເທດ​ຈີນ “ເຮົາ​ຄາດ​ວ່າ​ຈະ​ມີ​ຄວາມ​ຕ້ອງ­ການ​ໃນ​ການ​ຈັດ​ສົ່ງ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ­ໄວ​ຈາກ​ທຸ­ລະ​ກິດ​ຄ້າ​ຍ່ອຍ ແລະ ທຸ­ລະ​ກິດ​ບໍ­ລິ­ການ​ໃນ​ທ້ອງ­ຖິ່ນ​ໃໝ່ໆ​ທີ່​ເຟື່ອງ​ຟູ​ໃນ​ໂລກ ທີ່​ມີ​ຄວາມ​ເປັນ​ດິ​ຈິ​ຕອນ​ຫຼາຍ​ຂຶ້ນ” ທ່ານ ເຈ​ຟ ຈາງ ປະ­ທານ​ຂອງ ອາ­ລີ​ບາ​ບາ​ຄລາວ ອິນ​ເທວ​ລິ​ເຈນ ກ່າວ.

ຫຸ່ນ​ຍົນ​ອັດ​ສະ​ລິ​ຍະ​ຕົວ​ນີ້ ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ການ​ຮຽນ​ຮູ້​ແບບ​ລອງ​ຜິດ​ລອງ​ຖືກ ສາ­ມາດ​ກຳ­ນົດ​ເສັ້ນ­ທາງ​ໄດ້ ເຖິງ​ແມ່ນ​ໃນ​ສະ­ພາບ​ແວດ​ລ້ອມ​ທີ່​ແອ​ອັດ ແລະ ຍັງ​ສາ­ມາດ​ເຮັດ​ວຽກ​ໄດ້​ໃນ​ບ່ອນ​ທີ່​ສັນ­ຍານ​ຈີ​ພີ​ເອ​ສ​ອ່ອນ ຫຼື ບໍ່​ມີ​ສັນ­ຍານ ດ້ວຍ​ເຕັກ​ໂນ​ໂລ​ຊີ​ການ​ກຳ­ນົດ​ຕຳ­ແໜ່ງ​ຄວາມ​ລະ­ອຽດ​ສູງ ທີ່​ເປັນ​ກຳ­ມະ­ສິດ​ສະ­ເພາະ​ຂອງ​ເຄື່ອງ​ເທົ່າ​ນັ້ນ.

ທ່ານ ເສິນ​ຈິນ​ໂປ ຜູ້​ຊ່ຽວ­ຊານ​ດ້ານ​ອັນ​ກໍ​ຣິ​ທຶມ​ອາ­ວຸ­ໂສ​ຈາກ​ຫ້ອງ​ປະ­ຕິ­ບັດ​ການ ການ​ຂັບ​ເຄື່ອນ​ອັດ­ຕະ­ໂນ­ມັດ​ຂອງ​ສະ​ຖາ​ບັນ​ອາ­ລີ​ບາ​ບາ ດ໋າ​ໂມ ກ່າວ​ວ່າ “ໃນ​ໄລ­ຍະ​ທຳ​ອິດ ເຮົາ​ມີ​ແຜນ­ທີ່​ຈະ​ນຳ​ຫຸ່ນ​ຍົນ​ຂົນ­ສົ່ງ​ໄປ​ໃຊ້​ໃນ​ພື້ນ​ທີ່​ຫາ​ກໍ​ເປີດ​ບາງ​ແຫ່ງ ເຊັ່ນ: ຊຸມ​ຊົນ​ມະ­ຫາ­ວິ­ທະ­ຍາ­ໄລ ເຂດ​ອຸດ­ສາ­ຫະ­ກຳ ແລະ ທຳ​ເລ​ທຸ­ລະ​ກິດ​ເພື່ອ​ໃຫ້​ບໍ­ລິ­ການ​ແກ່​ລູກ​ຄ້າ”.

ກອງ​ປະ­ຊຸມ​ປະ­ຈຳ​ປີ 2020 ເຊິ່ງ​ເດີມ​ມີ​ຊື່­ວ່າ​ກອງ​ປະ­ຊຸມ​ນັກ​ພັດ­ທະ­ນາ​ລະ­ບົບ​ຄລາວ​ອາ­ລີ ເປັນ​ເວ­ທີ​ທຳ​ອິດ​ທີ່​ສະ­ແດງ​ນະ​ວັດ­ຕະ​ກຳ​ໃນ​ປະ­ເທດ​ຈີນ ປະ­ເດັນ​ສຳ­ຄັນ​ຂອງ​ກອງ​ປະ­ຊຸມ​ປະ­ຈຳ​ປີ 2020 ວ່າ​ດ້ວຍ​ການ “ກ້າວ​ກະ­ໂດດ​ສູ່​ອະ­ນາ­ຄົດ​ແຫ່ງ​ຄວາມ​ສະ­ຫຼາດ​ທາງ​ດິ​ຈິ​ຕອນ” ຈະ​ຫຍັບ​ກວ້າງ​ຂຶ້ນ​ຈາກ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ມາ​ເປັນ​ອຸດ­ສາ­ຫະ­ກຳ​ເຕັກ​ໂນ​ໂລ​ຊີ ແລະ ອຸ­ປະ­ກອນ​ເອ​ເລັກ​ໂຕຣ​ນິກ​ສຳ­ລັບ​ຜູ້​ບໍ­ລິ­ໂພກ.

error: Content is protected !!