ມື້ທີ 44 ບໍ່ມີເຊື້ອໂຄວິດຕິດເພີ່ມທີ່ລາວ

ທ່ານ ຣັດ​ຕະ​ນະ​ໄຊ ເພັດ​ສຸ­ວັນ ຫົວ­ໜ້າ​ກົມ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຖະ­ແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 26 ພຶດ­ສະ­ພາ 2020 ທີ່​ສູນ​ປະ­ຕິ­ບັດ​ງານ​ຄະ­ນະ​ສະ­ເພາະ​ກິດ ຄວບ​ຄຸມ­ພະ​ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (Covid-19) ວ່າ: ສະ­ພາບ​ການ​ເຝົ້າ​ລະ­ວັງ COVID-19 ຢູ່ ສປປ ລາວ ຮອດ 17:00 ໂມງ ຂອງ​ວັນ​ທີ 25 ພຶດ­ສະ­ພາ 2020 ຈຳ­ນວນ​ຜູ້​ເດີນ­ທາງ​ເຂົ້າ​ມາ ມີ​ທັງ​ໝົດ 1.934 ຄົນ ຈຸດ​ຜ່ານ​ດ່ານ​ລາວ-ໄທ ທັງ​ໝົດ 1.093 ຄົນ ໃນ​ນັ້ນ ມີ­ແຮງ​ງານ​ກັບ​ຈາກ​ໄທ 30 ຄົນ ເຊິ່ງ​ຜ່ານ​ດ່ານ​ສາ­ກົນ​ວັງ​ເຕົ່າ 28 ຄົນ ແລະ ຜ່ານ​ດ່ານ​ຂົວ​ມິດ­ຕະ­ພາບ ແຫ່ງ​ທີ 2 ແຂວງ​ສະ­ຫວັນ​ນະ​ເຂດ 2 ຄົນ ເຫຼືອ​ນັ້ນ ແມ່ນ​ຄົນ​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ ຜ່ານ​ດ່ານ​ລາວ-ຈີນ ທັງ​ໝົດ 4 ຄົນ ໃນ​ນັ້ນ ມີ­ແຮງ​ງານ​ລາວ​ກັບ​ຈາກ​ຈີນ 1 ຄົນ ຈຸດ​ຜ່ານ​ດ່ານ​ລາວ-ຫວຽດ ທັງ​ໝົດ 777 ຄົນ ທັງ​ໝົດ​ແມ່ນ​ຜູ້​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ ຈຳ­ນວນ​ຜູ້​ເດີນ­ທາງ​ຜ່ານ​ສະ­ໜາມ​ບິນ​ສາ­ກົນ​ວັດ​ໄຕ ມີ​ທັງ​ໝົດ 60 ຄົນ ໃນ​ນັ້ນ ມີ​ນັກ​ສຶກ​ສາ​ລາວ 3 ຄົນ ແລະ ແຮງ​ງານ​ຈີນ​ທີ່​ມາ​ສ້າງ​ທາງ​ລົດ­ໄຟ 57 ຄົນ ໃນ​ທຸກ​ດ່ານ​ແມ່ນ​ໄດ້​ກວດ​ວັດ​ອຸນ­ຫະ­ພູມ​ຮ່າງ­ກາຍ ແລະ ບໍ່​ມີ​ຄົນ​ເປັນ­ໄຂ້.

ການ​ເຝົ້າ​ລະ­ວັງ ແລະ ວິ­ເຄາະ ໃນ​ວັນ​ທີ 25 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ​ທັງ​ໝົດ 60 ຄົນ ໃນ​ນັ້ນ​ມີ­ແຮງ​ງານ​ລາວ​ທີ່​ກັບ​ມາ​ແຕ່​ໄທ 25 ຄົນ ແຮງ​ງານ​ລາວ​ກັບ​ມາ​ແຕ່​ຈີນ 31 ຄົນ ກໍ­ລະ­ນີ​ສົງ­ໄສ 1 ຄົນ ແລະ ຄົນ​ເຈັບ​ຕິດ­ເຊື້ອ​ນອນ​ປີ່ນ​ປົວ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ​ທີ່​ເກັບ​ຕົວ­ຢ່າງ​ມາ​ກວດ­ຄືນ 3 ຄົນ  ສ່ວນ​ແຮງ​ງານ​ລາວ​ທີ່​ກັບ​ມາ​ຈາກ​ປະ­ເທດ​ໄທ 25 ຄົນ ເຊິ່ງ​ມາ​ຈາກ​ທ້ອງ​ຖີ່ນ​ແຕ່​ລະ​ແຂວງ ຄື:ຈຳ­ປາ​ສັກ 12 ຄົນ ສາ­ລະ​ວັນ 5 ຄົນ ສະ­ຫວັນ​ນະ​ເຂດ 4 ຄົນ ຄຳ​ມ່ວນ 2 ຄົນ ຫຼວງ​ພະ​ບາງ 1 ຄົນ ອັດ​ຕະ​ປື 1  ຄົນ ແຮງ​ງານ​ລາວ​ທີ່​ກັບ​ມາ​ຈາກ​ປະ­ເທດ​ຈີນ 1 ຄົນ ເຊິ່ງ​ມາ​ຈາກ​ທ້ອງ​ຖີ່ນ​ຢູ່​ແຂວງ​ຫຼວງ​ນ້ຳ​ທາ ຜົນ​ກວດ​ແຮງ​ງານ​ລາວ  ແລະ  ກໍ­ລະ­ນີ​ສົງ­ໄສ​ທັງ​ໝົດ​ທີ່​ກວດ​ມື້­ວານ​ນີ້ ບໍ່​ພົບ​ເຊື້ອ ສຳ­ລັບ​ຜົນ​ກວດ​ຄົນ​ເຈັບ​ຕິດ­ເຊື້ອ 3 ຄົນ ໃຫ້​ຜົນ​ລົບ 2 ຄົນ ໝາຍ​ຄວາມ​ວ່າ​ໃນ​ວັນ​ທີ 25 ພຶດ­ສະ­ພາ 2020 ບໍ່​ມີ​ຜູ້​ຕິດ­ເຊື້ອ​ໃໝ່ ສັງ​ລວມ​ການ​ກວດ​ວິ­ເຄາະ ແຕ່​ເດືອນ​ມັງ­ກອນ ຮອດ​ວັນ​ທີ 25 ພຶດ­ສະ­ພາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ ມີ 5.855 ຕົວ­ຢ່າງ ກວດ​ພົບ​ເຊື້ອ​ສະ​ສົມ 19 ຄົນ (44 ມື້​ແລ້ວ​ທີ່​ບໍ່​ພົບ​ຜູ້​ຕິດ­ເຊື້ອ​ໃໝ່).

ການ​ຕິດ­ຕາມ​ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສະ­ຖານ­ທີ່​ຈຳ­ກັດ​ບໍ­ລິ­ເວນ​ຕ່າງໆ​ທົ່ວ​ປະ­ເທດ ປັດ­ຈຸ­ບັນ​ນີ້ ທົ່ວ​ປະ­ເທດ​ມີ​ສູນ​ຈຳ­ກັດ​ບໍ­ລິ­ເວນ​ທັງ​ໝົດ 90 ສູນ  ມີ​ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ  3.756 ຄົນ ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ​ທັງ​ໝົດ ແລະ ບໍ່​ມີ​ຜູ້​ຕິດ­ເຊື້ອ ສ່ວນ​ການ​ຕິດ­ຕາມ​ປີ່ນ​ປົວ​ຄົນ​ເຈັບ​ຢູ່​ໂຮງ­ໝໍ ປັດ­ຈຸ­ບັນ​ມີ​ຜູ້​ນອນ​ຕິດ­ຕາມ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ 5 ຄົນ ຍິງ 4 ຄົນ ທັງ​ໝົດ​ເຫັນ​ວ່າ​ມີ​ອາ­ການ​ປົກ­ກະ­ຕິ ຈະ​ໄດ້​ສືບ­ຕໍ່​ຕິດ­ຕາມ​ຕໍ່​ໄປ​ຈົນ​ກວ່າ​ຈະ​ກວດ​ຫາ​ເຊື້ອ​ບໍ່​ພົບ.

ການ​ຕິດ­ຕາມ​ສະ­ພາບ​ການ​ລະ­ບາດ​ຂອງ​ປະ­ເທດ​ໃກ້​ຄຽງ ແລະ ການ​ລະ­ບາດ​ຢູ່​ໃນ​ໂລກ ເຫັນ​ວ່າ: ມາ​ຮອດ​ເວ­ລາ 6:00 ໂມງ​ເຊົ້າ​ຂອງ​ວັນ​ທີ 26 ພຶດ­ສະ­ພາ 2020 ທົ່ວ​ໂລກ​ມີ​ການ​ລາຍ​ງານ​ການ​ລະ­ບາດ​ທັງ​ໝົດ 213 (ປະ­ເທດ/ເຂດ) ການ​ຢັ້ງ­ຢືນ​ຜູ້​ຕິດ­ເຊື້ອ​ພະ­ຍາດ COVID-19 ແມ່ນ 5.581.290  (87.207 ໃໝ່)  ມື້­ວານ​ນີ້ 5.491.448 ເສຍ​ຊິ­ວິດ 347.530 (3.013 ໃໝ່) ກວມ​ເອົາ 6.22% ຂອງ​ຜູ້​ຕິດ­ເຊື້ອ​ທັງ​ໝົດ ປີ່ນ​ປົວ​ຫາຍ​ດີ 2.360.975 (61.797 ໃໝ່) ກວມ​ເອົາ 42,30% ຂອງ​ຜູ້​ຕິດ­ເຊື້ອ​ທັງ​ໝົດ ສິ່ງ​ສຳ­ຄັນ​ແມ່ນ​ຍັງ​ມີ​ການ​ລະ­ບາດ​ເປັນ​ວົງ​ກວ້າງ​ຢູ່​ທະ­ວີບ​ອາ​ເມ​ຣິ​ກາ ແລະ ທະ­ວີບ​ເອີ​ຣົບ ມີ​ບາງ​ປະ­ເທດ ຈຳ­ນວນ​ຜູ້​ຕິດ­ເຊື້ອ​ມື້​ດຽວ​ມີ​ເຖິງ 19.232 ຄົນ ແລະ ບາງ​ປະ­ເທດ​ເສຍ​ຊີ­ວິດ 757 ຄົນ​ຕໍ່​ມື້.

ສ່ວນ​ໃນ​ບັນ­ດາ​ກຸ່ມ​ປະ­ເທດ​ອາ​ຊຽນ ມາ​ຮອດ​ເວ­ລາ 6:00 ໂມງ​ເຊົ້າ ຂອງ​ວັນ​ທີ 26 ພຶດ­ສະ­ພາ ມີ​ການ​ຢັ້ງ­ຢືນ​ຜູ້​ຕິດ­ເຊື້ອ​ພະ­ຍາດ COVID-19 ແມ່ນ 80.298 (1.284 ໃໝ່) ເສຍ​ຊີ­ວິດ 2.466 (25 ໃໝ່) ຍັງ​ມີ​ບາງ​ປະ­ເທດ​ທີ່​ມີ​ອັດ­ຕາ​ການ​ຕິດ­ເຊື້ອ​ໃໝ່​ສູງ​ເຖິງ 479 ຄົນ​ຕໍ່​ມື້.

error: Content is protected !!