ການດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງຈັນທະບູລີ ໃນວັນທີ 26 ພຶດສະພາ 2020 ເປັນປະທານຂອງສະຫາຍ ບຸນໜາ ຜາທຸມມະວົງ ຮັກສາການເລຂາຄະນະພັກເມືອງ ເຈົ້າເມືອງຈັນທະບູລີ ເປັນກຽດເຂົ້າຮ່ວມຂອງສະຫາຍ ອານຸພາບ ຕຸນາລົມ ຮອງເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ສະຫາຍ ບຸນທອງ ພົມມະຈັນ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ສະຫາຍນາງ ບົວລອນ ວົງດາລາແສນ ຄະນະພັກ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ພ້ອມດ້ວຍສະມາຊິກພັກ ແລະ ແຂກຖືກເຊີນ.

ສຳລັບມື້ນີ້ ໄດ້ຮັບຟັງການຜ່ານບົດສຳຫຼວດການນຳພາຂອງຄະນະພັກຊຸກເກົ່າ ພ້ອມທັງຜ່ານເງື່ອນໄຂ ມາດຖານຜູ້ສະໝັກຄະນະບໍລິຫານງານພັກຊຸດທີ VII ແລະ ເງື່ອນໄຂ ມາດຖານຜູ້ສະໝັກເລືອກຕັ້ງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ຜ່ານມະຕິຕົກລົງອະນຸມັດລາຍຊື່ເລືອກຕັ້ງຄະນະບໍລິຫານງານພັກເມືອງຊຸດທີ VII ແລະ ລາຍຊື່ຜູ້ສະໝັກໄປເລືອກຕັ້ງກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ຫຼັງຈາກນັ້ນກໍໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດທີ VII ຂອງອົງຄະນະພັກເມືອງ ມີຜູ້ສະໝັກທັງໝົດ 29 ສະຫາຍ ຍິງ 7 ສະຫາຍ ເລືອກເອົາ 25 ສະຫາຍ ຜ່ານການປ່ອນບັດເລືອກຕັ້ງ ສະຫາຍ ບຸນໜາ ຜາທຸມມະວົງ ເປັນເລຂາ ສະຫາຍ ເພັດສະໄໝ ນັດຜາສຸກ ເປັນຮອງເລຂາ ແລະ ສະຫາຍ ບຸນເຖິງ ສຸວັນນະສີ ເປັນຮອງເລຂາ ທັງເປັນປະທານກວດກາພັກ ນອກຈາກນີ້ໃນກອງປະຊຸມກໍໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ມີຜູ້ສະໝັກ 21 ສະຫາຍ ເລືອກເອົາ 18 ສະຫາຍ ສຳຮອງ 2 ສະຫາຍ.

ໂອກາດນີ້ ກໍໄດ້ຮັບຟັງການໂອ້ລົມຂອງສະຫາຍ ອະນຸພາບ ຕຸນາລົມ ກ່ອນອື່ນ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເພື່ອເປັນການສືບຕໍ່ໃນການຊີ້ນຳ-ນຳພາໃນຕໍ່ໜ້າ ທ່ານໄດ້ເນັ້ນໃຫ້ບັນດາຄະນະບໍລິຫານງານຊຸດໃໝ່ຕ້ອງລົງມືຈັດຕັ້ງປະຕິບັດບໍ່ ແມ່ນຊີ້ນຳພຽງຢ່າງດຽວ ຕ້ອງມີຄວາມສະດຸ້ງໄວ ສຶກສາຄົ້ນຄວ້າ ວິເຄາະ ວິໄຈເຫດຜົນ ຈຸດອ່ອນ ແລະ ຂໍ້ຄົງຄ້າງເພື່ອປັບປຸງແກ້ໄຂໃຫ້ທັນເວລາ ໄປພ້ອມໆກັບການນຳໃຊ້ທ່າແຮງທີ່ມີ ສຸມໃສ່ພັດທະນາ ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ ສ້າງພັກໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ເພີ່ມທະວີຄວາມສັກສິດການຄຸ້ມຄອງລັດດ້ວຍກົດໝາຍ ຍູ້ແຮງການພັດທະນາເສດຖະກິດ-ສັງຄົມໃຫ້ເປັນເຂດເມືອງເຂັ້ມແຂງຮອບດ້ານ ໜ້າຢູ່ ຍືນຍົງ ວັດທະນາ ເສີມສ້າງຄວາມສາມັກຄີປອງດອງທົ່ວປວງຊົນ ຄວາມຍຸດຕິທຳ ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ພໍກິນພໍໃຊ້ ໃນຖານະເປັນເມືອງໃຈກາງຂອງ ນວ.

# ຂ່າວ & ພາບ: ອົ່ນ ໄຟສົນທອງ