ຫວຽດນາມ ໃຊ້ເຕັກໂນໂລຊີ “ຫຸ່ນຍົນ” ຊ່ວຍປ້ອງກັນ ແລະ ລະວັງໄພ COVID-19

ການ​ປ້ອງ​ກັນ ແລະ ລະ­ວັງ​ໄພ​ຂອງ COVID-19 ຍັງ​ຄົງ​ເປັນ​ສິ່ງ​ທີ່​ຫຼາຍ​ປະ­ເທດ​ໃຫ້​ຄວາມ​ສຳ­ຄັນ​ໃນ​ເວ­ລາ​ນີ້ ແລະ ເທົ່າ​ທີ່​ຜ່ານ​ມາ ມີ​ລາຍ​ງານ​ຄວາມ​ສຳ­ເລັດ​ໃນ​ການ​ຄົ້ນ­ຄວ້າ​ວິ­ໄຈ ເພື່ອ​ຊ່ວຍ​ໃຫ້​ຜູ້​ຄົນ​ສາ­ມາດ​ໃຊ້​ຊີ­ວິດ​ໄດ້​ເໝືອນ​ປົກ­ກະ­ຕິ​ຫຼາຍ​ທີ່​ສຸດ ເທົ່າ​ທີ່​ຈະ​ຫຼາຍ​ໄດ້​ແດ່​ແລ້ວ.

ຕົວ­ຢ່າງ​ຂອງ​ການ​ໃຊ້​ເຕັກ​ໂນ​ໂລ​ຊີ​ເພື່ອ​ສູ້​ກັບ​ການ​ລະ­ບາດ​ຕົວ­ຢ່າງ​ໜຶ່ງ ເກີດ​ຂຶ້ນ​ໃນ​ປະ­ເທດ​ຫວຽດ­ນາມ ທີ່​ພະ­ຍາ­ຍາມ​ຍູ້​ດັນ​ການ​ໃຊ້ “ຫຸ່ນ​ຍົນ” ຢ່າງ​ຕໍ່​ເນື່ອງ.

ເຕັກ​ໂນ​ໂລ​ຊີ​ທີ່​ຫວຽດ­ນາມ​ເນັ້ນ​ຢ້ຳ​ໃນ​ໄລ­ຍະ​ນີ້ ຄື​ປັນ­ຍາ​ປະ­ດິດ ຫຼື Artificial Intelligence (AI) ເຊິ່ງ​ຖືກ​ນຳ​ມາ​ໃຊ້​ໃນ​ການ​ຮວບ​ຮວມ​ຂໍ້​ມູນ ເພື່ອ​ປະ​ເມີນ​ສະ­ຖາ­ນະ​ການ ແລະ ຄາດ​ການ​ວ່າ​ຈະ​ມີ​ການ​ລະ­ບາດ​ທີ່​ຈຸດ​ໃດ​ແດ່ ແລະ ການ​ໃຊ້​ຫຸ່ນ​ຍົນ​ເຮັດ​ໜ້າ­ທີ່​ບໍ­ລິ­ການ​ໃນ​ຮ້ານ​ອາ­ຫານ ເພື່ອ​ຫຼຸດ​ການ​ສຳ­ຜັດ​ກັນ​ຂອງ​ຜູ້​ຄົນ.

ຍິ່ງ​ໄປ​ກວ່າ​ນັ້ນ ຍັງ​ມີ​ການ​ໃຊ້ Chatbot ຫຼື ໂປຣ​ແກຣມ​ທີ່​ຖືກ​ສ້າງ​ມາ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ຊ່ວຍ​ຕອບ​ແຊັດ ໂດຍ​ເຕັກ​ໂນ​ໂລ​ຊີ​ນີ້​ຖືກ​ໃຊ້​ເພື່ອ​ກະ­ຈາຍ​ຂໍ້​ມູນ ລວມ​ທັງ​ການ​ເກັບ​ຂໍ້​ມູນ​ຜ່ານ​ລະ­ບົບ face recognition ຫຼື ລະ­ບົບ​ກວດ​ຈັບ ແລະ ຮູ້​ຈຳ​ໃບ​ໜ້າ ການ​ຄາດ​ການ​ທິດ​ທາງ​ຂອງ​ສະ­ຖາ­ນະ​ການ​ດ້ວຍ​ການ​ເຮັດ mapping ແລະ ການ​ພັດ­ທະ­ນາ​ໂປຣ​ແກຣມ ເພື່ອ​ຮັບ​ມື​ກັບ​ຂ່າວ​ລື​ຕ່າງໆ​ກ່ຽວ​ກັບ​ການ​ລະ­ບາດ​ດ້ວຍ.

ບໍ­ລິ­ສັດ FPT Corp ເຊິ່ງ​ເປັນ​ທຸ­ລະ​ກິດ​ໂທລະ​ຄົມ­ມະ­ນາ­ຄົມ ແລະ ຜູ້​ພັດ​ທະ​ນາ​ຊອຟ​ແວຣ໌ທີ່​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ­ນາມ ຄື​ໜຶ່ງ​ໃນ​ຜູ້​ທີ່​ໃຊ້​ປະ­ໂຫຍດ​ຈາກ​ເຕັກ​ໂນ​ໂລ​ຊີ​ໃນ​ການ​ຊ່ວຍ​ຄວບ​ຄຸມ​ການ​ລະ­ບາດ​ຜ່ານ Web Application ຫຼື ເວັບ​ໄຊ​ທີ່​ນຳ​ເອົາ​ໂປຣ​ແກຣມ​ຄອມ​ພິວ​ເຕີ​ທີ່​ເຊື່ອມ​ຕໍ່​ຖານ​ຂໍ້​ມູນ​ຮຽບ​ຮ້ອຍ​ແລ້ວ ເພື່ອ​ຄວາມ​ສະ­ດວກ​ຂອງ​ຜູ້​ໃຊ້​ງານ​ທີ່​ຊື່­ວ່າ Corona Check ແລະ ເປີດ​ໃຫ້​ຊາວ​ຫວຽດ­ນາມ​ໃສ່​ຂໍ້​ມູນ​ກ່ຽວ​ກັບ​ສະ­ຖານ­ທີ່​ທີ່​ຕົນ​ຫາ​ກໍ​ໄປ​ມາ​ເມື່ອ​ບໍ່​ນານ​ມາ​ນີ້ ແລ້ວ​ແອັບ​ຈະ​ດຳ­ເນີນ​ການ​ກວດ​ສອບ​ກັບ​ຂໍ້​ມູນ​ລະ­ດັບ​ປະ­ເທດ ຕັ້ງ­ແຕ່​ເລື່ອງ​ຂອງ​ສະ­ຖານ­ທີ່​ຕັ້ງ ໄປ​ຈົນ​ເຖິງ​ໄລ­ຍະ​ເວ­ລາ ແລະ ຈຳ­ນວນ​ຜູ້​ຕິດ­ເຊື້ອ ເພື່ອ​ຄຳ­ນວນ​ຫາ​ຄວາມ​ໜ້າ​ຈະ​ເປັນ​ວ່າ ມີ​ຜູ້​ໃດ​ໄດ້​ສຳ­ຜັດ​ກັບ​ເຊື້ອ​ໄວ​ຣັສ COVID-19 ຫຼື​ບໍ່.

ຜູ້​ບໍ­ລິ­ຫານ​ຂອງ​ບໍ­ລິ­ສັດ ບອກ​ກັບ​ຜູ້​ສື່​ຂ່າວ​ວ່າ ລະ­ບົບ​ນີ້​ມີ​ຄວາມ​ແມ່ນ​ຢຳ​ໃນ​ການ​ຄາດ​ການ​ຄວາມ​ໜ້າ​ຈະ​ເປັນ​ຂອງ​ການ​ຕິດ­ເຊື້ອ​ໄດ້​ເຖິງ 90% ແລະ ຈະ​ແມ່ນ​ຢຳ​ໄດ້​ກວ່າ​ນີ້ ຫາກ​ມີ​ຜູ້​ຄົນ​ເຂົ້າ​ມາ​ໃຊ້​ງານ ແລະ ປ້ອນ​ຂໍ້​ມູນ​ເພື່ອ​ຊ່ວຍ​ປະ​ເມີນ​ຫຼາຍ​ຂຶ້ນ.

ລາຍ​ງານ​ຂ່າວ​ລະ­ບຸ​ວ່າ ລະ­ບົບ​ດັ່ງ­ກ່າວ​ສາ­ມາດ​ເຮັດ​ວຽກ​ໄດ້​ຂ້ອນ​ຂ້າງ​ມີ​ປະ­ສິດ­ທິ­ພາບ ເພາະ​ລັດ­ຖະ­ບານ​ຫວຽດ­ນາມ​ມີ​ການ​ຈັດ​ເກັບ ແລະ ເປິດ​ເຜີຍ​ລາຍ​ງານ​ການ​ລະ­ບາດ​ທີ່​ບໍ່​ເປິດ​ເຜີຍ​ຕົວ​ຜູ້​ຕິດ­ເຊື້ອ ແຕ່​ໃຫ້​ຂໍ້​ມູນ​ຢ່າງ​ລະ­ອຽດ​ກ່ຽວ​ກັບ​ສະ­ຖານ­ທີ່​ທີ່​ແຕ່­ລະ­ຄົນ​ເດີນ­ທາງ​ໄປ​ມາ ເຊິ່ງ​ເປັນ​ລາຍ​ງານ​ທີ່​ມີ​ເອ­ກະ­ລັກ​ສະ­ເພາະ​ຕົວ ເມື່ອ​ທຽບ​ກັບ​ການ​ລາຍ​ງານ​ໃນ​ປະ­ເທດ​ອື່ນໆ.

ຄວາມ​ກ້າວ­ໜ້າ​ທາງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ​ເຫຼົ່າ​ນີ້ ເປັນ​ພຽງ​ສ່ວນ​ໜຶ່ງ​ຂອງ​ຄວາມ​ພະ­ຍາ­ຍາມ​ຂອງ​ມະ­ນຸດ ທີ່​ຈະ​ເອົາ​ຊະ­ນະ​ໂລກ­ໄພ­ໄຂ້­ເຈັບ ແລະ ຊ່ວຍ​ໃຫ້​ຊີ­ວິດ​ຄວາມ​ເປັນ​ຢູ່​ຂອງ​ຜູ້​ຄົນ​ປອດ​ໄພ ແລະ ສະ­ດວກ​ສະ­ບາຍ​ຂຶ້ນ ແຕ່​ໃນ​ຂະ­ນະ​ດຽວ​ກັນ ຄວາມ​ຮັບ​ຮູ້​ເຖິງ​ສະ­ຖາ­ນະ​ການ​ອ້ອມ​ຕົວ ແລະ ການ​ຮ່ວມ​ມື​ກັນ​ໃນ​ການ​ປະ­ຕິ­ບັດ​ຕາມ​ຂໍ້​ແນະ­ນຳ​ຕ່າງໆ ໂດຍ​ບໍ່​ຕື່ນ​ຕົກ­ໃຈ​ໄປ ລວມ​ທັງ​ການ​ແບ່ງ­ປັນ​ຂໍ້​ມູນ​ທີ່​ຖືກ­ຕ້ອງ ຍັງ​ຄົງ​ເປັນ​ສິ່ງ​ທີ່​ເຮົາ​ທຸກ​ຄົນ​ຄວນ​ເຮັດ​ຈົນ​ກວ່າ​ວິ​ກິດ​ນີ້​ຈະ​ຜ່ານ​ພົ້ນ​ໄປ.

error: Content is protected !!