ຊຸກຍູ້ໃຫ້ບໍລິສັດຂະຫຍາຍຖານການຊື້ນໍ້າມັນຈາກຫຼາຍແຫຼ່ງແທນການເພິ່ງພາແຫຼ່ງດຽວເພື່ອປ້ອງກັນຄວາມສ່ຽງ

ໃນວະລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະ ພາແຫ່ງຊາດ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະ ມົນຕີ ໄດ້ຕາງໜ້າລັດຖະບານຊີ້ແຈງຕໍ່ກອງປະຊຸມ ກ່ຽວ ກັບ ແຜນກະຈາຍຄວາມສ່ຽງ ແລະ ຮັບປະກັນການສະ ໜອງນໍ້າມັນໃຫ້ສັງຄົມຂອງລັດຖະບານ.

ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ ໃນໄລຍະທີ່ສະພາບ ການຂອງພາກພື້ນ ແລະ ສາກົນທີ່ຍັງສືບຕໍ່ເຄັ່ງຮ້ອນ ຜັນແປຢ່າງສັບສົນໂດຍສະເພາະຄວາມຂັດແຍ່ງທາງດ້ານການຄ້າ ບັນຫາຄວາມບໍ່ສະຫງົບຢູ່ຕາເວັນອອກກາງ ແລະ ອື່ນໆ ດັ່ງທີ່ຂ້າພະເຈົ້າໄດ້ຕີລາຄາ ແລະ ລາຍງານໃນວັນຈັນທີ່ຜ່ານມາ ຕໍ່ອັນນີ້ ໄດ້ສົ່ງຜົນກະທົບໂດຍກົງຕໍ່ລາຄານໍ້າມັນ ແລະ ຕ່ອງໂສ້ການສະໜອງພະລັງງານໂລກອັນໄດ້ສ້າງຜົນກະ ທົບຕໍ່ ສປປ ລາວ ຢ່າງຫຼີກລ່ຽງບໍ່ໄດ້ ໃນໄລຍະຜ່ານມາລັດຖະບານໄດ້ສຸມໃສ່ປະຕິບັດບັນດາມາດຕະການຈໍານວນໜຶ່ງເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວໃນທົ່ວປະເທດໄດ້ໃນລະດັບໜຶ່ງ. ເຖິງແນວໃດກໍ່ຕາມເພື່ອຮັບປະກັນການສະໜອງນໍ້າ ມັນໃຫ້ສັງຄົມມີ ສະຖຽນລະພາບລັດຖະບານໄດ້ວາງມາດຕະການດັ່ງນີ້ ມາດຕະການໄລຍະສັ້ນ ເພີ່ມທະວີການກວດກາບໍລິສັດນໍາເຂົ້າ-ສົ່ງອອກ ແລະ ບໍລິສັດຈໍາໜ່າຍນໍ້າມັນເຊື້ອໄຟເພື່ອສະກັດກັ້ນການກັກຕຸນ ແລະ ການສວຍໂອ ກາດຂຶ້ນລາຄາໂດຍຮັບປະກັນການຊື້-ຂາຍໃຫ້ເປັນໄປຕາມໂຄງສ້າງລາຄາຢ່າງໂປ່ງໃສ ຄວບຄຸມໃຫ້ບໍລິສັດຮັກສາລະດັບຄັງແຮຮອງຕາມມາດຕະຖານທີ່ກຳນົດໄວໃນດໍາລັດ 559/ລບ ແລະ ລາຍງານຢ່າງເປັນປົກກະຕິກ່ຽວກັບປະລິ ມານການນໍາເຂົ້າ ແລະ ຍອດເຫຼືອປະຈໍາວັນຜ່ານລະບົບ DTOP ເພື່ອປະເມີນສະພາບການລ່ວງໜ້າ ພ້ອມທັງຮັກ ສາລະດັບແຮຮອງນໍ້າມັນເຊື້ອໄຟພາຍໃນປະເທດໃຫ້ໄດ້ຢູ່ໃນລະດັບສູງ (ປະມານ 60 ລ້ານລິດຂຶ້ນໄປ) ອໍານວຍຄວາມສະດວກໃນການນໍາເຂົ້າຈາກຫຼາຍແຫຼ່ງ ແລະ ຊຸກຍູ້ໃຫ້ບໍລິສັດຂະຫຍາຍຖານ ການຊີ້ນໍ້າມັນຈາກຫຼາຍປະເທດ ເຊັ່ນ ຫວຽດນາມ ຈີນ ສິງກະໂປ ແລະ ປະເທດອື່ນໆ ແທນການເພິ່ງ ພາແຫຼ່ງດຽວເພື່ອປ້ອງກັນຄວາມສ່ຽງ ເນັ້ນການສະໜອງນໍ້າມັນເຊື້ອໄຟໃຫ້ປໍ້ານໍ້າມັນສາມາດເປີດບໍລິການປໍ້ານໍ້າມັນເຊື້ອໄຟເພື່ອຮັບໃຊ້ສັງຄົມ ແລະ ພາກການຜະລິດຢ່າງຕໍ່ເນື່ອງ ສືບຕໍ່ປະຕິບັດມາດຕະການຜ່ອນ ຜັນອັດຕາອາກອນຊົມໃຊ້ໃນລາຄານໍ້າມັນເຊື້ອໄຟຕາມທີ່ສະພາແຫ່ງຊາດຮັບຮອງ.

ມາດຕະການໄລຍະຍາວ (ຍຸດທະ ສາດແຫ່ງຊາດ) ຊຸກຍູ້ໂຄງການສ້າງສາງນໍ້າມັນເຊື້ອໄຟ 3 ພາກ (ພາກເໜືອ ພາກກາງ ພາກໃຕ້) ແລະ ພ້ອມທັງສຶກ ສາການເຊື່ອມໂຍງລະບົບແຮຮອງນໍ້າມັນຮ່ວມກັນຂອງອາຊຽນ (ASEAN Joint Stockpiling Initiatives) ເພື່ອຊ່ວຍເຫຼືອກັນໃນພາວະວິກິດ ເລັ່ງສຶກສາຄວາມເປັນໄປໄດ້ໃນການລົງທຶນກໍ່ສ້າງທໍ່ສົ່ງນໍ້າມັນ ລາວ-ຫວຽດນາມເພື່ອຫຼຸດຕົ້ນທຶນ ຫຼຸດຜ່ອນການເພິ່ງພາການຂົນສົ່ງທາງລົດ ແລະ ຮັບປະກັນການສະໜອງປະລິມານຫຼາຍຢ່າງຕໍ່ ເນື່ອງ ຍົກລະດັບມາດຕະຖານ ແລະ ສົ່ງເສີມການລົງທຶນໃນໂຮງງານປຸງແຕ່ງນໍ້າມັນພາຍໃນປະເທດເພື່ອຫຼຸດຜ່ອນການນໍາເຂົ້ານໍ້າມັນສໍາເລັດຮູບທັງໝົດ ເສີມຂະຫຍາຍບົດ ບາດຂອງ ລັດວິສາຫະກິດນໍ້າມັນເຊື້ອໄຟລາວເປັນກົນໄກຫຼັກໃນການດຸ່ນດ່ຽງຕະຫຼາດເພື່ອໃຫ້ລັດມີເຄື່ອງມືແຊກແຊງລາຄາ ແລະ ສະໜອງນໍ້າມັນໃນກໍລະນີພາກ ເອກະຊົນພົບບັນຫາ.

error: Content is protected !!