ຜົນສໍາເລັດໃນການສ້າງວຽກງານໃດໜຶ່ງ ບໍ່ສາມາດແລກມາດ້ວຍໃນສິ່ງງ່າຍດາຍ ແລະ ເວລາອັນສັ້ນ ມັນຕ້ອງຜ່ານຂັ້ນຕອນຫຼາຍຢ່າງ ຄວາມຫຍຸ້ງຍາກ ສິ່ງທ້າທາຍຫຼາຍປະການ ຕ້ອງມີແບບແຜນການທຸມເທ ທັງກາຍໃຈ ສະຕິປັນຍາ ແລະ ທຶນຮອນຈໍານວນໜຶ່ງ ເພື່ອແລກມາກັບສິ່ງຈະໄດ້ມາ.

ທ່ານນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນປະຖົມ-ມັດທະຍົມສົມບູນສິນໄຊ ໄດ້ນຳສະເໜີຫົວຂໍ້ “ການສ້າງໂຮງຮຽນຕົວແບບຄຸນນະພາບ” ໂດຍເນັ້ນເຖິງແນວທາງ ຂັ້ນຕອນ ແລະ ຜົນງານຂອງໂຮງຮຽນໃນການພັດທະນາຄຸນນະພາບການສຶກສາ ຕໍ່ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ເມື່ອບໍ່ດົນຜ່ານມາ ໃຫ້ຮູ້ວ່າ: ການບໍລິຫານເພື່ອສ້າງໂຮງຮຽນຕົວແບບຄຸນນະພາບ ໂຮງຮຽນສິນໄຊໄດ້ດໍາເນີນງານຕາມຫຼາຍຂັ້ນຕອນ ໂດຍເລີ່ມຈາກການນຳເອົາແນວທາງນະໂຍບາຍຂອງພັກ ແລະ ບັນດານິຕິກຳຕ່າງໆ ມາເຜີຍແຜ່ໃຫ້ຄູ ພະນັກງານ ແລະ ນັກຮຽນໄດ້ຮັບຮູ້ ເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ການນຳພາ ພ້ອມທັງສ້າງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ຮ່ວມກັນປະຕິບັດໜ້າທີ່ຕາມພາລະບົດບາດຂອງແຕ່ລະພາກສ່ວນ.



ພ້ອມນັ້ນ ໂຮງຮຽນໄດ້ນໍາເອົາມາດຕະຖານ ເງື່ອນໄຂ ແລະ ຕົວຊີ້ວັດໂຮງຮຽນຕົວແບບຄຸນນະພາບມາເຜີຍແຜ່ໃຫ້ຄູ ນັກຮຽນ ແລະ ຜູ້ປົກຄອງໄດ້ຮັບຮູ້ ໃນລະດັບປະຖົມມີ 6 ດ້ານ ແລະ 42 ຕົວຊີ້ວັດ ສ່ວນລະດັບມັດທະຍົມມີ 6 ດ້ານ ແລະ 45 ຕົວຊີ້ວັດ ຈາກນັ້ນ ໄດ້ມອບໝາຍໃຫ້ແຕ່ລະພາກສ່ວນນຳໄປຈັດຕັ້ງປະຕິບັດ ພ້ອມມີການຕິດຕາມ ກວດກາ ແລະ ປະເມີນຜົນໃນແຕ່ລະດ້ານ ເພື່ອໃຫ້ບັນລຸເປົ້າໝາຍ ໃນແຕ່ລະສົກຮຽນ ໂຮງຮຽນໄດ້ສົ່ງຄູເຂົ້າຮ່ວມການເຝິກອົບຮົມຫຼັກສູດການຮຽນ-ການສອນໃນຂັ້ນຕ່າງໆ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ແລະ ຮຽນຮູ້ສິ່ງໃໝ່ໆ ສຳລັບນຳໄປພັດທະນາຕົນເອງ ນອກນັ້ນ ຍັງມີການນິເທດພາຍໃນ ເພື່ອຍົກສູງຄຸນນະພາບການຮຽນ-ການສອນ.





ສໍາລັບນັກຮຽນໃໝ່ໃນແຕ່ລະສົກຮຽນ ຈະຕ້ອງຜ່ານການປະເມີນລະດັບຄວາມຮູ້ກ່ອນ ເພື່ອຈັດເຂົ້າຫ້ອງຮຽນໃຫ້ເໝາະສົມ ໂຮງຮຽນຍັງຈັດກິດຈະກຳຕ່າງໆ ເພື່ອຈູງໃຈໃຫ້ນັກຮຽນມີຄວາມກະຕືລືລົ້ນຕໍ່ການຮຽນ ກ້າສະແດງອອກຕາມຄວາມມັກ ແລະ ສົ່ງເສີມນັກຮຽນທີ່ມີພອນສະຫວັນໃຫ້ເປັນນັກຮຽນເກ່ງ ເພື່ອຄັດເລືອກເປັນຕົວແທນໂຮງຮຽນເຂົ້າຮ່ວມການສອບເສັງນັກຮຽນເກ່ງໃນລະດັບຕ່າງໆ ຄຽງຄູ່ກັນນັ້ນ ຍັງໄດ້ບຳລຸງນັກຮຽນທີ່ຮຽນອ່ອນ ເພື່ອຊ່ວຍໃຫ້ສາມາດຮຽນໄດ້ທັນກັບໝູ່ ອີກດ້ານໜຶ່ງ ໂຮງຮຽນເອົາໃຈໃສ່ການບໍລິຫານ-ຄຸ້ມຄອງ ໂດຍປັບປຸງສະພາບແວດລ້ອມໃຫ້ສະອາດ ແລະ ງາມຕາ ປັບປຸງພື້ນຖານໂຄງລ່າງ ສ້າງຫ້ອງຄອມພິວເຕີ ຫ້ອງສະໝຸດ ຫ້ອງມູນເຊື້ອ ຫ້ອງກິດຈະກຳຕ່າງໆ ແລະ ສະໜອງອຸປະກອນຮັບໃຊ້ການຮຽນ-ການສອນ ໃຫ້ຄົບຖ້ວນ ເພື່ອໃຫ້ຄູ ແລະ ນັກຮຽນໄດ້ຄົ້ນຄວ້າ ແລະ ນຳໃຊ້ ພ້ອມກັນນັ້ນ ໂຮງຮຽນໄດ້ປະສານສົມທົບກັບຊຸມຊົນ ສັງຄົມ ແລະ ຜູ້ປົກຄອງ ໃຫ້ເຂົ້າມາມີສ່ວນຮ່ວມໃນການພັດທະນາໂຮງຮຽນ ໂດຍຮ່ວມສຶກສາອົບຮົມ ແລະ ສິດສອນລູກຫຼານໃຫ້ຮູ້ຈັກຮີດຄອງປະເພນີ ສີລະປະວັດທະນະທຳ ແລະ ຫັດຖະກຳທ້ອງຖິ່ນ ພ້ອມທັງຊ່ວຍສະໜັບສະໜູນນັກຮຽນໃນການເຮັດວຽກບ້ານທີ່ຄູມອບໝາຍ ແລະ ຕິດຕາມການເຄື່ອນໄຫວຂອງລູກຫຼານໃນເວລາຢູ່ບ້ານ.






ຜົນງານໂດດເດັ່ນ ນັກຮຽນຄວ້າອັນດັບ 1 ແລະ 2 ລະດັບທົ່ວປະເທດ ຈາກການຈັດຕັ້ງປະຕິບັດແນວທາງດັ່ງກ່າວ ໂຮງຮຽນສິນໄຊມີຜົນງານໂດດເດັ່ນໃນການສອບເສັງແຂ່ງຂັນນັກຮຽນເກ່ງຂັ້ນທົ່ວປະເທດ ໃນຊັ້ນ ປ5 ແລະ ມ4 ໂດຍສາມາດສ້າງນັກຮຽນເກັ່ງໄດ້ອັນດັບ 1 ແລະ ອັນດັບ 2 ລວມ 12 ຄົນ ໃນນັ້ນເປັນນັກຮຽນຍິງ 10 ຄົນ ອັນດັບທີ 1 ຈຳນວນ 7 ຄົນ ຍິງ 6 ຄົນ ໃນຊັ້ນ ປ5 ມີ 2 ຄົນ ຍິງ 2 ຄົນ ໃນວິຊາພາສາລາວ ແລະ ຄະນິດສາດ ສ່ວນຊັ້ນ ມ4 ມີ 5 ຄົນ ຍິງ 4 ຄົນ ໂດຍວິຊາພາສາລາວ-ວັນນະຄະດີ 3 ຄົນ ຍິງ 3 ຄົນ ແລະ ວິຊາຄະນິດສາດ 2 ຄົນ ຍິງ 1 ຄົນ ອັນດັບທີ 2 ຈຳນວນ 5 ຄົນຍິງ 4 ຄົນ ໃນຊັ້ນ ປ5 ມີ 1 ຄົນ ຍິງ 1 ຄົນ ໃນວິຊາພາສາລາວ ສ່ວນຊັ້ນ ມ4 ມີ 4 ຄົນ ຍິງ 3 ຄົນ ໃນວິຊາພາສາລາວ-ວັນນະຄະດີ ຄະນິດສາດ ແລະ ເຄມີສາດ.





ສໍາລັບຜົນການສອບເສັງຈົບຊັ້ນ ປ5 ມ4 ແລະ ມ7 ໃນແຕ່ລະສົກຮຽນ ສາມາດບັນລຸ 100% ໃນນັ້ນ ຊັ້ນ ປ5 ມີນັກຮຽນໄດ້ອັນດັບ 1 ຈຳນວນ 30 ຄົນ ຍິງ 21 ຄົນ ຊັ້ນ ມ4 ສອບເສັງໄດ້ໃບປະກາດສະນິຍະບັດແດງ 49 ຄົນ ຍິງ 36 ຄົນ ແລະ ຊັ້ນ ມ7 ໄດ້ໃບປະກາດສະນິຍະບັດແດງ 20 ຄົນ ຍິງ 17 ຄົນ.





ຈາກຜົນງານດັ່ງກ່າວ ໃນວັນທີ 24 ກຸມພາ 2022 ໂຮງຮຽນປະຖົມ-ມັດທະຍົມສົມບູນສິນໄຊ ໄດ້ຮັບໃບຢັ້ງຢືນໃຫ້ເປັນໂຮງຮຽນຕົວແບບຄຸນນະພາບຂັ້ນນະຄອນຫຼວງ ແລະ ເປັນໂຮງຮຽນເອກະຊົນແຫ່ງທຳອິດຂອງເມືອງຈັນທະບູລີ ທີ່ໄດ້ຮັບນາມມະຍົດເປັນໂຮງຮຽນຕົວແບບຄຸນນະພາບຂັ້ນນະຄອນຫຼວງ ໂຮງຮຽນຍັງໄດ້ຮັບການຍ້ອງຍໍເດັ່ນໃນດ້ານການບໍລິຫານ-ຄຸ້ມຄອງ ທີ່ສາມາດສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນຕົວແບບຄຸນນະພາບຂອງນະຄອນຫຼວງ ໃນລະດັບເຈົ້າຄອງນະຄອນຫຼວງວຽງຈັນ ນອກຈາກນັ້ນ ຍັງໄດ້ຮັບລາງວັນເປັນໂຮງຮຽນນິເວດອາຊຽນ ໂຮງຮຽນປອດສິ່ງເສບຕິດ ໂຮງຮຽນປອດຄວັນຢາສູບ ພ້ອມທັງໄດ້ຮັບຫຼຽນໄຊແຮງງານຊັ້ນ 2 ຈຳນວນ 1 ໜ່ວຍ ແລະ ຊັ້ນ 3 ຈຳນວນ 3 ໜ່ວຍ.



ປັດຈຸບັນ ໂຮງຮຽນຖືເອົາການສ້າງນັກຮຽນເກ່ງເປັນບູລິມະສິດຕົ້ນຕໍ ໂດຍເລີ່ມຈາກມອບໝາຍໃຫ້ຄູຈັດຕັ້ງສອບເສັງຄັດເລືອກນັກຮຽນທີ່ມີພອນສະຫວັນດ້ານການຮຽນເຂົ້າມາບຳລຸງ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນນັກຮຽນເກ່ງຂອງຊັ້ນ ປ5 ມ4 ແລະ ມ7 ໃນລະດັບເມືອງ ນະຄອນຫຼວງ ຫຼື ລະດັບທົ່ວປະເທດໃນການດຳເນີນງານ ໂຮງຮຽນຍຶດຕາມ 3 ຂໍ້ແຂ່ງຂັນ 3 ລັກສະນະ ແລະ 5 ຫຼັກມູນການສຶກສາທີ່ກະຊວງສຶກສາທິການ ແລະ ກີລາວາງອອກ ດັ່ງນັ້ນ ໂຮງຮຽນຈຶ່ງເອົາໃຈໃສ່ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ຄູ-ອາຈານໄດ້ເຂົ້າຮ່ວມການເຝິກອົບຮົມ ເພື່ອປັບປຸງວິທີ ການຮຽນ-ການສອນ ໃຫ້ມີຄຸນນະ ພາບດີຂຶ້ນ ແລະ ສອດຄ່ອງກັບຫຼັກສູດໃໝ່ ອີກທັງ ໂຮງຮຽນສົ່ງເສີມໃຫ້ຄູຮູ້ຈັກນຳໃຊ້ເຕັກໂນໂລຊີທັນສະ ໄໝ ລວມເຖິງປັນຍາປະດິດ (AI) ເຂົ້າມາຊ່ວຍໃນການແຕ່ງບົດສອນ ແລະ ຄົ້ນຄວ້າບົດຮຽນທີ່ຕົນເອງສອນ ເພື່ອນຳມາຖ່າຍທອດຄວາມຮູ້ໃຫ້ນັກຮຽນໄດ້ກວ້າງຂວາງຂຶ້ນ ແລະ ຊ່ວຍໃຫ້ນັກຮຽນເຂົ້າໃຈບົດຮຽນໄດ້ງ່າຍຂຶ້ນ ກາຍເປັນແຮງຈູງໃຈໃຫ້ນັກຮຽນມີຄວາມກະຕືລືລົ້ນຕໍ່ການຮຽນຕື່ມອີກ.


ຄຽງຄູ່ກັບການພັດທະນາການຮຽນ-ການສອນ ຄູຍັງເອົາໃຈໃສ່ສຶກສາອົບຮົມນັກຮຽນໃຫ້ມີນໍ້າໃຈຮັກຊາດ ຮັກທ່ານຜູ້ນຳ ຮັກພໍ່ແມ່ ນັບຖືຄູ-ອາຈານ ແລະ ຮູ້ຮັກສາວັດທະນະທຳອັນດີງາມຂອງຊາດ ໂດຍມຸ່ງສ້າງໃຫ້ນັກຮຽນເຕີບໃຫຍ່ເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ ເພື່ອຮັບໃຊ້ສັງຄົມ ແລະ ປະເທດຊາດໃນອະນາຄົດ ດັ່ງນັ້ນ ການຂະໜານນາມວ່າ ຄູປຽບເໝືອນ “ແມ່ພິມ” ຂອງຊາດ ຈຶ່ງມີຄວາມສຳຄັນ ແລະ ເປັນຄວາມພາກພູມໃຈຕໍ່ອາຊີບທີ່ມີກຽດສູງຂອງຄູ ດັ່ງທີ່ປະທານ ໄກສອນ ພົມວິຫານ ເຄີຍກ່າວວ່າ: “ຈົ່ງຊ່ວຍຄູ ເພາະຄູພັດທະນາຄົນ ຄົນພັດທະນາແລ້ວປະເທດຊາດກໍຈະພັດທະນາຕໍ່ໄປ”. ໂອກາດເນື່ອງໃນໂອກາດບຸນວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ທ່ານ ອາລີ ພົນເສນາ ໄດ້ກ່າວອວຍພອນແດ່ການນໍາພັກ-ລັດ ຜູ້ບໍລິຫານການສຶກສາ ກໍຄືພະນັກງານຄູ-ອາຈານ ທຸກທ່ານ ໃຫ້ມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ສືບຕໍ່ຊີ້ນຳວຽກງານຂະແໜງການສຶກສາຂອງໃນທົ່ວປະເທດ ເວົ້າລວມ ເວົ້າສະເພາະ ກໍຄືນະຄອນຫຼວງວຽງຈັນ ໃຫ້ໄດ້ຮັບຜົນສຳເລັດຍິ່ງໆຂຶ້ນໄປ.