ອາເມຣິກາ ມອບເຄື່ອງຊ່ວຍເຫຼືອອຸປະກອນຫ້ອງວິເຄາະແກ່ລາວ

ພິ­ທີ​ມອບ-ຮັບ​ເຄື່ອງ​ຊ່ວຍ­ເຫຼືອ​ອຸ­ປະ­ກອນ​ຫ້ອງ​ວິ­ເຄາະ​ຈາກ ສ ອາ​ເມ​ຣິ​ກາ ໃຫ້ ສປປ ລາວ ຈັດ​ຂຶ້ນ​ວັນ​ທີ 26 ພຶດ­ສະ­ພາ 2020 ຢູ່​ສູນ​ວິ­ເຄາະ ແລະ ລະ­ບາດ​ວິ­ທະ­ຍາ ເຊິ່ງ​ມອບ​ໂດຍ​ທ່ານ ປີ​ເຕີ ເຮ​ມ໋ອນ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ອາ​ເມ​ຣິ​ກາ ປະ­ຈຳ ສປປ ລາວ ແລະ ຮັບ​ໂດຍ​ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ການ​ມອບ​ເຄື່ອງ​ຊ່ວຍ­ເຫຼືອ​ຄັ້ງ​ນີ້ ເປັນ​ການ​ມອບ​ອຸ­ປະ­ກອນ​ການ​ແພດ​ເພີ່ມ​ອີກ​ຈຳ­ນວນ​ໜຶ່ງ​ຈາກ ສ ອາ​ເມ​ຣິ​ກາ ເພື່ອ​ຊ່ວຍ­ເຫຼືອ ສປປ ລາວ ຕໍ່­ສູ້​ກັບ​ພະ­ຍາດ​ໂຄ​ວິດ-19 ໃນ​ນີ້ ປະ­ກອບ​ມີ​ນ້ຳ​ຢາ​ລ້ຽງ​ເຊື້ອ​ໄວ​ຣັສ ສຳ­ລັບ​ເກັບ​ຕົວ­ຢ່າງ​ສົ່ງ​ຫ້ອງ​ວິ­ເຄາະ (VTMs) ທີ່​ສະ­ໜອງ​ໃຫ້​ໂດຍ​ອົງ­ການ​ທາງ​ການ​ກຸ­ສົນ ສ ອາ​ເມ​ຣິ​ກາ (Spirit of America) ເຄື່ອງ​ກັ່ນ​ຕອງ​ອາ­ກາດ​ແບບ​ພິ­ເສດ​ສຳ­ລັບ​ຫ້ອງ​ທົດ​ລອງ (Specialized Laboratory Air Filters) ແລະ ເຄື່ອງ​ອົບ​ຂ້າ​ເຊື້ອ ສະ­ໜອງ​ໃຫ້​ໂດຍ​ລັດ­ຖະ­ບານ ສ ອາ​ເມ​ຣິ​ກາ ໂດຍ​ຜ່ານ​ອົງ­ການ​ຫຼຸດ­ຜ່ອນ​ໄພ​ຂົ່ມ­ຂູ່​ດ້ານ​ໄພ­ພິ­ບັດ (DTRA) ແລະ ອຸ­ປະ­ກອນ​ທົດ​ລອງ​ສຳ­ລັບ​ກວດ​ຫາ​ຜູ້​ຕິດ­ເຊື້ອ ລວມ​ມີ​ເຄື່ອງ RT-PCR ທີ່​ສະ­ໜອງ​ໂດຍ IAEA ທີ່​ໄດ້​ຮັບ​ທຶນ​ຈາກ ສ ອາ​ເມ​ຣິ​ກາ.

ທ່ານ ປີ​ເຕີ ເຮ​ມ໋ອນ ກ່າວ​ວ່າ: ການ​ມອບ​ເຄື່ອງ​ຄັ້ງ​ນີ້​ເປັນ​ການ​ຊ່ວຍ​ຄັ້ງ​ຫຼ້າ​ສຸດ​ຈາກ ສ ອາ​ເມ​ຣິ​ກາ ໃນ​ຂະ­ນະ​ທີ່ ສປປ ລາວ ສືບ­ຕໍ່​ຮັບ​ມື​ກັບ​ພະ­ຍາດ​ໂຄ​ວິດ-19 ໃນ​ເດືອນ​ກຸມ­ພາ​ຜ່ານ​ມາ ພວກ​ເຮົາ​ເປັນ​ປະ­ເທດ​ທຳ​ອິດ​ທີ່​ໃຫ້­ການ​ຊ່ວຍ­ເຫຼືອ ແລະ ຈະ​ສືບ­ຕໍ່​ໄປ​ເລື້ອຍໆ ພ້ອມ​ນີ້​ກໍ​ກຳ­ລັງ​ຕອບ​ສະ­ໜອງ​ຕາມ​ຄວາມ​ຕ້ອງ­ການ​ຂອງ​ລັດ­ຖະ­ບານ​ລາວ ໃນ​ການ​ຮ່ວມ​ກັນ​ຮັບ​ມື​ກັບ​ພະ­ຍາດ​ທີ່​ຮ້າຍ​ແຮງ​ດັ່ງ­ກ່າວ ເຊິ່ງ​ອຸ­ປະ­ກອນ​ເຫຼົ່າ​ນີ້ ຈະ​ນຳ​ໃຊ້​ໃນ​ຫ້ອງ​ທົດ​ລອງ​ຂອງ​ລັດ­ຖະ­ບານ​ລາວ ເພື່ອ​ຂະ­ຫຍາຍ​ການ​ກວດ​ຫາ​ຜູ້​ຕິດ­ເຊື້ອ​ໃຫ້​ຫຼາຍ​ຂຶ້ນ ໃນ​ຂະ­ນະ​ທີ່​ພວກ​ເຂົາ​ກຳ­ລັງ​ສືບ​ຫາ ແລະ ຕິດ­ຕາມ​ຜູ້​ທີ່​ໄດ້​ພົບ​ປະ​ກັບ​ຜູ້​ຕິດ­ເຊື້ອ​ທີ່​ຜ່ານ​ມາ ການ​ຊ່ວຍ­ເຫຼືອ​ດ້ານ​ສາ­ທາ­ລະ­ນະ​ສຸກ​ຄັ້ງ​ນີ້ ຍັງ​ເປັນ​ການ​ຊ່ວຍ­ເຫຼືອ​ຄັ້ງ​ຫຼ້າ​ສຸດ​ໃນ​ການ​ຮ່ວມ​ມື ສືບ​ເນື່ອງ​ລະ­ຫວ່າງ ສ ອາ​ເມ​ຣິ​ກາ ແລະ ສປປ ລາວ ທີ່​ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ການ​ເຝິກ­ອົບ­ຮົມ​ໃຫ້​ເຈົ້າ​ໜ້າ­ທີ່​ສາ­ທາ­ລະ­ນະ​ສຸກ ຂັ້ນ​ສູນ​ກາງ ແລະ ທ້ອງ­ຖິ່ນ ນັບ​ຕັ້ງ­ແຕ່​ປີ 2006 ເປັນ­ຕົ້ນ​ມາ.

error: Content is protected !!