ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 8 ພືດສະພາ 2020 ທີ່ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມພະຍາດ COVID-19 ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່…
Category: ຂ່າວໜ້າໜຶ່ງ
ຮອງນາຍົກ ເນັ້ນໃຫ້ພັດທະນາວຽກງານສະຖິຕິໄປສູ່ຄວາມທັນສະໄໝ
ວັນທີ 8 ພຶດສະພາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ລົງພົບປະຢ້ຽມຢາມສູນສະຖິຕິແຫ່ງຊາດ ໃຫ້ກຽດຕ້ອນຮັບຂອງທ່ານສະໄໝຈັນ ບຸບຜາ…
ມູນນິທິຮ່ວມໃຈພັດທະນາ ປະກອບສ່ວນຊ່ວຍເຫຼືອສັງຄົມຕ້ານພະຍາດໂຄວິດ-19
ທ່ານ ພູວົງ ພະມີສິດ ປະທານມູນນິທິຮ່ວມໃຈພັດທະນາ ເຈົ້າຂອງຮ້ານພູວົງ ແລະ ເຈົ້າຂອງສວນພຶກສາ ໃຫ້ສໍາພາດວັນທີ 7 ພຶດສະພາ 2020 ວ່າ: ນັບແຕ່ປະເທດເຮົາໄດ້ມີລາຍງານການຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ລັດຖະບານກໍໄດ້ມີຄໍາສັ່ງຂອງນາຍົກລັດຖະມົນຕີ…
ນາຊາຍທອງ ສຳເລັດການເກັບກ່ຽວເຂົ້ານາແຊງໃນເນື້ອທີ 2.681 ເຮັກຕາ
ມາຮອດປັດຈຸບັນ ຊາວກະສິກອນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຂຸ້ນຂ້ຽວເກັບກ່ຽວເຂົ້ານາແຊງໄດ້ສຳເລັດໃນຕົ້ນເດືອນພຶດສະພາ ແລະ ພວມສືບຕໍ່ການຜະລິດເຂົ້ານາປີໃນເນື້ອທີ 7.794 ເຮັກຕາ. ທ່ານ ໄກຍະສັກ ມະນີວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງນາຊາຍທອງ…
ພຶດສະພາ ຫາ ກໍລະກົດ ບໍ່ແກ້ວ-ໄຊຍະບູລີຈະປະສົບໄພແຫ້ງແລ້ງ ຊາວກະສິກອນຄວນໃຊ້ນໍ້າຢ່າງປະຢັດ
ອີງຕາມພະຍາກອນລະດູການອຸຕຸກະເສດ 18 ແຂວງທົ່ວປະເທດ ສະບັບພະຍາກອນປະຈຳເດືອນພຶດສະພາ ຫາ ເດືອນກໍລະກົດ 2020 ໃຫ້ຮູ້ວ່າ: ໃນຂອບເຂດທົ່ວປະເທດລາວ ອາດຈະມີການສູນເສຍຜົນຜະລິດ ເນື່ອງຈາກອຸນຫະພູມຄວາມຮ້ອນສູງໃນໄລຍະລະດູອອກດອກຂອງພືດ ແຕ່ວ່າໂດຍລວມແລ້ວ ປະລິມານຝົນຕົກ ຄາດວ່າຈະຕົກໃນປະລິມານປານກາງ. …
ເພີ່ມທະວີການປ້ອງກັນອັກຄີໄພໃນໄລຍະລະດູແລ້ງ
ປັດຈຸບັນ ແມ່ນຢູ່ໃນໄລຍະລະດູແລ້ງ ຫຼາຍພື້ນທີ່ໄດ້ປະເຊີນກັບສະພາບອາກາດຮ້ອນອົບເອົ້າ ບາງວັນອຸນຫະພູມສູງເຖິງ 40-42 ອົງສາ ນອກນີ້ ຢູ່ໃນໄລຍະດັ່ງກ່າວ ກໍມັກຈະເກີດເຫດໄຟໄໝ້ເຮືອນປະຊາຊົນຈຳນວນຫຼາຍ ຍ້ອນໃຊ້ໄຟຟ້າຫຼາຍເກີນໄປ ຈົນເຮັດໃຫ້ໄຟຟ້າເກີດລັດວົງຈອນ. ອີງຕາມການລາຍງານຂອງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ວັນທີ…
ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສຳເລັດການເຈາະອຸໂມງກຸລົງ
ການກໍ່ສ້າງອຸໂມງກຸລົງຂອງໂຄງການລົດໄຟ ລາວ-ຈີນ ໄດ້ເຈາະທະລຸແລ້ວໃນທ້າຍເດືອນເມສາ ຜ່ານມາ ສຳເລັດກ່ອນແຜນການ 43 ມື້ ພາຍຫຼັງດຳເນີນການກໍ່ສ້າງມາແຕ່ເດືອນມີນາ 2017 ອຸໂມງດັ່ງກ່າວມີຄວາມຍາວ 9.020 ແມັດ ເປັນອຸໂມງທີ່ມີຄວາມຍາວອັນດັບສາມຂອງໂຄງການລົດໄຟລາວ-ຈີນ ຕັ້ງຢູ່ບ້ານກຸລົງ ເມືອງນາໝໍ້ ແຂວງອຸດົມໄຊ. ທ່ານຜູ້ຮັບຜິດຊອບຂອງບໍລິສັດທາງລົດໄຟລາວ-ຈີນ …
ຄະນະນຳສູນກາງຊາວໜຸ່ມ ປປ ລາວ ລົງຊຸກຍູ້ຂະບວນການຢູ່ແຂວງຈຳປາສັກ
ໃນສະພາບທີ່ທົ່ວພັກ ທົ່ວລັດ ແລະ ປະຊາຊົນທັງຊາດເວົ້າລວມ ເວົ້າສະເພາະ ຊາວໜຸ່ມຢູ່ທຸກຂົງເຂດສາຂາອາຊີບ ພວມປະຈັນບານ ສຸມສະຕິບັນຍາເຫື່ອແຮງໃນທຸກໆດ້ານ ເຂົ້າສະກັດກັ້ນ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ດ້ວຍຄວາມເອົາໃຈໃສຢ່າງຈົດຈໍ່ ເພື່ອແກ້ໄຂຕໍ່ສະພາບທີ່ພວມປະເຊີນຢູ່ໃນປັດຈຸບັນໃຫ້ຜ່ານພົ້ນໄປດ້ວຍດີ ມາໃນວັນທີ 7 ພຶດສະພາ 2020…
ສວນພຶກສາ ເປີດໃຫ້ເຂົ້າທ່ຽວຊົມ ພ້ອມມີມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ
ທ່ານ ພູວົງ ພະມີສິດ ປະທານມູນນິທິຮ່ວມໃຈພັດທະນາ ເຈົ້າຂອງຮ້ານຄຳພູວົງ ແລະ ສວນພຶກສາ ໃຫ້ສຳພາດວັນທີ 7 ພຶດສະພາ 2020 ວ່າ: ສວນພຶກສາມີເນື້ອທີ່ທັງໝົດ 50 ເຮັກຕາ ໃນນີ້ໄດ້ແບ່ງເປັນແຕ່ລະເຂດຄື:…